Airdrop ຫຼືການແຈກຫຼຽນໂທເຄັນຟຣີ ແມ່ນສິ່ງໜຶ່ງທີ່ມີຄວາມຕື່ນເຕັ້ນທີ່ສຸດໃນໂລກຄຣິບໂຕ ມັນແມ່ນໂອກາດໃນການໄດ້ຮັບຊັບສິນດິຈິຕອນໃໝ່ໆ ໂດຍບໍ່ຈໍາເປັນຕ້ອງໄດ້ລົງທຶນ. ແຕ່ໃນຄໍາວ່າ "ຂອງຟຣີ" ນັ້ນໄດ້ເຊື່ອງໄປດ້ວຍອັນຕະລາຍທີ່ນັບມື້ຍິ່ງມີຄວາມແນບນຽນຂື້ນເລື້ອຍໆ.
ໃນປີ 2025 ພວກເຮົາໄດ້ເຫັນແນວໂນ້ມທີ່ມີຄວາມນ່າກັງວົນ ແມ່ນການທີ່ມີກຸ່ມຄົນບໍ່ດີແອບອ້າງໃຊ້ Airdrop ປອມເປັນເຄື່ອງມືໃນການແຜ່ກະຈາຍມັນແວຣ໌. ພວກເຂົາຈະປອມແປງໄວຣັດອັນຕະລາຍໃຫ້ເປັນໄຟລ໌ທີ່ເບິ່ງບໍ່ມີພິດມີໄພ ເຊັ່ນ: ຮູບພາບ, ໄຟລ໌ PDF ຫຼືເອກະສານຕ່າງໆ. ການກົດຮັບ Airdrop ຫຼືດາວໂຫຼດໄຟລ໌ເຫຼົ່ານີ້ໂດຍບໍ່ລະມັດລະວັງ ອາດຈະໝາຍເຖິງການເປີດປະຕູໃຫ້ແຮັກເກີເຂົ້າມາລັກເອົາຂໍ້ມູນ ຫຼືເງິນທັງໝົດໃນກະເປົາຂອງທ່ານໄດ້.
ບົດຄວາມນີ້ຈະພາເຂົ້າໄປເຈາະເລິກເຖິງວິທີການສັງເກດກົນໂກງເຫຼົ່ານີ້ ແລະແນະນຳທາງເລືອກທີ່ປອດໄພໃນການເຂົ້າຮ່ວມ Airdrop.
ວິທີການໃໝ່ຂອງກົນໂກງ Airdrop: ອັນຕະລາຍກວ່າການເປັນພຽງແຕ່ລິ້ງປອມ
ໃນອະດີດ, ກົນໂກງ Airdrop ສ່ວນໃຫຍ່ມັກຈະເປັນເວັບໄຊ ທີ່ຫຼອກໃຫ້ເຮົາເຊື່ອມຕໍ່ Wallet ຫຼືກອກ Seed Phrase(ລະຫັດຜ່ານເຂົ້າສູ່ Wallet). ແຕ່ໃນປັດຈຸບັນ, ຮູບແບບກົນໂກງໄດ້ພັດທະນາໄປອີກຂັ້ນ. ແຮັກເກີຈະສົ່ງ Token ທີ່ບໍ່ມີມູນຄ່າມາໃຫ້ເຮົາທາງ Airdrop ພ້ອມກັບລິ້ງໄປຫາເວັບໄຊປອມ ທີ່ຊັກຊວນໃຫ້ເຮົາດາວໂຫຼດໄຟລ໌ບາງຢ່າງເພື່ອ "ຮັບສິດ" ຫຼື "ເບິ່ງລາຍລະອຽດ" ເຊິ່ງໄຟລ໌ເຫຼົ່ານີ້ແມ່ນທີ່ຟັງມັນແວຣ໌ໄວ້ ເມື່ອເຮົາເປີດໄຟລ໌ຄອມພິວເຕີຫຼືໂທລະສັບຂອງເຮົາຈະຕິດໄວຣັດທັນທີ.
5 ສັນຍານເຕືອນໄພທີ່ເຈົ້າຕ້ອງຮູ້ທັນທີ ເພື່ອປ້ອງກັນຕົວເອງຈາກກົນໂກງເຫຼົ່ານີ້ ໃຫ້ທ່ານສັງເກດຫາສັນຍານອັນຕະລາຍ 5 ຂໍ້ຕໍ່ໄປນີ້:
1. ມີການສົ່ງໄຟລ໌ທີ່ບໍ່ຮູ້ທີ່ມາໃຫ້
ຖ້າມີ Airdrop ໃດທີ່ບັງຄັບໃຫ້ເຈົ້າດາວໂຫຼດໄຟລ໌ເພື່ອຢືນຢັນ ບໍ່ວ່າຈະເປັນ .jpeg, .pdf, .exe ຫຼືອື່ນໆ ໃຫ້ຄາດເດົາໄວ້ເລີຍວ່າເປັນຂອງປອມ.
2. ຂໍ້ຄວາມທີ່ດູດີເກີນຈິງ ແລະຟ້າວໃຫ້ຕັດສິນໃຈ
"ຮັບ $1,000 ທັນທີ ພຽງແຕ່ເຊື່ອມຕໍ່ກັບ Wallet!" ຫຼື "ຈໍາກັດພຽງ 100ສິດ ເທົ່ານັ້ນ!" ຂໍ້ຄວາມເຫຼົ່ານີ້ຖືກອອກແບບມາເພື່ອສ້າງໃຫ້ຄົນເກີດຄວາມໂລບ ແລະຄວາມຢ້ານທີ່ຈະພາດໂອກາດ ຈົນເຮັດໃຫ້ຕັດສິນໃຈຢ່າງຂາດຄວາມຮອບຄອບ ຈົ່ງຈື່ໄວ້ສະເໝີວ່າ ແມ່ນຫຍັງທີ່ເບິ່ງດູດີເກີນຄວາມເປັນຈິງ ສ່ວນຫຼາຍຈະບໍ່ແມ່ນເລື່ອງຈິງ.
3. ເວັບໄຊ ແລະບັນຊີທາງໂຊຊ່ຽວທີ່ນ່າສົງໄສ
ກວດສອບ URL ຂອງເວັບໄຊ້ໃຫ້ດີສະເໝີ ມິດສາຊີບສ່ວນຫຼາຍຈະໃຊ້ຊື່ທີ່ຄ້າຍກັບເວັບໄຊ້ຂອງແທ້ແຕ່ຈະປ່ຽນແປງເລັກໜ້ອຍ (ເຊັ່ນ:Binnance ແທນທີ່ຈະເປັນ Binance) ລວມໄປເຖິງກວດສອບບັນຊີທາງໂຊຊ່ຽວຂອງໂປຣເຈັກ ຫາກເປັນບັນຊີທີ່ຫາກະຖືກສ້າງຂຶ້ນມາ ,ມີຜູ້ຕິດຕາມໜ້ອຍ ຫຼືມີແຕ່ບັນຊີປອມມາສະແດງຄວາມຄິດເຫັນ ກໍເປັນສັນຍານທີ່ບໍ່ດີ.
4. ການຂໍ Private Key ຫຼື Seed Phrase(ລະຫັດຜ່ານເຂົ້າສູ່ Wallet)
ກົດເຫຼັກຂໍ້ທຳອິດແລະຂໍ້ສຸດທ້າຍຂອງໂລກຄຣິບໂຕແມ່ນ ຫ້າມໃຫ້ Private Key ຫຼື Seed Phrase ຂອງເຈົ້າກັບໃຜເດັດຂາດ!Airdrop ທີ່ຖືກກົດໝາຍຈະຂໍພຽງ Public Wallet Address ຂອງເຈົ້າເພື່ອສົ່ງໂທເຄັນໃຫ້ເທົ່ານັ້ນ ຫາກວ່າ Airdrop ໃດທີ່ຂໍຂໍ້ມູນຫຼາຍກ່ອນນັ້ນ ແມ່ນມິດສາຊີບ 100%.
5. ຂໍ້ມູນໂປຣເຈັກບໍ່ຊັດເຈນ ຫາທີ່ມາບໍ່ໄດ້
ໂປຣເຈັກທີ່ນ່າເຊື່ອຖືຈະມີ Whitepaper ທີ່ຊັດເຈນ, ມີທີມງານທີ່ເປີດເຜີຍຕົວຕົນ, ແລະມີ Roadmap ການພັດທະນາທີ່ຈັບຕ້ອງໄດ້ ຫາກເຈົ້າຫາຂໍ້ມູນເຫຼົ່ານີ້ບໍ່ພົບ ຫຼືພົບແຕ່ຂໍ້ມູນການຕະຫຼາດທີ່ບໍ່ມີປະເດັນສຳຄັນ ໃຫ້ຫຼີກຫຼ່ຽງທັນທີ.
ແລ້ວຈະເຂົ້າຮ່ວມ Airdrop ແນວໃດໃຫ້ປອດໄພ?
ຄໍາຕອບແມ່ນ: ເລືອກໃຊ້ແພລດຟອມທີ່ນ່າເຊື່ອໃຈ ເຊິ່ງໄດ້ເຮັດໜ້າທີ່ຄັດກອງໂປຣເຈັກມາໃຫ້ເຮົາໃນລະດັບໜຶ່ງແລ້ວ.
ເຊິ່ງ Binance Megadrop ແມ່ນໜຶ່ງໃນທາງເລືອກທີ່ປອດໄພທີ່ສຸດໃນຂະນະນີ້.
Binance Megadrop ແມ່ນແພລດຟອມທີ່ປະສົມປະສານການທ້ອນ (Simple Earn) ເຂົ້າກັບການເຮັດພາລະກິດ Web3 ເພື່ອໃຫ້ຜູ້ໃຊ້ງານໄດ້ຮັບໂທເຄັນຈາກໂປຣເຈັກໃໝ່ໆ ທີ່ໄດ້ຜ່ານການກວດກາເບື້ອງຕົ້ນຈາກທີມງານ Binance ແລ້ວ;ສິ່ງນີ້ຈະຊ່ວຍຫຼຸດຄວາມສ່ຽງຈາກາກນພົບເຈິກັບໂປຣເຈັກຫຼອກລວງ ຫຼືມັນແວຣ໌ໄດ້ຢ່າງຫຼວງຫຼາຍ.
🔗 ສຳຫຼວດ Airdrop ທີ່ປອດໄພແລະໄດ້ຜ່ານການກວດສອບແລ້ວໄດ້ທີ່: https://www.binance.com/en/megadrop
ເຖິງແມ່ນວ່າ Airdrop ຈະເປັນໂອກາດດີໃນການຄົ້ນພົບໂປຣເຈັກໃໝ່ໆ ແຕ່ຄວາມປອດໄພຕ້ອງມາກ່ອນສະເໝີ ຈົ່ງຕັ້ງຄໍາຖາມກັບທຸກ "ຂອງຟຣີ" ທີ່ເຂົ້າມາ ແລະຢ່າຫຼົງເຊື່ອຄໍາໂຄສະນາທີ່ດູດີເກີນຈິງ ການເລືອກໃຊ້ແພລດຟອມທີ່ໜ້າເຊື່ອຖືເຊັ່ນ:Binance Megadrop ຈະຊ່ວຍໃຫ້ເຈົ້າມີສ່ວນຮ່ວມໃນໂລກຄຣິບໂຕໄດ້ຢ່າງສະບາຍໃຈແລະປອດໄພຈາກກົນໂກງຕ່າງໆ.