ໃນຕະຫຼາດຫຼຽນ $TRUMP ຊື່ງເຄີຍໂດດຂຶ້ນໄປເຖິງ $80, ແຕ່ຕອນນີ້ໄດ້ປັບໂຕຫຼຸດລົງມາຢູ່ທີ່ລາຄາ $35.XX ພ້ອມມີການເລີ່ມຄົງທີ່. ເຮັດໃຫ້ນັກລົງທຶນຝັ່ງຂາຂຶ້ນກຳລັງພະຍາຍາມຮັກສາລະດັບລາຄາໄວ້, ພ້ອມກັບຕັ້ງເປົ້າໝາຍເພື່ອດັນໃຫ້ຕະຫຼາດກັບມາຟື້ນໂຕອີກເທື່ອ. ໃນຂະນະນີ້, ການເຄື່ອນໄຫວຂອງລາຄາເບິ່ງຄືກັບວ່າ ເລີ່ມຊະລໍໂຕແລ້ວ, ເນື່ອງຈາກວ່າ ເຫັນ ອຸປະສົງ ແລະ ອຸປະທານເລີ່ມສົມດຸນໃນລະດັບນີ້.
ລາຄາທີ່ລະດັບ $40 ໄດ້ກາຍເປັນຖານທີ່ໝັ່ນຄົງສຳຫຼັບຕະຫຼາດ ຫຼັງຈາກກ່ອນໜ້ານີ້ລາຄາຕ່ຳກວ່າແຕ່ $4. ການເຄື່ອນໄຫວແບບນີ້ອາດເປັນການປູທາງສຳຫຼັບການປັບໂຕຂຶ້ນຮອບໃໝ່ໃນອະນາຄົດ.
ຂໍ້ມູນຫຼຽນ OFFICIAL TRUMP
ລາຄາ:
ມູນຄ່າຕະຫຼາດ: $7.18B
ຈຳນວນຫຼຽນທີ່ໝຸນວຽນໃນຕະຫຼາດ: 200,000,000 TRUMP
ຈຳນວນຫູຽນທັ້ງໝົດ: 999,99M TRUMP
ອັນດັບ CoinMarketCap: 25

ຕະຫຼາດຫຼຽນ OFFICIAL TRUMP ຜ່ານມຸມມອງຂອງເຄື່ອງມືວິເຄາະ
ຫຼຽນ $TRUMP ໄດ້ກາຍເປັນຈຸດສົນໃຈໃນວົງການຄຣິປໂຕຫຼາຍ, ກ່ອນໜ້ານີ້, ລາຄາໄດ້ຂຶ້ນເຖິງ $80 ສ້າງຄວາມຕື່ນເຕັ້ນໃນກຸ່ມນັກລົງທຶນຫຼາຍຄົນເລືອກເຂົ້າຕະຫຼາດ ໃນຂະນະທີ່ບາງຄົນຂາຍ ເຮັດກຳໄລຈາກລາຄາສູງສຸດນັ້ນ.
ແຕ່ໃນຂະນະນີ້, ລາຄາກຳລັງເຄື່ອນໄຫວໃກ້ $40 ໂດຍມີແຮງຊື້ແລະຂາຍທີ່ສົມດຸນ. ແນວໃດກໍ່ຕາມ, ແຮງຊື້(ຝັ່ງຂາຂຶ້ນ) ເລີ່ມພົບແຮງກົດດັນທີ່ລະດັບນີ້ ເຮັດໃຫ້ລາຄາຕົກກວ່າ $40 ໜ້ອຍໜຶ່ງ.
ເຖິງແມ່ນວ່າຈະມີຄວາມຜັນຜວນ, ແຕ່ຢູ່ທີ່ລະດັບ $32 ຍັງຄົງມີແນວຮັບທີ່ແຂງແກ່ນ ຫາກລະດັບນີ້ ຖືກທົດສອບແລະຜ່ານແນວຮັບບໍ່ໄດ້ ຕະຫຼາດອາດພົບກັບການປັບໂຕລົງຕັ້ງໃຫຍ່ໄດ້ເລີຍ.
ເນື່ອງຈາກວ່າຕະຫຼາດນີ້ ມີ Themes ທາງການເມືອງແລະເຊື່ອມໂຍງກັບຫຼຽນມີມ, ຄວາມຜັນຜວນຈຶ່ງເປັນເລື່ອງປົກກະຕິ, ການຕິດຕາມເຄື່ອງມືວິເຄາະຕ່າງໆ ຈະຊ່ວຍໃຫ້ເຫັນແນວໂນ້ມໃນອະນາຄົດໄດ້ຊັດເຈນຍິ່ງຂຶ້ນ.
#BinanceTokenBattle