Space and Time (SXT) ເປັນໂຄງການທີ 69 ທີ່ເປີດຕົວໃນ Binance Launchpool, ປະກາດໃນວັນທີ 5 ພຶດສະພາ 2025. SXT ເປັນແພລດຟອມຂໍ້ມູນແບບກະຈາຍສູນ, ອອກແບບມາເພື່ອສະໜອງ, ການຄຸ້ມຄອງຂໍ້ມູນທີ່ປອດໄພ ແລະ ມີປະສິດທິພາບສຳລັບແອັບພລິເຄຊັນໃນລະບົບ Web3, ສັນຍາອັດສະລິຍະ (Smart Contract) ແລະ ບັນດາວິສາຫະກິດ. ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ Microsoft, ໂດຍ SXT ນຳໃຊ້ເທັກໂນໂລຢີການພິສູດດ້ວຍ ( Zero - Knowledge Proofs - ZK) ທີ່ກ້າວໜ້າປະສົມປະສານກັບໂຄງສ້າງພື້ນຖານທີ່ແຂງແກ່ງຂອງ Microsoft ເພື່ອໃຫ້ແອັບພລິເຄຊັນ ແບບກະຈາຍສູນສາມາດເຂົ້າເຖິງ ແລະ ກວດສອບຂໍ້ມູນຂະໜາດໃຫຍ່ໄດ້ຢ່າງປອດໄພ.

( Zero - Knowledge Proofs - ZK)
ໂຄງການນີ້ມີຈຸດປະສົງທີ່ຈະປັບປ່ຽນວິທີການປະມວນຜົນ ແລະ ນຳໃຊ້ຂໍ້ມູນໃນລະບົບບລັອກເຊນ.
ການລັນໃນ Binance Launchpool :
- ມີໄລຍະການຟາມເລີ່ມ 6 ພຶດສະພາ 2025, 00:00 UTC ຫາ 7 ພຶດສະພາ 2025, 23:59 UTC (2 ມື້).
- ການຟາມແມ່ນມີການແຈກຢາຍລາງວັນ ຈຳນວນທັງໝົດ 125 ລ້ານໂທເຄັນ SXT (2.5% ຂອງຈຳນວນທັງໝົດ 5 ຕື້ SXT) ຈະຖືກແຈກຢາຍເປັນລາງວັນ:
- Pool BNB: 85% (106.25 ລ້ານ SXT, 53.125 ລ້ານຕໍ່ມື້).
- Pool USDC: 10% (12.5 ລ້ານ SXT, 6.25 ລ້ານຕໍ່ມື້).
- Pool FDUSD: 5% (6.25 ລ້ານ SXT, 3.125 ລ້ານຕໍ່ມື້).
ທຸກຄົນສາມດຊື້ຂາຍ: SXT ໃນ Binance ເລີ່ມແຕ່ວັນທີ 8 ພຶດສະພາ 2025, ເວລາ 13:00 UTC, ດ້ວຍຄູ່ການຊື້ຂາຍ ລວມມີຫຼາຍຄູ່ຄື SXT/USDT, SXT/USDC, SXT/BNB, SXT/FDUSD, ແລະ SXT/TRY. ໂທເຄັນດັ່ງກ່າວມີ Seed Tag, ຊີ້ໃຫ້ເຫັນເຖິງສະ ຖານະໂຄງການໃນຕອນຕົ້ນທີ່ມີທ່າແຮງສູງ.
###ຄຸນສົມບັດແລະ ໝາກຜົນທີ່ສຳຄັນ:
- ມີການຮ່ວມມືກັບ Microsoft: ການຮ່ວມມືກັບ Microsoft ເພີ່ມຄວາມໜ້າເຊື່ອຖື ແລະ ຄວາມສາມາດດ້ານເທັກໂນໂລຢີ, ປະສົມປະ ສານໂຄງສ້າງພື້ນຖານລະດັບວິສາຫະກິດກັບເທັກໂນໂລຢີບລັອກເຊນ.
- ການລະດົມທຶນແລະຄູ່ຮ່ວມທູລະກິດ: ໂຄງການໄດ້ຮັບທຶນຫຼາຍກວ່າ 50 ລ້ານໂດລາ, ລວມທັງການລະດົມທຶນ Series A 20 ລ້ານໂດລາ, ແລະ ຮ່ວມມືກັບເຄືອຂ່າຍເຊັ່ນ Sui ແລະ Karak.
- Chainlink Airdrop: SXT ໄດ້ຮັບຄວາມສົນໃຈຍ້ອນການແຈກລາງວັນ Chainlink, ເຊິ່ງເພີ່ມຄວາມນິຍົມໃນຊຸມຊົນ crypto.
- ການແກ້ໄຂຂໍ້ມູນແບບກະຈາຍສູນ: ດ້ວຍການປະສົມປະສານບລັອກເຊນກັບ AI ແລະ ZK proofs, SXT ສະເໜີແພລດຟອມຂໍ້ມູນ Web3 ທີ່ຮັບປະກັນຄວາມຖືກຕ້ອງ ແລະ ຄວາມສາມາດຂະຫຍາຍໄດ້ສະດວກ.
- ທ່າແຮງກັບຕະຫຼາດຄິບໂຕ: ການລົງທະບຽນໃນ Binance ສະໜອງການເຂົ້າເຖິງຜູ້ໃຊ້ຈຳນວນຫຼວງຫຼາຍ ແລະ ປະລິມານການຊື້ຂາຍທີ່ ສຳຄັນ.
ສະຫຼຸບແລ້ວໂຄງການນີ້: Space and Time (SXT) ໃນ Binance Launchpool ເປັນໂອກາດດີທີ່ຈະສາ ມາດດຶງດູດສຳລັບນັກ ລົງທຶນ crypto ແລະ ຜູ້ທີ່ສົນໃຈບລັອກເຊນ. ດ້ວຍນະວັດຕະກຳໃນການຄຸ້ມຄອງຂໍ້ ມູນ, ຊື່ງມີການສະໜັບສະໜູນຈາກ ບໍລິສັດMicrosoft, ແລະ ເທັກໂນໂລຢີຂອງ ZK, ໂຄງການນີ້ມີທ່າແຮງສູງ. ໄລຍະຟາມທີ່ສັ້ນ ແລະ ທາງເລືອກ ການສະເຕກ ທີ່ດຶງດູດເຮັດໃຫ້ມັນສາມາດເຂົ້າເຖິງ ໄດ້, ມາພ້ອມກັນລົງທະບຽນຢູ່ໃນ Binance ແລະ ຈັບຄູ່ກັນໃນການົຊມໃຊ້ ຊື່ງນີ້ແມ່ນໜຶ່ງໃນໂຄງການທີ່ໜ້າຕິດຕາມໃນປີ 2025 ອີກໜຶ່ງໂຄງ.
Sources
https://docs.spaceandtime.io/docs/welcome-to-space-and-time https://www.binance.info/en/support/announcement/detail/7d695afee5c14c789dd8accb05cda42a
https://crypto-economy.com/sxt-launches-on-binance-launchpool-backed-by-microsoft-technology/
https://spaceandtimedb.notion.site/Space-and-Time-KOL-Guide-12eaf37755f58065b946cdf502f8d3f0
By larnoy