Binance HODLer Airdrop ແມ່ນຫຍັງ?
🔸 Binance HODLer Airdrop ເປັນໂປຣແກຣມທີ່ຖືກອອກແບບມາເພື່ອໃຫ້ລາງວັນແກ່ຜູ້ໃຊ້ທີ່ຖື BINANCE COIN (BNB) ໄວ້ໃນຜະລິດຕະພັນ Simple Earn (ທັງແບບ Flexible ແລະ Locked) ຫຼື On-Chain Yields ຢູ່ແພັດຟອມຂອງ Binance ໂດຍພຽງແຕ່ຖື BNB ຜູ້ໃຊ້ງານດໍ່ມີສິດຮັບ Airdrop ຫຼຽນໃໝ່ ຈາກໂປຣເຈັກທີ່ມີສັກກາຍະພາບ ເຊິ່ງກຽມທີ່ຈະລີສຫຼຽນຢູ່ Binance ເຊິ່ງໂປຣແກຣມນີ້ມີເປົ້າໝາຍເພື່ອສະໜັບສະໜູນການຖື BNB ໃນໄລຍະຍາວ ແລະ ໃຫ້ສິດຜູ່ໃຊ້ງານ Binance ໄດ້ເຂົ້າເຖິງຄຣິບໂຕຫຼຽນໃໝ່ໆໄດ້ກ່ອນໝູ່.
Nexpace (NXPC) ເປັນໂປຣເຈັກທີ 17 ທີ່ໄດ້ເຂົ້າຮ່ວມໃນແພັດຟອມ Binance HODLer Airdrop
ເຊິ່ງວ່າ NEXPACE ເປັນໂປຣເຈັກທີ່ກຳລັງສ້າງກະແສງໃນວົງການເກມ Web3 ດ້ວຍການປະຕິວັດຮູບແບບການປະຕິສຳພັນຂອງຜູ້ຫຼິ້ນພາຍໃນໂລກດີຈີຕອນ ໂປຣເຈັກນີ້ພັດທະນາໂດຍ NEXPACE ເຊິ່ງເປັນແຜນບລັອກເຊນຂອງ Nexon Group ໂດຍໂທເຄັນ NXPC ເຮັດໜ້າທີ່ເປັນ Utilities tokens ຫຼັກໃນ MapleStory Universe ເຊິ່ງເປັນເວີຊັ້ນ Web3 ຂອງເກມ MMORPG ລະດັບຕຳນານເຊັ່ນ MapleStory.
ຕະຫຼອດໄລຍະເວລາ 20 ປີທີ່ຜ່ານມາ MapleStory ໄດ້ສ້າງປາກົດການຢ່າງແທ້ຈິງ ດ້ວຍຍອດຜູ້ຫຼິ້ນກວ່າ 260 ລ້ານຄົນ ແລະມີລາຍໄດ້ສະສົມກວ່າ 5 ພັນລ້ານໂດລາ ສິ່ງທີ່ເໜືອຍິ່ງກວ່າຄືມີຜູ້ຫຼິ້ນກວ່າ 50 ລ້ານຄົນທີ່ຍັງຫຼິ້ນເກມນີ້ຢ່າງຕໍ່ເນື່ອງມາດົນນານກວ່າ 10 ປີ ເຮັດໃຫ້ MapleStory ກາຍເປັນເກມທີ່ນິຍາມຍຸກສະໄໝຂອງຜູ້ຫຼິ້ນຫຼາຍ Generation.
Nexpace ຕັ້ງໃຈທີ່ຈະແກ້ປັນຫາທີ່ມີມາຍາວນານໃນວົງການເກມແບບດັ້ງເດີມເຊັ່ນ ປັນຫາການເຟີ້ຂອງໄອເທັມ ແລະ ລະບົບເສດຖະກິດທີ່ຖືກຄວບຄຸມໂດຍນັກພັດທະນາ ໂດຍມອບໃຫ້ຄວາມເປັນເຈົ້າຂອງສິນຊັບຢ່າງແທ້ຈີງກັບຜູ້ຫຼິ້ນຜ່ານລະບົບ NFT ເຊິ່ງໂທເຄັນ NXPC ມີບົດບາດສຳຄັນໃນລະບົບນີ້ບໍ່ວ່າຈະເປັນ:
- ໃຊ້ເປັນຄ່າທຳນຽມການເຮັດທຸລະກຳຢູ່ເຄືອຂ່າຍ Layer 1
- ໃຊ້ແລກປ່ຽນຊື້ຂາຍແພັກ NFT ໄອເທັມ
- ເຮັດໜ້າທີ່ເປັນສິນຊັບສຳຮອງສຳລັບໂທເຄັນໃນເກມທີ່ຊື່ວ່າ NESO
ລະບົບ Fusion-Fission ພາຍໃນ MSU ຍັງປິດໃຫ້ຜູ້ຫຼິ້ນສາມາດແລກປ່ຽນລະຫວ່າງ NXPC ກັບ NFT Collection ໄດ້ທັງສອງທສງເພື່ອສ້າງລະບົບເສດຖະກິດພາຍໃນເກມທີ່ມີສະຖຽນລະພາບ ແລະ ຍັ້ງຍືນ.
🎁 ການແຈກ Airdrop ສຳລັບ NXPC
ຈັດຂຶ້ນລະຫວ່າງວັນທີ 6-9 ພຶດສະພາ 2025 ໂດຍ Binance ໄດ້ທຳການ Snapshot ຍອດຂອງຄົນທີ່ຖື BNB ທີ່ຝາກໄວ້ໃນ Simple Earn ແລະ On-Chain Yields ທຸກຊົ່ວໂມງຕະຫຼອດເວລາດັ່ງກ່າວ ແລະ ຈາກຄ່າສະເລ່ຍຍອດຖື BNB ຜູ້ທີ່ມີສິດກໍ່ຈະໄດ້ຮັບໂທເຄັນ NXPC ໂດຍຕົງເຂົ້າສູ່ກະເປົາ Spot Wallet ຢູ່ Binance ໂດຍມີ ໂທເຄັນ NXPC ແຈກທັງໝົດ 30,000,000 ຫຼຽນ ຄິດເປັນ 3% ຂອງອຸປະທານທັງໝົດ.
ຫຼັງຈາກການແຈກ Airdrop Binance ໄດ້ທຳການລີສຫຼຽນ NXPC ໃນວັນທີ 15 ພຶດສະພາ 2025 ເວລາ 14:30 UTC+7 (ເວລາປະເທດລາວ) ໂດຍມີຄູ່ເທຣດກັບ USDT,USDC,BNB,FDUSD ແລະ TRY ເຊິ່ງການລີສຫຼຽນດັ່ງກ່າວຢູ່ Binance ຖືເປັນການເພີ່ມສະພາບຄ່ອງ ແລະ ການເຂົ້າເຖິງໃຫ້ກັບ NXPC ຢ່າງຫຼາຍ.
ສາມາດອ່ານລາຍລະອຽດເພີ່ມເຕີມໄດ້ທີ່: https://www.binance.com/en/support/announcement/detail/07c88538531d40d49492b314994bf6c5Binance