🔎ໂລກຄຮິບໂຕໃນປີ 2025 ນີ້ ຜູ້ຄົນກໍາລັງຍາດຊິງ “ໂອກາດ”🎯 ໃນການໄດ້ຫຼຽນໃຫມ່ກ່ອນໃຜ ແລະ Binance ໄດ້ເປີດຕົວລະບົບໃຫມ່ທີ່ເອີ້ນວ່າ Alpha Points ເຊິ່ງປ່ຽນເກມການເຂົ້າເຖິງ Airdrop ແລະ ກິດຈະກໍາຫຼຽນໃຫມ່ໄປຢ່າງສິ້ນເຊີງ. ບົດຄວາມນີ້ຈະພາທຸກຄົນທໍາຄວາມເຂົ້າໃຈວ່າ Alpha Points ຄືຫຍັງ??ຈະສະສົມແຕ້ມໄດ້ແນວໃດ ?? ແລະ ຈະນໍາໃຊ້ແຕ້ມເພື່ອເຂົ້າເຖິງ Megadrop, TGE ແລະ Airdrop ແນວໃດ?
📌Alpha Points ຄືຫຍັງ??
Alpha Points ຄືແຕ້ມພິເສດທີ່ Binance ໃຊ້ເປັນລະບົບລາງວັນສໍາລັບຜູ້ໃຊ້ງານທີ່ມີສ່ວນຮ່ວມກັບແພັດຟອມ ເຊັ່ນ ການຖືຄອງຫຼຽນໃນກະເປົ່າທີ່ກໍານົດ, ການເທຮດຫຼຽນຕາມ campaign ຫຼື ການຮ່ວມກິດຈະກໍາຕ່າງໆ
ໂດຍແຕ້ມເຫຼົ່ານີ້ສາມາດນຳໄປ “ແລກສິດ” ໃນການຮັບຫຼຽນໃຫມ່ຈາກິດຈະກໍາພິເສດຕ່າງໆຂອງ Binance ໄດ້ແກ່:
-Megadrop: ແຈກຫຼຽນກ່ອນເປີດເທຮດ
-TGE (Token Generation Event): ສິດລົງທຶນ ຫຼື ຮັບ Allocation
-Alpha Airdrop: Airdrop ພິເສດສໍາລັບຜູ້ທີ່ມີແຕ້ມ
ກ່າວງ່າຍງ່າຍຄືຍິ່ງເຮົາມີ Alpha Points ຫຼາຍກໍຍິ່ງມີສິດໄດ້ຫຼຽນໃຫມ່ຫຼາຍ
✅ວິທີສະສົມ Binance Alpha Points
ການສະສົມ Alpha Points ງ່າຍງ່າຍເລີຍ ແລະ ໂຄດງ່າຍ ບໍ່ຈໍາເປັນຕ້ອງລົງທຶນ ຫຼື ເສຍເງິນເພິ່ມ ຕາມ 3 ວິທີດັ່ງນີ້:
ຖືຫຼຽນໄວ້ໃນ Alpha Wallet
ຍ້າຍຫຼຽນທີ່ຮ່ວມ Campaign (ເຊັ່ນ BNB, FDUSD ແລະອື່ນໆ) ໄປເກັບໄວ້ໃນ “Alpha Wallet” ເຊິ່ງເປັນກະເປົ່າພາຍໃນ Binance ຫັນລະ ພຽງມີເງິນໃນ Wallet ລະບົບກໍຈະນັບແຕ້ມໃຫ້ທຸກຄົນອັດຕະໂນມັດໂດຍເກນໄລ່ແຕ້ມດັ່ງຮູບນີ້
2. ເຮັດກິດຈະກໍາເທິງແພັດຟອມ
Binance ຈະມີ “Missions” ໃຫ້ທຸກຄົນເຂົ້າຮ່ວມ ເຊັ່ນ:
✅ຕິດຕາມໂປຣເຈັກເທິງໂຊຊຽວ
✅ເບິ່ງວິດີໂອ ຫຼື ກົດ Like/Comment ເທິງ Binance Square
✅Share ໂພສ ຫຼື ເຮັດກິດຈະກໍາຮ່ວມກັບໂປເຈັກ
ກິດຈະກໍາເຫຼົ່ານີ້ມີທັງລາຍວັນ ລາຍອາທິດ ແລະ ສະເພາະຊ່ວງ Campaign
3. ເທຮດໃນຫຼຽນທີ່ມາຈາກໂປຣເຈັກ Alpha
ບາງຫຼຽນທີ່ເຂົ້າຮ່ວມ Alpha ເຊັ່ນຫຼຽນທີ່ມີແຜນ Launch, TGE ຫຼື Megadrop ຈະມອບແຕ້ມພິເສດໃຫ້ແກ້ຜູ້ທີ່ເທຮດ ຊື້-ຂາຍ ຫຼຽນເຫຼົ່ານັ້ນຜ່ານ Binance Spot ຫຼື Futures
🔏ການໃຊ້ Alpha Points ເຮັດຫຍັງໄດ້ແດ່?
ເຖິງວ່າ Alpha Points ຈະບໍ່ສາມາດຖອນ ຫຼື ໂອນອອກໄດ້ ແຕ່ສາມາດໃຊ້ເພື່ອແລກສິດພິເສດເຫຼົ່ານີ້:
Megadrop
ກິດຈະກໍາແຈກຫຼຽນໃຫມ່ກ່ອນເປີດເທຮດແບບຟຣີ ຟຣີ ໂດຍໃຊ້ Alpha Points ໃນການເຂົ້າຮ່ວມເຊັ່ນ ໃນປີ 2025 ໂປຣເຈັກ HAEDAL ໃຊ້ລະບົບນີ້ແຈກຫຼຽນໃຫ້ກັບຜູ້ທີ່ມີແຕ້ມ ແລະ ຖື BNB
TGE (Token Generation Event)
ຜູ້ຖືແຕ້ມສາມາດເຂົ້າຮ່ວມ TGE ແລະ ໄດ້ຮັບ Allocation ເພື່ອຖືຫຼຽນກ່ອນເຂົ້າສູ່ຕະຫຼາດເສລີ ຄ້າຍຄືການ “Pre-Sale ແບບບໍ່ຕ້ອງລົງທຶນ” ພຽງໃຊ້ແຕ້ມທີ່ທຸກຄົນສະສົມຈາກກິດຈະກໍາ
Airdrop ພິເສດ
ບາງໂປຣເຈັກອາດຈະເລືອກແຈກ Airdrop ໃຫ້ສະເພາະຜູ້ທີ່ມີແຕ້ມ Alpha Points ແລະ ຜ່ານເກນ Airdrop ແບບນີ້ມັກໃຫ້ມູນຄ່າສູງກວ່າປົກກະຕິ ແລະ ຈໍາກັດສິດສໍາລັບຜູ້ທີ່ມີສ່ວນຮ່ວມຈິງເທົ່ານັ້ນ
🔄Binance ປ່ຽນແນວຄິດການເຂົ້າເຖິງຫຼຽນໃຫມ່
ເດີມທີການໄດ້ຮັບຫຼຽນກ່ອນໃຜຈະຈໍາກັດຢູ່ທີ່ ຄົນທີ່ມີທຶນຫຼາຍ, ນົກລົງທຶນທີ່ເຂົ້າເຖິງວົງໃນ ຫຼື ຜູ້ຮ່ວມ Launchpad ທີ່ຕ້ອງລ໋ອກຫຼຽນຈໍານວນຫຼາຍ. ແຕ່ລະບົບ Alpha Points ປ່ຽນເງື່ອນໄຂເຫຼົ່ານັ້ນ ເພາະທຸກຄົນທີ່ມີບັນຊີ Binance ແລະ ເຂົ້າຮ່ວມກິດຈະກໍາຢ່າງສະໝໍ່າສະເໝີ ກໍສາມາດເຂົ້ເຖິງໂອກາດນີ້ໄດ້ເທົ່າທຽມກັນ
ສະຫຼຸບໃຫ້ທຸກຄົນສັ້ນໆ ຄືລະບົບທີ່ເຮັດໃຫ້ຜູ້ໃຊ້ງານ Binance ໄດ້ລາງວັນຈັບຕ້ອງໄດ້ບໍ່ແມ່ນແຄ່ແຕ້ມຫຼິ້ນໆ ແຕ່ເປັນສະພານເຊື່ອມໄປສູ່ໂອກາດຂອງຫຼຽນໃຫມ່ໃນຕະຫຼາດຄຮິບໂຕ
ເຈົ້າບໍ່ຈໍາເປັນຕ້ອງມີເງິນລ້ານເງິນແສນ
ບໍ່ຕ້ອງສ່ຽງເອົາຫຼຽນໄປລ໋ອກລາຍວັນ
ພຽງຖືຫຼຽນໃຫ້ຖືກບ່ອນ ເທຮດໃຫ້ຖືກຈັງວະ ແລະ ເຂົ້າຮ່ວມພາລະກິດ
ໂອກາດໃນການ “ໄດ້ຫຼຽນກ່ອນເທຮດ” ກໍເປັນຂອງເຈົ້າແລ້ວ
#BinanceAlphaAlert #NEWTBinanceHODLer #BinanceMegadrop #Binance