ວິທີຕິດຕາມລາຄາຄຣິບໂຕແບບລ້ຽວທາມ : ເຄັດລັບສຳລັບນັກລົງທຶນຍຸດໃໝ່

ໃນໂລກຂອງການລົງທຶນຄຣິບໂຕທີ່ເຕັມໄປດ້ວຍຄວາມຜັນຜວນ, ການຕັດສິນໃຈໃຫ້ທັນກັບຕະຫຼາດຖືເປັນຫົວໃຈສຳຄັນຂອງຄວາມສຳເລັດເປັນໜື່ງໃນທັກສະທີ່ທຸກຄົນຄວນມີຄື : ການຕິດຕາມລາຄາຄຣິບໂຕແບບລ້ຽວທາມເພື່ອໃຫ້ສາມາດວິເຄາະແລະປັບກົນລະຍຸດການລົງທຶນໄດ້ທັນທ່ວງທີໂດຍສະເພາະໃນຊ່ວງຕະຫຼາດທີ່ມີການເຄື່ອນໄຫວຢ່າງໄວວາເຊັ່ນ ຂ່າວດ່ວນ,ການເປີດຕົວຫຼຽນໃໝ່ຫຼືຄວາມເຄື່ອນໄຫວຂອງເງິນທຶນລາຍໃຫ່ຍ.

Real-time = ລ້ຽວທາມ / ລຽວທາມ 🙏🏻

​🤔ເປັນຫຍັງຕ້ອງຕິດຕາມລາຄາຄຣິບໂຕແບບ Real-time?

ຕະຫຼາດຄຣິບໂຕບໍ່ຄືກັບຕະຫຼາດຮຸ້ນທົ່ວໄປທີ່ເປີດ-ປິດເປັນເວລາ ຄຣິບໂຕເທຮດໄດ້ຕະຫຼອດ24 ຊົ່ວໂມງ, ບໍ່ມີມື້ພັກ ແລະ ລາຄາສາມາດປ່ຽນແປງໄດ້ພາຍໃນສ້ຽວວິນາທີ, ການມີຂໍ້ມູນລາຄາທີ່ແມ້ນຍຳ ແລະ ອັບເດດແບບລ້ຽວທາມ real-time ຈະຊ່ວຍໃຫ້ນັກລົງທຶນ:

  • ຮູ້ທັນຈັງຫວະຕະຫຼາດ: ເຫັນແນວໂນ້ມຂອງລາຄາແລະເຂົ້າ-ອອກຕະຫຼາດໄດ້ຖືກຈັງຫວະ

  • ຈັດການຄວາມສ່ຽງໄດ້ດີຂື້ນ: ໂດຍສາມາດຕັ້ງ STOP -LOSS ຫຼື TAKE PROFIT ໄດ້ຢ່າງມີປະສິດທິພາບ

  • ບໍ່ພາດໂອກາດ: ເພາະບາງຫຼຽນມີການ PUMP ຫຼື DUMP ແບບທັນທີຫາກຊ້າກວ່າຕະຫຼາດພຽງບໍ່ເທົ່າໃດນາທີກໍ່ອາດຈະພາດກຳໄລຫຼືຂາດທຶນຫຼາຍໄດ້.

🔄ເຄື່ອງມືຍອດນິຍົມໃນການຕິດຕາມລາຄາຄຣິບໂຕແບບທັນທີ Real-time

​ໜື່ງໃນເຄື່ອງມືທີ່ໃຊ້ງານງ່າຍແລະແມ້ນຍຳທີ່ສຸດຄື : Binance coin price directory ໂດຍ ຟີວເຈີຂອງຫນ້າລາຄາມີດັ່ງນີ້:

  • ລາຄາສົດ live price ອັບເດດທຸກວິນາທີ

  • ກຮາຟເຕັກນິກ interactive price ສາມາດເລືອກເບີ່ງກຮາຟ 1 ນາທີ/15ນາທີ/ 1 ຊົ່ວໂມງ/ 1ວັນ ໄດ້ຕາມຕ້ອງການ

  • ເບີ່ງປະຫວັດລາຄາແລະຄວາມປ່ຽນແປງແບບລາຍຫຼຽນ

  • ສາມາດຄົ້ນຫາຂໍ້ມູນຂອງຫຼຽນທີ່ສົນໃຈໄດ້ຢ່າງໄວວາ

ນອກຈາກນີ້ ຍັງສາມາດເບິ່ງໄດ້ວ່າຫຼຽນໂຕໃດກຳລັງມາແຮງ trending ,ຫຼຽນໂຕໃດຫາກໍ່ລົງລິສໃຫ່ມ new listings ຫຼື ຫຼຽນທີ່ມີການເຄື່ອນໄຫວສູງສຸດໃນຊ່ວງ 24 ຊົ່ວໂມງ

​📌ການຕິດຕາມລາຄາແບບລ້ຽວທາມຊ່ວຍໃນການຕັດສິນໃຈແນວໃດ?

  1. ຕັ້ງຈຸດເຂົ້າຊື້ໄດ້ຢ່າງແມ້ນຍຳຂື້ນ: ການເບີ່ງແນວຮັບ-ແນວຕ້ານເທີ່ງກຮາຟລ້ຽວທາມ real-time ຊ່ວຍໃຫ້ຮູ້ຕອນໃດຄວນເຂົ້າ.

  2. ວາງແຜນການຂາຍຢ່າງມີເຫດຜົນ: ເຫັນຈຸດກັບຕົວຫຼືໂອກາດໃນການເຮັດກຳໄລໄດ້ໄວ

  3. ໃຊ້ຮ່ວມມືກັບເຄື່ອງມືຕ່າງໆ ໄດ້ເຊັ່ນ : EMA ,RSI, MACDເພື່ອການວິເຄາະແບບມືອາຊີບ.

  4. ຕິດຕາມຂ່າວປະກອບ: ລາຄາບາງຫຼຽນພຸ່ງຂື້ນເພາະມີຂ່າວລິດ,ຂ່າວພາສເນີຫຼືການເປີດຕົວMAINNET ຫາກເຈົ້າເຫັນລາຄາພຸ່ງແບບຜິດປົກກະຕີສາມາດຕິດຕາມຂ່າວໄດ້ທັນທີເພື່ອປະກອບການຕັດສິນໃຈ.

 🔏ເຄັດລັບສຳລັບນັກລົງທຶນມືໃຫ່ມ

  • ບູດມາກສໜ້າລາຄາຂອງ Binance ໄວ້ທີ່ໜ້າທຳອິດຂອງມືຖື ບາວເຊີເພຶ່ອເຂົ້າເຊັກໄດ້ຕະຫຼອດເວລາ

  • ໃຊ້ ແອ້ບ Binance ມີລະບົບແຈ້ງເຕືອນລາຄາທີ່ຕັ້ງໄວ້ເອງໄດ້ ເຊັ່ນ ເມື່ອBTC ແຕະ 70,000 USDT ລະບົບແຈ້ງເຕືອນທັນທີ.

  • ຢ່າເບີ່ງແຕ່ລາຄາແຕ່ເບີ່ງແນວໂນ້ມດ້ວຍການພະຍາຍາມວິເຄາະຈາກກຮາຟແລະປະລິມານການຊື້ -ຂາຍ VOLUME ເພຶ້ອເຂົ້າໃຈພຶດຕິກຳຂອງຕະຫຼາດ.

ສະຫຼຸບ ການຕິດຕາມຄຣິບໂຕແບບລ້ຽວທາມບໍ່ແມ່ນເລື່ອງຂອງ ການເບີ່ງກຮາຟແຕ່ເປັນເຄື່ອງມືທີ່ຊ່ວຍໃຫ້ເຈົ້າລົງທຶນຢ່າງມືອາຊີບຫຼາຍຂື້ນໃນຕະຫຼາດທີ່ບໍ່ມີໃຜຄາດເດົາໄດ້, ເຈົ້າຕ້ອງມີຂໍ້ມູນທີ່ໄວວາ ແລະ ແມ້ນຍຳເພື່ອປະກອບການຕັດສິນໃຈທຸກຄັ້ງຫາກເຈົ້າຍັງບໍ່ເຄີຍໃຊ້ Binance price page ສາມາດກົດລິ້ງນີ້ເລີຍ http://www.binance.com/en/price

#Binance #TrackCrypto #crypto