ໝາຍເຫດ: ກະລຸນາສຶກສາຫາຂໍ້ມູນດ້ວຍຕົນເອງກ່ອນທຳການຕັດສິນໃຈຊື້ຂາຍໂທເຄັນທີ່ຢູ່ນອກເໜືອຈາກ Binance ເພື່ອຫຼີກລ່ຽງການຫຼອກລວງ ແລະ ເພື່ອຄວາມປອດໄພຂອງເງິນທຶນຂອງທ່ານ.
Binance ມີຄວາມຍິນດີທີ່ຈະປະກາດໂປຣເຈັກທີສາມຢູ່ທີ່ Binance Airdrop Portal ເຊິ່ງກໍຄື Movement (MOVE) ແພັດຟອມ Move-EVM L2 ຕົວທຳອິດສຳລັບ Ethereum ທີ່ນຳຟີເຈີດ້ານຄວາມປອດໄພຂອງ Move ມາສູ່ Ethereum ເຊິ່ງ Movement Network ເປັນລະບົບນິເວດຂອງ Modular Move-based Blockchains ທີ່ຊ່ວຍໃຫ້ນັກພັດທະນາສາມາດສ້າງແອັບພລິເຄຊັນບລັອກເຊນທີ່ມີຄວາມປອດໄພ ມີປະສິດທິພາບແລະ ເຮັດວຽກຮ່ວມກັນໄດ້ ໂດຍເຊື່ອມຊ່ອງວ່າງລະຫວ່າງລະບົບນິເວດ Move ແລະ EVM.
ເຊິ່ງໃນ Binance ຕອນນີ້ຜູ້ໃຊ້ງານສາມາດຝາກຫຼຽນ BNB ຂອງຕົນໃນຜະລິດຕະພັນ Simple Earn ແບບ Flexible ຫຼື Locked ກໍໄດ້ ຕັ້ງແຕ່ວັນທີ 3 ທັນວາ 2024 ເວລາ 07:00 (UTC+7) ເຖິງວັນທີ 6 ທັນວາ 2024 ເວລາ 06:59 (UTC+7) ຈຶ່ງຈະມີສິດໄດ້ຮັບ Airdrop.
ສຳລັບໜ້າເພຈ ຂອງ MOVE HODLer Airdrop ຄາດວ່າຈະພ້ອມໃຊ້ງານໃນອີກ 5 ຊົ່ວໂມງ ແລະ ໂທເຄັນໃໝ່ຈະຖືກແຈກຈ່າຍໄປຍັງກະເປົາ Spot ຂອງຜູ້ໃຊ້ງານກ່ອນເລີ່ມການຊື້ຂາຍ 1 ຊົ່ວໂມງ.
ຈາກນັ້ນ Binance ຈະລີສ MOVE ໃນວັນທີ 09 ທັນວາ 2024 ເວລາ 20:00 (UTC+7) ແລະ ເປີດໃຫ້ຊື້ຂາຍໃນຄູ່ເທຣດ MOVE/BTC, MOVE/USDT, MOVE/BNB, MOVE/FDUSD ແລະ MOVE/TRY.
ເຮົາມາທຳຄວາມຮູ້ຈັກ Binance HODLer Airdrops ວ່າມັນແມ່ນຫຍັງ?
Binance HODLer Airdrops ເປັນໂປຣແກຣມທີ່ໃຫ້ລາງວັນແກ່ຜູ້ທີ່ຖືຫຼຽນ BNB ດ້ວຍການແຈກຈ່າຍໂທເຄັນຟຣີ (Airdrop) ໂດຍພິຈາລະນາຈາກພາບລວມຍອດຄົງເຫຼືອ BNB ໃນອະດີດຂອງພວກເຂົາ ເມື່ອທຳການຝາກຫຼຽນ BNB ໃນຜະລິດຕະພັນ Simple Earn ແບບຍືດຍຸ່ນຫຼືລັອກໄວ້ ເຊິ່ງຜູ້ໃຊ້ງານຈະມີສິດໄດ້ຮັບ HODLer Airdrops ໂດຍອັດຕະໂນມັດ ລວມເຖິງລາງວັນຈາກ Launchpool ແລະ Megadrop ໄດ້ອີກດ້ວຍ.
ຕ່າງຈາກວິທີການສ້າງລາຍໄດ້ອື່ນໆ ທີ່ຕ້ອງການການດຳເນີນການຢ່າງຕໍ່ເນື່ອງ ເຊິ່ງ HODLer Airdrops ໃຫ້ລາງວັນແກ່ຜູ້ໃຊ້ງານຍ້ອນຫຼັງ ເປັນວິທີງ່າຍໆໃນການຮັບໂທເຄັນເພີ່ມເຕີມ ພຽງແຕ່ຝາກຫຼຽນ BNB ໃນ Simple Earn product ຜູ້ໃຊ້ງານກໍ່ມີສິດໄດ້ຮັບລາງວັນໂທເຄັນໂດຍອັດຕະໂນມັດ.
ຕໍ່ໄປເຮົາມາເບິ່ງລາຍລະອຽດຂອງ MOVE HODLer Airdrops
Token Name: Movement (MOVE)
Total and Max Token Supply:10,000,000,000 MOVE
HODLer Airdrops Token rewards: 200,000,000 MOVE (2% ຂອງ max token supply)
ອີກ 5% ຂອງ token supply ທັງໝົດຈະແຈກໃຫ້ໃນ Launchpool 6 ເດືອນຫຼັງຈາກລີສໃນ Spot
ປະລິມານໝຸນວຽນເມື່ອເລີ່ມລີສຢູ່ Binance: 2,250,000,000 token (22.5%ຂອງປະລິມານໂທເຄັນສູງສຸດ)
Smart Contract Details: Ethereum, 0x3073f7aAA4DB83f95e9FFf17424F71D4751a3073
Research Reports: Movement (MOVE)
BNB holding hard cap: ຄ່າສະເລ່ຍການຖືຄອງ BNB ຂອງຜູ່ໃຊ້ງານໃນ Simple Earn / ຄ່າສະເລ່ຍການຖືຄອງ BNB ທັງໝົດ*100%<=4%. (ຫາກວ່າອັດຕາວ່ວນການຖືຄອງເກີນ 4% ອັດຕາສ່ວນການຖືຄອງ BNB ຈະຖືກຄຳນວນເປັນ 4%)
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ໂປຣເຈັກ Movement (MOVE) ທ່ານສາມາດສຶກເພີ່ມເຕີມໄດ້ທີ່: https://www.binance.com/research/projects/movement