ຍ້ອນກັບໄປໃນຕອນທີ່ຂ້ອຍເລີ່ມລົງທຶນໃນຄຣິບໂຕເທື່ອທໍາອິດ, ຂ້ອຍຕ້ອງຍອມຮັບວ່າໄດ້ເຮັດຜິດພາດແບບມືໃຫມ່ຫຼາຍຢ່າງ, ເຊິ່ງຜິດພາດເຫຼົ່ານັ້ນສາມາດຫຼີກລ່ຽງໄດ້ຖ້າຂ້ອຍໄດ້ຮັບຄໍາແນະນໍາທີ່ຖືກຕ້ອງຕັ້ງແຕ່ຕອນທຳອິດ. ໂລກຂອງຄຣິບໂຕເຕັມໄປດ້ວຍໂອກາດນ່າຕື່ນເຕ້ນ, ແຕ່ມັນກໍມີຄວາມຊັບຊ້ອນ ແລະຄວາມສ່ຽງທີ່ອາດຈະເຮັດໃຫ້ມືໃຫມ່ຮູ້ສຶກທໍ້ແລະຜິດຫວັງໄດ້ງ່າຍໆ.

ມື້ນີ້ຂ້ອຍຈຶ່ງຢາກແບ່ງປັນ 5 ບົດຮຽນສຳຄັນທີ່ຂ້ອຍໄດ້ຮຽນຮູ້ຈາກປະສົບການຕົວຈິງ ເປັນເຄັດລັບທີ່ຂ້ອຍຫວັງວ່າຂ້ອຍຈະໄດ້ຮູ້ຕັ້ງແຕ່ວັນນັ້ນ ເພື່ອຊ່ວຍໃຫ້ທຸກຄົນທີ່ກໍາລັງເລີ່ມຕົ້ນ ສາມາດເຂົ້າໄປໃນໂລກຄຣິບໂຕໄດ້ຢ່າງໝັ້ນໃຈ ແລະມີຄວາມລະມັດລະວັງຫຼາຍຂຶ້ນ.

5 ບົດຮຽນສຳຄັນທີ່ຢາກແບ່ງປັນໃຫ້ມືໃຫມ່

1. ຄວາມຜັນຜວນແມ່ນ "ເລື່ອງປົກກະຕິ" ຂອງຕະຫຼາດນີ້

ສິ່ງທຳອິດທີມືໃໝ່ຕ້ອງພົບເຈິແລະອາດເຮັດໃຫ້ຫຼາຍຄົນຕົກໃຈເມື່ອມູນຄ່າຂອງຫຼຽນທີ່ເຈົ້າຖືຫຼຸດລົງ 20% ພາຍໃນມື້ດຽວ ແຕ່ນີ້ແມ່ນເລື່ອງປົກກະຕິໃນໂລກຂອງຄຣິບໂຕ. ບໍ່ຄວນຟ້າວຕື່ນຕົກໃຈຂາຍ (Panic Sell) ເວລາຕະຫຼາດຕົກ. ຄວນໃຊ້ "ເງິນເຢັນ" ແລະຢ່າພະຍາຍາມທີ່ຈະເຊັກລາຄາທຸກ 5 ນາທີ ເພາະຈະເຮັດໃຫ້ເຈົ້າຄຽດ ແລະຕັດສິນໃຈຜິດພາດໄດ້ງ່າຍໆ.

2. “DYOR” ບໍ່ແມ່ນຄໍາເທ່ໆ ແຕ່ແມ່ນສິ່ງທີ່ຈໍາເປັນຕ້ອງເຮັດ

ເຈົ້າອາດຈະໄດ້ຍິນຄຳວ່າ “DYOR” ຫຼື “Do Your Own Research” ຢູ່ເລື້ອຍໆເຊິ່ງມັນມີຄວາມໝາຍຫຼາຍກວ່າການອ່ານຂ່າວແບບຜ່ານໆ ການສຶກສາຂໍ້ມູນດ້ວຍຕົວເອງຢ່າງແທ້ຈິງກໍຄື ການອ່ານ Whitepaper ຂອງໂປຣເຈັກເພື່ອເຮັດຄວາມເຂົ້າໃຈເປົ້າໝາຍ, ການສຶກສາ Use Case ຫຼືປະໂຫຍດໃຊ້ສອຍຂອງຫຼຽນນັ້ນໆ ແລະການກວດສອບທີມງານຜູ້ພັດທະນາ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າລົງທຶນໃນ "ຄຸນຄ່າ" ຂອງເຕັກໂນໂລຊີ ບໍ່ແມ່ນແຕ່ການຊື້ຂາຍຕາມກະແສທີ່ຄົນອື່ນບອກຄໍ່ກັນມາ.

3. ບໍ່ແມ່ນທຸກຫຼຽນຈະຄືກັນກັບ Bitcoin

ມືໃໝ່ຫຼາຍຄົນມັກເຂົ້າໃຈຜິດວ່າທຸກຫຼຽນມີໂອກາດໃນການເຕີບໂຕຄືກັນກັບ Bitcoin ແຕ່ໃນຄວາມຈິງແລ້ວຄຣິບໂຕມີຫຼາຍປະເພດຕັ້ງແຕ່ Bitcoin ທີ່ປຽບເໝືອນທອງຄຳດິຈິຕອນ, Ethereum ທີ່ເປັນແພລດຟອມສຳລັບ Smart Contract, ໄປຈົນເຖິງ Altcoins ອີກຫຼາຍພັນຫຼຽນທີ່ມີຕັ້ງແຕ່ Utility Token, Governance Token ໄປຈົນເຖິງ Memecoins ແຕ່ລະປະເພດມີປະໂຫຍດ ແລະຄວາມສ່ຽງທີ່ແຕກຕ່າງກັນ. ການເຮັດຄວາມເຂົ້າໃຈປະເພດຂອງຫຼຽນທີ່ສົນໃຈຈະຊ່ວຍໃຫ້ປະເມີນຄວາມສ່ຽງໄດ້ດີຂຶ້ນ.

4. ຄວາມປອດໄພຕ້ອງມາກ່ອນສະເໝີ

ການເລືອກລົງທຶນໃນຫຼຽນທີ່ດີນັ້ນສຳຄັນ ແຕ່ການປົກປ້ອງຊັບສິນຂອງເຈົ້າໃຫ້ປອດໄພນັ້ນຍິ່ງສຳຄັນກວ່າ ເຈົ້າຕ້ອງໃຫ້ຄວາມສຳຄັນກັບຄວາມປອດໄພຂັັ້ນພື້ນຖານ ເຊັ່ນ:ການຕັ້ງລະຫັດຜ່ານທີ່ຄາດເດົາໄດ້ຍາກ, ການເປີດໃຊ້ Two-Factor Authentication (2FA) ທຸກຄັ້ງ ແລະລະວັງອີເມວຫຼືລິ້ງຫຼອກລວງ (Phishing) ຢູ່ສະເໝີ ;ການສູນເສຍເງິນທັງໝົດໄປເພາະຄວາມປະໝາດດ້ານຄວາມປອດໄພເປັນຝັນຮ້າຍທີ່ບໍ່ມີໃຜຢາກພົບເຈີ. ຄວາມປອດໄພຂັ້ນພື້ນຖານແມ່ນຫົວໃຈໃນການລົງທຶນຄຣິບໂຕ.

5. ເລີ່ມຕົ້ນຈາກໜ້ອຍໆ ແລະເລືອກແພລດຟອມທີ່ນ່າເຊື່ອຖື

ເຈົ້າບໍ່ຈຳເປັນຕ້ອງທຸ່ມເງິນທັງໝົດທີ່ມີໃນການລົງທຶນຄັ້ງແລກ ລອງເລີ່ມຕົ້ນດ້ວຍເງິນຈຳນວນໜ້ອຍໆ ເພື່ອຮຽນຮູ້ກົນໄກຂອງຕະຫຼາດແລະເຮັດຄວາມຄຸ້ນເຄີຍກັບຄວາມຜັນຜວນ ແລະສຳຄັນຢ່າງຍິ່ງກໍຄື ຄວນເທຣດໃນແພລດຟອມທີ່ເຊື່ອຖືໄດ້ແລະມີສະພາບຄ່ອງສູງສະເໝີ ເພື່ອປ້ອງກັນຕົວເອງຈາກຄວາມຜັນຜວນຂອງຈະຫຼາດ ແພລດຟອມຄື Binance ມີລະບົບຄວາມປອດໄພທີ່ແຂງແຮງແລະມີປະລິມານການຊື້ຂາຍສູງ ເຮັດໃຫ້ເຈົ້າຊື້ຂາຍໄດ້ຢ່າງສະດວກແລະໝັ້ນໃຈ.

ບົດສະຫຼຸບ

ການເດີນທາງໃນໂລກຄຣິບໂຕປຽບຄືກັບການແລ່ນມາຣາທອນ ບໍ່ແມ່ນການແລ່ນແຂ່ງໄລຍະສັ້ນ ມັນຕ້ອງໃຊ້ຄວາມອົດທົນ, ການຮຽນຮູ້ຢ່າງຕໍ່ເນື່ອງ ແລະຄວາມຮອບຄອບໃນການຕັດສິນໃຈ; ຫວັງວ່າ 5 ບົດຮຽນນີ້ຈະປຽບເປັນແຜນທີ່ນຳທາງທີ່ ຊ່ວຍນໍາທາງໃຫ້ມືໃໝ່ລົງທຶນໃນໂລກນີ້ໄດ້ຢ່າງໝັ້ນຄົງ ແລະຢັ້ງຢືນ.

‼️ລົງທຶນຄຮິບໂຕມີຄວາມສ່ຽງສູງຄວນສຶກສາກ່ອນລົງທຶນ‼️

‼️ລົງທຶນຄຮິບໂຕມີຄວາມສ່ຽງສູງຄວນສຶກສາກ່ອນລົງທຶນ‼️

‼️ລົງທຶນຄຮິບໂຕມີຄວາມສ່ຽງສູງຄວນສຶກສາກ່ອນລົງທຶນ‼️

‼️ລົງທຶນຄຮິບໂຕມີຄວາມສ່ຽງສູງຄວນສຶກສາກ່ອນລົງທຶນ‼️

‼️ລົງທຶນຄຮິບໂຕມີຄວາມສ່ຽງສູງຄວນສຶກສາກ່ອນລົງທຶນ‼️

#CryptoNewbie #crypto #Binance