ໂທເຄນໃໝ່ຂອງໂຄງການໂທເຄນທີ່ບໍ່ສາມາດທົດແທນໄດ້ (NFT) ມີການເປີດຕົວທີ່ບໍ່ໜ້າປະທັບໃຈ ໃນຊ່ວງຕອນເຊົ້າຂອງການຂາຍ
PENGU ເຊີງເປັນໂທເຄນດັ້ງເດີມຂອງ Pudgy Penguins, ຫຼຸດລົງຫຼາຍກວ່າ 50% ໃນຊົ່ວໂມງທໍາອິດ. ຂອງການຊື້ຂາຍ ຫຼັງຈາກທີ່ໂຄງການ token ບໍ່ສາມາດທົດແທນໄດ້ (NFT) ທີ່ໄດ້ຮັບການແຈກຟຮີເມື່ອວັນທີ 17 ທັນວາ ເຊີງເປັນທີ່ລໍຖ້າກັນຢ່າງຫຼວງຫຼາຍ.
ໂຄງການນີ້ໄດ້ແຈກຈ່າຍໂທເຄນປະມານເຄິ່ງຫນຶ່ງຈາກອຸປະທານທັງຫມົດຂອງ PENGU ຈໍານວນເກືອບ 89,000 ລ້ານtokens ໃຫ້ແກ່ສະມາຊິກຊຸມຊົນ, ໂດຍປະມານ 26% ທີ່ຖືກຈັດສັນໄວ້ສໍາລັບຜູ້ຖື NFT, ອີງຕາມເວັບໄຊທ໌ຂອງ Pudgy Penguins.
token PENGU, ເຊິ່ງຖືກຊື້ຂາຍໃນ Solana, ເປີດຕົວໃນມູນຄ່າຕະຫຼາດປະມານ 2.8 ພັນລ້ານຫຼຽນໂດລາ. ແຕ່ຕອນນີ້ມູນຄ່າຕະຫຼາດຫຼຸດລົງຕໍ່າກວ່າ 2 ພັນລ້ານຫຼຽນໂດລາແລ້ວ, ອີງຕາມຂໍ້ມູນຈາກ CoinGecko.
ທີມງານ Pudgy Penguins ຍັງບໍ່ໄດ້ປະກາດກໍລະນີການນໍາໃຊ້ງານທີ່ສະເພາະເຈາະຈົງສໍາຫຼັບ PENGU tokens, ແຕ່ຄາດວ່າ tokens ເຫຼົ່ານີ້ຈະມີບົດບາດໃນການກໍາກັບດູແລໂຄງການຕາມທີ່ Bybit ກ່າວ.
Pudgy Penguins ເປີດຕົວໃນປີ 2021 ໂດຍ Collection NFT ຈໍານວນ 8,888 ຊິ້ນ ໂດຍແຕ່ລະຊິ້ນສະແດງເຖງຮູບລັກສະນະສະເພາະຕົວຂອງແພນກິ້ນ ອັນເປັນລັກສະນະຂອງແບລນ.
ຕັ້ງແຕ່ນັ້ນເປັນຕົ້ນມາ ໂຄງການດັ່ງກ່າວໄດ້ດປີດຕົວ NFT ອື່ນໆ ລວມເຖິງ Lil' Pudgys ເປັນ Collection ລູກແພນກິ້ນຈໍານວນ 22,000 ໂຕ ແລະ Pudgy Rods ເຊີງເປັນຮູບຄັນເບັດທີ່ມີລາຍນົກແພນກິ້ນ.
ໃນຂະນະນີ້ Lil' Pudgys ແລະ Pudgy Rods ກໍາລັງຊື້ຂາຍໃນລາຄາພື້ນຖານປະມານ 1.7 ETH ແລະ 0.7 ETH ຕາມລໍາດັບ, ຕາມຂໍ້ມູນ OpenSea.
ນອກຈາກນີ້ Pudgy Penguins ຍັງໄດ້ຈໍາໜ່າຍຂອງຫຼິ້ນແບລນ Pudgy ໄປແລ້ວ 1.5 ລ້ານຊິ້ນໃນຮ້ານຄ້າ ເຊັ່ນ Walmart, ອີງຕາມຂໍ້ມູນຈາກເວັບໄຊທ໌ຂອງ Pudgy Penguins.
Pudgy Penguins ເປັນ NFT ທີ່ມີລາຄາແພງທີ່ສຸດຮອງຈາກ CryptoPunks ໂດຍ CryptoPunks ເຊິງເປັນ NFT 10,000 ຊຸດທີ່ເປີດຕົວໃນປີ 2017 ຖືເປັນໜື່ງໃນຄໍລແລັກຊັນ NFT ທີ່ເກົ່າແກ່ທີ່ສຸດ. ໂດຍມີ່ການຊື້ຂາຍໃນລາຄາສູງເຖີງ 20 ລ້ານໂດລາຕໍ່ NFT ໜື່ງຊຸດ.
ໃນວັນທີ 17 ເດືອນທັນວາ NFTs ຂອງ CryptoPunks ຫຼາຍລາຍການມີລາຄາຢູ່ທີ່ປະມານ $ 170,000, ອີງຕາມເວັບໄຊທ໌ CryptoPunks.
ແຫຼ່ງທີ່ມາຂອງຂ່າວ:
https://www.binance.com/en/research/projects/pudgy-penguins
https://cointelegraph.com/news/pudgy-penguins-pengu-token-down-after-launch
https://www.facebook.com/share/p/1GaRax1sYN/