ໃນໂລກຄຣິບໂຕບໍ່ວ່າເຈົ້າຈະຫາກະເລີ່ມຕົ້ນຫຼືເທຣດມາຫຼາຍປີແລ້ວຄຳວ່າ “Spot trading” ກໍ່ຍັງເປັນຈຸດເລີ່ມຕົ້ນຂອງກົນລະຍຸດ. ແຕ່ Spot trading ຄືຫັຍງແທ້ໆ ? ເຮັດກຳໄລຈາກມັນແນວໃດ? ແລະມັນຕ່າງຈາກ Swing trading ແບບທີ່ຄົນມັກເວົ້າແນວໃດ? ມື້ນີ້ເຮົາຈະພາໄປຮູ້ຈັກແບບເລິກເຊີ່ງສະໄຕລ INTJ ທີ່ມີແຕ່ເນື້ອຫາສເຂັ່້ມຂຸນທີ່ໃຊ້ໄດ້ຈິງ
❔Spot trading ຄືຫັຍງ ?
Spot trading ຄືການຊື້ຂາຍ “ຊັບສິນຈິງ” ເຊັ່ນ : BTC, ETH, SOL ໃນລສຄາປັດຈຸບັນ ເຈົ້າຈ່າຍເງິນ → ເຈົ້າໄດ້ຄຣິບໂຕເຂົ້າກະເປົ່າຈິງ → ເຈົ້າຖືໄວ້ເມື່ອລາຄາຂື້ນ → ແລ້ວຂາຍອອກເພື່ອກໍາໄລ
ມັນເປັນຮູບແບບການລົງທຶນທີ່ກົງໄປກົງມາທີ່ສຸດໃນໂລກຄຣິບໂຕຕ່າງຈາກ Futures ທີ່ເຈົ້າບໍ່ສາມາດຖືຫຼຽນເພື່ອເກັ່ງກຳໄລຈາກລາຄາ
💰💰ເຮັດກຳໄລຈາກ Spot trading ແນວໃດ ?
ຫຼັກການງ່າຍທີ່ສຸດຄື ຊື້ “ຕ່ຳ” ຂາຍ “ສູງ” ຟັງເບີ່ງຄືງ່າຍແຕ່ໃນໂລກຄວາມເປັນຈິງບໍ່ໄດ້ມີໃຜບອກເຈົ້າວ່າ “ຕ່ຳພໍ” ແລ້ວ ຫຼື ຍັງ ເພາະສະນັ້ນວິທີທີ່ໃຊ້ຕະຫຼອດຄື :
1. DCA ຊື້ສະເລ່ຍທຸກເດືອນ
2. ຖ້າຊ່ວງ Panic ແລ້ວຊື້ເມື່ອຄົນຢ້ານ
3. ໃຊ້ກຮາຟເຕັກນິກຈັບແນວຮັບ ແລະ ແນວຕ້ານ
❌ທີ່ສຳຄັນ: Spot ບໍ່ມີເລເວເລດເຈົ້າຈະບໍ່ຖືກລ້າງພ໋ອດແບບ Futures ແຕ່ຖ້າເຈົ້າຊື້ຜິດຈຸດ ເຈົ້າອາດຕິດດອຍໄປອີກຫຼາຍເດືອນ
Spot ຕ່າງຈາກ Swing ແນວໃດ ( ບໍ່ຕ້ອງໃຊ້ຕາຕະລາງເຮົສໃຊ້ຕະກະ)
Spot ຄືຫຍັງ? Spot ຄືການ “ລົງທຶນແບບມີຫຼຽນຈີງ” ເຈົ້າເບີ່ງພາບໃຫ່ຍເຊື່ອໃນຫຼຽນຖືໄວ້ລະຍະກາງເຖີງຍາວເນັ້ນສະສົມຕອນຖືກບໍ່ຕ້ອງເທຣດຕະຫຼອດ.
Swing ຄືການ “ຈັບຈັງຫວະຂື້ນລົງ” ເຈົ້າອາດໃຊ້ spot ຫຼື futures ກໍ່ໄດ້ແຕ່ວິທີຄິດຄື “ເຂົ້າເມື່ອລາຄາກຳລັງຈະຂື້ນ” \ ອອກກ່ອນທີ່ຈະລົງຫຼິ້ນເປັນຮອບບໍ່ເນັ້ນຖືຍາວ.
✅ສະຫຼຸບແບບໃຫ້ເຂົ້າໃຈງ່າຍ:
Spot ເໜາະສຳລັບສາຍສະສົມ/ ລົງທຶນໄລຍະຍາວ/ບໍ່ຟ້າວ
Swing ເໜາະກັບຄົນມັກກຮາຟ/ ເຂົ້າອອກໄວ/ ບໍ່ຢ້ານຄວາມຜັນຜວນ
ແຕ່ຖ້າເຈົ້າບໍ່ມີແຜນບໍ່ຮູ້ຈຸດຊື້ ບໍ່ຮູ້ຈະຂາຍເມື່ອໃດບໍ່ວ່າ Spot ຫຼື Swing ເຈົ້າກະເຈັບທັງສອງ.
💵ຕົວຢ່າງການເທຣດ Spot :
ສົມມຸດເຈົ້າມີເງິນ 5000 ບາດ ເຈົ້າເຫັນວ່າ BTC ຫາກະລົງຈາກລາຄາ 2,200,000 → ລົງມາເປັນ 1,900,000 ບາດ ເຈົ້ສຄິດວ່ານີ້ຄືຈຸດຫຼຸດລົງເລີຍຊື້ເຂົ້າພ໋ອດໄວ້ຈາກນັ້ນເວລາຜ່ານໄປ 2-3 ເດືອນແລ້ວ BTC ດິດກັບໄປ 2,300,000 ເຈົ້າຂາຍໄດ້ກຳໄລປະມານ 400,000 ບາດຕໍ່ BTC ຫຼືຄິດເປັນ 21% ງ່າຍບໍ່ມີເລເວເລດ Leverage ບໍ່ມີລ້າງພ໋ອດບໍ່ມີຖືກ Forced sell ແຕ່ເຈົ້າຕ້ອງ “ຮູ້ຈັກຖ້າ” ແລະ ບໍ່ຕ້ອງຢ້ານຕອນຕະຫຼາດແດງ
🙏🏻ສຸດທ້າຍເຕືອນມືໃໝ່
Spot trading ງ່າຍກໍຈິງແຕ່ຕະຫຼາດບໍ່ເຄີຍງ່າຍເຈົ້າອາດເຈິກັບສິ່ງເຫຼົ່ານີ້
ຫຼຽນທີ່ດູດີແຕ່ຖືກ “Rug Pull”
ຊື້ຫຼຽນຕາມກະແສແລ້ວຕິດດອຍ
ຫຼືຖືຫຼຽນຈົນທົນບໍ່ໄຫວຕອນລາຄາຕົກ 70%
✅ຈື່ໄວ້ວ່າ Spot ປອດໄພກ່ອນ Futures ກໍຈິງແຕ່ຖ້າເຈົ້າບໍ່ມີວິໄນ,ບໍ່ມີແຜນແລະຊື້ຫຼຽນແບບບໍ່ສຶກສາສຸດທ້າຍກໍເຈັບບໍ່ຕ່າງກັນ.
ບົດສະຫຼຸບ: Spot ຄືຮາກຖານຂອງການລົງທຶນຄຣິບໂຕມັນປອດໄພກ່ອນ,ແຕ່ມັນກໍຕ້ອງການຄວາມເຂົ້າໃຈໃນຕົວເຈົ້າເອງຢ່າຟ້າວຖາມວ່າ “ຊື້ຫຼຽນໃດດີ” ຖ້າຍັງຕອບຕົວເອງບໍ່ໄດ້ວ່າ “ເປັນຫັຍງເຈົ້າຈື່ງຢາກລົງທຶນ”.