ໃນປີ 2025 ນັກລົງທຶນຫຼາຍຄົນຕ່າງກໍຕັ້ງຄຳຖາມຄືກັນວ່າ “ຈະຊື້ທອງຄຳ ຫຼື ຈະລົງທຶນໃນ $BTC Bitcoin ອັນໃດດີກວ່າກັນ?” ຄໍາຖາມນີ້ບໍ່ແມ່ນຄຳຖາມໃໝ່....ແຕ່ສຳລັບສະຖານະການໂລກໃນຕອນນີ້ທີ່ກຳລັງພົບປັນຫາຄວາມບໍ່ແນ່ນອນສູງໃນເສດຖະກິດ ຄ່າເງິນດອນລ່າເລີ່ມອ່ອນຄ່າລົງ ລາຄາສິນຄ້າດິຈິຕອນຜັນຜວນ ແລະ ທອງຄຳກັບມາຮັບຄວາມສົນໃຈອີກຄັ້ງ ສະນັ້ນ, ຄຳຖາມນີ້ຈຶ່ງຖືກນຳມາຖົກຖຽງກັນ ແລະ ກຳລັງເກີດເປັນປະເດັນສຳຄັນໃນຕອນນີ້ອີກຄັ້ງໜຶ່ງ

ຖ້າເຈົ້າເປັນຄົນໜຶ່ງທີ່ກຳລັງລັງເລລະຫວ່າງສອງທາງເລືອກນີ້ ບົດຄວາມນີ້ຈະພາທຸກຄົນໄປວິເຄາະຢ່າງຊັດເຈນວ່າແມ່ນຫຍັງຄືຂໍ້ດີຂໍ້ເສຍຂອງແຕ່ລະທາງເລືອກ ແລະ ແມ່ນຫຍັງຄືຈຸດຕັດສິນໃຈທີ່ຄວນພິຈາລະນາໃຫ້ຖີ່ຖ້ວນ

1. Bitcoin $BTC ກໍາລັງກາຍເປັນ “ທອງຄຳດິຈິຕອນ” ແທ້ ຫຼື ບໍ?

ຂໍ້ມູນລ່າສຸດລະບຸວ່າ Bitcoin ປັບຕົວຂຶ້໊ນເກືອບ 20% ຫຼັງແຕະລະດັບຕ່ຳໃນວັນທີ່ 7ເມສາທີ່ຜ່ານມາ ແລະ ແນວໂນ້ມລາຄາກໍເລີ່ມ “ເຄື່ອນໄຫວຄ້າຍທອງຄຳ” ຫຼາຍຂຶ້ນເລື້ອຍໆ

ສາເຫດຫຼັກມາຈາກ:

• ຄວາມຕ້ອງການສິນຊັບທີ່ປ້ອງກັນເງິນເຟີ້:ເມື່ອດອນລ່າສະຫະລັດອ່ອນຄ່າລົງ ນັກລົງທຶນເລີ່ມຫາສິນຊັບທີ່ສາມາດເກັບມູນຄ່າໄດ້ໃນໄລຍະຍາວ

• ສະພາວະເສດຖະກິດຖົດຖອຍຫຼືຄວາມບໍ່ແນ່ນອນທາງການເມືອງ: ນັກລົງທຶນທົ່ວໂລກເລີ່ມໃຫ້ມູມມອງວ່າ Bitcoin ກໍສາມາດເປັນແຫຼ່ງເກັບມູນຄ່າໄດ້ຄືທອງຄໍາ

• ການຍອມຮັບຈາກສະຖາບັນ ແລະ ກອງທຶນ: ຫຼາຍບໍລິສັດເລີ່ມຖື Bitcoin ເປັນສິນຊັບສໍາຮອງໃນງົບດຸນເຊັ່ນດຽວກັບທີ່ພວກເຂົາຖືທອງຄໍາ

2. ທອງຄໍາຍັງຄົງເປັນ “ຫຼຸມຫຼົບໄພທາງການເງິນ” ທີ່ໝັ້ນຄົງບໍ?

ທອງຄຳມີປະຫວັດຍາວນານເປັນພັນປີໃນຖານະສິນຊັບປອດໄພ ແລະ ເຖິງແມ້ວ່າໃນຍຸກດິຈິຕອນ ທອງຄຳກໍຍັງບໍ່ໄດ້ຕົກຍຸກຢ່າງທີ່ຫຼາຍຄົນເຂົ້າໃຈຜິດ

ຂໍ້ດີຂອງທອງຄຳ:

• ລາຄາຜັນຜວນນ້ອຍກວ່າ Bitcoin

• ມີມູນຄ່າທາງກາຍະພາບທີ່ຈັບຕ້ອງໄດ້

• ເປັນທີ່ຍອມຮັບໃນລະບົບການເງິນທົ່ວໂລກ

• ໃຊ້ໃນການກະຈາຍຄວາມສ່ຽງໃນພ໋ອດລົງທຶນໄລຍະຍາວ

ຂໍ້ເສຍຂອງທອງຄຳ:

• ຜົນຕອບແທນໃນໄລຍະສັ້ນຄ່ອນຂ້າງຕ່ຳ

• ຕ້ອງໃຊ້ຕົ້ນທຶນໃນການເກັບຮັກສາ (ຄ່າເຊົ່າເຊຟ, ຄ່າຂົນສົ່ງໆ)

• ບໍ່ສາມາດໂອນ/ແບ່ງໜ່ວຍຫຼືໃຊ້ໃນໂລກດິຈິຕອນໄດ້ທັນທີຄື Bitcoin

3. ປຽບທຽບໂດຍຕົງ Bitcoin vs Gold

4. ສະຖານະການປັດຈຸບັນໃນປີ 2025 ທີ່ຕ້ອງນໍາມາພິຈາລະນາ

• ດອນລ່າອ່ອນຄ່າ: ນັກລົງທຶນຕ່າງຫາທາງໜີຈາກສະກຸນເງິນທີ່ສ່ຽງຕໍ່ເງິນເຟີ້

• ອັດຕາດອກເບ້ຍບໍ່ແນ່ນອນ: ເຮັດໃຫ້ຊັບສິນທີ່ບໍ່ສ້າງລາຍໄດ້ເຊັ່ນທອງຄຳ ແລະ Bitcoin ກັບໜ້າສົນໃຈ

• ຕະຫຼາດຫຸ້ນຜັນຜວນ: ຫຼາຍຄົນຖອນເງິນອອກຈາກຫຸ້ນເທັກໂນໂລຢີມາເກັບໄວ້ໃນສິນຊັບທີ່ສະຖຽນກວ່າ

ນອກຈາກນີ້ໃນຫຼາຍປະເທດເລີ່ມມີຄວາມພະຍາຍາມໃນການອອກກົດໝາຍຄວບຄຸມຄຮິບໂຕຢ່າງຈິງຈັງ ເຊິ່ງອາດຈະສົ່ງຜົນທັງບວກແລະລົບຕໍ່ລາຄາ Bitcoin ແລະ ຄວາມໝັ້ນໃຈຂອງນັກລົງທຶນ

5. ແລ້ວເຮົາຄວນຊື້ຫຍັງໃດປີ 2025?

ຄຳຕອບຄື “ຂຶ້ນກັບເປົ້າໝາຍ ແລະ ລະດັບຄວາມສ່ຽງຂອງເຮົາ”

-ຖ້າເຮົາຕ້ອງການ “ເກັບມູນຄ່າໃນໄລຍະຍາວແບບບໍ່ສ່ຽງຫຼາຍ” ທອງຄໍາອາດເປັນທາງເລືອກທີ່ເໝາະກວ່າ

-ຖ້າເຮົາຕ້ອງການ “ການເຕີບໂຕຂອງມູນຄ່າ ແລະ ພ້ອມຮັບຄວາມຜັນຜວນ” Bitcoin ອາດຈະໃຫ້ຜົນຕອບແທນສູງກວ່າ

-ຖ້າຕ້ອງການກະຈາຍຄວາມສ່ຽງ ອາດຈະແບ່ງເງິນລົງທຶນທັງສອງຢ່າງຕາມສັດສ່ວນຄວາມສ່ຽງທີ່ຍອມຮັບໄດ້

ສະຫຼຸບ: Bitcoin ແລະ ທອງຄໍາບໍ່ແມ່ນສັດຕູກັນແຕ່ເປັນເພື່ອນຮ່ວມພ໋ອດການລົງທຶນທັງ Bitcoin ແລະ ທອງຄໍາຕ່າງກໍມີບົດບາດໃນໂລກການລົງທຶນທີ່ປ່ຽນແປງຢ່າງໄວ ແລະ ການປຽບທຽບວ່າ “ອັນໃດດີກວ່າກັນ” ອາດຈະບໍ່ສໍາຄັນເທົ່າກັບການເຂົ້າໃຈຈຸດແຂງ ຈຸດອ່ອນ ແລະ ການຈັດພ໋ອດໃຫ້ເໝາະສົມກັບຕົວເອງ

ແຫຼ່ງອ້າງອີງ BeinCrypto-Bitcoin vs Gold

#MarketPullback #bitcoin #GOLD #BTCVSGOLD