ສະເໜ່ຂອງຕະຫຼາດຄຣິບໂຕທີ່ດຶງດູດນັກລົງທຶນທົ່ວໂລກຄືໂອກາດໃນການສ້າງຜົນຕອບແທນທີ່ສູງຢ່າງບໍ່ໜ້າເຊື່ອ. ແຕ່ໃນອີກດ້ານໜຶ່ງຂອງຫຼຽນ, ກໍໄດ້ແຝງໄວ້ດ້ວຍຄວາມສ່ຽງ ແລະ ຄວາມຢ້ານກົວຕໍ່ຄຳວ່າ "ຟອງສະບູ" (Bubble) ເຊິ່ງເປັນສະພາວະທີ່ລາຄາຊັບສິນພຸ່ງສູງຂຶ້ນຢ່າງໄວວາຈົນເກີນມູນຄ່າທີ່ແທ້ຈິງ ແລະ ມັກຈະຈົບລົງດ້ວຍການແຕກຂອງຟອງສະບູ່ທີ່ສ້າງຄວາມເສຍຫາຍຢ່າງຮຸນແຮງ.

ການທຳຄວາມເຂົ້າໃຈທຳມະຊາດຂອງຟອງສະບູຈຶ່ງບໍ່ແມ່ນແຕ່ເລື່ອງຂອງຄວາມຢາກຮູ້ຢາກເຫັນ, ແຕ່ເປັນທັກສະທີ່ຈຳເປັນຢ່າງຍິ່ງສຳລັບທຸກຄົນທີ່ກ້າວເຂົ້າມາໃນຕະຫຼາດນີ້. ບົດຄວາມນີ້ຈະເຈາະເລິກວ່າ Crypto Bubble ແມ່ນຫຍັງ, ເກີດຂຶ້ນໄດ້ແນວໃດ, ພ້ອມທັງຍ້ອນເບິ່ງບົດຮຽນຈາກປະຫວັດສາດ, ຮຽນຮູ້ວິທີສັງເກດສັນຍານເຕືອນລ່ວງໜ້າ, ແລະ ແນະນຳກົນລະຍຸດສຳຄັນທີ່ຈະຊ່ວຍປົກປ້ອງພອດການລົງທຶນຂອງທ່ານຈາກກັບດັກຟອງສະບູ.

ທຳຄວາມເຂົ້າໃຈ Crypto Bubble: ມັນແມ່ນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ?

ນິຍາມຂອງ Crypto Bubble

ຟອງສະບູໃນທາງເສດຖະສາດ ຄືສະພາວະທີ່ລາຄາຊັບສິນພຸ່ງສູງຂຶ້ນຢ່າງຫຼາຍຈົນເກີນກວ່າມູນຄ່າພື້ນຖານທີ່ຄວນຈະເປັນ (Intrinsic Value) ໂດຍໄດ້ຮັບແຮງຊຸກຍູ້ຈາກການເກັງກຳໄລ (ສ້າງກຳໄລໃນໄລຍະສັ້ນ) ແລະ ຄວາມຄາດຫວັງທີ່ເກີນຈິງກ່ຽວກັບອະນາຄົດ ແທນທີ່ຈະເປັນປັດໄຈພື້ນຖານໃນປັດຈຸບັນ.ໂດຍທົ່ວໄປແລ້ວ ຮອບວຽນຂອງຟອງສະບູມັກຈະປະກອບດ້ວຍ 4 ໄລຍະຫຼັກ ໄດ້ແກ່:

  1. ໄລຍະເລີ່ມຕົ້ນ (Stealth): ໃນໄລຍະນີ້, ຈະມີພຽງນັກລົງທຶນກຸ່ມນ້ອຍໆທີ່ເຫັນໂອກາດ ແລະ ເລີ່ມເຂົ້າສະສົມ. ລາຄາຈະຄ່ອຍໆປັບຂຶ້ນຢ່າງຊ້າໆ ໂດຍທີ່ຄົນສ່ວນຫຼາຍຍັງບໍ່ໃຫ້ຄວາມສົນໃຈ.

  2. ໄລຍະຮັບຮູ້ (Awareness): ນັກລົງທຶນສະຖາບັນ ແລະ ສື່ເລີ່ມໃຫ້ຄວາມສົນໃຈ ເຮັດໃຫ້ລາຄາເລີ່ມປັບຕົວສູງຂຶ້ນຢ່າງມີໄນສຳຄັນ ແລະ ອາດຈະມີການປັບຖານຍ່ອຍເກີດຂຶ້ນ ເຊິ່ງມັກຈະເຮັດໃຫ້ນັກລົງທຶນບາງສ່ວນຕື່ນຕົກໃຈ ແລະ ເທຂາຍ, ແຕ່ຜູ້ທີ່ເຊື່ອໝັ້ນກໍຈະຍັງຄົງຖືຕໍ່ໄປ.

  3. ໄລຍະຫຼົງໄຫຼ (Mania): ຂ່າວດີແຜ່ກະຈາຍສູ່ສາທາລະນະຊົນ, ນັກລົງທຶນລາຍຍ່ອຍແຫ່ກັນເຂົ້າມາໃນຕະຫຼາດ ເພາະຢ້ານຕົກລົດ (FOMO) ເຮັດໃຫ້ລາຄາພຸ່ງສູງຂຶ້ນໃນແນວຕັ້ງ. ໃນໄລຍະນີ້ ເຫດຜົນຈະຖືກແທນທີ່ດ້ວຍອາລົມ ແລະ ເກີດແນວຄິດວ່າ "ຄັ້ງນີ້ບໍ່ຄືເກົ່າ" (This time is different).

  4. ໄລຍະແຕກສະຫຼາຍ (Blow-off): ເມື່ອລາຄາໄປເຖິງຈຸດສູງສຸດ ແລະ ບໍ່ມີຜູ້ຊື້ລາຍໃໝ່ເຂົ້າມາໃນຕະຫຼາດອີກຕໍ່ໄປ, ຜູ້ທີ່ເຂົ້າມາໃນໄລຍະທຳອິດຈະເລີ່ມເທຂາຍເຮັດກຳໄລ, ເຮັດໃຫ້ເກີດແຮງຂາຍແບບຕື່ນຕົກໃຈ (Panic Sell) ແລະ ລາຄາກໍດິ່ງລົງຢ່າງຮຸນແຮງ.

ສາເຫດຂອງການເກີດຟອງສະບູ

ຟອງສະບູໃນຕະຫຼາດຄຣິບໂຕມັກເກີດຈາກປັດໄຈທາງຈິດຕະວິທະຍາ ແລະ ເທັກໂນໂລຊີປະສົມປະສານກັນ, ບໍ່ວ່າຈະເປັນຄວາມຕື່ນເຕັ້ນໃນເຕັກໂນໂລຊີໃໝ່ທີ່ຍັງບໍ່ມີໃຜເຂົ້າໃຈຢ່າງຖ່ອງແທ້, ກະແສເທິງໂຊຊຽລມີເດຍ ແລະ ຄວາມໂລບຂອງມະນຸດທີ່ຢ້ານຈະພາດໂອກາດລວຍທາງລັດ. ສິ່ງເຫຼົ່ານີ້ສ້າງວົງຈອນປ້ອນກັບໃນແງ່ບວກທີ່ລາຄາທີ່ສູງຂຶ້ນດຶງດູດຜູ້ຊື້ລາຍໃໝ່ ແລະ ຜູ້ຊື້ລາຍໃໝ່ກໍຊຸກຍູ້ໃຫ້ລາຄາສູງຂຶ້ນໄປອີກ.

ບົດຮຽນຈາກປະຫວັດສາດ: ຕົວຢ່າງຟອງສະບູຄຣິບໂຕທີ່ໜ້າຈົດຈຳ

ຟອງສະບູ ICO ໃນປີ 2017 (The 2017 ICO Boom)

ໃນປີ 2017 ເກີດກະແສການລະດົມທຶນທີ່ເອີ້ນວ່າ Initial Coin Offering (ICO) ເຊິ່ງບໍລິສັດຕ່າງໆສາມາດສ້າງຫຼຽນດິຈິຕອລຂອງຕົນເອງ ແລະ ຂາຍໃຫ້ກັບມະຫາຊົນເພື່ອລະດົມທຶນໄດ້ຢ່າງງ່າຍດາຍ. ຫຼາຍໂປຣເຈັກສາມາດລະດົມທຶນໄດ້ຫຼາຍສິບລ້ານໂດລາ ໂດຍທີ່ມີພຽງເອກະສານ Whitepaper ແລະ ແນວຄິດທີ່ເບິ່ງສວຍຫຼູ ເຮັດໃຫ້ມູນຄ່າຂອງຫຼຽນເຫຼົ່ານີ້ພຸ່ງສູງຂຶ້ນຢ່າງມະຫາສານຈາກຄວາມຄາດຫວັງ. ແຕ່ທ້າຍທີ່ສຸດແລ້ວ, ໂປຣເຈັກສ່ວນໃຫຍ່ບໍ່ສາມາດສ້າງຂຶ້ນໄດ້ຈິງ, ເຮັດໃຫ້ຟອງສະບູ່ແຕກ ແລະ ຫຼຽນຈຳນວນຫຼາຍມີມູນຄ່າເຂົ້າໃກ້ສູນ.

ຮອບວຽນ NFT ແລະ DeFi ໃນປີ 2021 (The 2021 NFT/DeFi Cycle)

ໃນປີ 2021 ໂລກໄດ້ຮູ້ຈັກກັບກະແສຂອງ Decentralized Finance (DeFi) ແລະ Non-Fungible Tokens (NFTs) ຢ່າງເຕັມຕົວ. ຕະຫຼາດ NFT ຮ້ອນແຮງຫຼາຍ ພາບສິນລະປະດິຈິຕອລ ແລະ ຂອງສະສົມຖືກຊື້ຂາຍກັນໃນລາຄາຫຼາຍລ້ານໂດລາ ໂດຍໄດ້ຮັບແຮງຊຸກຍູ້ຈາກຄົນດັງ ແລະ ສື່ຕ່າງໆ. ການສ້າງກຳໄລໃນໄລຍະສັ້ນທີ່ຮຸນແຮງ ເຮັດໃຫ້ລາຄາຂອງສິນຊັບເຫຼົ່ານີ້ສູງເກີນຈິງ ແລະ ເມື່ອກະແສເລີ່ມເບົາບາງລົງ ຕະຫຼາດກໍປັບຖານຢ່າງຮຸນແຮງ ຖິ້ມບົດຮຽນລາຄາແພງໄວ້ໃຫ້ກັບນັກລົງທຶນຈຳນວນຫຼາຍ.

ສັນຍານເຕືອນ: ວິທີສັງເກດຟອງສະບູຄຣິບໂຕແຕ່ແຕ່ຕົ້ນ ການຮູ້ທັນສັນຍານເຕືອນເຫຼົ່ານີ້ອາດຈະຊ່ວຍໃຫ້ທ່ານຫຼີກລ່ຽງຄວາມເສຍຫາຍໄດ້:

  1. ລາຄາພຸ່ງສູງຂຶ້ນເປັນເສັ້ນຊື່ (Parabolic Price Increases): ເມື່ອກຣາຟລາຄາຂອງສິນຊັບມີລັກສະນະຊັນຂຶ້ນເລື້ອຍໆຄືຈະຫຼວດ, ນັ້ນເປັນສັນຍານອັນຕະລາຍວ່າການເຕີບໂຕນັ້ນບໍ່ຍືນຍົງ.

  2. ທຸກຄົນອ້ອມຕົວເວົ້າເຖິງມັນ: ປາກົດການ "ຄົນຂັບແທັກຊີ່ແນະນຳຫຸ້ນ" ເປັນສັນຍານຄຣາດສິກ ເມື່ອຄົນທີ່ບໍ່ມີຄວາມຊ່ຽວຊານເລີ່ມເວົ້າເຖິງການລົງທຶນໃນສິນຊັບຊະນິດດຽວກັນຢ່າງແຜ່ຫຼາຍ, ອາດໝາຍຄວາມວ່າຕະຫຼາດເຂົ້າໃກ້ພາວະຟອງສະບູແລ້ວ.

  3. ການປະເມີນມູນຄ່າທີ່ສູງເກີນຈິງ: ໂປຣເຈັກທີ່ຍັງບໍ່ມີຜະລິດຕະພັນ ຫຼື ລາຍຮັບ ແຕ່ກັບມີມູນຄ່າຕະຫຼາດຫຼາຍພັນລ້ານໂດລາ ເປັນສັນຍານທີ່ຊັດເຈນຂອງການປະເມີນມູນຄ່າທີ່ເກີນຈິງຈາກຄວາມຄາດຫວັງ.

ກົນລະຍຸດປ້ອງກັນ: ວິທີຫຼີກລ່ຽງການຕິດກັບດັກຟອງສະບູ່

  1. ສຶກສາຂໍ້ມູນດ້ວຍຕົນເອງ (DYOR - Do Your Own Research): ຢ່າລົງທຶນພຽງເພາະຄົນອື່ນບອກວ່າດີ. ໃຊ້ເວລາເຮັດຄວາມເຂົ້າໃຈກ່ຽວກັບປັດໄຈພື້ນຖານຂອງໂປຣເຈັກ ບໍ່ວ່າຈະເປັນເທັກໂນໂລຊີ,ທີມງານ, ແຜນງານ ແລະ ປະໂຫຍດໃຊ້ສອຍຈິງ.

  2. ມີແຜນການລົງທຶນ ແລະ ເຮັດຕາມຢ່າງມີວິໄນ: ກຳນົດຈຸດເຂົ້າຊື້, ຈຸດຂາຍເຮັດກຳໄລ ແລະ ຈຸດຕັດຂາດທຶນໃຫ້ຊັດເຈນກ່ອນລົງທຶນ. ແລະທີ່ສຳຄັນທີ່ສຸດຄືຕ້ອງເຮັດຕາມແຜນນັ້ນຢ່າງມີວິໄນ, ຢ່າໃຫ້ອາລົມຄວາມໂລບ ຫຼື ຄວາມຢ້ານມາຄອບງຳການຕັດສິນໃຈ.

  3. ທະຍອຍຂາຍທຳກຳໄລ (Take Profits): ບໍ່ມີໃຜຂາຍໄດ້ທີ່ຈຸດສູງສຸດພໍດີ. ການແບ່ງຂາຍເຮັດກຳໄລອອກມາເປັນໄລຍະໆ ເມື່ອລາຄາປັບຕົວສູງຂຶ້ນ ເປັນວິທີທີ່ດີໃນການລັອກຜົນຕອບແທນ ແລະ ຫຼຸດຄວາມສ່ຽງ.

  4. ກະຈາຍຄວາມສ່ຽງ: ຢ່າໃສ່ໄຂ່ທັງໝົດໄວ້ໃນກະຕ່າໃບດຽວ. ການກະຈາຍການລົງທຶນສິນຊັບອອກເປັນຫຼາຍປະເພດຈະຊ່ວຍຫຼຸດຄວາມເສຍຫາຍຫາກສິນຊັບໂຕໃດໂຕໜຶ່ງລາຄາດິ່ງລົງ.

  5. ລົງທຶນດ້ວຍເງິນທີ່ພ້ອມຈະເສຍ: ກົດເຫຼັກຂໍ້ສຳຄັນທີ່ສຸດຄື ທ່ານຄວນລົງທຶນດ້ວຍເງິນເຢັນທີ່ທ່ານສາມາດຍອມຮັບການສູນເສຍທັງໝົດໄດ້ເທົ່ານັ້ນ.

ບົດສະຫຼຸບ

ຟອງສະບູເປັນສ່ວນໜຶ່ງຂອງຂອງຮອບວຽນໃນຕະຫຼາດທີ່ມີນະວັດຕະກຳໃໝ່ໆ ເກີດຂຶ້ນຢູ່ສະເໝີ ແມ້ວ່າມັນຈະເຕັມໄປດ້ວຍອັນຕະລາຍ ແຕ່ການເຮັດຄວາມເຂົ້າໃຈກົນໄກ, ການຮຽນຮູ້ຈາກອະດີດ ແລະ ການມີກົນລະຍຸດການລົງທຶນທີ່ຮັດກຸມ ຈະເປັນເກາະປ້ອງກັນທີ່ດີທີ່ສຸດທີ່ຊ່ວຍໃຫ້ນັກລົງທຶນສາມາດເດີນທາງໃນຕະຫຼາດຄຣິບໂຕທີ່ຜັນຜວນນີ້ໄດ້ຢ່າງປອດໄພແລະຍີນຍົງ.

#cryptobubbles #CryptoCrashAlert #crypto #Binance