ເປັນອີກໜຶ່ງກ້າວສຳຄັນຂອງໂລກການເງິນດັ້ງເດີມ (TradFi) ທີ່ກຳລັງເຊື່ອມຕໍ່ກັບໂລກຄຣິບໂຕ JPMorgan Chase ໂດຍຝ່າຍ blockchain ຂອງບໍລິສັດທີ່ຊື່ວ່າ Kinexys ໄດເປີດຕົວການທົດລອງຄັ້ງທຳອິດທີ່ໜ້າຈັບຕາ — ການເຮັດທຸລະກຳພັນທະບັດລັກຖະບານສະຫະລັດ (U.S. Treasuries) ແບບໂທເຄັນ (Tokenized) ຢູ່ເທິງ Ondo Chain testnet ເຊິ່ງເປັນເຄືອຂ່າຍທົດສອບທີ່ພັດທະນາໂດຍ Ondo Finance

📌ແລ້ວມັນສຳຄັນແນວໃດ?

ທຸລະກຳນີ້ບໍ່ໄດ້ເກີດແບບທຳມະດາ ເພາະມັນຖືກອອກແບບໃຫ້ເປັນການຊຳລະເງິນແບບ DvP (Delivery versus Payment) ຫຼື “ສົ່ງມອບສິນຊັບເມື່ອຊຳລະເງິນຄົບ” — ເຊິ່ງທຽບເທົ່າກັບຂະບວນການຊຳລະຫຼັກຊັບໃນຕະຫຼາດທຶນຈິງ ແຕ່ຕອນນີ້ເກີດຂຶ້ນ ຢູ່ເທິງ Blockchain ສາທາລະນະ

ແລະບໍ່ໄດ້ມາພຽງແຕ່ JPMorgan — ພາດເນີ້ຮ່ວມຄັ້ງນີ້ຍັງມີ Chainlink ທີ່ຊ່ວຍເລື່ອງ cross-chain interoperability ເຮັດໃຫ້ການສົ່ງຂໍ້ມູນ ແລະ ສິນຊັບຂ້າມເຄືອຂ່າຍເກີດຂຶ້ນໄດ້ແບບແມ່ນຍຳ ແລະ ປອດໄພ

📌ເປັນຫຍັງຕ້ອງຈັບຕາ?

• ການເຊື່ອມ TradFi ກັບ DeFi: ເປັນຂົວຕໍ່ທີ່ເຊື່ອມກັນລະຫວ່າງ Wall street ກັບ ໂລກຄຣິບໂຕເລີ່ມເປັນຮູບປະທຳຫຼາຍຂຶ້ນ

• ພັນທະບັດລັດຖະບານມູນຄ່າສູງເຂົ້າສູ່ລະບົບໂທເຄັນ: ຫຼຸດຕົ້ນທຶນເພີ່ມຄວາມໄວ ແລະ ເປີດປະຕູສູ່ນະວັດຕະກຳໃໝ່ ເຊັ່ນ ການສ້າງຕະຫຼາດຮອງແບບ On-chain

• DvP ເທິງບລັອກເຊນ: ເຄຍທຸລະກຳແບບ real-time ໂດຍບໍ່ຕ້ອງເພິ່ງຕົວກາງແບບເດີມ

📌ສະຫຼຸບ:

• JPMorgan ຜ່ານ Kinexys ເຮັດທຸລະກຳ U.S. Treasuries ຢູ່ເທິງ Ondo Chain (testnet)

• ໃຊ້ຮູບແບບການຊຳລະ DvP ດ້ວຍລະບົບ cross-chain ທີ່ Chainlink ສະໜັບສະໜູນ

• ຖືເປັນກ້າວໃຫຍ່ໃນການນຳສິນຊັບດັ້ງເດີມເຂົ້າສູ່ໂລກ DeFi ຢ່າງປອດໄພ ແລະ ມີປະສິດທິພາບ.