ຖ້າທ່ານເປັນນັກລ່າຄຣິບໂຕໜ້າໃໝ່ ໃນຕະຫຼາດຄຣິບໂຕ ຫຼືກຳລັງຊອກຫາຫຼຽນທີ່ມີໂອກາດໄດ້ລີສຂຶ້ນໃນ Binance ຕ້ອງບໍ່ພາດ ເພາະຕອນນີ້ Binance ມີຟີເຈີ້ໃໝ່ ຊື່ວ່າ Binance Alpha ທີ່ແອບເຊື່ອງຢູ່ໃນແພັດຟອມ ເຊິ່ງມັນອາດເປັນຕົວຊ່ວຍທີ່ຄັກສຸດໃນການຄັດເລືອກຫຼຽນທີ່ມີອະນາຄົດໄກ

Binance Alpha ແມ່ນຫຍັງ?

Binance Alpha ແມ່ນຟີເຈີ້ໃໝ່ໃນ Binance Wallet ທີ່ເຮັດໜ້າທີ່ຄັດສັນ ໂປຣເຈັກຫຼຽນຄຣິບໂຕໜ້າໃໝ່ທີ່ມີສັກກາຍະພາບສູງ ໂປຣເຈັກ Web3 ເວົ້າງ່າຍໆກໍຄື ເປັນເໝືອນແຫຼ່ງລວມສຳລັບຄັດເລືອກໂທເຄັນກ່ອນທີ່ຈະລີສໃນຕະຫຼາດໃຫຍ່ໆ ຢ່າງ Binance Exchange ຊ່ວຍໃຫ່ນັກລົງທຶນມີໂອກາດອຂົ້າເຖິງໂທເຄັນໃໝ່ກ່ອນໃຜ

💡 ຈຸດເດັ່ນຂອງ Binance Alpha

  • ລວມຫຼຽນໜ້າໃໝ່ທີ່ໜ້າຈັບຕາ: ຄັດເລືອກໂດຍທີມງານຜູ້ຊ່ຽວຊານຂອງ Binance ໂດຍພິຈາລະນາຈາກຄວາມສົນໃຈຂອງຊຸມຊົນ ແນວໂນ້ມຕະຫຼາດ ແລະ ໂອກາດເຕີບໂຕໃນ Web3

  • ຊື້ຫຼຽນໄດ້ທັນທີຜ່ານ Quick Buy: ໃຊ້ງານງ່າຍ ວ່ອງໄວ ລາຄາດີ ລະບົບຊ່ວຍໃຫ້ທຸລະກຳສຳເລັດງ່າຍຂຶ້ນ ແລະ ມີຟີເຈີ້ກັນ MEV ສຳລັບທຸລະກຳຂະໜາດໃຫຍ່

  • ຮຽນຮູ້ເຊິງເລິກ: ທຳຄວາມເຂົ້າໃຈແຕ່ລະໂປຣເຈັກ ຈຸດເດັ່ນ ແລະ ການໃຊ້ງານຜ່ານ Binance Wallet

  • ມີໂອກາດຖືກລີສເຂົ້າໃນ Binance: ເຖິງວ່າບໍ່ມີການຮັບປະກັນ ແຕ່ບາງຫຼຽນທີ່ຖືກແນະນຳໃນ Binance Alpha ອາດໄດ້ລີສເທິງ Binance ໃນອະນາຄົດຕໍ່ໄປ

🧭 ວິທີເລີ່ມຕົ້ນໃຊ້ງານ Binance Alpha

  1. ຕິດຕັ້ງ Binance App version 2.93.0 ຂຶ້ນໄປ

  2. ສ້າງ Binance Wallet ແລະ ທຳການສຳຮອງກະເປົາໄວ້(Backup)

  3. ກວດສອບຍອດຫຼຽນເທິງເຊນຫຼັກໃຫ້ພຽງພໍສຳລັບຊື້ ໃນການຊື້ໂທເຄັນຜ່ານ Binance Alpha ຜູ້ໃຊ້ຕ້ອງມິ ສິນຊັບໃນເຄືອຂ່າຍຫຼັກເຊັ່ນ BNB, SOL ຫຼື ETH ໃນກະເປົາເງິນ

  4. ເມື່ອເຖິງເວລາທີ່ຈະປະກາດໂທເຄັນໃໝ່ ຈະມີແບນນເນີ້ເວລານັບຖອຍຫຼັງປາກົດຂຶ້ນ ໃນໜ້າ Binance Alpha ລວມເຖິງມີການແຈ້ງເຕືອນຜ່ານແພັດຟອມ social media X (Twitter) ຂອງ Binance Wallet

  5. ເມື່ອການນັບຖອຍຫຼັງສິ້ນສຸດລົງ ໂທເຄັນໃໝ່ຈະຖືກເປີດໃຫ້ຊື້ຂາຍຜູ້ໃຊ້ງານສາມາດເຂົ້າເຖິງ Binance Alpha ໄດ້ຜ່ານແທັບ Markets ຂອງ Binance Wallet ເຊິ່ງຈະມີລາຍຊື່ໂປຣເຈັກທີ່ຖືກຄັດເລືອກ ໃຫ້ສະແດງຜົນໃນໄລຍະເວລາຈຳກັດ ປົກກະຕິແລ້ວຈະເປີດໃຫ້ຊື້ຂາຍພາຍໃນ 24 ຊົ່ວໂມງ

ຫຼັງຈາກທີ່ທ່ານເລືອກເມນູ “ບໍລິການເພີ່ມເຕີມ (More Services)” ແລ້ວ ທ່ານສາມາດເຫັນ icon ຂອງ “Binance Wallet” ປາກົດຢູ່ເທິງໜ້າຈໍ ເຊິ່ງເປັນຕົວຊ່ວຍໃຫ້ທ່ສນເຂົ້າເຖິງຟັງຊັນ ແລະ ບໍລິການຕ່າງໆ ຂອງກະເປົາເງິນ Binance ໄດ້ຢ່າງສະດວກວ່ອງໄວ

ຫຼັງຈາກເຂົ້າສູ່ລະບົບ Binance Wallet ແລ້ວ ທ່ານສາມາດໄປທີ່ Binance Alpha ໄດ້ຜ່ານທາງແທັບ Markets

ແລ້ວຈະພົບລາຍການໂປຣເຈັກຄຣິບໂຕ ໃນຊ່ວງເລີ່ມຕົ້ນທີ່ໄດ້ຮັບການຄັດສັນມາຢ່າງດີ ເຊິ່ງຈະສະແດງໄລຍະເວລາຈຳກັດ 24 ຊົ່ວໂມງ

🔰 ວິທີ Swap ໂທເຄັນທີ່ຢູ່ໃນ Binance Alpha

ຫຼັງຈາກລັອກອິນເຂົ້າ Binance Wallet ແລ້ວ ຜູ້ໃຊ້ງານສາມາດເຂົ້າສູ່ Binance Alpha ໄດ້ຜ່ານແທັບ Markets ຫາກຍັງບໍ່ມີ Binance Wallet ຕ້ອງສ້າງແລະສຳຮອງຂໍ້ມູນກະເປົ໋າກ່ອນ ເຊິ່ງສາມາດເຮັດໄດ້ຜ່ານ Wallet Management ໃນການຕັ້ງຄ່າ

ເລືອກ Wallet ທີ່ທ່ານຕ້ອງການສຳຮອງຂໍ້ມູນ ໂດຍໃນຕົວຢ່າງດ້ານລຸ່ມ ມີ Wallet ໃຫ້ເລືອກ ໃຊ້ງານພຽງ Wallet1 ເທົ່ານັ້ນ

ຫຼັງຈາກເລືອກກະເປົ໋າເງິນຂອງທ່ານແລ້ວ ໃຫ້ເລືອກການຈັດການການສຳຮອງຂໍ້ມູນ (Backup Management) ແລ້ວເລືອກວິທີການສຳຮອງຂໍ້ມູນທີ່ຕ້ອງການໃຊ້ງານ

ທ່ານຍັງສາມາດກວດສອບຄວາມຖືກຕ້ອງຂອງການສຳຮອງຂໍ້ມູນຂອງທ່ານໄດ້ໂດຍ ໃຊ້ລະຫັດຜ່ານສຳລັບການກູ້ຄືນ

🤔 Quick Buy ແມ່ນຫຍັງ?

Quick Buy ເປັນຟີເຈີ້ຈາກ Binance Alpha ທີ່ອອກແບບມາ ໃຫ້ການຊື້ໂທເຄັນເປັນເລື່ອງງ່າຍແລະວ່ອງໄວ ໂດຍໃຊ້ລະບົບ Swap ຂອງ Binance Wallet ເຮັດໃຫ້ການຊື້ຂາຍເປັນໄປຢ່າງລາບລື້ນ ແລະ ບໍ່ຊັບຊ້ອນ ເຮັດໃຫ້ຜູ້ໃຊ້ສາມາດເລືອກຊື້ໂທເຄັນທີ່ຖືກນຳສະເໜີໃນ Binance Alpha ໄດ້ທັນທີໂດຍບໍ່ຕ້ອງເສຍເວລາຕັ້ງຄ່າການຊື້ຂາຍເອງ

ຟີເຈີ້ນີ້ມີຄວາມສະຫຼາດໃນຕົວເອງ ໂດຍສາມາດເລືອກໂທເຄັນພື້ນຖານຂອງເຄືອຂ່າຍໃຫ້ໂດຍອັດຕະໂນມັດ ພ້ອມແນະນຳຈຳນວນຊື້ທີ່ເໝາະສົມຕາມຍອດຄົງເຫຼືອຂອງກະເປົາເງິນຂອງຜູ້ໃຊ້ເຊິ່ງຊ່ວຍໃຫ້ກະບວນການຊື້ຂາຍວ່ອງໄວແລະສະດວກຍິາງຂຶ້ນ ນອກຈາກນີ້ Quick Buy ຍັງມີລະບົບປັບ Slippage ອັດຕະໂນມັດໃນກໍລະນີທຸລະກຳລົ້ມເຫຼວ ໂດຍຈະພະຍາຍາມປັບຕັ້ງຄ່າຕ່າງໆ ໃຫ້ເໝາະສົມເພື່ອເພີ່ມໂອກາດທີ່ທຸລະກຳຈະສຳເລັດ ເຖິງວ່າການປັບ Slippage ອາດສົ່ງຜົນໃຫ້ລາຄາຊື້ຂາຍແຕກຕ່າງຈາກລາຄາຕະຫຼາດແນ່ ແຕ່ກໍ່ຊ່ວຍໃຫ້ການຊື້ຂາຍຜ່ານລະບົບນີ້ລາບລື້ນຂຶ້ນ.

ອີກໜຶ່ງຈຸດແຂງຂອງ Quick Buy ຄື ການປ້ອງກັນ MEV (Maximal Extractable Value) ເຊິ່ງເປັນຮູບແບບຂອງການໂຈມຕີທີ່ມັກພົບຕະຫຼອດໃນຕະຫຼາດຄຣິບໂຕ ໂດຍສະເພາະເມື່ອມີການຊື້ຂາຍຈຳນວນຫຼາຍ ຟີເຈີ້ນີ້ຊ່ວຍຫຼຸດຄວາມສ່ຽງຈາກການຖືກປັບລາຄາຫຼືລົບກວນຈາກກຸ່ມເທຣດເດີ້ ທີ່ພະຍາຍາມໃຊ້ຊ່ອງໂຫວ່ຂອງຕະຫຼາດເພື່ອເຮັດກຳໄລ

ໂທເຄັນທີ່ຖືກນຳສະເໜີໃນ Binance Alpha ມັກຈະເປີດໃຫ້ຊື້ຂາຍພາຍໃນໄລຍະເວລາ 24 ຊົ່ວໂມງ ເຊິ່ງຊ່ວຍໃຫ້ຜູ້ໃຊ້ມີເວລາສຶກສາລາຍລະອຽດຂອງໂຄງການແລະຕັດສິນໃຈລົງທຶນ ຫຼັງຈາກສິ້ນສຸດໄລຍະເວລານີ້ ໂທເຄັນເຫຼົ່ານັ້ນຈະຍັງສາມາດຕິດຕາມແລະຊື້ຂາຍໄດ້ຜ່ານ Binance Alpha ໃນແທັບ Markets

ຫາກຕ້ອງການຊື້ໂທເຄັນຜ່ານ Quick Buy ເມື່ອເຖິງເວລາທີ່ໂທເຄັນຖືກເປີດຂາຍໃນ Binance Alpha ຜູ້ໃຊ້ພຽງແຕ່ກົດ Quick Buy ແລະເລືອກຈຳນວນທີ່ຕ້ອງການຊື້

ຫາກຍອດເງິນໃນກະເປົ໋າບໍ່ພຽງພໍ (ເຊັ່ນ BNB, ETH, SOL) ຜູ້ໃຊ້ສາມາດເຕີມເງິນເຂົ້າຜ່ານຟີເຈີ້ Add Funds 

ເຊິ່ງສາມາດໂອນຈາກກະເປົ໋າເງິນພາຍນອກຫຼືສະລັບ (Swap) ກັບໂທເຄັນທີ່ມີຢູ່ຂອງທ່ານໄດ້

Quick Buy ເຮັດໃຫ້ Binance Alpha ເປັນແພັດຟອມທີ່ບໍ່ພຽງແຕ່ຊ່ວຍໃຫ້ທ່ານຄົ້ນພົບໂປຣເຈັກຄຣິບໂຕໃໝ່ໆ ທີ່ມີສັກກາຍະພາບ ແຕ່ຍັງຊ່ວຍໃຫ້ທ່ານສາມາດລົງທຶນໃນໂທເຄັນເຫຼົ່ານັນໄດ້ຢ່າງວ່ອງໄວແລະງ່າຍດາຍ ໂດຍບໍ່ຕ້ອງວຸ້ນວາຍກັບກະບວນການຊື້ຂາຍທີ່ຫຍຸ້ງຍາກ ຟີເຈີ້ນີ້ຈຶ່ງເປັນອີກໜຶ່ງເຄື່ອງມືທີ່ຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງໂອກາດໃໝ່ໆ ໃນໂລກຂອງ Web3  

ສຸດທ້າຍນີ້ເຖິງວ່າ Binance Alpha ມັນຈະບໍ່ໄດ້ເປັນການກະລັນຕີ 100% ວ່າຫຼຽນທີ່ສະແດງຈະໄດ້ລີສຂຶ້ນ Binance ແນ່ນອນ ແຕ່ກໍ່ຖືວ່າເປັນເຄື່ອງມືທີ່ໜ້າສົນໃຈສຳລັບນັກລົງທຶນສາຍວິເຄາະທີ່ຢາກຫາຂອງດີໃນຕະຫຼາດຄຣິບໂຕ.

ທຸກຄົນສາມາດຕິດຕາມ social ຂອງ Binance Wallet ຫຼື ເບິ່ງໃນແອັບ Binance ເພື່ອຈະບໍ່ພາດການອັບເດດ

#BinanceAlpha #BinanceWallet