ໃນປີ 2025 ກະແສຄຮິບໂຕໃນປະເທດລາວເຕີບໂຕຂຶ້ນຢ່າງເຫັນໄດ້ຊັດ ທັງຈາກຄວາມສົນໃຈຂອງນັກລົງທຶນໜ້າໃໝ່ທີ່ຢາກຫາທາງເພິ່ມລາຍໄດ້ ແລະ ຜູ້ໃຊ້ທີ່ເລີ່ມສຶກສາເລື່ອງ Web3, NFT ແລະ DeFi ກັນຫຼາຍຂຶ້ນ. ໃນລາວແພັດຟອມຍອດນິຍົມໃນໝູ່ຜູ້ໃຊ້ຄຮິບໂຕຕອນນີ້ມີ 2 ເຈົ້າທີ່ທຸກຄົນໜ້າຈະໄດ້ຍິນຕິດຫູກັນມາແດ່ລະ ກໍຄື Binance ແລະ OKX
ຫຼາຍຄົນອາດຈະສົງໃສວ່າ “ຄວນເລືອກໃຊ້ແພັດຟອມໃດ?” ບົດຄວາມນີ້ຈະຊ່ວຍປຽບທຽບຈຸດເດັ່ນ-ຈຸດດ້ອຍ ຂອງທັງສອງເຈົ້າ ພ້ອມແນະນໍາແນວທາງການໃຊ້ງານແບບ Hybrid ທີ່ບໍ່ຕ້ອງເລືອກຂ້າງດຽວ ສາມາດໃຊ້ໄປໄດ້ທັງສອງເລີຍໂລດ ໄປເຂົ້າຫາເນື້ອຫາກັນ!!!!
ຄ່າທໍານຽມ: ເລືອກຕາມ Style ການເທຮດໄດ້ເລີຍ
-Binance ຄິດຄ່າທໍານຽມ Spot ເລີ່ມຕົ້ນທີ່ 0.1% ທັງຝັ່ງ Maker ແລະ Taker ແຕ່ສາມາດຫຼຸດຄ່າທໍານຽມໄດ້ສູງສຸດເຖິງ 25% ຫາກໃຊ້ຫຼຽນ BNB ໃນການຈ່າຍຄ່າທໍານຽມ
-OKX ເລີ່ມຕົ້ນທີ່ 0.08%/0.1% ເຊິ່ງໃນແງ່ຕົວເລກຈະຖືກກວ່າ Binance ໜ້ອຍໜຶ່ງໃນລະດັບຜູ້ເລີ່ມຕົ້ນ
ໃນຕະຫຼາດ Futures:
-Binance: 0.018% -0.05 ຕາມຮູບແຍກເປັນ USD-M ແລະ Coin-M
-OKX: 0.02% / 0.05%
ສະຫຼຸບສັ້ນໆ:
-ຖ້າເຈົ້າຖື BNB ແລະ ເທຮດຕະຫຼອດ -> Binance ຈະປະຫຍັດກວ່າໃນໄລຍະຍາວ
-ຖ້າເຈົ້າເລີ່ມຕົ້ນ ແລະ ຢາກຈ່າຍໜ້ອຍທີ່ສຸດທັນທີ -> OKX ກໍໜ້າສົນໃຈ
ການໃຊ້ງານ ແລະ Interface
-Binance ມີໂໝດ “Lite” ສໍາຫຼັບມືໃຫມ່ ພ້ອມເມນູພາສາໄທ ແລະ ລະບົບຊ່ວຍເຫຼືອທີ່ໃຊ້ງ່າຍ ມີບົດຮຽນໃຫ້ສຶກສາໃນແອບ ເໝາະກັບຜູ້ເລີ່ມຕົ້ນ ຫຼື ຄົນທີ່ຢາກຮຽນຮູ້ດ້ວຍຕົນເອງ
-OKX ເນັ້ນຮຽບງ່າຍ ໃຊ້ງານຄ່ອງ ມີຟີເຈີ້ Copy Trading ໃຫ້ເລືອກຕາມນັກເທຮດມືອາຊີບ ເຊິ່ງເໝາະກັບຜູ້ທີ່ບໍ່ມີເວລາຕິດຕາມຕະຫຼາດຕະຫຼອດ
ຫາກເຈົ້າເນັ້ນໃຊ້ງານງ່າຍ - Binance ຈະຊ່ວຍເຈົ້າໄດ້ດີກວ່າ
ຫາກເຈົ້າຢາກລອງເທຮດແບບມືໂປ - OKX ຄືສະໜາມທົດລອງທີ່ດີ
ລະບົບຄວາມປອດໄພ
-Binance ມີ “ກອງທຶນ SAFU” ຄຸ້ມຄອງຜູ້ໃຊ້ງານ ແລະ ເປີດຕົວ Binance Web3 Wallet ທີ່ໃຊ້ລະບົບ Passkey ແທນ seed phrase ແບບເດີມ ຫຼຸດໂອກາດໂດນແຮ໋ກຈາກການເກັບລະຫັດບໍ່ປອດໄພ
-OKX ເກັບສິນຊັບ 95% ໄວ້ໃນ Cold Wallet ພ້ອມລະບົບຍືນຍັນຕົວຕົນ 2FA ທີ່ເຂັ້ມງວດ ແລະ ມີ OKX Web3 Wallet ຮອງຮັບ NFT ແລະ DeFi
ທັງສອງຖືວ່າມີມາດຕະຖານຄວາມປອດໄພສູງ ແຕ່ Binance ມີລະບົບຊ່ວຍເຫຼືອທີ່ຕອບສະໜອງໄວກວ່າໃນຫຼາຍກໍລະນີ
Features ໃນ Binance ແລະ OKX
ເຮົາຈະໃຫ້ທຸກຄົນເບິ່ງໜ້າຈໍຈິງຂອງທັງສອງແພັດພ້ອມໂດຍຈະສະແດງ Binance (ຈໍດຳ) ແລະ OKX (ຈໍຂາວ) ຕາມລຳດັບ , ທຸກຄົນຈະເຫັນພ້ອມກັນວ່າ Binance Features ຈະຫຼາກຫຼາຍກ່ອນ OKX
ປຽບທຽບຟີເຈີ້ທັງສອງແພັດຟອມ
ເໝາະກັບໃຜ??
Binance ເໝາະກັບໃຜ??
ມືໃໝ່ ນັກລົງທຶນທົ່ວໄປ ຫຼື ຜູ້ທີ່ຢາກໄດ້ຟີເຈີ້ຫຼາກຫຼາຍໃນແອັບດຽວ
OKX ເໝາະກັບໃຜ??
ນັກເທຮດ Future, ສາຍ NFT/DeFi ຫຼືຄົນທີ່ມັກລະບົບ Copy Trading ແລະ Interface ລຽບງ່າຍ
ສະຫຼຸບ: ເຈົ້າບໍ່ຈໍາເປັນຕ້ອງເລືອກຂ້າງດຽວ
ໃນຍຸກຂອງ Web3 ເຈົ້າບໍ່ຈໍາເປັນຕ້ອງເລືອກ “ເລືອກຂ້າງ” ລະຫວ່າງBinance ກັບ OKX ເພາະແຕ່ລະແພັດຟອມມີຈຸດເດັ່ນທີ່ຕອບໂຈນຄົນລະແບບ ແລະ ເຈົ້າສາມາດໃຊ້ “ທັງສອງ” ເພື່ອໃຫ້ໄດ້ປະໂຫຍກສູງສຸດ:
-ໃຊ້ Binance ເພື່ອຮັບ Airdrop, Stake ໄລຍະຍາວ, ໃຊ້ງານ Launchpad Launchpool ແລະ ບໍລິການຊ່ວຍເຫຼືອ
-ໃຊ້ OKX ເພື່ອເທຮດ Futures ລາຍວັນ ຫຼື ຮຽນຮູ້ກົນລະຍຸດຜ່ານ Copy Trading
ກົນລະຍຸດແບບ Hybrid ນີ້ ຈະເອີ້ນວ່າຈັບປາຫຼາຍມືກໍໄດ້ ແຕ່ວິທີນີ້ຍອດຮິດໃນໝູ່ໄວລຸ້ນ ກຸ່ມນັກລົງທຶນຢ່າງແພ່ຫຼາຍໃນລາວ ເພາະນອກຈາກຈະຊ່ວຍກະຈາຍຄວາມສ່ຽງແລ້ວ ຍັງເພິ່ມໂອກາດໃນການເຕີບໂຕ ແລະ ນອກຈາກສອງຢ່າງນີ້ ກໍຍັງມີ ByBit ແລະ ຍັງມີ Bitqik ທີ່ເປັນແພັດຟອມຊື້ຂາຍຄຮິບໂຕທີ່ຜ່ານການຮັບຮອງຈາກລັດຖະບານ ແລະ ອີກຫຼາກຫຼາຍທຸກຄົນລອງພິຈາລະນາຕື່ມ