ຈາກ Startup ນ້ອຍໆ ສູ່ Exchange ທີ່ມີອິດທິພົນທີ່ສຸດໃນໂລກຄຣິບໂຕ. ພວກເຮົາມາຮູ້ຈັກປະຫວັດຄວາມເປັນມາຂອງ Binance ນຳກັນເລີຍ

ຍ້ອນໄປເມື່ອ 8 ປີກ່ອນ ໃນວັນທີ 14 ກໍລະກົດ 2017 ໂລກໄດ້ຕ້ອນຮັບຜູ້ຫຼິ້ນໃໝ່ໃນວົງການຄຣີບໂຕທີ່ຊື່ວ່າ Binance — ແພັດຟອມທີ່ກໍ່ຕັ້ງໂດຍຊາຍຊາວຈີນ-ແຄນາດາ ທີ່ຊື່ວ່າ Changpeng Zhao (CZ) ໂດຍມີເປົ້າໝາຍທີ່ລຽບງ່າຍພຽງຢ່າງດຽວໃນຕອນນັ້ນຄື: “ສ້າງແພັດຟອມແລກປ່ຽນຄຣິບໂຕທີ່ວ່ອງໄວ ແລະ ໃຊ້ງານງ່າຍທີ່ສຸດໃນໂລກ”

ແຕ່ບໍ່ມີໃຜຄາດຄິດວ່າ Binance ຈະສາມາດເຕີບໂຕຈົນກາຍເປັນ Exchange ອັນດັບ 1 ຂອງໂລກໄດ້ໃນເວລາບໍ່ເຖິງປີ — ແລະຍັງຄົງຮັກສາຄວາມເປັນຜູ້ນຳມາຈົນເຖິງປັດຈຸບັນນີ້ 🚀

📈 8 ປີທີ່ຜ່ານມາກັບການເດີນທາງທີ່ຍາວນານ

2017 🔹ເປີດຕົວ Binance ພ້ອມເປີດ ICO ຂອງຫຼຽນ BNB

2018 🔹ກ້າວຂຶ້ນເປັນ Exchange ອັນດັບ 1 ຂອງໂລກໃນແງ່ປະລິມານເທຣດ

2019 🔹ເປີດຕົວ Binance Chain ແລະ Binance DEX

2020 🔹ຂະຫຍາຍບໍລິການສູ່ DeFi, Staking, NFT ແລະ Futures

2021-2023 🔹ເຕີບໂຕສູ່ລະດັບ Global Ecosystem ຄອບຄຸມທັງ Launchpad, Labs, Charity, Academy ແລະ Wallet ເຊັ່ນ Trust Wallet

2024-2025 🔹ເຖິງວ່າຕ້ອງພົບກັບແຮງກົດດັນດ່ານກົດໝາຍ ແລະ ການແຂ່ງຂັນທີ່ຮຸນແຮງ ແຕ່ Binance ຍັງຄົງມີຄວາມໝັ້ນຄົງ ພ້ອມຂະຫຍາຍບໍລິການໃນຫຼາຍປະເທດ

🌍 ປັດຈຸບັນ Binance ບໍ່ໄດ້ເປັນພຽງ Exchange

ແຕ່ມື້ນີ້ Binance ຄືລະບົບນິເວດຂະໜາດໃຫຍ່ທີ່ລວມຜູ້ໃຊ້ຫຼາຍຮ້ອຍລ້ານຄົນທົ່ວໂລກ ມີຜະລິດຕະພັນທີ່ຄອບຄຸມໃຫ້ແກ່ນັກລົງທຶນໜ້າໃໝ່ ແລະ ນັກເທຣດທີ່ມີປະສົບການ ໂປຣເຈັກ Blockchains NFT Creator ແລະ ອື່ນໆອີກ

ຫຼຽນ BNB ເອງກໍ່ບໍ່ໄດ້ເປັນພຽງຫຼຽນສຳລັບນັກເທຣດ ແຕ່ກາຍເປັນ utility token ທີ່ໃຊ້ໄດ້ຈິງໃນຫຼາຍບໍລິການຂອງ Binance ທັງຄ່າທຳນຽມ, Launchpad, Farming, GameFi, ແລະ ecosystem Web3 ຕ່າງໆ

🎂 Happy 8th Anniversary, Binance

ຂໍໃຫ້ເຕີບໂຕຢ່າງຍັ້ງຍືນ ແລະ ເປັນສ່ວນໜຶ່ງຂອງການປ່ຽນແປງໂລກການເງິນໃນອະນາຄົດ 🖤 💛

.

ທຸກຄົນສາມາດພິມອວຍພອນວັນເກີດ “Happy Birthday Binance” ໄດ້ຢູ່ກ້ອງຄອມເມັ້ນ

*Crypto currency ແລະ Digital token ມີຄວາມສ່ຽງສູງ ທ່ານອາດສູນເສຍເງິນລົງທຶນໄດ້ທັງຈຳນວນ ກະລຸນາສຶກສາແລະລົງທຶນໃຫ້ເໝາະສົມກັບລະດັບຄວາມສ່ຽງທີ່ຍອມຮັບໄດ້