ໜຶ່ງໃນປັດໄຈທີ່ຫລາຍຄົນເບີ່ງຂ້າມແຕ່ສົ່ງຜົນໂດຍກົງຕໍ່ ລາຄາ crypto ຄື token unlock ຫລື ການປົດລ໋ອກຂອງຫລຽນ ໃນຊ່ວງກຳນົດເວລາໂດຍສະເພາະໂຄງການໃຫມ່ທີ່ແຈກຫຼຽນໃຫ້ກັບທີມງານ, ນັກລົງທຶນລາຍໃຫຍ່ ລວມທັງຜູ້ຮ່ວມກໍ່ຕັ້ງຫຼຽນເຫຼົ່ານີ້ຈະຖືກລ໋ອກໄວ້ໃນຊ່ວງທຳອິດເພື່ອບໍ່ໃຫ້ພາກັນຂາຍຖິ້ມທັນທີທີ່ເປີດລິສຫຼຽນເຫຼົ່ານັ້ນຂຶ້ນກະດານ

ເມື່ອຖືກເວລາ " ປົດລ໋ອກ" ອອກມາຫຼຽນເຫຼົ່ານີ້ຈະຖືກປ່ອຍອອກມາໃນຕະຫລາດແລະນັ້ນຄືຈຸດທີ່ລາຄາອາດຜັນຜວນຢ່າງຮຸນແຮງຖ້າເຈົ້າບໍ່ຮູ້ລ່ວງຫນ້າ ຫຼື ບໍ່ຕິດຕາມຕາຕະລາງ unlock ໂອກາດຂາດທຶນກໍ່ເກີດຂື້ນໄດ້ງ່າຍຫຼາຍ

Token unlock ຄືຫຍັງ?

ເມື່ອໂຄງການຄຮິບໂຕລະດົມທຶນເລີ່ມຕົ້ນເຊັ່ນ : ICO, IDO ຫຼື seed funding ພວກເຮົາມັກຈະຈັດສັນສັດສ່ວນໃຫ້ ກັບ:

  1. ທີມພັດທະນາ ທີມການຕະຫຼາດ..

  2. ນັກລົງທຶນຮອບແລກ VC

  3. ທີ່ປຶກສາ Advisor

ຫຼຽນເລົ່ານີ້ຈະຖືກລ໋ອກໄວ້ຕາມໄລຍະທີ່ກຳນົດ ( 6 ເດືອນ 12 ເດືອນ 24ເດືອນ ) ເພື່ອບໍ່ໃຫ້ ຖືກຂາຍຖີ້ມໃນທັນທີ່ ໂດຍສະເພາະຈາກຜູ້ທີ່ໄດ້ຫຼຽນໃນລາຄາຖືກຫຼາຍ

ເມື່ອຄົບກຳນົດຕາມເງື່ອນໄຂຫຼຽນຈະຖືກປົດລ໋ອກແລະເຂົ້າສູ່ກະເປົ່າທີ່ສາມາດໂອນຫລື ຂາຍໄດ້ທັນທີ 📌 ຈຸດນີ້ລະສຳຄັນສຸດເພາະຫຼຽນທີ່ຖືກລ໊ອກໄວ້ຈຳນວນຫຼາຍກາຍເປັນອຸປະທານໃໝ່ໃນທັນທີເຊິ່ງກົດດັນລາຄາຕະຫລາດ

ຜົນກະທົບຕໍ່ລາຄາຄຣິບໂຕ

•ແຮງຂາຍກະທັນຫັນ : ຫາກປົດລ໊ອກຫຼຽນຈຳນວນຫລາຍພ້ອມກັນ ນັກລົງທຶນທີ່ໄດ້ລາຄາຕົ້ນທຶນຕຳອາດຂາຍທັນທີເພື່ອກຳໄລສົ່ງຜົນໃຫ້ລາຄາຕົກ

•ຄວາມໝັ້ນໃຈໃນຕະຫຼາດ: ເມື່ອຜູ້ຖືຫຼຽນຈຳນວນຫຼາຍພ້ອມໃຈກັນຂາຍໃນຊ່ວງເວລາດຽວກັນ ຄົນທົ່ວໄປຈະລັງເລທີ່ຈະຊື້ເພາະເກີດແຮງຂາຍລ່ວງຫນ້າໄປແລ້ວ

ສ້າງຄວາມຜັນຜວນ ລາຄາອາດສະວິງທັງຂື້ນແລະລົງ ເພາະນັກເທຣດບາງກຸ່ມຄາດວ່າຈະມີແຮງຂາຍ ແລະ ບາງກຸ່ມຈະເຂົ້າຊື້ເກງກຳໄລເພາະຄິດວ່າຄືໂອກາດ🤔🤔

ຕົວຢ່າງເຫັນໄດ້ຊັດເຈນ ໃນປີ 2024-2025 ເຊັ່ນ:

Trump token : ລາຄາສຸດລົງທັນທີຫລັງຈາກ unlock ຂອງທີມຜູ້ພັດທະນາ

* ALT & Plume ປົດລ໊ອກນັກລົງທຶນຮອບທຳອີດ VC ແລ້ວເກີດແຮງຂາຍຍົກລາຄາຕໍ່ເນື່ອງ

* Scroll :   ຫຼຽນເພີ່ມອຸປະທານເກືອບສອງເທົ່າ ໃນມື້ດຽວເຮັດໃຫ້ເກີດແຮງເທຂາຍໃນຕະຫຼາດ spot

*ປະເພດຂອງ Token unlock

1. Cliff unlock ປົກລ໊ອກທັງໝົດໃນຄັ້ງດຽວ( ເຊັ່ນ : 25% ຫລັງ 12ເດືອນ )

2. Linear unlock ຄ່ອຍໆ ປົດລ໊ອກເປັນລາຍເດືອນລາຍໄຕມາດ ເຊັ່ນ 5%ທຸກເດືອນ

3. Custom schedule ໃຊ້ເງື່ອນໄຂພິເສດເຊັ່ນ : ປົດລ໋ອກຕາມ milestone ຫຼື ກິດຈະກຳຂອງໂຄງການ

ໂຄງການທີ່ໂປ່ງໃສຈະລະບຸລາຍລະອຽດນີ້ໄວ້ໃນ white paper ແລະ website ຢ່າງຊັດເຈນ

ຈະຕິດຕາມ token unlock ໄດ້ຈາກໃສ?

ການຕິດຕາມຕາຕະລາງ token unlock ເປັນຫນຶ່ງໃນທັກສະທີ່ນັກລົງທຶນຕ້ອງມີເພາະມັນຊ່ວຍໃຫ້ຮູ້ລ່ວງຫນ້າແລະວາງແຜນການຊື້ຂາຍໄດ້ດີຂື້ນ

website ທີ່ແນະນຳສຳລັບຕິດຕາມ token unlock ທີ່ແນະນຳ

  1. Belncryto Indonesia - ອະທິບາຍຄວາມໜາຍແລະຫຼັກການຂອງ token unlock

  2. indodax academy - ມີບົດວິເຄາະເຊີງເລິກກ່ຽວກັບຜົນກະທົບຕໍ່ລາຄາ

ນອກຈາກນີ້ຍັງມີແພຣດຟອມເຊີງເຕັກນິກເຊັ່ນ

  1. tokenunlocks.com ( ເບີ່ງຕາຕະລາງຫຼຽນແບບລຽວທາມ)

  2. Messari ຫຼື coinGecko ບາດວຽນຈະມີຂໍ້ມູນປົດລອກໃນຫນ້າ project

ນັກລົງທຶນຄວນເຮັດແນວໃດ?

  • ເຊັກຕາຕະລາງການunlockທຸກຄັ້ງກ່ອນການຕັດສິນໃຈລົງທຶນໃນຫຼຽນໃຫ່ຍ

  • ຫາກມີ ການ unlock ໃຫຍ່ໃກ້ຈະເກີກຂື້ນໃຫ້ປະເມີນວ່າຜົນກະທົບຮຸນແຮງເທົ່າໃດ-ປະລິມານການປົດລອກຄິດເປັນຈັກເປີເຊັນຂອງອຸປະທານລວມ

  • ຢ່າຊື້ເພາະແຕ່ FOMO ໂດຍສະເພາະກ່ອນວັນປົດລ໊ອກ

  • ໃຊ້ຈັງຫວະທີ່ລາຄາປັບຖານຈາກການ unlock ເພື່ອຊື້ສະສົມໃນໄລຍະຍາວ (ຖ້າໂຄງການມີພື້ນຖານທີ່ດີ)

Token unlock ບໍ່ແມ່ນຂ່າວຮ້າຍສະເໜີໄປບາງກໍລະນີ ໂຄງການທີ່ມີສັກກະຍະພາບສູງອາດໃຊ້ຈຸດນີ້ເປັນໂອກາດລີແບຣນຫຼື ປ່ອຍຂ່າວດີຄວບຄູ່ເພື່ອໝຸນລາຄາກັບຂື້ນມາອີກຄັ້ງ.ແຕ່ໃນຖານະນັກລົງທຶນການຮູ້ລ່ວງໜ້າຄື ເກາະປ້ອງກັນທີ່ດີທີ່ສຸດເຈົ້າບໍ່ຈໍາເປັນຕ້ອງຄາດເດົາຖ້າເຈົ້າຮູ້ວ່າຫຼຽນຈະຖືກປົດລ໋ອກເມື່ອໃດ ,ຜະລິດມານເທົ່າໃດ,ແລະໃຜເປັນຜູ້ຖື.

#BinanceAlphaAlert #TradeOfTheWeek #CryptoComeback #BTC走势分析 #BTC☀