Binance Square

CryptoMate by Atee

Открытая сделка
Владелец ETH
Владелец ETH
Трейдер с регулярными сделками
4.1 г
CryptoNews for Laotian 🇱🇦
91 подписок(и/а)
1.0K+ подписчиков(а)
1.0K+ понравилось
96 поделились
Все публикации
Портфель
--
Binance ເປີດໃຫ້ບໍລິການຝາກ ແລະ ຖອນເງິນ USD ພ້ອມຂໍ້ສະເໜີພິເສດ “1 USD : 1 USDC” ໃນໄລຍະເວລາຈຳກັດBinance ເປີດໃຫ້ບໍລິການຝາກ ແລະ ຖອນເງິນສະກຸນໂດລາສະຫະລັດ (USD) ໂດຍກົງສຳລັບຜູ້ໃຊ້ທົ່ວໄປ ແລະ ລູກຄ້າລະດັບອົງກອນ ພ້ອມຂໍ້ສະເໜີພິເສດ “1 USD : 1 USDC” ໃນໄລຍະເວລາຈຳກັດ Binance ໄດ້ປະກາດວ່າ: ປັດຈຸບັນນີ້ ພວກເຮົາໄດ້ເປີດໃຫ້ບໍລິການ ຝາກ ແລະ ຖອນເງິນ USD ໄດ້ໂດຍກົງ ສຳລັບບາງພູມິພາກ ໂດຍດຳເນີນການຜ່ານ BPay Global ຜູ້ໃຫ້ບໍລິການຊຳລະເງິນທີ່ໄດ້ຮັບໃບອະນຸຍາດຈາກ ທະນາຄານກາງແຫ່ງບາເຣນ (Central Bank of Bahrain). ແລະໃນຊ່ວງເວລາໂປຣໂມຊັນພິເສດນີ້, ຜູ້ໃຊ້ຈະໄດ້ຮັບອັດຕາແລກປ່ຽນ 1 USD ຕໍ່ 1 USDC ແບບຈຳກັດຈຳນວນ ແລະ ມາກ່ອນໄດ້ກ່ອນ. ⸻ 💡 ຈຸດເດັ່ນຂອງການບໍລິການ • ຝາກຜ່ານທະນາຄານ (SWIFT) ໂດຍບໍ່ມີຄ່າທຳນຽມ* • ເຕີມເງິນທັນທີ ຜ່ານບັດເຄຣດິດ/ເດບິດ, Apple Pay ແລະ Google Pay • ວົງເງິນສູງສຸດ: • ສູງສຸດ 50,000,000 ໂດລາສະຫະລັດຕໍ່ມື້ • ສູງສຸດ 13,000,000 ໂດລາສະຫະລັດຕໍ່ທຸລະກຳ • ສາມາດ ຊື້ຄຣິບໂຕໄດ້ທັນທີ ດ້ວຍຍອດເງິນ USD ໃນບັນຊີ • ຫຼື ແປງຊັບສິນຄຣິບໂຕກັບຄືນເປັນ USD ດ້ວຍອັດຕາພິເສດ 1 USD : 1 USDC (ສະເພາະຊ່ວງໂປຣໂມຊັນ) ⸻ 🧭 ວິທີນຳໃຊ້ ຜ່ານແອັບ Binance: 1. ແຕະ [Add Funds] ທີ່ໜ້າທຳອິດຂອງແອັບ 2. ປ່ຽນສະກຸນເງິນເປັນ ໂດລາສະຫະລັດ (USD) 3. ໄປທີ່ [Deposit USD] ຜ່ານເວັບໄຊ Binance: 1. ຄລິກ [Deposit] ທີ່ໜ້າທຳອິດຂອງເວັບໄຊ 2. ປ່ຽນສະກຸນເງິນເປັນ USD 3. ຄລິກ [Deposit USD] ⸻ ສຳຜັດປະສົບການການນຳໃຊ້ທີ່ສະດວກສະບາຍຍິ່ງຂຶ້ນ, ຄ່າທຳນຽມທີ່ຫຼຸດລົງ, ຄວາມປອດໄພລະດັບສູງສຸດ ແລະ ການຄວບຄຸມທີ່ຫຼາຍຂຶ້ນ, ບໍ່ວ່າຈະເປັນການເຕີມເງິນເຂົ້າບັນຊີ ຫຼື ຖອນອອກ. ⸻ 📘 ໝາຍເຫດ • ການຝາກ ແລະ ຖອນ USD ເທິງ Binance ດຳເນີນການໂດຍ BPay Global BSC (c) • ທະນາຄານທ້ອງຖິ່ນອາດມີການເກັບຄ່າທຳນຽມການໂອນຜ່ານລະບົບ SWIFT • Binance ຈະບໍ່ເກັບຄ່າທຳນຽມໃດໆ ສຳລັບການຝາກຜ່ານ SWIFT ⸻ 🔗 ຂໍ້ມູນເພີ່ມເຕີມ • [ວິທີຝາກ USD ຜ່ານການໂອນ SWIFT ແລະ ບັດຊຳລະເງິນ](https://www.binance.info/en/support/faq/detail/fcdceafa17fb4ee19ffeb66e13d0209f?utm_source=new_share&ref=cpa_001ml1op6f) • [ວິທີຝາກ USD ຜ່ານ Apple Pay ແລະ Google Pay ເທິງ Binance](https://www.binance.info/en/support/faq/detail/9b64baa4944940769d878227e3f7c64a?utm_source=new_share&ref=cpa_001ml1op6f) • [ວິທີຖອນ USD ຜ່ານການໂອນເງິນຜ່ານທະນາຄານເທິງ Binance](https://www.binance.info/en/support/faq/detail/39a6a88400584380b0f0a6f1f5c35ca3?utm_source=new_share&ref=cpa_001ml1op6f) #CentralBanking #bahrain

Binance ເປີດໃຫ້ບໍລິການຝາກ ແລະ ຖອນເງິນ USD ພ້ອມຂໍ້ສະເໜີພິເສດ “1 USD : 1 USDC” ໃນໄລຍະເວລາຈຳກັດ

Binance ເປີດໃຫ້ບໍລິການຝາກ ແລະ ຖອນເງິນສະກຸນໂດລາສະຫະລັດ (USD) ໂດຍກົງສຳລັບຜູ້ໃຊ້ທົ່ວໄປ ແລະ ລູກຄ້າລະດັບອົງກອນ ພ້ອມຂໍ້ສະເໜີພິເສດ “1 USD : 1 USDC” ໃນໄລຍະເວລາຈຳກັດ

Binance ໄດ້ປະກາດວ່າ: ປັດຈຸບັນນີ້ ພວກເຮົາໄດ້ເປີດໃຫ້ບໍລິການ ຝາກ ແລະ ຖອນເງິນ USD ໄດ້ໂດຍກົງ ສຳລັບບາງພູມິພາກ ໂດຍດຳເນີນການຜ່ານ BPay Global ຜູ້ໃຫ້ບໍລິການຊຳລະເງິນທີ່ໄດ້ຮັບໃບອະນຸຍາດຈາກ ທະນາຄານກາງແຫ່ງບາເຣນ (Central Bank of Bahrain).
ແລະໃນຊ່ວງເວລາໂປຣໂມຊັນພິເສດນີ້, ຜູ້ໃຊ້ຈະໄດ້ຮັບອັດຕາແລກປ່ຽນ 1 USD ຕໍ່ 1 USDC ແບບຈຳກັດຈຳນວນ ແລະ ມາກ່ອນໄດ້ກ່ອນ.

💡 ຈຸດເດັ່ນຂອງການບໍລິການ
• ຝາກຜ່ານທະນາຄານ (SWIFT) ໂດຍບໍ່ມີຄ່າທຳນຽມ*
• ເຕີມເງິນທັນທີ ຜ່ານບັດເຄຣດິດ/ເດບິດ, Apple Pay ແລະ Google Pay
• ວົງເງິນສູງສຸດ:
• ສູງສຸດ 50,000,000 ໂດລາສະຫະລັດຕໍ່ມື້
• ສູງສຸດ 13,000,000 ໂດລາສະຫະລັດຕໍ່ທຸລະກຳ
• ສາມາດ ຊື້ຄຣິບໂຕໄດ້ທັນທີ ດ້ວຍຍອດເງິນ USD ໃນບັນຊີ
• ຫຼື ແປງຊັບສິນຄຣິບໂຕກັບຄືນເປັນ USD ດ້ວຍອັດຕາພິເສດ 1 USD : 1 USDC (ສະເພາະຊ່ວງໂປຣໂມຊັນ)

🧭 ວິທີນຳໃຊ້
ຜ່ານແອັບ Binance:
1. ແຕະ [Add Funds] ທີ່ໜ້າທຳອິດຂອງແອັບ
2. ປ່ຽນສະກຸນເງິນເປັນ ໂດລາສະຫະລັດ (USD)
3. ໄປທີ່ [Deposit USD]
ຜ່ານເວັບໄຊ Binance:
1. ຄລິກ [Deposit] ທີ່ໜ້າທຳອິດຂອງເວັບໄຊ
2. ປ່ຽນສະກຸນເງິນເປັນ USD
3. ຄລິກ [Deposit USD]

ສຳຜັດປະສົບການການນຳໃຊ້ທີ່ສະດວກສະບາຍຍິ່ງຂຶ້ນ, ຄ່າທຳນຽມທີ່ຫຼຸດລົງ, ຄວາມປອດໄພລະດັບສູງສຸດ ແລະ ການຄວບຄຸມທີ່ຫຼາຍຂຶ້ນ, ບໍ່ວ່າຈະເປັນການເຕີມເງິນເຂົ້າບັນຊີ ຫຼື ຖອນອອກ.

📘 ໝາຍເຫດ
• ການຝາກ ແລະ ຖອນ USD ເທິງ Binance ດຳເນີນການໂດຍ BPay Global BSC (c)
• ທະນາຄານທ້ອງຖິ່ນອາດມີການເກັບຄ່າທຳນຽມການໂອນຜ່ານລະບົບ SWIFT
• Binance ຈະບໍ່ເກັບຄ່າທຳນຽມໃດໆ ສຳລັບການຝາກຜ່ານ SWIFT

🔗 ຂໍ້ມູນເພີ່ມເຕີມ
ວິທີຝາກ USD ຜ່ານການໂອນ SWIFT ແລະ ບັດຊຳລະເງິນ
ວິທີຝາກ USD ຜ່ານ Apple Pay ແລະ Google Pay ເທິງ Binance
ວິທີຖອນ USD ຜ່ານການໂອນເງິນຜ່ານທະນາຄານເທິງ Binance
#CentralBanking #bahrain
💥 BNB Chain × BPN: ຮ່ວມມືສ້າງເຄືອຂ່າຍການຊຳລະເງິນລະດັບໂລກແບບ Multi-Stablecoin 🌍BNB Chain ໄດ້ປະກາດເປັນພັນທະມິດກັບ Better Payment Network (BPN) ເພື່ອສ້າງລະບົບ “ເຄືອຂ່າຍການຊຳລະເງິນຂ້າມປະເທດ” ດ້ວຍ Stablecoin ຫຼາຍສະກຸນ — ຍົກລະດັບໂລກ DeFi ໃຫ້ເຊື່ອມຕໍ່ກັບ CeFi ໄດ້ແທ້ຈິງ. 🔸 ໂຄງການນີ້ໄດ້ຮັບທຶນສະໜັບສະໜູນຫຼາຍກວ່າ 50 ລ້ານໂດລາຈາກ YZi Labs 🔸 ເປົ້າໝາຍຄືສ້າງ multi-stablecoin global settlement network (ເຄືອຂ່າຍການຊຳລະສະສາງລະດັບໂລກແບບ multi-stablecoin) 🔸 ຫຼຸດຕົ້ນທຶນການໂອນຈາກ ~2% ເຫຼືອພຽງ ~0.3% 🔸 ໂອນຂ້າມປະເທດໄວຂຶ້ນ ຈາກ “ຫຼາຍມື້” ເຫຼືອພຽງ “ບໍ່ພໍຊົ່ວໂມງ” 🔸 ຮອງຮັບ Stablecoin ຫຼາຍສະກຸນ ເຊັ່ນ: BBRL (ບຣາຊິລ) TRYB (ຕວກກີ) cNGN (ໄນຈີເຣຍ) MEXAS (ເມັກຊິໂກ) ແລະ EURI (ເອີໂຣ) 🔥 ຈຸດເດັ່ນຂອງຟີເຈີ BPN Earn: ໃຫ້ເງິນທີ່ລໍຖ້າການຊຳລະ “ສືບຕໍ່ເຮັດວຽກ” ໄດ້ ສ້າງຜົນຕອບແທນຜ່ານລະບົບເທິງ BNB Chain ສ້າງຂົວເຊື່ອມລະຫວ່າງ ການເງິນແບບດັ້ງເດີມ (CeFi) ກັບ ການເງິນແບບກະຈາຍສູນ (DeFi) 💬 ຄວາມສຳຄັນ ນີ້ຄືອີກບາດກ້າວໜຶ່ງທີ່ເຮັດໃຫ້ BNB Chain ກາຍເປັນໂຄງສ້າງພື້ນຖານຫຼັກຂອງໂລກ PayFi (Payments + Finance) ເຊື່ອມໂລກ Web2 ເຂົ້າກັບ Web3 ໄດ້ຢ່າງແທ້ຈິງ. #BetterPaymentNetwork #BNBChain

💥 BNB Chain × BPN: ຮ່ວມມືສ້າງເຄືອຂ່າຍການຊຳລະເງິນລະດັບໂລກແບບ Multi-Stablecoin 🌍

BNB Chain ໄດ້ປະກາດເປັນພັນທະມິດກັບ Better Payment Network (BPN) ເພື່ອສ້າງລະບົບ “ເຄືອຂ່າຍການຊຳລະເງິນຂ້າມປະເທດ” ດ້ວຍ Stablecoin ຫຼາຍສະກຸນ — ຍົກລະດັບໂລກ DeFi ໃຫ້ເຊື່ອມຕໍ່ກັບ CeFi ໄດ້ແທ້ຈິງ.
🔸 ໂຄງການນີ້ໄດ້ຮັບທຶນສະໜັບສະໜູນຫຼາຍກວ່າ 50 ລ້ານໂດລາຈາກ YZi Labs
🔸 ເປົ້າໝາຍຄືສ້າງ multi-stablecoin global settlement network (ເຄືອຂ່າຍການຊຳລະສະສາງລະດັບໂລກແບບ multi-stablecoin)
🔸 ຫຼຸດຕົ້ນທຶນການໂອນຈາກ ~2% ເຫຼືອພຽງ ~0.3%
🔸 ໂອນຂ້າມປະເທດໄວຂຶ້ນ ຈາກ “ຫຼາຍມື້” ເຫຼືອພຽງ “ບໍ່ພໍຊົ່ວໂມງ”
🔸 ຮອງຮັບ Stablecoin ຫຼາຍສະກຸນ ເຊັ່ນ: BBRL (ບຣາຊິລ) TRYB (ຕວກກີ) cNGN (ໄນຈີເຣຍ) MEXAS (ເມັກຊິໂກ) ແລະ EURI (ເອີໂຣ)
🔥 ຈຸດເດັ່ນຂອງຟີເຈີ
BPN Earn: ໃຫ້ເງິນທີ່ລໍຖ້າການຊຳລະ “ສືບຕໍ່ເຮັດວຽກ” ໄດ້ ສ້າງຜົນຕອບແທນຜ່ານລະບົບເທິງ BNB Chain
ສ້າງຂົວເຊື່ອມລະຫວ່າງ ການເງິນແບບດັ້ງເດີມ (CeFi) ກັບ ການເງິນແບບກະຈາຍສູນ (DeFi)
💬 ຄວາມສຳຄັນ
ນີ້ຄືອີກບາດກ້າວໜຶ່ງທີ່ເຮັດໃຫ້ BNB Chain ກາຍເປັນໂຄງສ້າງພື້ນຖານຫຼັກຂອງໂລກ PayFi (Payments + Finance) ເຊື່ອມໂລກ Web2 ເຂົ້າກັບ Web3 ໄດ້ຢ່າງແທ້ຈິງ.
#BetterPaymentNetwork #BNBChain
🔥 ວິກິດເງິນໂດລາໃກ້ເຂົ້າມາ? ນັກວິເຄາະຊີ້ Bitcoin ອາດເຖິງ "ຈຸດປ່ຽນສຳຄັນ"✅ ບົດຄວາມຈາກ Forbes ໄດ້ລວບລວມມຸມມອງຂອງນັກວິເຄາະຫຼາຍຄົນ, ເຊິ່ງຊີ້ໄປໃນທິດທາງດຽວກັນວ່າ "ວິກິດຄ່າເງິນໂດລາສະຫະລັດ" ກໍາລັງໃກ້ເຂົ້າມາ ແລະ ອາດເປັນຈຸດປ່ຽນຄັ້ງສຳຄັນຂອງ Bitcoin ເຖິງແມ່ນວ່າລາຄາຈະເພິ່ງລົດລົງມາກໍຕາມ 📌 ປະເດັນສຳຄັນ: * ວິກິດໂດລາ (Dollar Crisis): ຜູ້ຊ່ຽວຊານກໍາລັງເຕືອນວ່ານັກລົງທຶນກໍາລັງໜີອອກຈາກເງິນໂດລາ (De-dollarization) ເນື່ອງຈາກກັງວົນເລື່ອງການເສື່ອມຄ່າຂອງເງິນ ແລະ ໜີ້ສິນຂອງສະຫະລັດฯ * ທອງຄຳນຳໄປແລ້ວ: ລາຄາທອງຄຳທີ່ພຸ່ງຂຶ້ນກວ່າ 64% ໃນປີນີ້, ເປັນສັນຍານລ່ວງໜ້າຂອງວິກິດຄວາມເຊື່ອໝັ້ນ * Fed ແມ່ນຕົວເລັ່ງປະຕິກິລິຍາ: ຕະຫຼາດຄາດວ່າ Fed ຈະ "ຫຼຸດອັດຕາດອກເບ້ຍ" ອີກຄັ້ງ, ເຊິ່ງຈະຍິ່ງກົດດັນຄ່າເງິນໂດລາ ແລະ ຜັກດັນໃຫ້ເງິນທຶນໄຫຼເຂົ້າຊັບສິນທາງເລືອກຢ່າງ Bitcoin * ຄຳເຕືອນ "Game Over": ບົດຄວາມເຕືອນວ່າຕະຫຼາດໄລຍະສັ້ນຍັງອ່ອນໄຫວຫຼາຍຈາກການໃຊ້ Leverage ທີ່ສູງເກີນໄປ, ຖ້າ Bitcoin ລົດລົງອີກ 10% ອາດເຮັດໃຫ້ Altcoin ດິ່ງລົງ 40-50% ເຊິ່ງເອີ້ນວ່າສະຖານະການ "ຈົບເກມ" (Game Over) 📌 ເຖິງແມ່ນ Bitcoin ຈະເພິ່ງປັບຖານລົງມາແຮງ, ແຕ່ປັດໄຈມະຫາພາກ (Macro) ໂດຍສະເພາະວິກິດຄ່າເງິນໂດລາ ແລະ ການປ່ຽນແປງນະໂຍບາຍຂອງ Fed ກໍາລັງສ້າງສະພາວະທີ່ອາດເປັນ "ຈຸດປ່ຽນຄັ້ງສຳຄັນ" ທີ່ຈະຜັກດັນໃຫ້ລາຄາ Bitcoin ພຸ່ງສູງຂຶ້ນໃນອະນາຄົດ, ແຕ່ກໍຕ້ອງລະວັງຄວາມຜັນຜວນຮຸນແຮງໃນໄລຍະສັ້ນນຳອີກ ທີ່ມາ : forbes.com 📌 ບໍ່ແມ່ນຄໍາແນະນໍາການລົງທຶນເປັນພຽງການນໍາສະເໜີຂໍ້ມູນຂ່າວສານເທົ່ານັ້ນ #bitcoin #CryptoNews #cryptonewdaily $BTC {spot}(BTCUSDT)

🔥 ວິກິດເງິນໂດລາໃກ້ເຂົ້າມາ? ນັກວິເຄາະຊີ້ Bitcoin ອາດເຖິງ "ຈຸດປ່ຽນສຳຄັນ"

✅ ບົດຄວາມຈາກ Forbes ໄດ້ລວບລວມມຸມມອງຂອງນັກວິເຄາະຫຼາຍຄົນ, ເຊິ່ງຊີ້ໄປໃນທິດທາງດຽວກັນວ່າ "ວິກິດຄ່າເງິນໂດລາສະຫະລັດ" ກໍາລັງໃກ້ເຂົ້າມາ ແລະ ອາດເປັນຈຸດປ່ຽນຄັ້ງສຳຄັນຂອງ Bitcoin ເຖິງແມ່ນວ່າລາຄາຈະເພິ່ງລົດລົງມາກໍຕາມ
📌 ປະເດັນສຳຄັນ:
* ວິກິດໂດລາ (Dollar Crisis): ຜູ້ຊ່ຽວຊານກໍາລັງເຕືອນວ່ານັກລົງທຶນກໍາລັງໜີອອກຈາກເງິນໂດລາ (De-dollarization) ເນື່ອງຈາກກັງວົນເລື່ອງການເສື່ອມຄ່າຂອງເງິນ ແລະ ໜີ້ສິນຂອງສະຫະລັດฯ
* ທອງຄຳນຳໄປແລ້ວ: ລາຄາທອງຄຳທີ່ພຸ່ງຂຶ້ນກວ່າ 64% ໃນປີນີ້, ເປັນສັນຍານລ່ວງໜ້າຂອງວິກິດຄວາມເຊື່ອໝັ້ນ
* Fed ແມ່ນຕົວເລັ່ງປະຕິກິລິຍາ: ຕະຫຼາດຄາດວ່າ Fed ຈະ "ຫຼຸດອັດຕາດອກເບ້ຍ" ອີກຄັ້ງ, ເຊິ່ງຈະຍິ່ງກົດດັນຄ່າເງິນໂດລາ ແລະ ຜັກດັນໃຫ້ເງິນທຶນໄຫຼເຂົ້າຊັບສິນທາງເລືອກຢ່າງ Bitcoin
* ຄຳເຕືອນ "Game Over": ບົດຄວາມເຕືອນວ່າຕະຫຼາດໄລຍະສັ້ນຍັງອ່ອນໄຫວຫຼາຍຈາກການໃຊ້ Leverage ທີ່ສູງເກີນໄປ, ຖ້າ Bitcoin ລົດລົງອີກ 10% ອາດເຮັດໃຫ້ Altcoin ດິ່ງລົງ 40-50% ເຊິ່ງເອີ້ນວ່າສະຖານະການ "ຈົບເກມ" (Game Over)
📌 ເຖິງແມ່ນ Bitcoin ຈະເພິ່ງປັບຖານລົງມາແຮງ, ແຕ່ປັດໄຈມະຫາພາກ (Macro) ໂດຍສະເພາະວິກິດຄ່າເງິນໂດລາ ແລະ ການປ່ຽນແປງນະໂຍບາຍຂອງ Fed ກໍາລັງສ້າງສະພາວະທີ່ອາດເປັນ "ຈຸດປ່ຽນຄັ້ງສຳຄັນ" ທີ່ຈະຜັກດັນໃຫ້ລາຄາ Bitcoin ພຸ່ງສູງຂຶ້ນໃນອະນາຄົດ, ແຕ່ກໍຕ້ອງລະວັງຄວາມຜັນຜວນຮຸນແຮງໃນໄລຍະສັ້ນນຳອີກ
ທີ່ມາ : forbes.com
📌 ບໍ່ແມ່ນຄໍາແນະນໍາການລົງທຶນເປັນພຽງການນໍາສະເໜີຂໍ້ມູນຂ່າວສານເທົ່ານັ້ນ
#bitcoin #CryptoNews #cryptonewdaily $BTC
Ethereum ອາດຈະພຸ່ງຂຶ້ນເຖິງ $4,500 ພາຍໃນທ້າຍເດືອນຕຸລາ🚀ອີງຕາມລາຍງານຂອງ Cointelegraph, ຫຼຽນ Ether (ETH) ເຊິ່ງເປັນຫຼຽນຫຼັກຂອງເຄືອຂ່າຍ Ethereum ໄດ້ຟື້ນຕົວຂຶ້ນຫຼາຍກວ່າ 15% ຫຼັງຈາກທີ່ລາຄາໄດ້ຫຼຸດລົງແຕະຈຸດຕໍ່າສຸດໃນຮອບ 2 ເດືອນຢູ່ທີ່ປະມານ $3,435. ການຟື້ນຕົວຄັ້ງນີ້ສ້າງຄວາມເຊື່ອໝັ້ນໃນໝູ່ນັກວິເຄາະວ່າ ETH ອາດຈະພຸ່ງຂຶ້ນໄປເຖິງ $4,500 ພາຍໃນທ້າຍເດືອນຕຸລານີ້. ຮູບແບບການຟື້ນຕົວດັ່ງກ່າວກຳລັງສ້າງລັກສະນະຂອງ bull flag ເຊິ່ງເປັນສັນຍານທາງດ້ານເທັກນິກທີ່ມັກບົ່ງບອກເຖິງ “ການສືບຕໍ່ຂອງທ່າອ່ຽງຂາຂຶ້ນ” ຫຼັງຈາກຊ່ວງພັກຖານ. ໂດຍລັກສະນະຂອງ bull flag ແມ່ນມີຊ່ອງແນວຂະໜານລາດລົງ (descending channel) ເກີດຂຶ້ນຫຼັງຈາກລາຄາພຸ່ງແຮງຈາກຈຸດຕໍ່າສຸດໃນເດືອນເມສາ ($2,500) ຈົນເຖິງຈຸດສູງສຸດໃນເດືອນສິງຫາ ($4,950). ການດີດຕົວລ່າສຸດຈາກແນວລຸ່ມຂອງຊ່ອງບໍລິເວນ $3,500 ຍັງກົງກັບແນວຮັບສຳຄັນຂອງ ເສັ້ນຄ່າສະເລ່ຍເຄື່ອນທີ່ແບບເອັກໂພເນນຊຽນ 200 ວັນ (200-day EMA) ເຊິ່ງມັກຈະເປັນບໍລິເວນທີ່ແຮງຊື້ເຂົ້າມາໃນຕະຫຼາດຂາຂຶ້ນ. ຖ້າແຮງຟື້ນຕົວສືບຕໍ່, ETH ມີທ່າອ່ຽງຈະຂຶ້ນໄປທົດສອບແນວຕ້ານບໍລິເວນ $4,450–$4,500 ພາຍໃນເດືອນຕຸລາ. ແລະຖ້າຜ່ານແນວຕ້ານນີ້ໄດ້, ນັກວິເຄາະຄາດວ່າ ETH ອາດຈະໄປເຖິງແນວຕ້ານຖັດໄປທີ່ $4,750 ຫຼືແມ້ແຕ່ເປົ້າໝາຍຂອງ bull flag ທີ່ລະດັບເໜືອ $5,200 ພາຍໃນເດືອນພະຈິກ. ຢ່າງໃດກໍຕາມ, ຖ້າລາຄາຫຼຸດແນວຮັບບໍລິເວນ $3,550 (ເຊິ່ງລວມເຖິງເສັ້ນ EMA 200 ວັນ ແລະ ຂອບລຸ່ມຂອງ bull flag), ຮູບແບບຂາຂຶ້ນອາດຈະຖືກຍົກເລີກ ແລະ ລາຄາອາດຈະຫຼຸດກັບລົງໄປທີ່ໂຊນ $3,000–$3,200. ໃນດ້ານດັດຊະນີ MVRV (Market Value to Realized Value) ກໍຍັງສະໜັບສະໜູນເປົ້າໝາຍ 4,500 ເຊັ່ນກັນ. ໂດຍລາຄາລ່າສຸດໄດ້ຊົງຕົວໃກ້ລະດັບຄ່າສະເລ່ຍຮອບກາງທີ່ $3,900 ເຊິ່ງໃນອະດີດເຄີຍເປັນຈຸດເລີ່ມຕົ້ນຂອງການຟື້ນຕົວຮອບໃໝ່ຫຼາຍຄັ້ງ ແລະ ທຸກຄັ້ງທີ່ ETH ເດັ້ງຈາກລະດັບນີ້ ມັກຈະຂຶ້ນຕໍ່ໄປເຖິງໂຊນ +1$\sigma (ຄ່າບ່ຽງເບນມາດຕະຖານ) ເຊິ່ງຕອນນີ້ຢູ່ໃກ້ $5,000. ທັງໝົດນີ້ຊີ້ໃຫ້ເຫັນວ່າ ETH ຍັງຢູ່ໃນຊ່ວງ “ພັກຖານຢ່າງແຂງແຮງ” ຂອງຮອບຂາຂຶ້ນ, ບໍ່ແມ່ນສັນຍານສິ້ນສຸດຮອບ. ດັ່ງນັ້ນການປັບຕົວຂຶ້ນສູ່ໂຊນ $4,500–$5,000 ພາຍໃນທ້າຍເດືອນຕຸລາ ຍັງມີຄວາມເປັນໄປໄດ້ສູງ ຖ້າລະດັບແນວຮັບປັດຈຸບັນຍັງຄົງຢູ່. ⚠️ ບົດຄວາມນີ້ບໍ່ແມ່ນຄໍາແນະນຳການລົງທຶນ, ນັກລົງທຶນຄວນສຶກສາຂໍ້ມູນ ແລະ ຕັດສິນໃຈດ້ວຍຕົນເອງ ເນື່ອງຈາກການລົງທຶນມີຄວາມສ່ຽງ. 📊 ສະຫຼຸບງ່າຍໆ: ຕອນນີ້ ETH ຟື້ນຕົວໄດ້ແຮງ ແລະ ຢູ່ໃນທ່າອ່ຽງຂາຂຶ້ນ. ຖ້າຍັງຢືນຢູ່ເໜືອແນວຮັບ $3,500 ໄດ້, ມີໂອກາດສູງທີ່ຈະພຸ່ງແຕະ $4,500–$5,000 ພາຍໃນທ້າຍເດືອນຕຸລາເຖິງຕົ້ນເດືອນພະຈິກ. ແຕ່ຖ້າຫຼຸດຕໍ່າກວ່າ $3,550, ຕ້ອງລະວັງແຮງຂາຍທີ່ອາດຈະເຮັດໃຫ້ລາຄາກັບໄປໂຊນ $3,000 ອີກຄັ້ງ. #EthPullback $ETH {spot}(ETHUSDT)

Ethereum ອາດຈະພຸ່ງຂຶ້ນເຖິງ $4,500 ພາຍໃນທ້າຍເດືອນຕຸລາ🚀

ອີງຕາມລາຍງານຂອງ Cointelegraph, ຫຼຽນ Ether (ETH) ເຊິ່ງເປັນຫຼຽນຫຼັກຂອງເຄືອຂ່າຍ Ethereum ໄດ້ຟື້ນຕົວຂຶ້ນຫຼາຍກວ່າ 15% ຫຼັງຈາກທີ່ລາຄາໄດ້ຫຼຸດລົງແຕະຈຸດຕໍ່າສຸດໃນຮອບ 2 ເດືອນຢູ່ທີ່ປະມານ $3,435. ການຟື້ນຕົວຄັ້ງນີ້ສ້າງຄວາມເຊື່ອໝັ້ນໃນໝູ່ນັກວິເຄາະວ່າ ETH ອາດຈະພຸ່ງຂຶ້ນໄປເຖິງ $4,500 ພາຍໃນທ້າຍເດືອນຕຸລານີ້.

ຮູບແບບການຟື້ນຕົວດັ່ງກ່າວກຳລັງສ້າງລັກສະນະຂອງ bull flag ເຊິ່ງເປັນສັນຍານທາງດ້ານເທັກນິກທີ່ມັກບົ່ງບອກເຖິງ “ການສືບຕໍ່ຂອງທ່າອ່ຽງຂາຂຶ້ນ” ຫຼັງຈາກຊ່ວງພັກຖານ. ໂດຍລັກສະນະຂອງ bull flag ແມ່ນມີຊ່ອງແນວຂະໜານລາດລົງ (descending channel) ເກີດຂຶ້ນຫຼັງຈາກລາຄາພຸ່ງແຮງຈາກຈຸດຕໍ່າສຸດໃນເດືອນເມສາ ($2,500) ຈົນເຖິງຈຸດສູງສຸດໃນເດືອນສິງຫາ ($4,950).
ການດີດຕົວລ່າສຸດຈາກແນວລຸ່ມຂອງຊ່ອງບໍລິເວນ $3,500 ຍັງກົງກັບແນວຮັບສຳຄັນຂອງ ເສັ້ນຄ່າສະເລ່ຍເຄື່ອນທີ່ແບບເອັກໂພເນນຊຽນ 200 ວັນ (200-day EMA) ເຊິ່ງມັກຈະເປັນບໍລິເວນທີ່ແຮງຊື້ເຂົ້າມາໃນຕະຫຼາດຂາຂຶ້ນ. ຖ້າແຮງຟື້ນຕົວສືບຕໍ່, ETH ມີທ່າອ່ຽງຈະຂຶ້ນໄປທົດສອບແນວຕ້ານບໍລິເວນ $4,450–$4,500 ພາຍໃນເດືອນຕຸລາ. ແລະຖ້າຜ່ານແນວຕ້ານນີ້ໄດ້, ນັກວິເຄາະຄາດວ່າ ETH ອາດຈະໄປເຖິງແນວຕ້ານຖັດໄປທີ່ $4,750 ຫຼືແມ້ແຕ່ເປົ້າໝາຍຂອງ bull flag ທີ່ລະດັບເໜືອ $5,200 ພາຍໃນເດືອນພະຈິກ.
ຢ່າງໃດກໍຕາມ, ຖ້າລາຄາຫຼຸດແນວຮັບບໍລິເວນ $3,550 (ເຊິ່ງລວມເຖິງເສັ້ນ EMA 200 ວັນ ແລະ ຂອບລຸ່ມຂອງ bull flag), ຮູບແບບຂາຂຶ້ນອາດຈະຖືກຍົກເລີກ ແລະ ລາຄາອາດຈະຫຼຸດກັບລົງໄປທີ່ໂຊນ $3,000–$3,200.
ໃນດ້ານດັດຊະນີ MVRV (Market Value to Realized Value) ກໍຍັງສະໜັບສະໜູນເປົ້າໝາຍ 4,500 ເຊັ່ນກັນ. ໂດຍລາຄາລ່າສຸດໄດ້ຊົງຕົວໃກ້ລະດັບຄ່າສະເລ່ຍຮອບກາງທີ່ $3,900 ເຊິ່ງໃນອະດີດເຄີຍເປັນຈຸດເລີ່ມຕົ້ນຂອງການຟື້ນຕົວຮອບໃໝ່ຫຼາຍຄັ້ງ ແລະ ທຸກຄັ້ງທີ່ ETH ເດັ້ງຈາກລະດັບນີ້ ມັກຈະຂຶ້ນຕໍ່ໄປເຖິງໂຊນ +1$\sigma (ຄ່າບ່ຽງເບນມາດຕະຖານ) ເຊິ່ງຕອນນີ້ຢູ່ໃກ້ $5,000.
ທັງໝົດນີ້ຊີ້ໃຫ້ເຫັນວ່າ ETH ຍັງຢູ່ໃນຊ່ວງ “ພັກຖານຢ່າງແຂງແຮງ” ຂອງຮອບຂາຂຶ້ນ, ບໍ່ແມ່ນສັນຍານສິ້ນສຸດຮອບ. ດັ່ງນັ້ນການປັບຕົວຂຶ້ນສູ່ໂຊນ $4,500–$5,000 ພາຍໃນທ້າຍເດືອນຕຸລາ ຍັງມີຄວາມເປັນໄປໄດ້ສູງ ຖ້າລະດັບແນວຮັບປັດຈຸບັນຍັງຄົງຢູ່.
⚠️ ບົດຄວາມນີ້ບໍ່ແມ່ນຄໍາແນະນຳການລົງທຶນ, ນັກລົງທຶນຄວນສຶກສາຂໍ້ມູນ ແລະ ຕັດສິນໃຈດ້ວຍຕົນເອງ ເນື່ອງຈາກການລົງທຶນມີຄວາມສ່ຽງ.
📊 ສະຫຼຸບງ່າຍໆ:
ຕອນນີ້ ETH ຟື້ນຕົວໄດ້ແຮງ ແລະ ຢູ່ໃນທ່າອ່ຽງຂາຂຶ້ນ. ຖ້າຍັງຢືນຢູ່ເໜືອແນວຮັບ $3,500 ໄດ້, ມີໂອກາດສູງທີ່ຈະພຸ່ງແຕະ $4,500–$5,000 ພາຍໃນທ້າຍເດືອນຕຸລາເຖິງຕົ້ນເດືອນພະຈິກ. ແຕ່ຖ້າຫຼຸດຕໍ່າກວ່າ $3,550, ຕ້ອງລະວັງແຮງຂາຍທີ່ອາດຈະເຮັດໃຫ້ລາຄາກັບໄປໂຊນ $3,000 ອີກຄັ້ງ.
#EthPullback $ETH
🚨 ກະເປົ໋າປິດສະໜາເປີດ Long ມະຫາສານກວ່າ $230 ລ້ານ! ປະວານເຈົ້າເດີມທີ່ເຄີຍຖືກຈັບຕາວ່າ“ເຂົ້າຊື້ກ່ອນຂ່າວໃຫຍ່ທຸກຄັ້ງ” ກັບມາອີກແລ້ວ 🐋 ເທື່ອນີ້ລສວເປີດ Long ທັງ BTC ແລະ ETH ດວ້ຍ leverage ສູງ ລວມມູນຄ່າກວ່າ $230M 💥 ປະຫວັດທີ່ຜ່ານມາ — Winrate 100% ທຸກຄັ້ງທີ່ລົງມື 😳 ແລະຕອນນີ້ລາວເລືອກ “ຝັາງຂາຂຶ່ນ” ອີກຄັ້ງ… ຄຳຖາມຄື— ລາວຮູ້ຂ່າວຫຍັງລ່ວງໜ້າຫຼືບໍ່ ? ຫຼື ຮອບນີ້ກຳລັງຈະເປັນຈຸດກັບຕົວຄັ້ງໃຫຍ່ຂອງຕະຫຼາດກັນແທ້? 👀 #NotFinancialadvice $BTC {future}(BTCUSDT) $ETH {future}(ETHUSDT)
🚨 ກະເປົ໋າປິດສະໜາເປີດ Long ມະຫາສານກວ່າ $230 ລ້ານ!

ປະວານເຈົ້າເດີມທີ່ເຄີຍຖືກຈັບຕາວ່າ“ເຂົ້າຊື້ກ່ອນຂ່າວໃຫຍ່ທຸກຄັ້ງ” ກັບມາອີກແລ້ວ 🐋
ເທື່ອນີ້ລສວເປີດ Long ທັງ BTC ແລະ ETH ດວ້ຍ leverage ສູງ ລວມມູນຄ່າກວ່າ $230M 💥

ປະຫວັດທີ່ຜ່ານມາ — Winrate 100% ທຸກຄັ້ງທີ່ລົງມື 😳
ແລະຕອນນີ້ລາວເລືອກ “ຝັາງຂາຂຶ່ນ” ອີກຄັ້ງ…

ຄຳຖາມຄື— ລາວຮູ້ຂ່າວຫຍັງລ່ວງໜ້າຫຼືບໍ່ ?
ຫຼື ຮອບນີ້ກຳລັງຈະເປັນຈຸດກັບຕົວຄັ້ງໃຫຍ່ຂອງຕະຫຼາດກັນແທ້? 👀

#NotFinancialadvice $BTC

$ETH
🚨 ກະເປົ໋າປິດສະໜາເປີດ Long ມະຫາສານກວ່າ $230 ລ້ານ! ປະວານເຈົ້າເດີມທີ່ເຄີຍຖືກຈັບຕາວ່າ“ເຂົ້າຊື້ກ່ອນຂ່າວໃຫຍ່ທຸກຄັ້ງ” ກັບມາອີກແລ້ວ 🐋 ເທື່ອນີ້ລສວເປີດ Long ທັງ BTC ແລະ ETH ດວ້ຍ leverage ສູງ ລວມມູນຄ່າກວ່າ $230M 💥 ປະຫວັດທີ່ຜ່ານມາ — Winrate 100% ທຸກຄັ້ງທີ່ລົງມື 😳 ແລະຕອນນີ້ລາວເລືອກ “ຝັາງຂາຂຶ່ນ” ອີກຄັ້ງ… ຄຳຖາມຄື— ລາວຮູ້ຂ່າວຫຍັງລ່ວງໜ້າຫຼືບໍ່ ? ຫຼື ຮອບນີ້ກຳລັງຈະເປັນຈຸດກັບຕົວຄັ້ງໃຫຍ່ຂອງຕະຫຼາດກັນແທ້? 👀 #NotFinancialadvice $BTC {future}(BTCUSDT) $ETH {future}(ETHUSDT)
🚨 ກະເປົ໋າປິດສະໜາເປີດ Long ມະຫາສານກວ່າ $230 ລ້ານ!

ປະວານເຈົ້າເດີມທີ່ເຄີຍຖືກຈັບຕາວ່າ“ເຂົ້າຊື້ກ່ອນຂ່າວໃຫຍ່ທຸກຄັ້ງ” ກັບມາອີກແລ້ວ 🐋
ເທື່ອນີ້ລສວເປີດ Long ທັງ BTC ແລະ ETH ດວ້ຍ leverage ສູງ ລວມມູນຄ່າກວ່າ $230M 💥

ປະຫວັດທີ່ຜ່ານມາ — Winrate 100% ທຸກຄັ້ງທີ່ລົງມື 😳
ແລະຕອນນີ້ລາວເລືອກ “ຝັາງຂາຂຶ່ນ” ອີກຄັ້ງ…

ຄຳຖາມຄື— ລາວຮູ້ຂ່າວຫຍັງລ່ວງໜ້າຫຼືບໍ່ ?
ຫຼື ຮອບນີ້ກຳລັງຈະເປັນຈຸດກັບຕົວຄັ້ງໃຫຍ່ຂອງຕະຫຼາດກັນແທ້? 👀

#NotFinancialadvice $BTC

$ETH
ຮອບຕະຫຼາດກະທິງປີ 2025 ແຕກຕ່າງຈາກຮອບກ່ອນໆແນວໃດ—ສິ່ງທີ່ປ່ຽນໄປ ແລະ ປະເດັນທີ່ເຮົາຄວນຕິດຕາມ.ນີ້ແມ່ນການວິເຄາະວ່າ ວົງຈອນຕະຫຼາດກະທິງປີ 2025 (2025 Bull Run) ແຕກຕ່າງຈາກຮອບກ່ອນໆແນວໃດ — ທັງສິ່ງທີ່ປ່ຽນໄປ, ສິ່ງທີ່ຍັງຄືເກົ່າ, ແລະປະເດັນທີ່ຄວນຕິດຕາມເບິ່ງ. (ໝາຍເຫດ: ຂໍ້ມູນນີ້ແມ່ນເພື່ອການສຶກສາເທົ່ານັ້ນ, ບໍ່ແມ່ນຄຳແນະນຳການລົງທຶນ) ✅ ສິ່ງທີ່ປ່ຽນໄປ / ຈຸດໃໝ່ໃນຮອບນີ້ ສະຖາບັນການເງິນ ແລະ ທຶນທີ່ຖືກກົດໝາຍເຂົ້າມາຫຼາຍຂຶ້ນ ໃນຮອບກ່ອນໜ້າ (ເຊັ່ນ: ປີ 2017 ແລະ 2021) ສ່ວນໃຫຍ່ແມ່ນຂັບເຄື່ອນໂດຍ ນັກລົງທຶນລາຍຍ່ອຍ ທີ່ເຂົ້າມາຄາດເດົາກຳໄລ (speculation). ແຕ່ປີ 2025 ນີ້ເຫັນໄດ້ຢ່າງຊັດເຈນວ່າ ມີ ສະຖາບັນການເງິນຂະໜາດໃຫຍ່ ເຂົ້າມາຫຼາຍຂຶ້ນ ຜ່ານຜະລິດຕະພັນທີ່ໄດ້ຮັບການອະນຸມັດ ເຊັ່ນ: ກອງທຶນ Spot ETF.ໂຄງສ້າງພື້ນຖານຂອງຕະຫຼາດ ເຊັ່ນ: ລະບົບດູແລຊັບສິນ (custody) ແລະ ຂອບເຂດກົດໝາຍ ກໍໄດ້ພັດທະນາ ແລະ ໝັ້ນຄົງຂຶ້ນ. ໂຄງສ້າງພື້ນຖານ ແລະ ການນຳໃຊ້ຕົວຈິງເຕີບໃຫຍ່ຂຶ້ນ ຮອບກ່ອນໆ ມັກຈະຖືກຂັບເຄື່ອນດ້ວຍກະແສ Hype ເຊັ່ນ: ICO ໃນປີ 2017 ຫຼື NFT ແລະ meme coins ໃນປີ 2021.ແຕ່ປີ 2025 ນີ້ ເນັ້ນໄປທີ່ ການນຳໃຊ້ຕົວຈິງ (real-world utility) ເຊັ່ນ:DeFi ຮຸ່ນໃໝ່Layer 2 ທີ່ຂະຫຍາຍການນຳໃຊ້ໄດ້ຈິງການໂທເຄັນຊັບສິນຕົວຈິງ (tokenized assets)ການປະສົມປະສານ AI ເຂົ້າກັບ Web3ສະແດງໃຫ້ເຫັນວ່າຕະຫຼາດເລີ່ມເຂົ້າສູ່ “ໄລຍະເຕີບໂຕແບບຍືນຍົງ” ຫຼາຍກວ່າການຄາດເດົາກຳໄລລ້ວນໆ. ຄວາມຜັນຜວນອາດຈະຫຼຸດລົງ / ວົງຈອນຕະຫຼາດອາດຈະຍາວນານຂຶ້ນ ນັກວິເຄາະບາງຄົນເບິ່ງວ່າຮອບປີ 2025 ອາດຈະບໍ່ “ຂຶ້ນແຮງ-ລົງແຮງ” ຄືແບບເກົ່າ ແຕ່ມີການເຕີບໂຕຢ່າງຕໍ່ເນື່ອງຫຼາຍກວ່າ. ຂໍ້ມູນ on-chain ຍັງສະແດງວ່າກຸ່ມນັກລົງທຶນລາຍຍ່ອຍ (retail) ຍັງບໍ່ທັນເຂົ້າສູ່ຕະຫຼາດເຕັມທີ່ — ໝາຍຄວາມວ່າ ຮອບນີ້ອາດຈະຍືດຍາວຂຶ້ນ. 4. ກົດລະບຽບ ແລະ ເສດຖະກິດມະຫາພາກມີຜົນຫຼາຍຂຶ້ນ ຮອບກ່ອນໆ ຍັງບໍ່ມີກົດລະບຽບທີ່ຊັດເຈນ ແຕ່ຮອບນີ້ມີການກຳກັບດູແລທີ່ເຂັ້ມງວດຂຶ້ນ ເຊັ່ນ: ການອະນຸມັດ ETF ແລະ ຂອບເຂດກົດໝາຍໃນຫຼາຍປະເທດ.ປັດໄຈມະຫາພາກ ເຊັ່ນ: ອັດຕາດອກເບ້ຍ, ເງິນເຟີ້, ແລະ ກະແສເງິນທຶນຈາກສະຖາບັນ ມີຜົນໂດຍກົງຕໍ່ທິດທາງຕະຫຼາດຄຣິບໂຕ. ⚠️ ສິ່ງທີ່ຍັງຄືເກົ່າ / ຕ້ອງລະວັງ ວົງຈອນຕະຫຼາດຍັງຄືເກົ່າ:ເງິນໃໝ່ເຂົ້າມາBitcoin ແລະ Ethereum ຂຶ້ນກ່ອນAltcoins ແລະ ຫຼຽນຄາດເດົາກຳໄລຕາມມາຈິດຕະວິທະຍາຕະຫຼາດ ຍັງມີບົດບາດສຳຄັນ — FOMO, Hype, ຄວາມໂລບ, ແລະ ຄວາມຢ້ານ ຍັງຄົງຂັບເຄື່ອນລາຄາ.ເຖິງວ່າຕະຫຼາດຈະເບິ່ງ “ໃຫຍ່ຂຶ້ນ” ແຕ່ຄວາມສ່ຽງຂອງຟອງສະບູ ແລະ ການຫຼຸດລົງຢ່າງແຮງຍັງຄົງຢູ່. 🎯 ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງສຳຄັນ ຖ້າຮອບນີ້ຖືກຂັບເຄື່ອນດ້ວຍສະຖາບັນແລະການນຳໃຊ້ຕົວຈິງ, ລາຄາຄຣິບໂຕອາດຈະເຕີບໂຕແບບ “ໝັ້ນຄົງ” ຫຼາຍກວ່າການເພີ່ມຂຶ້ນຢ່າງແຮງ.ຊ່ວງເວລາການເຂົ້າລົງທຶນມີຜົນຫຼາຍຂຶ້ນ ເພາະສະຖາບັນເຂົ້າມາໄວກວ່າເດີມ.ຄວາມສ່ຽງປ່ຽນຮູບແບບ — ຈາກການຄາດເດົາກຳໄລແບບສຸດຂົ້ວ → ມາເປັນຄວາມສ່ຽງຈາກນະໂຍບາຍເສດຖະກິດ ແລະ ກົດໝາຍ. 🧠 ຂໍ້ຄວນລະວັງ ເຖິງວ່າຕະຫຼາດຈະເບິ່ງ “ເປັນຜູ້ໃຫຍ່” ຫຼາຍຂຶ້ນ ແຕ່ຄວາມສ່ຽງບໍ່ໄດ້ຫາຍໄປ.ຮອບໃໝ່ບໍ່ໄດ້ໝາຍຄວາມວ່າຈະ “ດີກວ່າ” ສະເໝີໄປ — ຟອງສະບູຍັງເກີດຂຶ້ນໄດ້.ນັກວິເຄາະບາງຄົນຄາດວ່າຮອບນີ້ອາດຈະຍາວເຖິງປີ 2026–2027 ແຕ່ກໍຍັງເປັນພຽງການຄາດເດົາ.ເງິນທຶນຈາກສະຖາບັນອາດຈະໄຫຼເຂົ້າມາໄວ — ແລະ ອອກໄວເຊັ່ນກັນ. #Bitcoin {spot}(BTCUSDT)

ຮອບຕະຫຼາດກະທິງປີ 2025 ແຕກຕ່າງຈາກຮອບກ່ອນໆແນວໃດ—ສິ່ງທີ່ປ່ຽນໄປ ແລະ ປະເດັນທີ່ເຮົາຄວນຕິດຕາມ.

ນີ້ແມ່ນການວິເຄາະວ່າ ວົງຈອນຕະຫຼາດກະທິງປີ 2025 (2025 Bull Run) ແຕກຕ່າງຈາກຮອບກ່ອນໆແນວໃດ — ທັງສິ່ງທີ່ປ່ຽນໄປ, ສິ່ງທີ່ຍັງຄືເກົ່າ, ແລະປະເດັນທີ່ຄວນຕິດຕາມເບິ່ງ.
(ໝາຍເຫດ: ຂໍ້ມູນນີ້ແມ່ນເພື່ອການສຶກສາເທົ່ານັ້ນ, ບໍ່ແມ່ນຄຳແນະນຳການລົງທຶນ)
✅ ສິ່ງທີ່ປ່ຽນໄປ / ຈຸດໃໝ່ໃນຮອບນີ້
ສະຖາບັນການເງິນ ແລະ ທຶນທີ່ຖືກກົດໝາຍເຂົ້າມາຫຼາຍຂຶ້ນ
ໃນຮອບກ່ອນໜ້າ (ເຊັ່ນ: ປີ 2017 ແລະ 2021) ສ່ວນໃຫຍ່ແມ່ນຂັບເຄື່ອນໂດຍ ນັກລົງທຶນລາຍຍ່ອຍ ທີ່ເຂົ້າມາຄາດເດົາກຳໄລ (speculation).
ແຕ່ປີ 2025 ນີ້ເຫັນໄດ້ຢ່າງຊັດເຈນວ່າ ມີ ສະຖາບັນການເງິນຂະໜາດໃຫຍ່ ເຂົ້າມາຫຼາຍຂຶ້ນ ຜ່ານຜະລິດຕະພັນທີ່ໄດ້ຮັບການອະນຸມັດ ເຊັ່ນ: ກອງທຶນ Spot ETF.ໂຄງສ້າງພື້ນຖານຂອງຕະຫຼາດ ເຊັ່ນ: ລະບົບດູແລຊັບສິນ (custody) ແລະ ຂອບເຂດກົດໝາຍ ກໍໄດ້ພັດທະນາ ແລະ ໝັ້ນຄົງຂຶ້ນ.
ໂຄງສ້າງພື້ນຖານ ແລະ ການນຳໃຊ້ຕົວຈິງເຕີບໃຫຍ່ຂຶ້ນ
ຮອບກ່ອນໆ ມັກຈະຖືກຂັບເຄື່ອນດ້ວຍກະແສ Hype ເຊັ່ນ: ICO ໃນປີ 2017 ຫຼື NFT ແລະ meme coins ໃນປີ 2021.ແຕ່ປີ 2025 ນີ້ ເນັ້ນໄປທີ່ ການນຳໃຊ້ຕົວຈິງ (real-world utility) ເຊັ່ນ:DeFi ຮຸ່ນໃໝ່Layer 2 ທີ່ຂະຫຍາຍການນຳໃຊ້ໄດ້ຈິງການໂທເຄັນຊັບສິນຕົວຈິງ (tokenized assets)ການປະສົມປະສານ AI ເຂົ້າກັບ Web3ສະແດງໃຫ້ເຫັນວ່າຕະຫຼາດເລີ່ມເຂົ້າສູ່ “ໄລຍະເຕີບໂຕແບບຍືນຍົງ” ຫຼາຍກວ່າການຄາດເດົາກຳໄລລ້ວນໆ.
ຄວາມຜັນຜວນອາດຈະຫຼຸດລົງ / ວົງຈອນຕະຫຼາດອາດຈະຍາວນານຂຶ້ນ
ນັກວິເຄາະບາງຄົນເບິ່ງວ່າຮອບປີ 2025 ອາດຈະບໍ່ “ຂຶ້ນແຮງ-ລົງແຮງ” ຄືແບບເກົ່າ ແຕ່ມີການເຕີບໂຕຢ່າງຕໍ່ເນື່ອງຫຼາຍກວ່າ.
ຂໍ້ມູນ on-chain ຍັງສະແດງວ່າກຸ່ມນັກລົງທຶນລາຍຍ່ອຍ (retail) ຍັງບໍ່ທັນເຂົ້າສູ່ຕະຫຼາດເຕັມທີ່ — ໝາຍຄວາມວ່າ ຮອບນີ້ອາດຈະຍືດຍາວຂຶ້ນ.
4. ກົດລະບຽບ ແລະ ເສດຖະກິດມະຫາພາກມີຜົນຫຼາຍຂຶ້ນ
ຮອບກ່ອນໆ ຍັງບໍ່ມີກົດລະບຽບທີ່ຊັດເຈນ ແຕ່ຮອບນີ້ມີການກຳກັບດູແລທີ່ເຂັ້ມງວດຂຶ້ນ ເຊັ່ນ: ການອະນຸມັດ ETF ແລະ ຂອບເຂດກົດໝາຍໃນຫຼາຍປະເທດ.ປັດໄຈມະຫາພາກ ເຊັ່ນ: ອັດຕາດອກເບ້ຍ, ເງິນເຟີ້, ແລະ ກະແສເງິນທຶນຈາກສະຖາບັນ ມີຜົນໂດຍກົງຕໍ່ທິດທາງຕະຫຼາດຄຣິບໂຕ.
⚠️ ສິ່ງທີ່ຍັງຄືເກົ່າ / ຕ້ອງລະວັງ
ວົງຈອນຕະຫຼາດຍັງຄືເກົ່າ:ເງິນໃໝ່ເຂົ້າມາBitcoin ແລະ Ethereum ຂຶ້ນກ່ອນAltcoins ແລະ ຫຼຽນຄາດເດົາກຳໄລຕາມມາຈິດຕະວິທະຍາຕະຫຼາດ ຍັງມີບົດບາດສຳຄັນ — FOMO, Hype, ຄວາມໂລບ, ແລະ ຄວາມຢ້ານ ຍັງຄົງຂັບເຄື່ອນລາຄາ.ເຖິງວ່າຕະຫຼາດຈະເບິ່ງ “ໃຫຍ່ຂຶ້ນ” ແຕ່ຄວາມສ່ຽງຂອງຟອງສະບູ ແລະ ການຫຼຸດລົງຢ່າງແຮງຍັງຄົງຢູ່.
🎯 ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງສຳຄັນ
ຖ້າຮອບນີ້ຖືກຂັບເຄື່ອນດ້ວຍສະຖາບັນແລະການນຳໃຊ້ຕົວຈິງ, ລາຄາຄຣິບໂຕອາດຈະເຕີບໂຕແບບ “ໝັ້ນຄົງ” ຫຼາຍກວ່າການເພີ່ມຂຶ້ນຢ່າງແຮງ.ຊ່ວງເວລາການເຂົ້າລົງທຶນມີຜົນຫຼາຍຂຶ້ນ ເພາະສະຖາບັນເຂົ້າມາໄວກວ່າເດີມ.ຄວາມສ່ຽງປ່ຽນຮູບແບບ — ຈາກການຄາດເດົາກຳໄລແບບສຸດຂົ້ວ → ມາເປັນຄວາມສ່ຽງຈາກນະໂຍບາຍເສດຖະກິດ ແລະ ກົດໝາຍ.
🧠 ຂໍ້ຄວນລະວັງ
ເຖິງວ່າຕະຫຼາດຈະເບິ່ງ “ເປັນຜູ້ໃຫຍ່” ຫຼາຍຂຶ້ນ ແຕ່ຄວາມສ່ຽງບໍ່ໄດ້ຫາຍໄປ.ຮອບໃໝ່ບໍ່ໄດ້ໝາຍຄວາມວ່າຈະ “ດີກວ່າ” ສະເໝີໄປ — ຟອງສະບູຍັງເກີດຂຶ້ນໄດ້.ນັກວິເຄາະບາງຄົນຄາດວ່າຮອບນີ້ອາດຈະຍາວເຖິງປີ 2026–2027 ແຕ່ກໍຍັງເປັນພຽງການຄາດເດົາ.ເງິນທຶນຈາກສະຖາບັນອາດຈະໄຫຼເຂົ້າມາໄວ — ແລະ ອອກໄວເຊັ່ນກັນ.
#Bitcoin
⛓️‍💥 ມີສັນຍານ On Chain ມາໃຫ້ວິເຄາະກັນອີກຄັ້ງແລ້ວ” ຫຼ້າສຸດ COINBASE PREMIUM ກັບມາຕິດລົບອີກຄັ້ງ!ຫຼ້າສຸດ COINBASE PREMIUM ກັບມາຕິດລົບອີກຄັ້ງ ເຊິ່ງອັນນີ້ສະທ້ອນໃຫ້ເຫັນວ່າ ແຮງຂາຍຈາກຝັ່ງສະຫະລັດ ກັບມາອີກແລ້ວ... ນັກລົງທຶນຊາວອາເມລິກາໄດ້ຂາຍ Bitcoin ຈົນ "Coinbase Premium Gap" ໄດ້ປ່ຽນເປັນລົບ ເຮັດໃຫ້ລາຄາໃນ Coinbase (ຕະຫຼາດຫຼັກຂອງຝັ່ງ U.S.) ຕ່ຳກວ່າຕະຫຼາດອາຊີ ໃນຂະນະດຽວກັນ RSI ຂອງ $BTC ກໍໄດ້ຕົກລົງມາແຕະ "ລະດັບຕ່ຳສຸດນັບຕັ້ງແຕ່ເດືອນເມສາ" ເປັນຈຸດດຽວກັນກັບຄັ້ງກ່ອນ ທີ່ຕະຫຼາດໄດ້ດີດກັບຢ່າງແຮງຫຼັງຈາກ oversold ຕອນນີ້ເລີຍເກີດຄຳຖາມໃຫຍ່ ເພາະວ່າມີ 2 Scenarios ໃຫ້ມາລົມກັນຄື: ມັນແມ່ນ "ແຮງຂາຍສຸດທ້າຍກ່ອນຈະຟື້ນຕົວ" ຫຼື "ສັນຍານວ່າຕະຫຼາດຍັງບໍ່ຈົບຂາລົງ?" ເຊິ່ງຖ້າຫາກອອກມາເປັນແບບຫຼັງ ກໍຈະເປັນການຢືນຢັນແນວໂນ້ມຂອງຄົນໃນ Poly Market ທີ່ຄາດວ່າ ເຮົາຈະໄດ້ເຫັນ Bitcoin 'ຫຼຸດ $100K ສົ່ງທ້າຍເດືອນນີ້' ທຸກຄົນຄິດວ່າແນວໃດກັນແດ່? #OnchainSignals #Bitcoin $BTC {future}(BTCUSDT)

⛓️‍💥 ມີສັນຍານ On Chain ມາໃຫ້ວິເຄາະກັນອີກຄັ້ງແລ້ວ” ຫຼ້າສຸດ COINBASE PREMIUM ກັບມາຕິດລົບອີກຄັ້ງ!

ຫຼ້າສຸດ COINBASE PREMIUM ກັບມາຕິດລົບອີກຄັ້ງ ເຊິ່ງອັນນີ້ສະທ້ອນໃຫ້ເຫັນວ່າ ແຮງຂາຍຈາກຝັ່ງສະຫະລັດ ກັບມາອີກແລ້ວ...

ນັກລົງທຶນຊາວອາເມລິກາໄດ້ຂາຍ Bitcoin ຈົນ "Coinbase Premium Gap" ໄດ້ປ່ຽນເປັນລົບ
ເຮັດໃຫ້ລາຄາໃນ Coinbase (ຕະຫຼາດຫຼັກຂອງຝັ່ງ U.S.) ຕ່ຳກວ່າຕະຫຼາດອາຊີ
ໃນຂະນະດຽວກັນ RSI ຂອງ $BTC ກໍໄດ້ຕົກລົງມາແຕະ "ລະດັບຕ່ຳສຸດນັບຕັ້ງແຕ່ເດືອນເມສາ"
ເປັນຈຸດດຽວກັນກັບຄັ້ງກ່ອນ ທີ່ຕະຫຼາດໄດ້ດີດກັບຢ່າງແຮງຫຼັງຈາກ oversold
ຕອນນີ້ເລີຍເກີດຄຳຖາມໃຫຍ່ ເພາະວ່າມີ 2 Scenarios ໃຫ້ມາລົມກັນຄື:
ມັນແມ່ນ "ແຮງຂາຍສຸດທ້າຍກ່ອນຈະຟື້ນຕົວ" ຫຼື "ສັນຍານວ່າຕະຫຼາດຍັງບໍ່ຈົບຂາລົງ?"
ເຊິ່ງຖ້າຫາກອອກມາເປັນແບບຫຼັງ
ກໍຈະເປັນການຢືນຢັນແນວໂນ້ມຂອງຄົນໃນ Poly Market ທີ່ຄາດວ່າ ເຮົາຈະໄດ້ເຫັນ Bitcoin 'ຫຼຸດ $100K ສົ່ງທ້າຍເດືອນນີ້'
ທຸກຄົນຄິດວ່າແນວໃດກັນແດ່?
#OnchainSignals #Bitcoin $BTC
Polygon Ecosystem Token (POL) ແມ່ນຫຍັງ?Polygon Ecosystem Token (POL) ແມ່ນໂທເຄັນພື້ນຖານ (native token) ທີ່ໃຊ້ສໍາລັບຄ່າແກັສ (gas fee) ແລະການສະເຕກກິ້ງ (staking) ພາຍໃນເຄືອຂ່າຍ Polygon, ລວມທັງເຊນ Polygon PoS. ມັນຖືກນໍາໃຊ້ເພື່ອຊໍາລະຄ່າທໍານຽມທຸລະກໍາ, ການສະເຕກຂອງຜູ້ກວດສອບ (validators), ແລະການມີສ່ວນຮ່ວມໃນການກຳກັບດູແລ (governance) ພາຍໃນລະບົບນິເວດຂອງ Polygon. @0xPolygon ແມ່ນການຍົກລະດັບຈາກໂທເຄັນ MATIC ທີ່ຖືກພັດທະນາຂຶ້ນເພື່ອຂະຫຍາຍຂອບເຂດການນໍາໃຊ້ ແລະຮອງຮັບການພັດທະນາເພີ່ມເຕີມໃນອະນາຄົດຂອງໂປຣໂຕຄໍ Polygon. ມັນຖືກອອກແບບມາເພື່ອຮັກສາຄວາມປອດໄພຂອງຫຼາຍເຊນພາຍໃນເຄືອຂ່າຍ Polygon ຜ່ານລະບົບການສະເຕກລວມສູນ (unified staking framework). ໂທເຄັນນີ້ຖືກນໍາໃຊ້ໂດຍຜູ້ກວດສອບ (validators) ພາຍໃຕ້ກົນໄກ proof-of-stake (PoS) ແລະເປີດໂອກາດໃຫ້ຜູ້ຖືໂທເຄັນເຂົ້າມີສ່ວນຮ່ວມໃນການກຳກັບດູແລເຄືອຂ່າຍ. ນອກຈາກນີ້, POL ຍັງມີຮູບແບບການແຈກຢາຍໂທເຄັນ (emissions model) ທີ່ຖືກອອກແບບມາເພື່ອສະໜັບສະໜູນໂຄງການ ຫຼືກິດຈະກຳທີ່ກ່ຽວຂ້ອງກັບເຄືອຂ່າຍອີກດ້ວຍ. ມາຮອດເວລານີ້, ການປ່ຽນຜ່ານຈາກ MATIC ໄປເປັນ POL ໃນຖານະໂທເຄັນຫຼັກຂອງລະບົບນິເວດ Polygon ແມ່ນໃກ້ຈະສໍາເລັດແລ້ວ, ໂດຍມີການໂອນຍ້າຍໂທເຄັນສໍາເລັດໄປແລ້ວປະມານ 98–99% ຂອງ MATIC ທັງໝົດ. ການໂອນຍ້າຍນີ້ເຮັດໃຫ້ POL ກາຍເປັນໂທເຄັນຫຼັກສໍາລັບການຊໍາລະຄ່າແກັສ, ການສະເຕກກິ້ງ, ການກຳກັບດູແລ, ແລະການປະສານງານໃນລະບົບມັລຕິເຊນຂອງ Polygon ຢ່າງເປັນທາງການ. ດັ່ງນັ້ນ, POL ຈຶ່ງມີບົດບາດສໍາຄັນໃນການຮັກສາຄວາມປອດໄພຂອງເຄືອຂ່າຍຜ່ານການສະເຕກຂອງຜູ້ກວດສອບ ໂດຍການນໍາເອົາລະບົບ native staking ເຂົ້າມາ ເປີດໂອກາດໃຫ້ຜູ້ຖືໂທເຄັນສາມາດມີສ່ວນຮ່ວມໃນການຮັກສາຄວາມປອດໄພຂອງເຄືອຂ່າຍ ແລະ ໄດ້ຮັບຜົນຕອບແທນຈາກລາງວັນຂອງຜູ້ກວດສອບ ຫຼື ການແຈກຢາຍຈາກໂປຣໂຕຄໍໃນອະນາຄົດ. ການປ່ຽນຜ່ານຄັ້ງນີ້ຖືວ່າເປັນການຍົກລະດັບໂຄງສ້າງທີ່ສໍາຄັນໃນດ້ານການນໍາໃຊ້ ແລະການມີສ່ວນຮ່ວມພາຍໃນລະບົບນິເວດຂອງ Polygon. ປະລິມານໂທເຄັນໝູນວຽນປັດຈຸບັນ: 10.49 ພັນລ້ານ POL POL ມີການລິດສ໌ (list) ຢູ່ເທິງ Binance ສໍາລັບການຊື້ຂາຍ, ແລະລາຄາຫຼ້າສຸດສາມາດກວດສອບໄດ້ແບບທັນການ (real-time) ຢູ່ເທິງ Binance. #Polygon $POL {future}(POLUSDT)

Polygon Ecosystem Token (POL) ແມ່ນຫຍັງ?

Polygon Ecosystem Token (POL) ແມ່ນໂທເຄັນພື້ນຖານ (native token) ທີ່ໃຊ້ສໍາລັບຄ່າແກັສ (gas fee) ແລະການສະເຕກກິ້ງ (staking) ພາຍໃນເຄືອຂ່າຍ Polygon, ລວມທັງເຊນ Polygon PoS. ມັນຖືກນໍາໃຊ້ເພື່ອຊໍາລະຄ່າທໍານຽມທຸລະກໍາ, ການສະເຕກຂອງຜູ້ກວດສອບ (validators), ແລະການມີສ່ວນຮ່ວມໃນການກຳກັບດູແລ (governance) ພາຍໃນລະບົບນິເວດຂອງ Polygon.
@Polygon ແມ່ນການຍົກລະດັບຈາກໂທເຄັນ MATIC ທີ່ຖືກພັດທະນາຂຶ້ນເພື່ອຂະຫຍາຍຂອບເຂດການນໍາໃຊ້ ແລະຮອງຮັບການພັດທະນາເພີ່ມເຕີມໃນອະນາຄົດຂອງໂປຣໂຕຄໍ Polygon. ມັນຖືກອອກແບບມາເພື່ອຮັກສາຄວາມປອດໄພຂອງຫຼາຍເຊນພາຍໃນເຄືອຂ່າຍ Polygon ຜ່ານລະບົບການສະເຕກລວມສູນ (unified staking framework).
ໂທເຄັນນີ້ຖືກນໍາໃຊ້ໂດຍຜູ້ກວດສອບ (validators) ພາຍໃຕ້ກົນໄກ proof-of-stake (PoS) ແລະເປີດໂອກາດໃຫ້ຜູ້ຖືໂທເຄັນເຂົ້າມີສ່ວນຮ່ວມໃນການກຳກັບດູແລເຄືອຂ່າຍ. ນອກຈາກນີ້, POL ຍັງມີຮູບແບບການແຈກຢາຍໂທເຄັນ (emissions model) ທີ່ຖືກອອກແບບມາເພື່ອສະໜັບສະໜູນໂຄງການ ຫຼືກິດຈະກຳທີ່ກ່ຽວຂ້ອງກັບເຄືອຂ່າຍອີກດ້ວຍ.
ມາຮອດເວລານີ້, ການປ່ຽນຜ່ານຈາກ MATIC ໄປເປັນ POL ໃນຖານະໂທເຄັນຫຼັກຂອງລະບົບນິເວດ Polygon ແມ່ນໃກ້ຈະສໍາເລັດແລ້ວ, ໂດຍມີການໂອນຍ້າຍໂທເຄັນສໍາເລັດໄປແລ້ວປະມານ 98–99% ຂອງ MATIC ທັງໝົດ. ການໂອນຍ້າຍນີ້ເຮັດໃຫ້ POL ກາຍເປັນໂທເຄັນຫຼັກສໍາລັບການຊໍາລະຄ່າແກັສ, ການສະເຕກກິ້ງ, ການກຳກັບດູແລ, ແລະການປະສານງານໃນລະບົບມັລຕິເຊນຂອງ Polygon ຢ່າງເປັນທາງການ.
ດັ່ງນັ້ນ, POL ຈຶ່ງມີບົດບາດສໍາຄັນໃນການຮັກສາຄວາມປອດໄພຂອງເຄືອຂ່າຍຜ່ານການສະເຕກຂອງຜູ້ກວດສອບ ໂດຍການນໍາເອົາລະບົບ native staking ເຂົ້າມາ ເປີດໂອກາດໃຫ້ຜູ້ຖືໂທເຄັນສາມາດມີສ່ວນຮ່ວມໃນການຮັກສາຄວາມປອດໄພຂອງເຄືອຂ່າຍ ແລະ ໄດ້ຮັບຜົນຕອບແທນຈາກລາງວັນຂອງຜູ້ກວດສອບ ຫຼື ການແຈກຢາຍຈາກໂປຣໂຕຄໍໃນອະນາຄົດ.
ການປ່ຽນຜ່ານຄັ້ງນີ້ຖືວ່າເປັນການຍົກລະດັບໂຄງສ້າງທີ່ສໍາຄັນໃນດ້ານການນໍາໃຊ້ ແລະການມີສ່ວນຮ່ວມພາຍໃນລະບົບນິເວດຂອງ Polygon.
ປະລິມານໂທເຄັນໝູນວຽນປັດຈຸບັນ: 10.49 ພັນລ້ານ POL
POL ມີການລິດສ໌ (list) ຢູ່ເທິງ Binance ສໍາລັບການຊື້ຂາຍ, ແລະລາຄາຫຼ້າສຸດສາມາດກວດສອບໄດ້ແບບທັນການ (real-time) ຢູ່ເທິງ Binance.
#Polygon $POL
ທຳຄວາມຮູ້ຈັກ ZEROBASE (ZBT)ໃນ Binance HODLer Airdrops! ຮັບໂທເຄັນ ZBT ໂດຍການຝາກ BNB ໃນ Simple Earn ກ່ຽວກັບ ZEROBASE ZEROBASE ກຳລັງສ້າງເຄືອຂ່າຍ Zero-Knowledge (ZK) proving network ແບບກະຈາຍສູນທີ່ມີປະສິດທິພາບສູງ ອອກແບບເພື່ອຮອງຮັບການຄຳນວນແບບທັນທີ (Real-time computation) ການປະຕິບັດຕາມກົດໝາຍ (Regulatory compliance) ແລະການນຳໃຊ້ໃນທາງພານິດໃນວົງກວ້າງ. ເປົ້າໝາຍຂອງ ZEROBASE ແມ່ນເພື່ອປິດຊ່ອງວ່າງຂອງ “ຄວາມເຊື່ອໃຈ” ໃນລະບົບການເງິນທົ່ວໂລກ ທີ່ຍັງຄົງກະຈາຍຕົວ, ບໍ່ໂປ່ງໃສ ແລະຍາກຕໍ່ການກວດສອບ. ZEROBASE ດຳເນີນການດ້ວຍ ສະຖາປັດຕະຍະກຳ Multi-role Architecture ທີ່ສາມາດຂະຫຍາຍໄດ້ ໂດຍຜ່ານລະບົບປະສານງານ HUB-Prover ເພື່ອສົ່ງຕໍ່ ແລະຜະລິດ ZK proofs ໃຫ້ໄດ້ຢ່າງມີປະສິດທິພາບ, ມີຄວາມເຊື່ອຖືໄດ້ສູງ (High availability), ຄວາມໜ່ວງຕໍ່າ (Low latency) ແລະການກວດສອບໄດ້ໃນລະດັບ Cryptographic. ເຄືອຂ່າຍຂອງພວກເຮົາຮອງຮັບແອັບພລິເຄຊັນຫຼາຍຮູບແບບ ເຊັ່ນ zkLogin, zkDarkPool, zkVote, zkCEX ແລະຊ່ວຍໃຫ້ນັກພັດທະນາເຂົ້າຮ່ວມໄດ້ຢ່າງຮວດເລັວ ໂດຍຮອງຮັບທັງວົງຈອນມາດຕະຖານ ແລະວົງຈອນທີ່ປັບແຕ່ງເອງ (Custom Circuits). ມັນສາມາດເຮັດວຽກຮ່ວມກັບ Circom, Gnark ແລະຮອງຮັບ “Decryptable Proof Layers” ສຳລັບການເຊື່ອມຕໍ່ໃນລະດັບອົງກອນທີ່ສູງຂຶ້ນ. ເພື່ອຮັບປະກັນຄວາມເປັນສ່ວນຕົວ ແລະການປະຕິບັດຕາມກົດໝາຍ, ຂໍ້ມູນທັງໝົດໃນການຄຳນວນວົງຈອນຈະຖືກປະມວນຜົນພາຍໃນ TEE (Trusted Execution Environments) ໂດຍບໍ່ຖືກເປີດເຜີຍໃຫ້ກັບຜູ້ດຳເນີນການ Prover. ໂໜດທຸກອັນທີ່ເຮັດໜ້າທີ່ Proving ຈະຕ້ອງວາງຫຼັກປະກັນເປັນ Stablecoin ເພື່ອຮັບປະກັນຄວາມນ່າເຊື່ອຖື ແລະຄວາມປອດໄພຂອງເຄືອຂ່າຍ. ໂມເດວເສດຖະກິດຂອງ ZEROBASE ZEROBASE ຖືກຂັບເຄື່ອນໂດຍໂທເຄັນ ZBT ທີ່ເປັນຫົວໃຈຂອງລະບົບເຄືອຂ່າຍ: Proving Nodes ຈະໄດ້ຮັບຜົນຕອບແທນຈາກການທຳພາລະກິດ Proof ໂດຍມີການຄໍ້າປະກັນເປັນ Stablecoin ແລະລາງວັນອີງຕາມຜົນງານ. HUB Nodes ຈະໄດ້ຮັບການຈ່າຍລາງວັນ ZBT ຢ່າງຕໍ່ເນື່ອງຈາກການສົ່ງຕໍ່ Proof ແລະການແບ່ງປັນ Bandwidth.ຜູ້ໃຊ້ທົ່ວໄປ ສາມາດເຂົ້າຮ່ວມ zkStaking ໂດຍຝາກ Stablecoin ເພື່ອຮັບຜົນຕອບແທນນອກເຊນ (Off-chain yield) ຜ່ານກຸດລະຍຸດທີ່ໃຊ້ທຶນຢ່າງມີປະສິດທິພາບ. ຜົນຕອບແທນທັງໝົດຈະຖືກຢືນຢັນແບບ Zero-Knowledge ຢູ່ເທິງເຊນ ເພື່ອຄວາມໂປ່ງໃສ ແລະການກວດສອບໄດ້. ZEROBASE ປະສົມປະສານການກວດສອບດ້ວຍ ZK, ການຮັບປະກັນຄວາມເປັນສ່ວນຕົວຜ່ານ TEE ແລະຊັ້ນ Staking ທີ່ຮອງຮັບຫຼາຍຊະນິດສິນຊັບ (Multi-asset layer) ເພື່ອສ້າງໂຄງສ້າງພື້ນຖານທີ່ ກວດສອບໄດ້, ປອດໄພ ແລະສາມາດສ້າງຜົນຕອບແທນໄດ້ ເຊື່ອມໂຍງລະຫວ່າງ ເສລີພາບຂອງ Web3 ແລະ ມາດຕະຖານຂອງສະຖາບັນການເງິນ. ດ້ວຍຜົນງານຄົ້ນຄ້ວາທີ່ສະສົມມາຫຼາຍປີ ແລະການຮ່ວມມືກັບພັນທະມິດໃນລະບົບນິເວດ, ZEROBASE ຖືກກຳນົດໃຫ້ເປັນຊັ້ນພື້ນຖານສຳລັບການຄຳນວນແບບບໍ່ຕ້ອງເຊື່ອໃຈ (Trustless Computation) ທີ່ຮັກສາຄວາມເປັນສ່ວນຕົວ ໄດ້ທັງໃນສະພາບແວດລ້ອມສາທາລະນະ ແລະສະພາບທີ່ມີການກຳກັບດູແລ. ທຳຄວາມຮູ້ຈັກ ZEROBASE (ZBT)ໃນ Binance HODLer Airdrops Binance ໄດ້ປະກາດເປີດຕົວໂຄງການທີ່ 54 ຢູ່ໜ້າ HODLer Airdrops — ZEROBASE (ZBT) ເຄືອຂ່າຍ prover ທີ່ສາມາດຄຳນວນແບບກວດສອບໄດ້ (verifiable computation) ແລະ ສ້າງຜົນຕອບແທນບົນເຊນດ້ວຍເທັກໂນໂລຊີ ZK. ຜູ້ໃຊ້ທີ່ໄດ້ລົງທະບຽນໃຊ້ງານ BNB ຢູ່ໃນ Simple Earn (ແບບຍືດຫຍຸ່ນ ຫຼື ລ໋ອກ) ແລະ/ຫຼື On-Chain Yields ລະຫວ່າງວັນທີ 11 ຕຸລາ 2025, 00:00 (UTC) ຫາ 13 ຕຸລາ 2025, 23:59 (UTC) ຈະໄດ້ຮັບ airdrop ຂອງ HODLer Airdrops. ຫຼັງຈາກນັ້ນ Binance ຈະເປີດການຊື້ຂາຍ ZBT ໃນວັນທີ 17 ຕຸລາ 2025, 13:00 (UTC) ດ້ວຍຄູ່ຊື້ຂາຍ USDT, USDC, BNB, FDUSD ແລະ TRY ແລະຈະຕິດປ້າຍ Seed Tag ໃຫ້ ZBT. ຜູ້ໃຊ້ສາມາດຝາກ ZBT ໄດ້ຕັ້ງແຕ່ວັນທີ 17 ຕຸລາ 2025, 11:00 (UTC) ລາຍລະອຽດ ZBT HODLer Airdrops ຊື່ໂທເຄັນ: ZEROBASE (ZBT) ຈຳນວນໂທເຄັນທັງໝົດ: 1,000,000,000 ZBT ຈຳນວນທີ່ຈະແຈກ Airdrop: 15,000,000 ZBT (1.50%) ອີກ 10,000,000 ZBT ຈະຖືກໃຊ້ໃນແຄມເປນການຕະຫຼາດຫຼັງຈາກການລິສ ແລະ 15,000,000 ZBT ຈະໃຊ້ໃນແຄມເປນໃນອະນາຄົດໃນ 6 ເດືອນຂ້າງໜ້າຈຳນວນໝຸນວຽນເມື່ອລິສຕ໌ເລີ່ມຕົ້ນ: 220,000,000 ZBT (22%) ກ່ຽວກັບ Binance HODLer Airdrops HODLer Airdrops ແມ່ນໂຄງການລາງວັນສຳລັບຜູ້ຖື BNB ໂດຍໃຫ້ໂທເຄນແບບ airdrop ຕາມຍອດຖືຄ່າຍ້ອນຫຼັງ. ເມື່ອທ່ານລົງທະບຽນ BNB ໃນ Simple Earn, ທ່ານຈະມີສິດຮັບລາງວັນ HODLer Airdrops (ຮວມທັງ Launchpool ແລະ Megadrop). ຖ້າໃຊ້ BNB ກັບ On-Chain Yields, ທ່ານຈະໄດ້ຮັບສິດສຳລັບ HODLer Airdrops ແລະ Launchpool ເຊັ່ນກັນ. ແຕກຕ່າງຈາກການຫາລາຍໄດ້ອື່ນໆ, HODLer Airdrops ຈະໃຫ້ລາງວັນ ອັດຕະໂນມັດແບບຍ້ອນຫຼັງ — ວິທີງ່າຍໆໃນການໄດ້ໂທເຄນເພີ່ມເຕີມ ພຽງແຕ່ຖື BNB ໃນ Simple Earn ຫຼື On-Chain Yields. ວິທີຮັບປະໂຫຍດຈາກ HODLer Airdrops ໄປທີ່ໜ້າ [Earn] ແລະຄົ້ນຫາ “BNB”ລົງທະບຽນຜ່ານ Simple Earn (ຍືດຫຍຸ່ນ ຫຼື ລ໋ອກ) ຫຼື On-Chain Yields ດ້ວຍ BNB ທີ່ທ່ານຖືຢູ່Binance ຈະຖ່າຍພາບຍອດຖືຂອງຜູ້ໃຊ້ທຸກຊົ່ວໂມງ ເພື່ອຄຳນວນຄ່າຖືສະເລ່ຍBinance ຈະນຳຂໍ້ມູນຍ້ອນຫຼັງ ຫຼັງຈາກປະກາດມາຄຳນວນລາງວັນ ຜູ້ມີສິດຈະໄດ້ຮັບໂທເຄນ HODLer Airdrops ພາຍໃນ 24 ຊົ່ວໂມງ ຫຼັງການປະກາດ airdrop. [https://www.binance.com/en/launchpool/hodler-airdrop](https://www.binance.com/en/launchpool/hodler-airdrop) #BinanceHODLerZBT #BinanceEarn $ZBT {spot}(ZBTUSDT)

ທຳຄວາມຮູ້ຈັກ ZEROBASE (ZBT)ໃນ Binance HODLer Airdrops! ຮັບໂທເຄັນ ZBT ໂດຍການຝາກ BNB ໃນ Simple Earn

ກ່ຽວກັບ ZEROBASE
ZEROBASE ກຳລັງສ້າງເຄືອຂ່າຍ Zero-Knowledge (ZK) proving network ແບບກະຈາຍສູນທີ່ມີປະສິດທິພາບສູງ ອອກແບບເພື່ອຮອງຮັບການຄຳນວນແບບທັນທີ (Real-time computation) ການປະຕິບັດຕາມກົດໝາຍ (Regulatory compliance) ແລະການນຳໃຊ້ໃນທາງພານິດໃນວົງກວ້າງ.

ເປົ້າໝາຍຂອງ ZEROBASE ແມ່ນເພື່ອປິດຊ່ອງວ່າງຂອງ “ຄວາມເຊື່ອໃຈ” ໃນລະບົບການເງິນທົ່ວໂລກ ທີ່ຍັງຄົງກະຈາຍຕົວ, ບໍ່ໂປ່ງໃສ ແລະຍາກຕໍ່ການກວດສອບ.
ZEROBASE ດຳເນີນການດ້ວຍ ສະຖາປັດຕະຍະກຳ Multi-role Architecture ທີ່ສາມາດຂະຫຍາຍໄດ້ ໂດຍຜ່ານລະບົບປະສານງານ HUB-Prover ເພື່ອສົ່ງຕໍ່ ແລະຜະລິດ ZK proofs ໃຫ້ໄດ້ຢ່າງມີປະສິດທິພາບ, ມີຄວາມເຊື່ອຖືໄດ້ສູງ (High availability), ຄວາມໜ່ວງຕໍ່າ (Low latency) ແລະການກວດສອບໄດ້ໃນລະດັບ Cryptographic.
ເຄືອຂ່າຍຂອງພວກເຮົາຮອງຮັບແອັບພລິເຄຊັນຫຼາຍຮູບແບບ ເຊັ່ນ zkLogin, zkDarkPool, zkVote, zkCEX ແລະຊ່ວຍໃຫ້ນັກພັດທະນາເຂົ້າຮ່ວມໄດ້ຢ່າງຮວດເລັວ ໂດຍຮອງຮັບທັງວົງຈອນມາດຕະຖານ ແລະວົງຈອນທີ່ປັບແຕ່ງເອງ (Custom Circuits).

ມັນສາມາດເຮັດວຽກຮ່ວມກັບ Circom, Gnark ແລະຮອງຮັບ “Decryptable Proof Layers” ສຳລັບການເຊື່ອມຕໍ່ໃນລະດັບອົງກອນທີ່ສູງຂຶ້ນ.
ເພື່ອຮັບປະກັນຄວາມເປັນສ່ວນຕົວ ແລະການປະຕິບັດຕາມກົດໝາຍ, ຂໍ້ມູນທັງໝົດໃນການຄຳນວນວົງຈອນຈະຖືກປະມວນຜົນພາຍໃນ TEE (Trusted Execution Environments) ໂດຍບໍ່ຖືກເປີດເຜີຍໃຫ້ກັບຜູ້ດຳເນີນການ Prover.

ໂໜດທຸກອັນທີ່ເຮັດໜ້າທີ່ Proving ຈະຕ້ອງວາງຫຼັກປະກັນເປັນ Stablecoin ເພື່ອຮັບປະກັນຄວາມນ່າເຊື່ອຖື ແລະຄວາມປອດໄພຂອງເຄືອຂ່າຍ.
ໂມເດວເສດຖະກິດຂອງ ZEROBASE
ZEROBASE ຖືກຂັບເຄື່ອນໂດຍໂທເຄັນ ZBT ທີ່ເປັນຫົວໃຈຂອງລະບົບເຄືອຂ່າຍ:
Proving Nodes ຈະໄດ້ຮັບຜົນຕອບແທນຈາກການທຳພາລະກິດ Proof ໂດຍມີການຄໍ້າປະກັນເປັນ Stablecoin ແລະລາງວັນອີງຕາມຜົນງານ.
HUB Nodes ຈະໄດ້ຮັບການຈ່າຍລາງວັນ ZBT ຢ່າງຕໍ່ເນື່ອງຈາກການສົ່ງຕໍ່ Proof ແລະການແບ່ງປັນ Bandwidth.ຜູ້ໃຊ້ທົ່ວໄປ ສາມາດເຂົ້າຮ່ວມ zkStaking ໂດຍຝາກ Stablecoin ເພື່ອຮັບຜົນຕອບແທນນອກເຊນ (Off-chain yield) ຜ່ານກຸດລະຍຸດທີ່ໃຊ້ທຶນຢ່າງມີປະສິດທິພາບ.
ຜົນຕອບແທນທັງໝົດຈະຖືກຢືນຢັນແບບ Zero-Knowledge ຢູ່ເທິງເຊນ ເພື່ອຄວາມໂປ່ງໃສ ແລະການກວດສອບໄດ້.
ZEROBASE ປະສົມປະສານການກວດສອບດ້ວຍ ZK, ການຮັບປະກັນຄວາມເປັນສ່ວນຕົວຜ່ານ TEE ແລະຊັ້ນ Staking ທີ່ຮອງຮັບຫຼາຍຊະນິດສິນຊັບ (Multi-asset layer) ເພື່ອສ້າງໂຄງສ້າງພື້ນຖານທີ່ ກວດສອບໄດ້, ປອດໄພ ແລະສາມາດສ້າງຜົນຕອບແທນໄດ້ ເຊື່ອມໂຍງລະຫວ່າງ ເສລີພາບຂອງ Web3 ແລະ ມາດຕະຖານຂອງສະຖາບັນການເງິນ.
ດ້ວຍຜົນງານຄົ້ນຄ້ວາທີ່ສະສົມມາຫຼາຍປີ ແລະການຮ່ວມມືກັບພັນທະມິດໃນລະບົບນິເວດ, ZEROBASE ຖືກກຳນົດໃຫ້ເປັນຊັ້ນພື້ນຖານສຳລັບການຄຳນວນແບບບໍ່ຕ້ອງເຊື່ອໃຈ (Trustless Computation) ທີ່ຮັກສາຄວາມເປັນສ່ວນຕົວ ໄດ້ທັງໃນສະພາບແວດລ້ອມສາທາລະນະ ແລະສະພາບທີ່ມີການກຳກັບດູແລ.
ທຳຄວາມຮູ້ຈັກ ZEROBASE (ZBT)ໃນ Binance HODLer Airdrops
Binance ໄດ້ປະກາດເປີດຕົວໂຄງການທີ່ 54 ຢູ່ໜ້າ HODLer Airdrops — ZEROBASE (ZBT) ເຄືອຂ່າຍ prover ທີ່ສາມາດຄຳນວນແບບກວດສອບໄດ້ (verifiable computation) ແລະ ສ້າງຜົນຕອບແທນບົນເຊນດ້ວຍເທັກໂນໂລຊີ ZK.
ຜູ້ໃຊ້ທີ່ໄດ້ລົງທະບຽນໃຊ້ງານ BNB ຢູ່ໃນ Simple Earn (ແບບຍືດຫຍຸ່ນ ຫຼື ລ໋ອກ) ແລະ/ຫຼື On-Chain Yields ລະຫວ່າງວັນທີ 11 ຕຸລາ 2025, 00:00 (UTC) ຫາ 13 ຕຸລາ 2025, 23:59 (UTC) ຈະໄດ້ຮັບ airdrop ຂອງ HODLer Airdrops.

ຫຼັງຈາກນັ້ນ Binance ຈະເປີດການຊື້ຂາຍ ZBT ໃນວັນທີ 17 ຕຸລາ 2025, 13:00 (UTC) ດ້ວຍຄູ່ຊື້ຂາຍ USDT, USDC, BNB, FDUSD ແລະ TRY ແລະຈະຕິດປ້າຍ Seed Tag ໃຫ້ ZBT.
ຜູ້ໃຊ້ສາມາດຝາກ ZBT ໄດ້ຕັ້ງແຕ່ວັນທີ 17 ຕຸລາ 2025, 11:00 (UTC)


ລາຍລະອຽດ ZBT HODLer Airdrops
ຊື່ໂທເຄັນ: ZEROBASE (ZBT)

ຈຳນວນໂທເຄັນທັງໝົດ: 1,000,000,000 ZBT

ຈຳນວນທີ່ຈະແຈກ Airdrop: 15,000,000 ZBT (1.50%)
ອີກ 10,000,000 ZBT ຈະຖືກໃຊ້ໃນແຄມເປນການຕະຫຼາດຫຼັງຈາກການລິສ ແລະ 15,000,000 ZBT ຈະໃຊ້ໃນແຄມເປນໃນອະນາຄົດໃນ 6 ເດືອນຂ້າງໜ້າຈຳນວນໝຸນວຽນເມື່ອລິສຕ໌ເລີ່ມຕົ້ນ: 220,000,000 ZBT (22%)
ກ່ຽວກັບ Binance HODLer Airdrops
HODLer Airdrops ແມ່ນໂຄງການລາງວັນສຳລັບຜູ້ຖື BNB ໂດຍໃຫ້ໂທເຄນແບບ airdrop ຕາມຍອດຖືຄ່າຍ້ອນຫຼັງ.
ເມື່ອທ່ານລົງທະບຽນ BNB ໃນ Simple Earn, ທ່ານຈະມີສິດຮັບລາງວັນ HODLer Airdrops (ຮວມທັງ Launchpool ແລະ Megadrop).

ຖ້າໃຊ້ BNB ກັບ On-Chain Yields, ທ່ານຈະໄດ້ຮັບສິດສຳລັບ HODLer Airdrops ແລະ Launchpool ເຊັ່ນກັນ.
ແຕກຕ່າງຈາກການຫາລາຍໄດ້ອື່ນໆ, HODLer Airdrops ຈະໃຫ້ລາງວັນ ອັດຕະໂນມັດແບບຍ້ອນຫຼັງ — ວິທີງ່າຍໆໃນການໄດ້ໂທເຄນເພີ່ມເຕີມ ພຽງແຕ່ຖື BNB ໃນ Simple Earn ຫຼື On-Chain Yields.
ວິທີຮັບປະໂຫຍດຈາກ HODLer Airdrops
ໄປທີ່ໜ້າ [Earn] ແລະຄົ້ນຫາ “BNB”ລົງທະບຽນຜ່ານ Simple Earn (ຍືດຫຍຸ່ນ ຫຼື ລ໋ອກ) ຫຼື On-Chain Yields ດ້ວຍ BNB ທີ່ທ່ານຖືຢູ່Binance ຈະຖ່າຍພາບຍອດຖືຂອງຜູ້ໃຊ້ທຸກຊົ່ວໂມງ ເພື່ອຄຳນວນຄ່າຖືສະເລ່ຍBinance ຈະນຳຂໍ້ມູນຍ້ອນຫຼັງ ຫຼັງຈາກປະກາດມາຄຳນວນລາງວັນ
ຜູ້ມີສິດຈະໄດ້ຮັບໂທເຄນ HODLer Airdrops ພາຍໃນ 24 ຊົ່ວໂມງ ຫຼັງການປະກາດ airdrop.
https://www.binance.com/en/launchpool/hodler-airdrop
#BinanceHODLerZBT #BinanceEarn $ZBT
BINANCE ບໍລິຈາກເງິນ 3.5 ລ້ານເປໂຊ ເພື່ອຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວໃນຟິລິບປິນ 🇵🇭 Binance Charity ໄດ້ລິເລີ່ມໂຄງການບັນເທົາທຸກມູນຄ່າ ₱3.5 ລ້ານເປໂຊ (ປະມານ $61,400) ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກແຜ່ນດິນໄຫວຄັ້ງໃຫຍ່ສອງຄັ້ງທີ່ຫາກໍເກີດຂຶ້ນໃນຟິລິບປິນ: ແຜ່ນດິນໄຫວຂະໜາດ 6.9 magnitude ທີ່ພັດເຂດພາກເໜືອຂອງເມືອງ ເຊບູ (Cebu) ໃນວັນທີ 30 ກັນຍາ.ແຜ່ນດິນໄຫວຂະໜາດ 7.4 magnitude ທີ່ເກີດຂຶ້ນຢູ່ນອກຊາຍຝັ່ງຂອງ ດາເວົາ ໂອຣຽນທັນ (Davao Oriental) ໃນວັນທີ 10 ຕຸລາ. ໂຄງການດັ່ງກ່າວແມ່ນໃຊ້ວິທີການຊ່ວຍເຫຼືອສອງດ້ານ: 1. ການຊ່ວຍເຫຼືອດ້ານການເງິນໂດຍກົງຜ່ານລະບົບ Blockchain Binance Charity ຈະທຳການແຈກ airdrop 80$ (ປະມານ ₱4,600 ເປໂຊ) ໃນຮູບແບບບັດຄູປອງໂທເຄັນ BNB ໃຫ້ແກ່ຜູ້ໃຊ້ງານທີ່ມີສິດທິທຸກຄົນທີ່ຖືກກຳນົດຜ່ານຫຼັກຖານຢັ້ງຢືນທີ່ຢູ່ (Proof of Address - POA) ໃນເຂດໄພພິບັດທີ່ຖືກກຳນົດໄວ້. ວິທີການນີ້ມີຈຸດປະສົງເພື່ອສະໜອງການຊ່ວຍເຫຼືອທາງດ້ານການເງິນທີ່ໄວ, ໂປ່ງໃສ ແລະ ມີຕົ້ນທຶນຕໍ່າ. ຜູ້ຮັບທີ່ມີສິດທິຄາດວ່າຈະໄດ້ຮັບບັດຄູປອງດັ່ງກ່າວພາຍໃນວັນທີ 31 ຕຸລາ 2025. 2. ການບໍລິຈາກໃຫ້ແກ່ Philippine Red Cross ການບໍລິຈາກແຍກຕ່າງຫາກຈະຖືກມອບໃຫ້ແກ່ ສະພາກາຊາດຟິລິບປິນ (Philippine Red Cross) ເພື່ອສະໜັບສະໜູນວຽກງານບັນເທົາທຸກຢູ່ພື້ນທີ່ຈິງ, ໂດຍຈະສະໜອງເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ອາຫານ ແລະ ນ້ຳດື່ມ ໃຫ້ແກ່ຄອບຄົວທີ່ຖືກຍົກຍ້າຍ. ທ່ານ Richard Teng, ຜູ້ບໍລິຫານສູງສຸດຂອງ Binance, ໄດ້ກ່າວວ່າ: "ພວກເຮົາຂໍສະແດງຄວາມເຫັນອົກເຫັນໃຈຕໍ່ທຸກໆຄົນທີ່ໄດ້ຮັບຜົນກະທົບ... ພວກເຮົາຫວັງວ່າຄວາມຊ່ວຍເຫຼືອນີ້ຈະສາມາດບັນເທົາທຸກໄດ້ແດ່ ແລະ ຊ່ວຍໃຫ້ຊຸມຊົນເລີ່ມຕົ້ນສ້າງສາຄືນໃໝ່," ເຊິ່ງເປັນການຢໍ້າຄືນຄວາມມຸ່ງໝັ້ນຂອງບໍລິສັດໃນການນໍາໃຊ້ເຕັກໂນໂລຍີ blockchain ເພື່ອສົ່ງມອບການຊ່ວຍເຫຼືອຢ່າງວ່ອງໄວ ແລະ ໂປ່ງໃສໃນສະຖານະການໄພພິບັດ. ນີ້ບໍ່ແມ່ນຄັ້ງທຳອິດທີ່ Binance Charity ໄດ້ໃຫ້ການຊ່ວຍເຫຼືອແກ່ຟິລິບປິນ; ໃນປີ 2020, ອົງການດັ່ງກ່າວເຄີຍໄດ້ບໍລິຈາກອຸປະກອນທາງການແພດທີ່ມີມູນຄ່າເທົ່າກັນໃຫ້ແກ່ໂຮງໝໍຕ່າງໆ ເຊິ່ງເປັນສ່ວນໜຶ່ງຂອງ "ແຄມເປນຄຣິບໂທຕ້ານ COVID (Crypto Against COVID Campaign)". ຄວາມພະຍາຍາມໃນປັດຈຸບັນແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄພພິບັດໂດຍໃຊ້ blockchain ທີ່ຄ້າຍຄືກັນທີ່ Binance Charity ໄດ້ລິເລີ່ມເພື່ອຕອບສະໜອງຕໍ່ວິກິດການໃນປະເທດຕ່າງໆ ເຊັ່ນ: ຕຸລະກີ, ມຽນມາ, ແລະ ບຣາຊິນ. ອ່ານບົດຄວາມສະບັບເຕັມເພື່ອເບິ່ງຂໍ້ມູນເພີ່ມເຕີມ: https://bitpinas.com/feature/binance-donation-ph/ #Binancecharity

BINANCE ບໍລິຈາກເງິນ 3.5 ລ້ານເປໂຊ ເພື່ອຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວໃນຟິລິບປິນ 🇵🇭


Binance Charity ໄດ້ລິເລີ່ມໂຄງການບັນເທົາທຸກມູນຄ່າ ₱3.5 ລ້ານເປໂຊ (ປະມານ $61,400) ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກແຜ່ນດິນໄຫວຄັ້ງໃຫຍ່ສອງຄັ້ງທີ່ຫາກໍເກີດຂຶ້ນໃນຟິລິບປິນ:
ແຜ່ນດິນໄຫວຂະໜາດ 6.9 magnitude ທີ່ພັດເຂດພາກເໜືອຂອງເມືອງ ເຊບູ (Cebu) ໃນວັນທີ 30 ກັນຍາ.ແຜ່ນດິນໄຫວຂະໜາດ 7.4 magnitude ທີ່ເກີດຂຶ້ນຢູ່ນອກຊາຍຝັ່ງຂອງ ດາເວົາ ໂອຣຽນທັນ (Davao Oriental) ໃນວັນທີ 10 ຕຸລາ.
ໂຄງການດັ່ງກ່າວແມ່ນໃຊ້ວິທີການຊ່ວຍເຫຼືອສອງດ້ານ:
1. ການຊ່ວຍເຫຼືອດ້ານການເງິນໂດຍກົງຜ່ານລະບົບ Blockchain
Binance Charity ຈະທຳການແຈກ airdrop 80$ (ປະມານ ₱4,600 ເປໂຊ) ໃນຮູບແບບບັດຄູປອງໂທເຄັນ BNB ໃຫ້ແກ່ຜູ້ໃຊ້ງານທີ່ມີສິດທິທຸກຄົນທີ່ຖືກກຳນົດຜ່ານຫຼັກຖານຢັ້ງຢືນທີ່ຢູ່ (Proof of Address - POA) ໃນເຂດໄພພິບັດທີ່ຖືກກຳນົດໄວ້. ວິທີການນີ້ມີຈຸດປະສົງເພື່ອສະໜອງການຊ່ວຍເຫຼືອທາງດ້ານການເງິນທີ່ໄວ, ໂປ່ງໃສ ແລະ ມີຕົ້ນທຶນຕໍ່າ. ຜູ້ຮັບທີ່ມີສິດທິຄາດວ່າຈະໄດ້ຮັບບັດຄູປອງດັ່ງກ່າວພາຍໃນວັນທີ 31 ຕຸລາ 2025.
2. ການບໍລິຈາກໃຫ້ແກ່ Philippine Red Cross
ການບໍລິຈາກແຍກຕ່າງຫາກຈະຖືກມອບໃຫ້ແກ່ ສະພາກາຊາດຟິລິບປິນ (Philippine Red Cross) ເພື່ອສະໜັບສະໜູນວຽກງານບັນເທົາທຸກຢູ່ພື້ນທີ່ຈິງ, ໂດຍຈະສະໜອງເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ອາຫານ ແລະ ນ້ຳດື່ມ ໃຫ້ແກ່ຄອບຄົວທີ່ຖືກຍົກຍ້າຍ.
ທ່ານ Richard Teng, ຜູ້ບໍລິຫານສູງສຸດຂອງ Binance, ໄດ້ກ່າວວ່າ: "ພວກເຮົາຂໍສະແດງຄວາມເຫັນອົກເຫັນໃຈຕໍ່ທຸກໆຄົນທີ່ໄດ້ຮັບຜົນກະທົບ... ພວກເຮົາຫວັງວ່າຄວາມຊ່ວຍເຫຼືອນີ້ຈະສາມາດບັນເທົາທຸກໄດ້ແດ່ ແລະ ຊ່ວຍໃຫ້ຊຸມຊົນເລີ່ມຕົ້ນສ້າງສາຄືນໃໝ່," ເຊິ່ງເປັນການຢໍ້າຄືນຄວາມມຸ່ງໝັ້ນຂອງບໍລິສັດໃນການນໍາໃຊ້ເຕັກໂນໂລຍີ blockchain ເພື່ອສົ່ງມອບການຊ່ວຍເຫຼືອຢ່າງວ່ອງໄວ ແລະ ໂປ່ງໃສໃນສະຖານະການໄພພິບັດ.
ນີ້ບໍ່ແມ່ນຄັ້ງທຳອິດທີ່ Binance Charity ໄດ້ໃຫ້ການຊ່ວຍເຫຼືອແກ່ຟິລິບປິນ; ໃນປີ 2020, ອົງການດັ່ງກ່າວເຄີຍໄດ້ບໍລິຈາກອຸປະກອນທາງການແພດທີ່ມີມູນຄ່າເທົ່າກັນໃຫ້ແກ່ໂຮງໝໍຕ່າງໆ ເຊິ່ງເປັນສ່ວນໜຶ່ງຂອງ "ແຄມເປນຄຣິບໂທຕ້ານ COVID (Crypto Against COVID Campaign)". ຄວາມພະຍາຍາມໃນປັດຈຸບັນແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄພພິບັດໂດຍໃຊ້ blockchain ທີ່ຄ້າຍຄືກັນທີ່ Binance Charity ໄດ້ລິເລີ່ມເພື່ອຕອບສະໜອງຕໍ່ວິກິດການໃນປະເທດຕ່າງໆ ເຊັ່ນ: ຕຸລະກີ, ມຽນມາ, ແລະ ບຣາຊິນ.
ອ່ານບົດຄວາມສະບັບເຕັມເພື່ອເບິ່ງຂໍ້ມູນເພີ່ມເຕີມ: https://bitpinas.com/feature/binance-donation-ph/
#Binancecharity
🔥 HEMI Modular blockchain Layer 2 ທີ່ລວມເອົາ ຄວາມປອດໄພຂອງ Bitcoin ເຂົ້າກັບ ຄວາມສາມາດຂອງ Ethereum🔑 ຂໍ້ສັງເກດສຳຄັນ (Key Takeaways) • Hemi ແມ່ນບລັອກເຊນແບບໂມດູລ່າ (Modular) ຊັ້ນທີ 2 (Layer 2) ທີ່ໄດ້ລວມເອົາ ຄວາມປອດໄພຂອງ Bitcoin ເຂົ້າກັບ ຄວາມສາມາດໃນການຂຽນໂປຣແກຣມຂອງ Ethereum. • Hemi Virtual Machine (hVM) ໄດ້ຝັງໂຫນດ Bitcoin ເຂົ້າໄວ້ໃນ EVM ເຮັດໃຫ້ສັນຍາສະຫຼາດ (Smart Contract) ສາມາດເຂົ້າເຖິງຂໍ້ມູນຂອງ Bitcoin ໄດ້ໂດຍກົງ. • Tunnels ແມ່ນລະບົບການໂອນຂ້າມເຊນ (Cross-chain) ທີ່ໃຊ້ສຳລັບການໂອນຊັບສິນລະຫວ່າງ Bitcoin, Ethereum ແລະ Hemi ໂດຍບໍ່ຈຳເປັນຕ້ອງເພິ່ງພາ “Bridge” ແບບດັ້ງເດີມ. • HEMI ແມ່ນໂທເຄັນປະຈຳໂປຣໂຕຄໍ ທີ່ໃຊ້ສຳລັບການກຳກັບດູແລ (Governance), ການ Stake, ຄ່າທຳນຽມ Gas ແລະ ລາງວັນໃນລະບົບນິເວດ. ⸻ 🧠 Hemi ແມ່ນຫຍັງ? Hemi ແມ່ນບລັອກເຊນແບບໂມດູລ່າ Layer 2 ທີ່ຖືກອອກແບບມາເພື່ອເຊື່ອມຕໍ່ລະຫວ່າງ Bitcoin ແລະ Ethereum ໃຫ້ສາມາດເຮັດວຽກຮ່ວມກັນໄດ້ພາຍໃຕ້ແພລດຟອມດຽວ, ໂດຍການລວມເອົາຄວາມປອດໄພຂອງ Bitcoin ເຂົ້າກັບຄວາມຍືດຍຸ່ນຂອງ Ethereum ເພື່ອສ້າງລະບົບນິເວດທີ່ສອງເຄືອຂ່າຍສາມາດໂຕ້ຕອບກັນໄດ້ຢ່າງລຽບງ່າຍ. Hemi ໃຊ້ເທັກໂນໂລຢີ Hemi Virtual Machine (hVM) ເຊິ່ງແມ່ນສະພາບແວດລ້ອມທີ່ເຂົ້າກັນໄດ້ກັບ EVM (Ethereum Virtual Machine) ແລະ ມີການຝັງໂຫນດ Bitcoin ແບບເຕັມຮູບແບບໄວ້ພາຍໃນ, ເຮັດໃຫ້ສັນຍາສະຫຼາດສາມາດເຂົ້າເຖິງຂໍ້ມູນຂອງ Bitcoin ໄດ້ໂດຍກົງ. ນອກຈາກນີ້, Hemi ຍັງໃຊ້ກົນໄກ Proof of Proof (PoP) ເພື່ອຢຶດສະຖານະຂອງບລັອກເຊນ Hemi ເຂົ້າກັບເຄືອຂ່າຍ Bitcoin ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມແນ່ນອນຂອງຂໍ້ມູນ (Finality). ສະຖາປັດຕະຍະກຳນີ້ເປີດໂອກາດໃຫ້ນັກພັດທະນາສາມາດສ້າງ DApp (Decentralized Application) ທີ່ເຊື່ອມໂຍງໂດຍກົງກັບ Bitcoin ໄດ້, ໃນຂະນະດຽວກັນກໍຍັງສາມາດໃຊ້ເຄື່ອງມື ແລະ ມາດຕະຖານຂອງ Ethereum ໄດ້ຕາມປົກກະຕິ. ⸻ 🏗️ ປະຫວັດຄວາມເປັນມາ ໂຄງການນີ້ໄດ້ຖືກກໍ່ຕັ້ງໂດຍ: • Jeff Garzik: ອະດີດນັກພັດທະນາ Bitcoin Core ລຸ້ນທໍາອິດ • Max Sanchez: ຜູ້ຊ່ຽວຊານດ້ານຄວາມປອດໄພບລັອກເຊນ ແລະ ອະດີດວິສະວະກອນຂອງ Coinbase ພວກເຂົາຮ່ວມກັນກໍ່ຕັ້ງ Hemi Labs ດ້ວຍເປົ້າໝາຍທີ່ຈະເຊື່ອມຊ່ອງຫວ່າງລະຫວ່າງ ສະຄຣິບຂອງ Bitcoin ແລະ ລະບົບສັນຍາສະຫຼາດຂອງ Ethereum. ⸻ ⚙️ ກົນໄກການເຮັດວຽກຂອງ Hemi 🔒 Proof of Proof (PoP) Consensus Hemi ໃຊ້ລະບົບ Proof of Proof (PoP) ເພື່ອຢຶດຄວາມປອດໄພຂອງເຄືອຂ່າຍໄວ້ກັບບລັອກເຊນ Bitcoin, ໂດຍມີຜູ້ຂຸດແບບໃໝ່ທີ່ເອີ້ນວ່າ PoP Miners ເຊິ່ງຈະເຜີຍແຜ່ຫຼັກຖານ (Proofs) ຂອງສະຖານະເຄືອຂ່າຍ Hemi ລົງໃສ່ Bitcoin ເປັນໄລຍະ. PoP Miners ຈະຮວບຮວມສ່ວນຫົວຂອງບລັອກ (Block Headers), ສ້າງຫຼັກຖານເຂົ້າລະຫັດ (Cryptographic Proofs) ແລ້ວບັນທຶກລົງໃນ Bitcoin ເພື່ອຮັບລາງວັນເປັນໂທເຄັນ HEMI. ເນື່ອງຈາກ Bitcoin ມີໄລຍະເວລາການສ້າງບລັອກ ແລະ ຄ່າທຳນຽມທີ່ບໍ່ແນ່ນອນ, Hemi ຈຶ່ງໃຊ້ Finality Delay ຈຳນວນ 9 ບລັອກຂອງ Bitcoin (ປະມານ 90 ນາທີ) ເພື່ອໃຫ້ສະຖານະຂອງບລັອກຖືກຖືວ່າ “ຢືນຢັນສົມບູນ”. ການຜູກສະຖານະເຂົ້າກັບ Bitcoin ແບບນີ້ຊ່ວຍຫຼຸດໂອກາດທີ່ບລັອກເຊນ Hemi ຈະເກີດຂໍ້ຂັດແຍ້ງ ຫຼື ການຍ້ອນກັບຂອງບລັອກ. ⸻ 💻 ຄຸນສົມບັດສຳຄັນ ⚡ Hemi Virtual Machine (hVM) hVM ແມ່ນເວີຊັນທີ່ຖືກປັບປຸງຂອງ EVM ທີ່ມີການຝັງໂຫນດ Bitcoin ເຂົ້າໄວ້ໃນຕົວ ເຮັດໃຫ້ Smart Contract ສາມາດດຶງຂໍ້ມູນຈາກ Bitcoin ໄດ້ເຊັ່ນ: • ທຸລະກຳ (Transactions) • ຍອດຄົງເຫຼືອ (Balances) • UTXOs (Unspent Transaction Outputs) ນັກພັດທະນາສາມາດເຂົ້າເຖິງຂໍ້ມູນເຫຼົ່ານີ້ໄດ້ຜ່ານ Precompiled Smart Contracts ເຊິ່ງແມ່ນຟັງຊັນສຳເລັດຮູບພາຍໃນລະບົບ. Hemi ໃຊ້ລະບົບ Tiny Bitcoin Daemon (TBC) ເຊິ່ງແມ່ນຂະບວນການຂະໜາດນ້ອຍສຳລັບການຊິງຄ໌ຂໍ້ມູນບລັອກຈາກເຄືອຂ່າຍ Bitcoin ເຮັດໃຫ້ທຸກໆໂຫນດຂອງ Hemi ມີຂໍ້ມູນຂອງ Bitcoin ທີ່ກົງກັນຢູ່ຕະຫຼອດເວລາ. ⸻ 🌉 Tunnels – ລະບົບ Cross-chain ແບບໃໝ່ Hemi ໃຊ້ກົນໄກທີ່ເອີ້ນວ່າ Tunnels ສໍາລັບການໂອນຊັບສິນລະຫວ່າງ Bitcoin, Ethereum ແລະ Hemi ໂດຍບໍ່ຈຳເປັນຕ້ອງເພິ່ງ “Bridge” ແບບດັ້ງເດີມ. ລະບົບນີ້ຈະກວດສອບສະຖານະຂອງແຕ່ລະເຊນໂດຍກົງໃນລະດັບໂປຣໂຕຄໍ: • ເມື່ອຜູ້ໃຊ້ “ຝາກ” ຊັບສິນ, ຊັບສິນນັ້ນຈະຖືກລັອກໄວ້ໃນເຊນຕົ້ນທາງ. • ແລ້ວ Hemi ຈະສ້າງໂທເຄັນທີ່ມີມູນຄ່າເທົ່າກັນໃນເຄືອຂ່າຍຂອງຕົນເອງ ເພື່ອໃຫ້ສາມາດໃຊ້ງານໄດ້ທັນທີ. • ເມື່ອຖອນອອກ, ໂທເຄັນໃນ Hemi ຈະຖືກ “ເຜົາ” (Burn) ແລະ ຊັບສິນຕົວຈິງຈະຖືກປ່ອຍກັບຄືນໄປໃນເຊນຕົ້ນທາງ. ມາຮອດເດືອນກັນຍາ 2025, Tunnels ຮອງຮັບໂທເຄັນມາດຕະຖານ ERC-20 ແລະ BRC-20 ແລ້ວ ແລະ ມີແຜນທີ່ຈະເພີ່ມຊັບສິນສະເພາະຂອງ Hemi ແລະ Bitcoin ໃນອະນາຄົດ ເພື່ອເຊື່ອມຕໍ່ລະບົບ DeFi ລະຫວ່າງສອງເຄືອຂ່າຍ. ⸻ 🧰 Hemi Bitcoin Kit (hBK) hBK ແມ່ນຊຸດເຄື່ອງມື Smart Contract Library ໃນ Hemi ທີ່ຊ່ວຍໃຫ້ນັກພັດທະນາດຶງຂໍ້ມູນຈາກ Bitcoin ໄດ້ໂດຍກົງ ໂດຍໃຊ້ປະໂຫຍດຈາກ hVM ທີ່ມີໂຫນດ Bitcoin ຝັງຢູ່ໃນຕົວ. ນັກພັດທະນາສາມາດໃຊ້ຟັງຊັນຕ່າງໆຂອງ hBK ເພື່ອເຂົ້າເຖິງຂໍ້ມູນຈາກ Bitcoin ໄດ້ສະດວກຂຶ້ນ ແລະ ໃນອະນາຄົດຈະມີການເພີ່ມເຄື່ອງມືຂັ້ນສູງເພື່ອຮອງຮັບການພັດທະນາ DApp ທີ່ສັບຊ້ອນຫຼາຍຂຶ້ນ. ⸻ 💰 ໂທເຄັນ HEMI HEMI ແມ່ນໂທເຄັນຫຼັກຂອງລະບົບ Hemi ມີອຸບປະທານສູງສຸດ 10 ຕື້ໂທເຄັນ (10,000,000,000). ໃຊ້ໃນລະບົບນິເວດເພື່ອ: • 🗳 Governance: ຜູ້ຖື HEMI ມີສິດໂຫວດໃນການອັບເກຣດໂປຣໂຕຄໍ ແລະ ປັບພາຣາມິດເຕີຂອງລະບົບ. • 🔐 Security: ໃຊ້ສຳລັບ Stake ເພື່ອສະໜັບສະໜູນກົນໄກ PoP ແລະ ສ້າງແຮງຈູງໃຈໃຫ້ຜູ້ກວດສອບ (Validators) ສົ່ງຂໍ້ມູນໄປຍັງ Bitcoin. • ⛽ Gas Fees: ໃຊ້ຈ່າຍຄ່າທຳນຽມສຳລັບການເຮັດທຸລະກຳ ເຊັ່ນ: ການ Deploy ສັນຍາ, ການໂຕ້ຕອບກັບຂໍ້ມູນ Bitcoin ແລະ ການໂອນຂ້າມເຊນ. • 💎 Staking Rewards: ຜູ້ຖື HEMI ສາມາດ Stake ເພື່ອຮັບ veHEMI ແລະ ຮັບສ່ວນແບ່ງລາງວັນຈາກຄ່າທຳນຽມ ແລະ ບລັອກ. ⸻ 🎁 Hemi (HEMI) ໃນ Binance HODLer Airdrops ເມື່ອວັນທີ 23 ກັນຍາ 2025, Binance ໄດ້ປະກາດເປີດໂຕ HEMI ເປັນໂຄງການທີ 43 ໃນລາຍການ Binance HODLer Airdrops. ຜູ້ໃຊ້ທີ່ຝາກ BNB ໄວ້ໃນຜະລິດຕະພັນ Simple Earn ຫຼື On-Chain Yields ລະຫວ່າງວັນທີ 17–19 ກັນຍາ ຈະໄດ້ຮັບການແຈກ HEMI Airdrop. ມີການຈັດສັນທັງໝົດ 100 ລ້ານ HEMI (1% ຂອງອຸບປະທານທັງໝົດ) ສຳລັບກິດຈະກຳນີ້. HEMI ຖືກລິດສ໌ພ້ອມ Seed Tag ແລະ ເປີດໃຫ້ເທຣດໃນຄູ່: USDT, USDC, BNB, FDUSD ແລະ TRY. ⸻ 🧩 ສະຫຼຸບ Hemi ແມ່ນ Layer 2 Blockchain ແບບໂມດູລ່າ ທີ່ມຸ່ງເຊື່ອມໂລກຂອງ Bitcoin ແລະ Ethereum ເຂົ້າກັນຜ່ານສະຖາປັດຕະຍະກຳໃໝ່ ເຊັ່ນ: • Hemi Virtual Machine (hVM) ທີ່ເຂົ້າເຖິງຂໍ້ມູນ Bitcoin ໄດ້ໂດຍກົງ. • Proof of Proof Consensus ທີ່ຢຶດຄວາມປອດໄພກັບ Bitcoin. ແພລດຟອມນີ້ເປີດທາງໃຫ້ແອັບພລິເຄຊັນແບບກະຈາຍສູນ (DApp) ສາມາດໃຊ້ປະໂຫຍດຈາກທັງຄວາມປອດໄພຂອງ Bitcoin ແລະ ຄວາມຍືດຍຸ່ນຂອງ Ethereum ໄປພ້ອມກັນ. ເຖິງແມ່ນຈຸດເນັ້ນຫຼັກຂອງ Hemi ແມ່ນການຂະຫຍາຍທ່າແຮງຂອງ Bitcoin, ແຕ່ໂຄງສ້າງດຽວກັນນີ້ຍັງສາມາດຮອງຮັບການໃຊ້ງານທີ່ຫຼາກຫຼາຍ ເຊັ່ນ: DeFi, ສະພາບຄ່ອງຂ້າມເຊນ ແລະ ບໍລິການ Web3 ທີ່ຕ້ອງການການໂຕ້ຕອບລະຫວ່າງລະບົບໂດຍບໍ່ຈຳເປັນຕ້ອງເພິ່ງພາຕົວສື່ກາງ. #Hemi $HEMI {spot}(HEMIUSDT)

🔥 HEMI Modular blockchain Layer 2 ທີ່ລວມເອົາ ຄວາມປອດໄພຂອງ Bitcoin ເຂົ້າກັບ ຄວາມສາມາດຂອງ Ethereum

🔑 ຂໍ້ສັງເກດສຳຄັນ (Key Takeaways)
• Hemi ແມ່ນບລັອກເຊນແບບໂມດູລ່າ (Modular) ຊັ້ນທີ 2 (Layer 2) ທີ່ໄດ້ລວມເອົາ ຄວາມປອດໄພຂອງ Bitcoin ເຂົ້າກັບ ຄວາມສາມາດໃນການຂຽນໂປຣແກຣມຂອງ Ethereum.
• Hemi Virtual Machine (hVM) ໄດ້ຝັງໂຫນດ Bitcoin ເຂົ້າໄວ້ໃນ EVM ເຮັດໃຫ້ສັນຍາສະຫຼາດ (Smart Contract) ສາມາດເຂົ້າເຖິງຂໍ້ມູນຂອງ Bitcoin ໄດ້ໂດຍກົງ.
• Tunnels ແມ່ນລະບົບການໂອນຂ້າມເຊນ (Cross-chain) ທີ່ໃຊ້ສຳລັບການໂອນຊັບສິນລະຫວ່າງ Bitcoin, Ethereum ແລະ Hemi ໂດຍບໍ່ຈຳເປັນຕ້ອງເພິ່ງພາ “Bridge” ແບບດັ້ງເດີມ.
• HEMI ແມ່ນໂທເຄັນປະຈຳໂປຣໂຕຄໍ ທີ່ໃຊ້ສຳລັບການກຳກັບດູແລ (Governance), ການ Stake, ຄ່າທຳນຽມ Gas ແລະ ລາງວັນໃນລະບົບນິເວດ.

🧠 Hemi ແມ່ນຫຍັງ?
Hemi ແມ່ນບລັອກເຊນແບບໂມດູລ່າ Layer 2 ທີ່ຖືກອອກແບບມາເພື່ອເຊື່ອມຕໍ່ລະຫວ່າງ Bitcoin ແລະ Ethereum ໃຫ້ສາມາດເຮັດວຽກຮ່ວມກັນໄດ້ພາຍໃຕ້ແພລດຟອມດຽວ, ໂດຍການລວມເອົາຄວາມປອດໄພຂອງ Bitcoin ເຂົ້າກັບຄວາມຍືດຍຸ່ນຂອງ Ethereum ເພື່ອສ້າງລະບົບນິເວດທີ່ສອງເຄືອຂ່າຍສາມາດໂຕ້ຕອບກັນໄດ້ຢ່າງລຽບງ່າຍ.
Hemi ໃຊ້ເທັກໂນໂລຢີ Hemi Virtual Machine (hVM) ເຊິ່ງແມ່ນສະພາບແວດລ້ອມທີ່ເຂົ້າກັນໄດ້ກັບ EVM (Ethereum Virtual Machine) ແລະ ມີການຝັງໂຫນດ Bitcoin ແບບເຕັມຮູບແບບໄວ້ພາຍໃນ, ເຮັດໃຫ້ສັນຍາສະຫຼາດສາມາດເຂົ້າເຖິງຂໍ້ມູນຂອງ Bitcoin ໄດ້ໂດຍກົງ.
ນອກຈາກນີ້, Hemi ຍັງໃຊ້ກົນໄກ Proof of Proof (PoP) ເພື່ອຢຶດສະຖານະຂອງບລັອກເຊນ Hemi ເຂົ້າກັບເຄືອຂ່າຍ Bitcoin ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມແນ່ນອນຂອງຂໍ້ມູນ (Finality).
ສະຖາປັດຕະຍະກຳນີ້ເປີດໂອກາດໃຫ້ນັກພັດທະນາສາມາດສ້າງ DApp (Decentralized Application) ທີ່ເຊື່ອມໂຍງໂດຍກົງກັບ Bitcoin ໄດ້, ໃນຂະນະດຽວກັນກໍຍັງສາມາດໃຊ້ເຄື່ອງມື ແລະ ມາດຕະຖານຂອງ Ethereum ໄດ້ຕາມປົກກະຕິ.

🏗️ ປະຫວັດຄວາມເປັນມາ
ໂຄງການນີ້ໄດ້ຖືກກໍ່ຕັ້ງໂດຍ:
• Jeff Garzik: ອະດີດນັກພັດທະນາ Bitcoin Core ລຸ້ນທໍາອິດ
• Max Sanchez: ຜູ້ຊ່ຽວຊານດ້ານຄວາມປອດໄພບລັອກເຊນ ແລະ ອະດີດວິສະວະກອນຂອງ Coinbase
ພວກເຂົາຮ່ວມກັນກໍ່ຕັ້ງ Hemi Labs ດ້ວຍເປົ້າໝາຍທີ່ຈະເຊື່ອມຊ່ອງຫວ່າງລະຫວ່າງ ສະຄຣິບຂອງ Bitcoin ແລະ ລະບົບສັນຍາສະຫຼາດຂອງ Ethereum.

⚙️ ກົນໄກການເຮັດວຽກຂອງ Hemi
🔒 Proof of Proof (PoP) Consensus
Hemi ໃຊ້ລະບົບ Proof of Proof (PoP) ເພື່ອຢຶດຄວາມປອດໄພຂອງເຄືອຂ່າຍໄວ້ກັບບລັອກເຊນ Bitcoin, ໂດຍມີຜູ້ຂຸດແບບໃໝ່ທີ່ເອີ້ນວ່າ PoP Miners ເຊິ່ງຈະເຜີຍແຜ່ຫຼັກຖານ (Proofs) ຂອງສະຖານະເຄືອຂ່າຍ Hemi ລົງໃສ່ Bitcoin ເປັນໄລຍະ.
PoP Miners ຈະຮວບຮວມສ່ວນຫົວຂອງບລັອກ (Block Headers), ສ້າງຫຼັກຖານເຂົ້າລະຫັດ (Cryptographic Proofs) ແລ້ວບັນທຶກລົງໃນ Bitcoin ເພື່ອຮັບລາງວັນເປັນໂທເຄັນ HEMI.
ເນື່ອງຈາກ Bitcoin ມີໄລຍະເວລາການສ້າງບລັອກ ແລະ ຄ່າທຳນຽມທີ່ບໍ່ແນ່ນອນ, Hemi ຈຶ່ງໃຊ້ Finality Delay ຈຳນວນ 9 ບລັອກຂອງ Bitcoin (ປະມານ 90 ນາທີ) ເພື່ອໃຫ້ສະຖານະຂອງບລັອກຖືກຖືວ່າ “ຢືນຢັນສົມບູນ”.
ການຜູກສະຖານະເຂົ້າກັບ Bitcoin ແບບນີ້ຊ່ວຍຫຼຸດໂອກາດທີ່ບລັອກເຊນ Hemi ຈະເກີດຂໍ້ຂັດແຍ້ງ ຫຼື ການຍ້ອນກັບຂອງບລັອກ.

💻 ຄຸນສົມບັດສຳຄັນ
⚡ Hemi Virtual Machine (hVM)
hVM ແມ່ນເວີຊັນທີ່ຖືກປັບປຸງຂອງ EVM ທີ່ມີການຝັງໂຫນດ Bitcoin ເຂົ້າໄວ້ໃນຕົວ ເຮັດໃຫ້ Smart Contract ສາມາດດຶງຂໍ້ມູນຈາກ Bitcoin ໄດ້ເຊັ່ນ:
• ທຸລະກຳ (Transactions)
• ຍອດຄົງເຫຼືອ (Balances)
• UTXOs (Unspent Transaction Outputs)
ນັກພັດທະນາສາມາດເຂົ້າເຖິງຂໍ້ມູນເຫຼົ່ານີ້ໄດ້ຜ່ານ Precompiled Smart Contracts ເຊິ່ງແມ່ນຟັງຊັນສຳເລັດຮູບພາຍໃນລະບົບ.
Hemi ໃຊ້ລະບົບ Tiny Bitcoin Daemon (TBC) ເຊິ່ງແມ່ນຂະບວນການຂະໜາດນ້ອຍສຳລັບການຊິງຄ໌ຂໍ້ມູນບລັອກຈາກເຄືອຂ່າຍ Bitcoin ເຮັດໃຫ້ທຸກໆໂຫນດຂອງ Hemi ມີຂໍ້ມູນຂອງ Bitcoin ທີ່ກົງກັນຢູ່ຕະຫຼອດເວລາ.

🌉 Tunnels – ລະບົບ Cross-chain ແບບໃໝ່
Hemi ໃຊ້ກົນໄກທີ່ເອີ້ນວ່າ Tunnels ສໍາລັບການໂອນຊັບສິນລະຫວ່າງ Bitcoin, Ethereum ແລະ Hemi ໂດຍບໍ່ຈຳເປັນຕ້ອງເພິ່ງ “Bridge” ແບບດັ້ງເດີມ.
ລະບົບນີ້ຈະກວດສອບສະຖານະຂອງແຕ່ລະເຊນໂດຍກົງໃນລະດັບໂປຣໂຕຄໍ:
• ເມື່ອຜູ້ໃຊ້ “ຝາກ” ຊັບສິນ, ຊັບສິນນັ້ນຈະຖືກລັອກໄວ້ໃນເຊນຕົ້ນທາງ.
• ແລ້ວ Hemi ຈະສ້າງໂທເຄັນທີ່ມີມູນຄ່າເທົ່າກັນໃນເຄືອຂ່າຍຂອງຕົນເອງ ເພື່ອໃຫ້ສາມາດໃຊ້ງານໄດ້ທັນທີ.
• ເມື່ອຖອນອອກ, ໂທເຄັນໃນ Hemi ຈະຖືກ “ເຜົາ” (Burn) ແລະ ຊັບສິນຕົວຈິງຈະຖືກປ່ອຍກັບຄືນໄປໃນເຊນຕົ້ນທາງ.
ມາຮອດເດືອນກັນຍາ 2025, Tunnels ຮອງຮັບໂທເຄັນມາດຕະຖານ ERC-20 ແລະ BRC-20 ແລ້ວ ແລະ ມີແຜນທີ່ຈະເພີ່ມຊັບສິນສະເພາະຂອງ Hemi ແລະ Bitcoin ໃນອະນາຄົດ ເພື່ອເຊື່ອມຕໍ່ລະບົບ DeFi ລະຫວ່າງສອງເຄືອຂ່າຍ.

🧰 Hemi Bitcoin Kit (hBK)
hBK ແມ່ນຊຸດເຄື່ອງມື Smart Contract Library ໃນ Hemi ທີ່ຊ່ວຍໃຫ້ນັກພັດທະນາດຶງຂໍ້ມູນຈາກ Bitcoin ໄດ້ໂດຍກົງ ໂດຍໃຊ້ປະໂຫຍດຈາກ hVM ທີ່ມີໂຫນດ Bitcoin ຝັງຢູ່ໃນຕົວ.
ນັກພັດທະນາສາມາດໃຊ້ຟັງຊັນຕ່າງໆຂອງ hBK ເພື່ອເຂົ້າເຖິງຂໍ້ມູນຈາກ Bitcoin ໄດ້ສະດວກຂຶ້ນ ແລະ ໃນອະນາຄົດຈະມີການເພີ່ມເຄື່ອງມືຂັ້ນສູງເພື່ອຮອງຮັບການພັດທະນາ DApp ທີ່ສັບຊ້ອນຫຼາຍຂຶ້ນ.

💰 ໂທເຄັນ HEMI
HEMI ແມ່ນໂທເຄັນຫຼັກຂອງລະບົບ Hemi ມີອຸບປະທານສູງສຸດ 10 ຕື້ໂທເຄັນ (10,000,000,000).
ໃຊ້ໃນລະບົບນິເວດເພື່ອ:
• 🗳 Governance: ຜູ້ຖື HEMI ມີສິດໂຫວດໃນການອັບເກຣດໂປຣໂຕຄໍ ແລະ ປັບພາຣາມິດເຕີຂອງລະບົບ.
• 🔐 Security: ໃຊ້ສຳລັບ Stake ເພື່ອສະໜັບສະໜູນກົນໄກ PoP ແລະ ສ້າງແຮງຈູງໃຈໃຫ້ຜູ້ກວດສອບ (Validators) ສົ່ງຂໍ້ມູນໄປຍັງ Bitcoin.
• ⛽ Gas Fees: ໃຊ້ຈ່າຍຄ່າທຳນຽມສຳລັບການເຮັດທຸລະກຳ ເຊັ່ນ: ການ Deploy ສັນຍາ, ການໂຕ້ຕອບກັບຂໍ້ມູນ Bitcoin ແລະ ການໂອນຂ້າມເຊນ.
• 💎 Staking Rewards: ຜູ້ຖື HEMI ສາມາດ Stake ເພື່ອຮັບ veHEMI ແລະ ຮັບສ່ວນແບ່ງລາງວັນຈາກຄ່າທຳນຽມ ແລະ ບລັອກ.

🎁 Hemi (HEMI) ໃນ Binance HODLer Airdrops

ເມື່ອວັນທີ 23 ກັນຍາ 2025, Binance ໄດ້ປະກາດເປີດໂຕ HEMI ເປັນໂຄງການທີ 43 ໃນລາຍການ Binance HODLer Airdrops.
ຜູ້ໃຊ້ທີ່ຝາກ BNB ໄວ້ໃນຜະລິດຕະພັນ Simple Earn ຫຼື On-Chain Yields ລະຫວ່າງວັນທີ 17–19 ກັນຍາ ຈະໄດ້ຮັບການແຈກ HEMI Airdrop.
ມີການຈັດສັນທັງໝົດ 100 ລ້ານ HEMI (1% ຂອງອຸບປະທານທັງໝົດ) ສຳລັບກິດຈະກຳນີ້.
HEMI ຖືກລິດສ໌ພ້ອມ Seed Tag ແລະ ເປີດໃຫ້ເທຣດໃນຄູ່: USDT, USDC, BNB, FDUSD ແລະ TRY.

🧩 ສະຫຼຸບ
Hemi ແມ່ນ Layer 2 Blockchain ແບບໂມດູລ່າ ທີ່ມຸ່ງເຊື່ອມໂລກຂອງ Bitcoin ແລະ Ethereum ເຂົ້າກັນຜ່ານສະຖາປັດຕະຍະກຳໃໝ່ ເຊັ່ນ:
• Hemi Virtual Machine (hVM) ທີ່ເຂົ້າເຖິງຂໍ້ມູນ Bitcoin ໄດ້ໂດຍກົງ.
• Proof of Proof Consensus ທີ່ຢຶດຄວາມປອດໄພກັບ Bitcoin.
ແພລດຟອມນີ້ເປີດທາງໃຫ້ແອັບພລິເຄຊັນແບບກະຈາຍສູນ (DApp) ສາມາດໃຊ້ປະໂຫຍດຈາກທັງຄວາມປອດໄພຂອງ Bitcoin ແລະ ຄວາມຍືດຍຸ່ນຂອງ Ethereum ໄປພ້ອມກັນ.
ເຖິງແມ່ນຈຸດເນັ້ນຫຼັກຂອງ Hemi ແມ່ນການຂະຫຍາຍທ່າແຮງຂອງ Bitcoin, ແຕ່ໂຄງສ້າງດຽວກັນນີ້ຍັງສາມາດຮອງຮັບການໃຊ້ງານທີ່ຫຼາກຫຼາຍ ເຊັ່ນ: DeFi, ສະພາບຄ່ອງຂ້າມເຊນ ແລະ ບໍລິການ Web3 ທີ່ຕ້ອງການການໂຕ້ຕອບລະຫວ່າງລະບົບໂດຍບໍ່ຈຳເປັນຕ້ອງເພິ່ງພາຕົວສື່ກາງ.
#Hemi $HEMI
🗞 ສະຫຼຸບຂ່າວຄຣິບໂຕໃນຮອບ 24 ຊົ່ວໂມງທີ່ຜ່ານມາ🔥 ບໍລິສັດຈົດທະບຽນສະສົມ ETH ເຖິງ 95% ຂອງການຖືຄອງທັງໝົດໃນໄຕມາດ 3 ປີ 2025. 👉🏻 ບໍລິສັດຂະໜາດໃຫຍ່ທີ່ຈົດທະບຽນໃນຕະຫຼາດຫຼັກຊັບທົ່ວໂລກ, ໄດ້ເພີ່ມການຖືຄອງ Ethereum ຢ່າງຫຼວງຫຼາຍໃນໄຕມາດທີ່ຜ່ານມາ, ເຊິ່ງຄິດເປັນ 95% ຂອງການຖືຄອງ ETH ທັງໝົດທີ່ພວກເຂົາມີ. ສະແດງເຖິງຄວາມເຊື່ອໝັ້ນຂອງພາກທຸລະກິດຕໍ່ Ethereum ວ່າເປັນຊັບສິນດິຈິຕອລທີ່ມີທ່າແຮງໃນໄລຍະຍາວ, ໂດຍສະເພາະໃນດ້ານໂຄງສ້າງພື້ນຖານທາງການເງິນ ແລະ DeFi. ⸻ 🚨 Polymarket ເປີດໂຕຕະຫຼາດ “ຂຶ້ນ/ລົງ” ສຳລັບຫຸ້ນ 👉🏻 ແພລັດຟອມພະຍາກອນລາຄາ Polymarket ໄດ້ເປີດໃຫ້ຜູ້ໃຊ້ສາມາດ “ພະນັນ” ທິດທາງລາຄາຫຸ້ນວ່າຈະຂຶ້ນຫຼືລົງ, ໂດຍໃຊ້ຂໍ້ມູນຈາກ Wall Street Journal ແລະ Nasdaq ເປັນແຫຼ່ງຢັ້ງຢືນຜົນ. ເປັນການນຳແນວຄິດ “ຕະຫຼາດຄາດຄະເນ (prediction market)” ເຂົ້າສູ່ຕະຫຼາດຫຸ້ນຕົວຈິງ, ສະທ້ອນໃຫ້ເຫັນທ່າອ່ຽງການປະສົມປະສານລະຫວ່າງໂລກການເງິນແບບດັ້ງເດີມ ແລະ DeFi. ⸻ 🇬🇧 ທະນາຄານກາງອັງກິດກຽມຍົກເລີກເພດານການຖື stablecoin. 👉🏻 Bank of England ລະບຸວ່າ ຂໍ້ຈຳກັດການຖື stablecoin ຈະຖືກຍົກເລີກເມື່ອຊັບສິນດິຈິຕອລບໍ່ເປັນໄພຕໍ່ລະບົບເສດຖະກິດ, ໂດຍຢືນຢັນວ່າ ມາດຕະການດັ່ງກ່າວເປັນພຽງ “ຊົ່ວຄາວ”. ຊີ້ໃຫ້ເຫັນວ່າລັດຖະບານອັງກິດເລີ່ມເປີດຮັບຊັບສິນດິຈິຕອລຫຼາຍຂຶ້ນ, ແຕ່ຍັງຄົງຄວບຄຸມເພື່ອປ້ອງກັນຄວາມສ່ຽງຕໍ່ລະບົບການເງິນໃນຊ່ວງປ່ຽນຜ່ານ. ⸻ ⚡️ Brevis ພັດທະນາ “Pico Prism” ເຮັດໃຫ້ຢັ້ງຢືນບລັອກ Ethereum ແບບທັນການໄດ້ 99.6% 👉🏻 ເຕັກໂນໂລຊີ Pico Prism ຂອງ Brevis ສາມາດກວດສອບ ແລະ ຢັ້ງຢືນບລັອກ Ethereum ໄດ້ແບບເກືອບທັນການ (real-time) ດ້ວຍພຽງແຕ່ GPU ລະດັບຜູ້ໃຊ້ທົ່ວໄປ. ເປັນນະວັດຕະກຳສຳຄັນທີ່ຊ່ວຍເພີ່ມຄວາມໄວເຄືອຂ່າຍ (ເຖິງ 10,000 TPS) ແລະ ອາດເປີດທາງໃຫ້ໂທລະສັບມືຖືສາມາດຮ່ວມກວດສອບທຸລະກຳໃນອະນາຄົດ. ⸻ 🇺🇸 ລັດຖະບານສະຫະລັດຖືຄອງ Bitcoin ຫຼາຍກວ່າ 316,760 BTC (ປະມານ $35.9 ຕື້ໂດລາ). 👉🏻 ຂໍ້ມູນຈາກ CryptoQuant ລະບຸວ່າ ປັດຈຸບັນລັດຖະບານສະຫະລັດເປັນໜຶ່ງໃນຜູ້ຖື Bitcoin ລາຍໃຫຍ່ທີ່ສຸດໃນໂລກ. ສ່ວນໃຫຍ່ໄດ້ມາຈາກການຍຶດຊັບໃນຄະດີອາດຊະຍາກຳທາງໄຊເບີ ແລະ ຄະດີຟອກເງິນ, ສະແດງໃຫ້ເຫັນປະລິມານ Bitcoin ທີ່ຢູ່ໃນມືພາກລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ⸻ 🔥 ມູນຄ່າຕະຫຼາດຂອງຄຳທີ່ຖືກໂທເຄັນໄນສ໌ແຕະລະດັບສູງສຸດໃໝ່ $3.28 ຕື້ໂດລາ. 👉🏻 Gold tokenized (ຄຳໃນຮູບແບບໂທເຄັນ) ມີມູນຄ່າຕະຫຼາດລວມສູງສຸດເປັນປະຫວັດການ, ເພີ່ມຂຶ້ນ 2.1% ພາຍໃນ 24 ຊົ່ວໂມງ. ສະທ້ອນໃຫ້ເຫັນກະແສການນຳ “ຊັບສິນຕົວຈິງ” ມາສູ່ບລັອກເຊນກຳລັງເຕີບໂຕ, ໂດຍນັກລົງທຶນໃຊ້ເປັນຊັບສິນປ້ອງກັນຄວາມສ່ຽງໃນໂລກຄຣິບໂຕ. ⸻ 🚨 a16z ລົງທຶນ $50 ລ້ານໂດລາໃນໂຄງການ Jito (Solana staking protocol) 👉🏻  ບໍລິສັດລົງທຶນຊື່ດັງ Andreessen Horowitz ທຸ້ມເງິນ $50 ລ້ານໂດລາ ໃຫ້ກັບ Jito ເຊິ່ງເປັນລະບົບ staking ຂອງ Solana. ນີ້ເປັນການລົງທຶນດ່ຽວທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ Jito ແລະ ສະແດງເຖິງຄວາມໝັ້ນໃຈໃນລະບົບນິເວດຂອງ Solana. ⸻ 🔥 Tom Lee ຈາກ BitMine ລະບຸວ່າ Ethereum ຍັງເປັນ “ບລັອກເຊນຂອງວໍສະຕຣີດ” 👉🏻 ຜູ້ຮ່ວມກໍ່ຕັ້ງ BitMine ມອງວ່າ Ethereum ຍັງເປັນເຄືອຂ່າຍຫຼັກທີ່ພາກການເງິນສະຖາບັນເລືອກໃຊ້, ແຕ່ເຕືອນວ່າພາກທຸລະກິດ “ຊັບສິນດິຈິຕອລໃນຄັງ” (Digital Treasury) ອາດເລີ່ມເຂົ້າສູ່ສະພາວະຟອງສະບູແລ້ວ. ນີ້ໝາຍເຖິງບໍລິສັດຕ່າງໆອາດຖືຄອງ ETH ຫຼາຍເກີນໄປຈົນເກີນມູນຄ່າພື້ນຖານ. ⸻ 🔥 ບໍລິສັດ ແລະ ETF ຖືຄອງລວມກວ່າ 12.5 ລ້ານ ETH (10.31% ຂອງອຸປະທານທັງໝົດ) 👉🏻 ຕົວເລກນີ້ສະທ້ອນໃຫ້ເຫັນວ່າຄວາມຕ້ອງການຈາກສະຖາບັນການເງິນສູງຂຶ້ນຢ່າງຕໍ່ເນື່ອງ ແລະ ອາດສົ່ງຜົນໃຫ້ລາຄາ ETH ມີຄວາມໝັ້ນຄົງຫຼາຍຂຶ້ນໃນໄລຍະກາງ–ຍາວ. ⸻ 🔥 ຄຳກາຍເປັນຊັບສິນທໍາອິດໃນປະຫວັດສາດທີ່ມີມູນຄ່າຕະຫຼາດເກີນ $30 ລ້ານລ້ານ 👉🏻 ການປັບຂຶ້ນຂອງລາຄາຄຳທົ່ວໂລກ, ເຮັດໃຫ້ຄຳກາຍເປັນຊັບສິນທີ່ມີມູນຄ່າຕະຫຼາດສູງທີ່ສຸດຕະຫຼອດການ, ເຊິ່ງອາດກະຕຸ້ນໃຫ້ເກີດການປຽບທຽບກັບ Bitcoin ອີກຄັ້ງໃນຖານະ “ມູນຄ່າເກັບຮັກສາ (store of value)”. ⸻ 🚨 VanEck ຍື່ນຂໍ ETF ສຳລັບ Lido Staked Ethereum (stETH) 👉🏻 ຫາກໄດ້ຮັບການອະນຸມັດ, ຈະເປັນກອງທຶນ ETF ຕົວທຳອິດທີ່ອີງໃສ່ ETH ທີ່ຖືກ stake ຜ່ານ Lido, ເຊິ່ງອາດຊ່ວຍດຶງດູດນັກລົງທຶນສະຖາບັນເຂົ້າສູ່ໂລກ staking ຫຼາຍຂຶ້ນ. ⸻ 🇺🇸 ຟລໍຣິດາສະເໜີຮ່າງກົດໝາຍ “Strategic Bitcoin Reserve” ສຳລັບປີ 2026 👉🏻 ລັດຟລໍຣິດາມີແຜນໃຫ້ລັດສາມາດນຳເງິນກອງທຶນ ແລະ ເງິນບໍານານບໍ່ເກີນ 10% ໄປລົງທຶນໃນ Bitcoin ແລະ ETF ທີ່ກ່ຽວຂ້ອງ.ຖືເປັນກ້າວສຳຄັນທີ່ອາດເຮັດໃຫ້ Bitcoin ກາຍເປັນ “ຊັບສິນສໍາຮອງລະດັບລັດ” ໄດ້ຕົວຈິງໃນອະນາຄົດ. ⸻ 🚨 Ripple Labs ກຽມລະດົມທຶນ $1 ພັນລ້ານໂດລາ ເພື່ອສະສົມ XRP ຜ່ານ SPAC 👉🏻 Bloomberg ລາຍງານວ່າ Ripple ຈະຕັ້ງກອງທຶນຄວາມໄວ້ວາງໃຈຊັບສິນດິຈິຕອລໃໝ່ ໂດຍໃຊ້ SPAC ເປັນເຄື່ອງມືລະດົມທຶນ, ເຊິ່ງອາດເພີ່ມຄວາມຕ້ອງການຊື້ XRP ໃນຕະຫຼາດ. ທີ່ມາ: Cointelegraph #DailyCryptoNews

🗞 ສະຫຼຸບຂ່າວຄຣິບໂຕໃນຮອບ 24 ຊົ່ວໂມງທີ່ຜ່ານມາ

🔥 ບໍລິສັດຈົດທະບຽນສະສົມ ETH ເຖິງ 95% ຂອງການຖືຄອງທັງໝົດໃນໄຕມາດ 3 ປີ 2025.
👉🏻 ບໍລິສັດຂະໜາດໃຫຍ່ທີ່ຈົດທະບຽນໃນຕະຫຼາດຫຼັກຊັບທົ່ວໂລກ, ໄດ້ເພີ່ມການຖືຄອງ Ethereum ຢ່າງຫຼວງຫຼາຍໃນໄຕມາດທີ່ຜ່ານມາ, ເຊິ່ງຄິດເປັນ 95% ຂອງການຖືຄອງ ETH ທັງໝົດທີ່ພວກເຂົາມີ.
ສະແດງເຖິງຄວາມເຊື່ອໝັ້ນຂອງພາກທຸລະກິດຕໍ່ Ethereum ວ່າເປັນຊັບສິນດິຈິຕອລທີ່ມີທ່າແຮງໃນໄລຍະຍາວ, ໂດຍສະເພາະໃນດ້ານໂຄງສ້າງພື້ນຖານທາງການເງິນ ແລະ DeFi.

🚨 Polymarket ເປີດໂຕຕະຫຼາດ “ຂຶ້ນ/ລົງ” ສຳລັບຫຸ້ນ
👉🏻 ແພລັດຟອມພະຍາກອນລາຄາ Polymarket ໄດ້ເປີດໃຫ້ຜູ້ໃຊ້ສາມາດ “ພະນັນ” ທິດທາງລາຄາຫຸ້ນວ່າຈະຂຶ້ນຫຼືລົງ, ໂດຍໃຊ້ຂໍ້ມູນຈາກ Wall Street Journal ແລະ Nasdaq ເປັນແຫຼ່ງຢັ້ງຢືນຜົນ.
ເປັນການນຳແນວຄິດ “ຕະຫຼາດຄາດຄະເນ (prediction market)” ເຂົ້າສູ່ຕະຫຼາດຫຸ້ນຕົວຈິງ, ສະທ້ອນໃຫ້ເຫັນທ່າອ່ຽງການປະສົມປະສານລະຫວ່າງໂລກການເງິນແບບດັ້ງເດີມ ແລະ DeFi.

🇬🇧 ທະນາຄານກາງອັງກິດກຽມຍົກເລີກເພດານການຖື stablecoin.
👉🏻 Bank of England ລະບຸວ່າ ຂໍ້ຈຳກັດການຖື stablecoin ຈະຖືກຍົກເລີກເມື່ອຊັບສິນດິຈິຕອລບໍ່ເປັນໄພຕໍ່ລະບົບເສດຖະກິດ, ໂດຍຢືນຢັນວ່າ ມາດຕະການດັ່ງກ່າວເປັນພຽງ “ຊົ່ວຄາວ”.
ຊີ້ໃຫ້ເຫັນວ່າລັດຖະບານອັງກິດເລີ່ມເປີດຮັບຊັບສິນດິຈິຕອລຫຼາຍຂຶ້ນ, ແຕ່ຍັງຄົງຄວບຄຸມເພື່ອປ້ອງກັນຄວາມສ່ຽງຕໍ່ລະບົບການເງິນໃນຊ່ວງປ່ຽນຜ່ານ.

⚡️ Brevis ພັດທະນາ “Pico Prism” ເຮັດໃຫ້ຢັ້ງຢືນບລັອກ Ethereum ແບບທັນການໄດ້ 99.6%
👉🏻 ເຕັກໂນໂລຊີ Pico Prism ຂອງ Brevis ສາມາດກວດສອບ ແລະ ຢັ້ງຢືນບລັອກ Ethereum ໄດ້ແບບເກືອບທັນການ (real-time) ດ້ວຍພຽງແຕ່ GPU ລະດັບຜູ້ໃຊ້ທົ່ວໄປ.
ເປັນນະວັດຕະກຳສຳຄັນທີ່ຊ່ວຍເພີ່ມຄວາມໄວເຄືອຂ່າຍ (ເຖິງ 10,000 TPS) ແລະ ອາດເປີດທາງໃຫ້ໂທລະສັບມືຖືສາມາດຮ່ວມກວດສອບທຸລະກຳໃນອະນາຄົດ.

🇺🇸 ລັດຖະບານສະຫະລັດຖືຄອງ Bitcoin ຫຼາຍກວ່າ 316,760 BTC (ປະມານ $35.9 ຕື້ໂດລາ).
👉🏻 ຂໍ້ມູນຈາກ CryptoQuant ລະບຸວ່າ ປັດຈຸບັນລັດຖະບານສະຫະລັດເປັນໜຶ່ງໃນຜູ້ຖື Bitcoin ລາຍໃຫຍ່ທີ່ສຸດໃນໂລກ.
ສ່ວນໃຫຍ່ໄດ້ມາຈາກການຍຶດຊັບໃນຄະດີອາດຊະຍາກຳທາງໄຊເບີ ແລະ ຄະດີຟອກເງິນ, ສະແດງໃຫ້ເຫັນປະລິມານ Bitcoin ທີ່ຢູ່ໃນມືພາກລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ.

🔥 ມູນຄ່າຕະຫຼາດຂອງຄຳທີ່ຖືກໂທເຄັນໄນສ໌ແຕະລະດັບສູງສຸດໃໝ່ $3.28 ຕື້ໂດລາ.
👉🏻 Gold tokenized (ຄຳໃນຮູບແບບໂທເຄັນ) ມີມູນຄ່າຕະຫຼາດລວມສູງສຸດເປັນປະຫວັດການ, ເພີ່ມຂຶ້ນ 2.1% ພາຍໃນ 24 ຊົ່ວໂມງ.
ສະທ້ອນໃຫ້ເຫັນກະແສການນຳ “ຊັບສິນຕົວຈິງ” ມາສູ່ບລັອກເຊນກຳລັງເຕີບໂຕ, ໂດຍນັກລົງທຶນໃຊ້ເປັນຊັບສິນປ້ອງກັນຄວາມສ່ຽງໃນໂລກຄຣິບໂຕ.

🚨 a16z ລົງທຶນ $50 ລ້ານໂດລາໃນໂຄງການ Jito (Solana staking protocol)
👉🏻  ບໍລິສັດລົງທຶນຊື່ດັງ Andreessen Horowitz ທຸ້ມເງິນ $50 ລ້ານໂດລາ ໃຫ້ກັບ Jito ເຊິ່ງເປັນລະບົບ staking ຂອງ Solana.
ນີ້ເປັນການລົງທຶນດ່ຽວທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ Jito ແລະ ສະແດງເຖິງຄວາມໝັ້ນໃຈໃນລະບົບນິເວດຂອງ Solana.

🔥 Tom Lee ຈາກ BitMine ລະບຸວ່າ Ethereum ຍັງເປັນ “ບລັອກເຊນຂອງວໍສະຕຣີດ”
👉🏻 ຜູ້ຮ່ວມກໍ່ຕັ້ງ BitMine ມອງວ່າ Ethereum ຍັງເປັນເຄືອຂ່າຍຫຼັກທີ່ພາກການເງິນສະຖາບັນເລືອກໃຊ້, ແຕ່ເຕືອນວ່າພາກທຸລະກິດ “ຊັບສິນດິຈິຕອລໃນຄັງ” (Digital Treasury) ອາດເລີ່ມເຂົ້າສູ່ສະພາວະຟອງສະບູແລ້ວ. ນີ້ໝາຍເຖິງບໍລິສັດຕ່າງໆອາດຖືຄອງ ETH ຫຼາຍເກີນໄປຈົນເກີນມູນຄ່າພື້ນຖານ.

🔥 ບໍລິສັດ ແລະ ETF ຖືຄອງລວມກວ່າ 12.5 ລ້ານ ETH (10.31% ຂອງອຸປະທານທັງໝົດ)
👉🏻 ຕົວເລກນີ້ສະທ້ອນໃຫ້ເຫັນວ່າຄວາມຕ້ອງການຈາກສະຖາບັນການເງິນສູງຂຶ້ນຢ່າງຕໍ່ເນື່ອງ ແລະ ອາດສົ່ງຜົນໃຫ້ລາຄາ ETH ມີຄວາມໝັ້ນຄົງຫຼາຍຂຶ້ນໃນໄລຍະກາງ–ຍາວ.

🔥 ຄຳກາຍເປັນຊັບສິນທໍາອິດໃນປະຫວັດສາດທີ່ມີມູນຄ່າຕະຫຼາດເກີນ $30 ລ້ານລ້ານ
👉🏻 ການປັບຂຶ້ນຂອງລາຄາຄຳທົ່ວໂລກ, ເຮັດໃຫ້ຄຳກາຍເປັນຊັບສິນທີ່ມີມູນຄ່າຕະຫຼາດສູງທີ່ສຸດຕະຫຼອດການ, ເຊິ່ງອາດກະຕຸ້ນໃຫ້ເກີດການປຽບທຽບກັບ Bitcoin ອີກຄັ້ງໃນຖານະ “ມູນຄ່າເກັບຮັກສາ (store of value)”.

🚨 VanEck ຍື່ນຂໍ ETF ສຳລັບ Lido Staked Ethereum (stETH)
👉🏻 ຫາກໄດ້ຮັບການອະນຸມັດ, ຈະເປັນກອງທຶນ ETF ຕົວທຳອິດທີ່ອີງໃສ່ ETH ທີ່ຖືກ stake ຜ່ານ Lido, ເຊິ່ງອາດຊ່ວຍດຶງດູດນັກລົງທຶນສະຖາບັນເຂົ້າສູ່ໂລກ staking ຫຼາຍຂຶ້ນ.

🇺🇸 ຟລໍຣິດາສະເໜີຮ່າງກົດໝາຍ “Strategic Bitcoin Reserve” ສຳລັບປີ 2026
👉🏻 ລັດຟລໍຣິດາມີແຜນໃຫ້ລັດສາມາດນຳເງິນກອງທຶນ ແລະ ເງິນບໍານານບໍ່ເກີນ 10% ໄປລົງທຶນໃນ Bitcoin ແລະ ETF ທີ່ກ່ຽວຂ້ອງ.ຖືເປັນກ້າວສຳຄັນທີ່ອາດເຮັດໃຫ້ Bitcoin ກາຍເປັນ “ຊັບສິນສໍາຮອງລະດັບລັດ” ໄດ້ຕົວຈິງໃນອະນາຄົດ.

🚨 Ripple Labs ກຽມລະດົມທຶນ $1 ພັນລ້ານໂດລາ ເພື່ອສະສົມ XRP ຜ່ານ SPAC
👉🏻 Bloomberg ລາຍງານວ່າ Ripple ຈະຕັ້ງກອງທຶນຄວາມໄວ້ວາງໃຈຊັບສິນດິຈິຕອລໃໝ່ ໂດຍໃຊ້ SPAC ເປັນເຄື່ອງມືລະດົມທຶນ, ເຊິ່ງອາດເພີ່ມຄວາມຕ້ອງການຊື້ XRP ໃນຕະຫຼາດ.
ທີ່ມາ: Cointelegraph
#DailyCryptoNews
🌐 Plume Network ແມ່ນບລັອກເຊນຮຸ່ນໃໝ່ທີ່ຖືກອອກແບບມາເພື່ອຮອງຮັບ “ການເງິນຈາກຊັບສິນໂລກຈິງ”🤔 Plume Network (PLUME) ແມ່ນຫຍັງ? Plume Network ແມ່ນບລັອກເຊນຮຸ່ນໃໝ່ທີ່ຖືກອອກແບບມາເພື່ອຮອງຮັບ “ການເງິນຈາກຊັບສິນໂລກຈິງ” (Real World Asset Finance - RWAfi) ໂດຍມີເປົ້າໝາຍເພື່ອເຊື່ອມໂຍງໂລກການເງິນແບບດັ້ງເດີມໃຫ້ເຮັດວຽກຮ່ວມກັບ DeFi ໄດ້ຢ່າງໄຮ້ຮອຍຕໍ່ 💡 ສາມາດແປງຊັບສິນຈິງ (ເຊັ່ນ ອະສັງຫາ, ຄຳ, ຫຼື Carbon Credit) ໃຫ້ຢູ່ໃນບລັອກເຊນ ເພື່ອໃຊ້ໃນການເງິນໄດ້ເຫມືອນຄຣິບໂຕທົ່ວໄປ ເຊັ່ນ stake, ກູ້ຢືມ, ຫຼື ເທຣດ Plume ມີທີມງານຜູ້ພັດທະນາຈາກອົງກອນລະດັບໂລກ ເຊັ່ນ Coinbase, Robinhood, Binance ແລະໄດ້ຮັບການສະໜັບສະໜູນຈາກ VC ຊັ້ນນຳ ເຊັ່ນ Brevan Howard, Haun Ventures, Galaxy Digital ແລະອື່ນໆອີກຫຼາຍ 🧱 ການເຕີບໂຕຂອງລະບົບນິເວດ 🔹 ເປີດຕົວ Genesis Mainnet ມີມູນຄ່າຊັບສິນ RWA ຢູ່ໃນເຊນກວ່າ $150M ໃນວັນແຮກ ມີໂຄງການດັງໆກວ່າ 180 ລາຍ ເຊັ່ນ Blackstone, Invesco, Curve 🔹 ພັດທະນາໂດຍທີມຈາກ Coinbase, Binance, Robinhood ແລະອື່ນໆ 🔹 ໄດ້ຮັບທຶນກວ່າ $30M ຈາກ VC ຊັ້ນນຳທົ່ວໂລກ ເຊັ່ນ Brevan Howard, Haun Ventures, Galaxy Digital ແລະອື່ນໆ 🏗️ ໂຄງສ້າງພື້ນຖານ Plume ແມ່ນໂຄງສ້າງພື້ນຖານແບບ modular ທີ່ປອດໄພ ແລະ ຂະຫຍາຍຕົວໄດ້ງ່າຍ ໂດຍເຮັດວຽກຜ່ານລະບົບ vertically integrated infrastructure ເພື່ອຫຼຸດຄວາມຊັບຊ້ອນໃນການແປງແລະໃຊ້ງານຊັບສິນຈິງໃນເຊນ 📦 ອົງປະກອບຫຼັກ: 🔸 Full-stack Tools: ເຄື່ອງມື Plume Arc ແລະ Nexus ຊ່ວຍໃຫ້ການແປງຊັບສິນເປັນໄປຢ່າງຖືກກົດໝາຍ ແລະ ໂປ່ງໃສ 🔸 ຮອງຮັບ EVM: ສາມາດເຊື່ອມກັບ DeFi Protocol ທີ່ມີຢູ່ແລ້ວໄດ້ງ່າຍ ເຊັ່ນ Curve, Aave ແລະອື່ນໆ 🔸 Composable Ecosystem: ຊັບສິນ RWA ສາມາດໂຕ້ຕອບກັບ DApp ຫຼາຍຮູບແບບ ເພື່ອສ້າງນະວັດຕະກຳການເງິນໃໝ່ໆ 🔧 ເຄື່ອງມື Plume Arc ແລະ Nexus: 🔹 Arc: ແປງຊັບສິນຈິງໃຫ້ເປັນໂທເຄນຢ່າງຖືກກົດໝາຍ 🔹 Smart Wallet: ກະເປົາທີ່ຮອງຮັບຟັງຊັນ DeFi ພ້ອມລະບົບ KYC/AML 🔹 Nexus: ນຳຂໍ້ມູນຈາກໂລກຈິງມາໃຊ້ໃນເຊນແບບ Real-time 💰 ໂທເຄນ $PLUME ໃຊ້ເຮັດຫຍັງໄດ້ແນ່? 🔸 ໃຊ້ເປັນຄ່າທຳນຽມ (Gas) 🔸 ການໂຫວດຕັດສິນໃນ Governance 🔸 Staking ເພື່ອຄວາມປອດໄພຂອງເຄືອຂ່າຍ 🔸 ເພີ່ມສະພາບຄລ່ອງໃນ DeFi 🪙 ການແຈກສັດສ່ວນ $PLUME: 🔹 Total Supply: 10,000 ລ້ານ $PLUME 🔸 Community & Ecosystem: 39% 🔸 Early Backers: 21% 🔸 Core Contributors: 20% 🔸 Foundation: 13% 🔸 Community Airdrop: 7% ປັດຈຸບັນປ່ອຍອອກແລ້ວ 2 ພັນລ້ານ $PLUME 🌍 ຈຸດເດ່ນທີ່ເຮັດໃຫ້ Plume ແຕກຕ່າງ: ✅ ຮອງຮັບການໃຊ້ງານກັບແບຣນກວ່າ 10,000 ແຫ່ງຜ່ານ AEON Partnership ✅ ມີ Stablecoin ຂອງຕົນເອງ “pUSD” ທີ່ຮອງຮັບດ້ວຍ USDC/USDT ✅ ການກວດສອບໂປ່ງໃສ ແລະ Audit ແບບ Real-time ✅ ໃຊ້ງານງ່າຍ ທັງນັກລົງທຶນໃໝ່ແລະອົງກອນໃຫຍ່ ✅ ລະບົບ AML (Anti-Money Laundering) ຝັງຢູ່ໃນເຊນ ເພື່ອກວດສອບການຟອກເງິນແບບ Real-time ເພີ່ມຄວາມປອດໄພແລະຫຼຸດຄວາມສຽງທາງກົດໝາຍ 🚀 ສະຫຼຸບສັ້ນໆ Plume ແມ່ນໂຄງສ້າງພື້ນຖານສຳລັບໂລກ DeFi ທີ່ເຮັດໃຫ້ຊັບສິນຈິງເຂົ້າສູ່ໂລກຄຣິບໂຕໄດ້ຢ່າງປອດໄພ ໂປ່ງໃສ ແລະຖືກກົດໝາຍ ຮອງຮັບການເຕີບໃນລະຍະຍາວ ແລະເຊື່ອມໂລກການເງິນໃໝ່ກັບໂລກເກົ່າໄດ້ຢ່າງແທ້ຈິງ ອ່ານເພີ່ມໄດ້ທີ່: [https://www.binance.com/en/academy/articles/what-is-plume-plume](https://www.binance.com/en/academy/articles/what-is-plume-plume) ⚠️ ຄຳເຕືອນ: ຄຣິບໂຕເຄີເຣນຊີ ແລະໂທເຄນດິຈິຕອນ ມີຄວາມສຽງສູງ ທ່ານອາດສູນເສຍເງິນລົງທຶນໄດ້ທັ້ງໝົດ ກະລຸນາສຶກສາແລະລົງທຶນໃຫ້ເໝາະສົມກັບຄວາມສາມາດຮັບຄວາມສຽງຂອງທ່ານ #PlumeNetwork #plume $PLUME

🌐 Plume Network ແມ່ນບລັອກເຊນຮຸ່ນໃໝ່ທີ່ຖືກອອກແບບມາເພື່ອຮອງຮັບ “ການເງິນຈາກຊັບສິນໂລກຈິງ”

🤔 Plume Network (PLUME) ແມ່ນຫຍັງ?
Plume Network ແມ່ນບລັອກເຊນຮຸ່ນໃໝ່ທີ່ຖືກອອກແບບມາເພື່ອຮອງຮັບ “ການເງິນຈາກຊັບສິນໂລກຈິງ” (Real World Asset Finance - RWAfi) ໂດຍມີເປົ້າໝາຍເພື່ອເຊື່ອມໂຍງໂລກການເງິນແບບດັ້ງເດີມໃຫ້ເຮັດວຽກຮ່ວມກັບ DeFi ໄດ້ຢ່າງໄຮ້ຮອຍຕໍ່
💡 ສາມາດແປງຊັບສິນຈິງ (ເຊັ່ນ ອະສັງຫາ, ຄຳ, ຫຼື Carbon Credit) ໃຫ້ຢູ່ໃນບລັອກເຊນ ເພື່ອໃຊ້ໃນການເງິນໄດ້ເຫມືອນຄຣິບໂຕທົ່ວໄປ ເຊັ່ນ stake, ກູ້ຢືມ, ຫຼື ເທຣດ
Plume ມີທີມງານຜູ້ພັດທະນາຈາກອົງກອນລະດັບໂລກ ເຊັ່ນ Coinbase, Robinhood, Binance ແລະໄດ້ຮັບການສະໜັບສະໜູນຈາກ VC ຊັ້ນນຳ ເຊັ່ນ Brevan Howard, Haun Ventures, Galaxy Digital ແລະອື່ນໆອີກຫຼາຍ
🧱 ການເຕີບໂຕຂອງລະບົບນິເວດ
🔹 ເປີດຕົວ Genesis Mainnet ມີມູນຄ່າຊັບສິນ RWA ຢູ່ໃນເຊນກວ່າ $150M ໃນວັນແຮກ
ມີໂຄງການດັງໆກວ່າ 180 ລາຍ ເຊັ່ນ Blackstone, Invesco, Curve
🔹 ພັດທະນາໂດຍທີມຈາກ Coinbase, Binance, Robinhood ແລະອື່ນໆ
🔹 ໄດ້ຮັບທຶນກວ່າ $30M ຈາກ VC ຊັ້ນນຳທົ່ວໂລກ ເຊັ່ນ Brevan Howard, Haun Ventures, Galaxy Digital ແລະອື່ນໆ
🏗️ ໂຄງສ້າງພື້ນຖານ
Plume ແມ່ນໂຄງສ້າງພື້ນຖານແບບ modular ທີ່ປອດໄພ ແລະ ຂະຫຍາຍຕົວໄດ້ງ່າຍ ໂດຍເຮັດວຽກຜ່ານລະບົບ vertically integrated infrastructure ເພື່ອຫຼຸດຄວາມຊັບຊ້ອນໃນການແປງແລະໃຊ້ງານຊັບສິນຈິງໃນເຊນ
📦 ອົງປະກອບຫຼັກ:
🔸 Full-stack Tools: ເຄື່ອງມື Plume Arc ແລະ Nexus ຊ່ວຍໃຫ້ການແປງຊັບສິນເປັນໄປຢ່າງຖືກກົດໝາຍ ແລະ ໂປ່ງໃສ
🔸 ຮອງຮັບ EVM: ສາມາດເຊື່ອມກັບ DeFi Protocol ທີ່ມີຢູ່ແລ້ວໄດ້ງ່າຍ ເຊັ່ນ Curve, Aave ແລະອື່ນໆ
🔸 Composable Ecosystem: ຊັບສິນ RWA ສາມາດໂຕ້ຕອບກັບ DApp ຫຼາຍຮູບແບບ ເພື່ອສ້າງນະວັດຕະກຳການເງິນໃໝ່ໆ
🔧 ເຄື່ອງມື Plume Arc ແລະ Nexus:
🔹 Arc: ແປງຊັບສິນຈິງໃຫ້ເປັນໂທເຄນຢ່າງຖືກກົດໝາຍ
🔹 Smart Wallet: ກະເປົາທີ່ຮອງຮັບຟັງຊັນ DeFi ພ້ອມລະບົບ KYC/AML
🔹 Nexus: ນຳຂໍ້ມູນຈາກໂລກຈິງມາໃຊ້ໃນເຊນແບບ Real-time
💰 ໂທເຄນ $PLUME ໃຊ້ເຮັດຫຍັງໄດ້ແນ່?
🔸 ໃຊ້ເປັນຄ່າທຳນຽມ (Gas)
🔸 ການໂຫວດຕັດສິນໃນ Governance
🔸 Staking ເພື່ອຄວາມປອດໄພຂອງເຄືອຂ່າຍ
🔸 ເພີ່ມສະພາບຄລ່ອງໃນ DeFi
🪙 ການແຈກສັດສ່ວນ $PLUME :
🔹 Total Supply: 10,000 ລ້ານ $PLUME
🔸 Community & Ecosystem: 39%
🔸 Early Backers: 21%
🔸 Core Contributors: 20%
🔸 Foundation: 13%
🔸 Community Airdrop: 7%
ປັດຈຸບັນປ່ອຍອອກແລ້ວ 2 ພັນລ້ານ $PLUME
🌍 ຈຸດເດ່ນທີ່ເຮັດໃຫ້ Plume ແຕກຕ່າງ:
✅ ຮອງຮັບການໃຊ້ງານກັບແບຣນກວ່າ 10,000 ແຫ່ງຜ່ານ AEON Partnership
✅ ມີ Stablecoin ຂອງຕົນເອງ “pUSD” ທີ່ຮອງຮັບດ້ວຍ USDC/USDT
✅ ການກວດສອບໂປ່ງໃສ ແລະ Audit ແບບ Real-time
✅ ໃຊ້ງານງ່າຍ ທັງນັກລົງທຶນໃໝ່ແລະອົງກອນໃຫຍ່
✅ ລະບົບ AML (Anti-Money Laundering) ຝັງຢູ່ໃນເຊນ ເພື່ອກວດສອບການຟອກເງິນແບບ Real-time ເພີ່ມຄວາມປອດໄພແລະຫຼຸດຄວາມສຽງທາງກົດໝາຍ
🚀 ສະຫຼຸບສັ້ນໆ
Plume ແມ່ນໂຄງສ້າງພື້ນຖານສຳລັບໂລກ DeFi ທີ່ເຮັດໃຫ້ຊັບສິນຈິງເຂົ້າສູ່ໂລກຄຣິບໂຕໄດ້ຢ່າງປອດໄພ ໂປ່ງໃສ ແລະຖືກກົດໝາຍ ຮອງຮັບການເຕີບໃນລະຍະຍາວ ແລະເຊື່ອມໂລກການເງິນໃໝ່ກັບໂລກເກົ່າໄດ້ຢ່າງແທ້ຈິງ
ອ່ານເພີ່ມໄດ້ທີ່:
https://www.binance.com/en/academy/articles/what-is-plume-plume
⚠️ ຄຳເຕືອນ: ຄຣິບໂຕເຄີເຣນຊີ ແລະໂທເຄນດິຈິຕອນ ມີຄວາມສຽງສູງ ທ່ານອາດສູນເສຍເງິນລົງທຶນໄດ້ທັ້ງໝົດ ກະລຸນາສຶກສາແລະລົງທຶນໃຫ້ເໝາະສົມກັບຄວາມສາມາດຮັບຄວາມສຽງຂອງທ່ານ
#PlumeNetwork
#plume $PLUME
The future of Web3 is open, scalable, and connected — and @boundless_network is leading that charge. 🌐 With #Boundless and $ZKC, builders can finally move across chains without barriers. True decentralization is happening! 🚀 #Bundless $ZKC {future}(ZKCUSDT)
The future of Web3 is open, scalable, and connected — and @boundless_network is leading that charge. 🌐 With #Boundless and $ZKC , builders can finally move across chains without barriers. True decentralization is happening! 🚀

#Bundless $ZKC
🚀 Holoworld AI (HOLO) “Agentic dAppstore ສຳລັບໂລກ AI-native”Holoworld AI (HOLO) ແມ່ນຫຍັງ? ໃນປັດຈຸບັນ, AI Agent ແມ່ນເປັນທີ່ເວົ້າເຖິງກັນຢ່າງກວ້າງຂວາງ. ມັນຄົງຈະດີບໍ່ໜ້ອຍ ຖ້າສາມາດສ້າງເອງໄດ້ເຖິງແມ່ນວ່າຈະບໍ່ມີຄວາມຮູ້ດ້ານ Coding ແລະ ສາມາດເປັນເຈົ້າຂອງໂດຍກົງຜ່ານລະບົບ Blockchain ໂດຍທີ່ບໍ່ຕ້ອງຝາກຫຼືເຊື່ອໃຈໃຜ. Holoworld AI ຄື ຕະຫຼາດກາງ ແລະ ແພລັດຟອມສັງຄົມ ແບບກະຈາຍສູນ (decentralized) ສໍາລັບ ປັນຍາປະດິດ (AI) ທີ່ເປີດໂອກາດໃຫ້ທຸກຄົນສາມາດ ສ້າງ, ຊື້ຂາຍ ແລະ ນຳໃຊ້ AI Agents ໄດ້ ໂດຍບໍ່ຈຳເປັນຕ້ອງມີທັກສະດ້ານ Coding. ແພລັດຟອມນີ້ພັດທະນາໂດຍ Hologram Labs ໂດຍການປະສານເທັກໂນໂລຍີ Blockchain ເຂົ້າກັບ AI ເພື່ອສ້າງ ຕົວລະຄອນສະເໝືອນ (virtual characters) ທີ່ບໍ່ພຽງແຕ່ເປັນ Avatar ທີ່ຢຸດນິ້ງໆ ແຕ່ຍັງ ສາມາດໂຕ້ຕອບໄດ້ແທ້ຈິງ ທັງຜ່ານ ຂໍ້ຄວາມ, ສຽງ ແລະ ໂມເດວ 3D. Holoworld AI ເຮັດວຽກແນວໃດ? AI Agents ຄື ຫົວໃຈຫຼັກ ຂອງ Holoworld AI ເພາະສິ່ງນີ້ສາມາດ ເຮັດວຽກແລະສື່ສານແທນຜູ້ໃຊ້ ໄດ້. * ແຕ່ລະ Agent ຖືກອອກແບບມາເພື່ອສະທ້ອນ ຕົວຕົນ (digital identity) ຂອງຜູ້ໃຊ້ ແລະ ສາມາດ ໂຕ້ຕອບຂ້າມແພລັດຟອມຕ່າງໆ ໄດ້. * ທຸກ AI Agent ຖືກບັນທຶກໄວ້ເທິງ Blockchain Solana ເຮັດໃຫ້ສາມາດ ຢືນຢັນຄວາມເປັນເຈົ້າຂອງ ແລະ ຖືກປະຕິບັດໃນຖານະ ຊັບສິນດິຈິຕອລ ຫຼື ຊັບສິນທາງປັນຍາ (IP) ທີ່ມີເອກະລັກສະເພາະຕົວ. ເມື່ອເຊື່ອມຕໍ່ກັບ Social Media ເຊັ່ນ X, Agent ສາມາດ ສະທ້ອນບຸກຄະລິກອອນລາຍ ຂອງຜູ້ໃຊ້ ແລະ ໂຕ້ຕອບໃນແບບດຽວກັນກັບທີ່ຜູ້ໃຊ້ຕົວຈິງເຄີຍໃຊ້. ນອກນີ້ຍັງສາມາດນຳໄປໃຊ້ໃນ Live stream, ຊ່ອງທາງ Brand ຫຼື ພື້ນທີ່ດິຈິຕອລອື່ນໆ ໄດ້ ຖືເປັນເຄື່ອງມືທີ່ມີຄວາມຍືດຫຍຸ່ນທັງສຳລັບການ ສະແດງຕົວຕົນສ່ວນບຸກຄົນ ແລະ ການ ນຳໃຊ້ທາງທຸລະກິດ. ລະບົບ Credits Holoworld ໃຊ້ລະບົບ ເຄຣດິດ (Holo Credits) ເພື່ອຈັດການຄ່າໃຊ້ຈ່າຍໃນການເຮັດວຽກຂອງ AI Agents. ຄ່າໃຊ້ຈ່າຍທີ່ກວມເອົາໄດ້ແກ່: ການປະມວນຜົນ ໂມເດວພາສາ (LLM inference), ການຮຽກໃຊ້ API, ແລະ ການ ເຣນເດີ 3D. * ຜູ້ໃຊ້ຈະໄດ້ຮັບ Holo Credits ໂດຍການ burn ໂທເຄັນ AVA ຕາມມູນຄ່າເງິນໂດລາ, ເຊັ່ນ: ຖ້າ burn AVA ມູນຄ່າ 50 ໂດລາ ຈະໄດ້ຮັບ 50 Holo Credits. ລະບົບນີ້ຊ່ວຍລວມຄ່າໃຊ້ຈ່າຍທຸກຢ່າງໃຫ້ຢູ່ໃນໜ່ວຍດຽວ ເຮັດໃຫ້ ກວດສອບແລະຈັດການໄດ້ງ່າຍ. Key Features ຂອງ Holoworld AI Ava Studio * ແພລັດຟອມ ຜະລິດວິດີໂອດ້ວຍ AI Agents ທີ່ປ່ຽນ ຂໍ້ຄວາມ (text prompts) ໃຫ້ກາຍເປັນວິດີໂອ. ຜູ້ໃຊ້ສາມາດ ສ້າງຕົວລະຄອນ AI, ຂຽນ Script, ສ້າງຫຼາຍສາກ, ໃສ່ສຽງບັນຍາຍ, ເອັບເຟັກສຽງ ແລະ ດົນຕີປະກອບ ໄດ້. * ທຸກອົງປະກອບໃນວິດີໂອສາມາດ ແກ້ໄຂໄດ້ ເຊັ່ນ: ພາບ, ຈັງຫວະເວລາ, ບົດສົນທະນາ ເພື່ອໃຫ້ກົງຕາມທີ່ຜູ້ໃຊ້ຕ້ອງການ, ມີ 2 ວິທີສ້າງ: * ເລີ່ມຈາກສູນ ດ້ວຍ prompt ແບບ custom. * ໃຊ້ template ທີ່ອອກແບບໄວ້ລ່ວງໜ້າ ສໍາລັບການເຮັດວຽກທີ່ວ່ອງໄວ. Agent Market * ຕະຫຼາດກາງ ສໍາລັບການ ສ້າງ, ເປີດໂຕ (deploy), ແລະ ຊື້ຂາຍ AI Agents. ເຮັດໜ້າທີ່ທັງເປັນ launchpad ແລະ marketplace. * ແຕ່ລະ Agent ມາພ້ອມ ID Card ທີ່ສະແດງ ຊື່, bio, ສຽງ ແລະ ຮູບໂປຣຟາຍ ກໍານົດ ບຸກຄະລິກຮູບແບບການໂຕ້ຕອບ. * ຜູ້ໃຊ້ສາມາດ ອັບໂຫຼດ ໄຟລ໌/ລິ້ງ ເພື່ອສ້າງ ຖານຄວາມຮູ້ ໃຫ້ Agent ແລະ ປັບບຸກຄະລິກດ້ວຍ templates ຫຼື custom prompts. * ເມື່ອເປີດໂຕແລ້ວ Agent ສາມາດຖືກ ຊື້ຂາຍ. ຜູ້ໃຊ້ຄົນອື່ນສາມາດເບິ່ງໂປຣຟາຍ, ກວດສອບປະຫວັດ, ຫຼື ເຂົ້າຮ່ວມ ແຊັດສົດ ກັບ Agent ໄດ້. * ນອກເໜືອຈາກ Marketplace, Agents ຍັງສາມາດເຮັດວຽກເທິງ X, YouTube, Twitch ໄດ້ ເຮັດໃຫ້ເປັນທັງ ເພື່ອນດິຈິຕອລແບບໂຕ້ຕອບ ແລະ ຊັບສິນດິຈິຕອລ ທີ່ຊື້ຂາຍໄດ້. OpenMCP (Model Context Protocol) * ເປັນ Framework Open source ທີ່ສ້າງ ມາດຕະຖານ ໃຫ້ AI Agents ໂຕ້ຕອບກັບລະບົບ Web3 ໄດ້. ຊ່ວຍໃຫ້ Agents ເຊື່ອມຕໍ່ກັບ blockchains, smart contracts, ແລະ DApps ຜ່ານ Interphase ດຽວ. * ມີເຄື່ອງມືສໍາຄັນ ເຊັ່ນ EVM Agent Kit, EVM MCP ທີ່ມຸ່ງເນັ້ນການນຳໃຊ້ກັບເຄືອຂ່າຍທີ່ຮອງຮັບ EVM ເຊັ່ນ Arbitrum. * ເຮັດໃຫ້ Agents ສາມາດ ອ່ານ/ຂຽນ smart contracts, ດຶງຂໍ້ມູນຈາກ Blockchain, ແລະ ເຮັດວຽກຂ້າມເຄືອຂ່າຍ ໄດ້ຢ່າງເປັນມາດຕະຖານ. Developer Tools * ຮອງຮັບທັງ ຜູ້ສ້າງທົ່ວໄປ ແລະ ນັກພັດທະນາ. ຮູບແບບ No-code tools ເຮັດໃຫ້ຜູ້ໃຊ້ທົ່ວໄປສ້າງຕົວລະຄອນອັດສະລິຍະໄດ້ງ່າຍໆ. * Agent SDK ແລະ APIs ສຳລັບນັກພັດທະນາທີ່ຕ້ອງການ ບູລະນາການ (integrate) Agent ແບບ custom ລົງໃນແອັບ ຫຼື ແພລັດຟອມ Chat. * Agents ສາມາດປັບໃຫ້ມີ ບຸກຄະລິກສະເພາະຕົວ ແລະ ຖືກໂຮສໄວ້ຢ່າງປອດໄພດ້ວຍເທັກໂນໂລຍີ Multi-Party Computation (MPC). ໂທເຄັນ HOLO ເຮັດຫຍັງໄດ້ແດ່? HOLO ຄື ໂທເຄັນຫຼັກ ຂອງລະບົບນິເວດ Holoworld ເຊິ່ງເຮັດໜ້າທີ່ເປັນ ສະກຸນເງິນພື້ນຖານ ຂອງ agentic app store. * ຜູ້ຖືໂທເຄັນສາມາດນຳໄປ staking ເພື່ອຮັບ ລາງວັນ ແລະ ສິດເຂົ້າເຖິງໂຄງການໃໝ່ ຜ່ານ Hololaunch ກ່ອນໃຜ. * ນອກນີ້ຍັງມີບົດບາດສໍາຄັນດ້ານ governance ເປີດໂອກາດໃຫ້ ຊຸມຊົນຜູ້ຖື HOLO ສາມາດ ສະເໜີແລະໂຫວດປະເດັນຕ່າງໆ ກ່ຽວກັບໂປຣແກຣມ ພັນທະມິດ ແລະ ການພັດທະນາຂອງ Protocol ເຊິ່ງສົ່ງຜົນໂດຍກົງຕໍ່ ທິດທາງໃນອະນາຄົດ ຂອງ Holoworld. * ນອກຈາກນີ້ HOLO ຍັງຖືກຈັດສັນເພື່ອ ສະໜັບສະໜູນຜູ້ສ້າງ Content ແລະ ຜູ້ມີສ່ວນຮ່ວມ ໃນລະບົບນິເວດ ໂດຍແຈກຢາຍເປັນ ລາງວັນ ເພື່ອກະຕຸ້ນການເຕີບໂຕແລະການມີສ່ວນຮ່ວມຂອງຊຸມຊົນ. * ນອກນັ້ນຍັງເຮັດໜ້າທີ່ເປັນ ສະກຸນເງິນຫຼັກຂອງເຄືອຂ່າຍ ໂດຍມີ Open MCP ເພື່ອອຳນວຍຄວາມສະດວກໃນການ ເຮັດທຸລະກຳ ລະຫວ່າງຜູ້ໃຊ້, AI Agents ແລະ Application ຕ່າງໆ ເທິງ Holoworld ໄດ້ຢ່າງສະດວກສະບາຍ. ການກະຈາຍຕົວໂທເຄັນ * Community Growth : 20.9% * Foundation : 18.4% * Team : 15.6% * Investors : 13.5% * Ecosystem & Marketing : 13.11% * Airdrop : 10% * Advisors : 3.5% * Liquidity : 5% ອຸປະທານສູງສຸດ 2.04 ຕື້ HOLO, ອຸປະທານໝູນວຽນ -347.37 HOLO. ສະຫຼຸບ Holoworld AI ຄືແພລັດຟອມທີ່ ປະສານ AI ແລະ ບລັອກເຊນ ເຂົ້າດ້ວຍກັນ ເປີດໂອກາດໃຫ້ຜູ້ໃຊ້ສາມາດ ອອກແບບ, ຊື້ຂາຍ ແລະ ໂຕ້ຕອບກັບ AI Agents ສະເໝືອນຈິງ ໄດ້. ໂດຍມີເຄື່ອງມືຢ່າງ Ava Studio ແລະ Agent Market ທີ່ຊ່ວຍໃຫ້ການສ້າງແລະແຊຣ໌ຄອນເທັນງ່າຍຂຶ້ນ, ພ້ອມທັງຮອງຮັບການເຊື່ອມຕໍ່ກັບ Blockchain ແລະ DApps ຜ່ານ OpenMCP ແລະ Developer APIs ເຮັດໃຫ້ Holoworld AI ກາຍເປັນພື້ນທີ່ສຳລັບ ການສ້າງສັນ ແລະ ການທົດລອງຮູບແບບໃໝ່ ຂອງຕົວຕົນແລະການມີສ່ວນຮ່ວມໃນໂລກ ດິຈິຕອລ. #HoloworldAI $BNB {spot}(BNBUSDT) $HOLO {spot}(HOLOUSDT)

🚀 Holoworld AI (HOLO) “Agentic dAppstore ສຳລັບໂລກ AI-native”

Holoworld AI (HOLO) ແມ່ນຫຍັງ?
ໃນປັດຈຸບັນ, AI Agent ແມ່ນເປັນທີ່ເວົ້າເຖິງກັນຢ່າງກວ້າງຂວາງ. ມັນຄົງຈະດີບໍ່ໜ້ອຍ ຖ້າສາມາດສ້າງເອງໄດ້ເຖິງແມ່ນວ່າຈະບໍ່ມີຄວາມຮູ້ດ້ານ Coding ແລະ ສາມາດເປັນເຈົ້າຂອງໂດຍກົງຜ່ານລະບົບ Blockchain ໂດຍທີ່ບໍ່ຕ້ອງຝາກຫຼືເຊື່ອໃຈໃຜ.
Holoworld AI ຄື ຕະຫຼາດກາງ ແລະ ແພລັດຟອມສັງຄົມ ແບບກະຈາຍສູນ (decentralized) ສໍາລັບ ປັນຍາປະດິດ (AI) ທີ່ເປີດໂອກາດໃຫ້ທຸກຄົນສາມາດ ສ້າງ, ຊື້ຂາຍ ແລະ ນຳໃຊ້ AI Agents ໄດ້ ໂດຍບໍ່ຈຳເປັນຕ້ອງມີທັກສະດ້ານ Coding.
ແພລັດຟອມນີ້ພັດທະນາໂດຍ Hologram Labs ໂດຍການປະສານເທັກໂນໂລຍີ Blockchain ເຂົ້າກັບ AI ເພື່ອສ້າງ ຕົວລະຄອນສະເໝືອນ (virtual characters) ທີ່ບໍ່ພຽງແຕ່ເປັນ Avatar ທີ່ຢຸດນິ້ງໆ ແຕ່ຍັງ ສາມາດໂຕ້ຕອບໄດ້ແທ້ຈິງ ທັງຜ່ານ ຂໍ້ຄວາມ, ສຽງ ແລະ ໂມເດວ 3D.
Holoworld AI ເຮັດວຽກແນວໃດ?
AI Agents
ຄື ຫົວໃຈຫຼັກ ຂອງ Holoworld AI ເພາະສິ່ງນີ້ສາມາດ ເຮັດວຽກແລະສື່ສານແທນຜູ້ໃຊ້ ໄດ້.
* ແຕ່ລະ Agent ຖືກອອກແບບມາເພື່ອສະທ້ອນ ຕົວຕົນ (digital identity) ຂອງຜູ້ໃຊ້ ແລະ ສາມາດ ໂຕ້ຕອບຂ້າມແພລັດຟອມຕ່າງໆ ໄດ້.
* ທຸກ AI Agent ຖືກບັນທຶກໄວ້ເທິງ Blockchain Solana ເຮັດໃຫ້ສາມາດ ຢືນຢັນຄວາມເປັນເຈົ້າຂອງ ແລະ ຖືກປະຕິບັດໃນຖານະ ຊັບສິນດິຈິຕອລ ຫຼື ຊັບສິນທາງປັນຍາ (IP) ທີ່ມີເອກະລັກສະເພາະຕົວ.
ເມື່ອເຊື່ອມຕໍ່ກັບ Social Media ເຊັ່ນ X, Agent ສາມາດ ສະທ້ອນບຸກຄະລິກອອນລາຍ ຂອງຜູ້ໃຊ້ ແລະ ໂຕ້ຕອບໃນແບບດຽວກັນກັບທີ່ຜູ້ໃຊ້ຕົວຈິງເຄີຍໃຊ້. ນອກນີ້ຍັງສາມາດນຳໄປໃຊ້ໃນ Live stream, ຊ່ອງທາງ Brand ຫຼື ພື້ນທີ່ດິຈິຕອລອື່ນໆ ໄດ້ ຖືເປັນເຄື່ອງມືທີ່ມີຄວາມຍືດຫຍຸ່ນທັງສຳລັບການ ສະແດງຕົວຕົນສ່ວນບຸກຄົນ ແລະ ການ ນຳໃຊ້ທາງທຸລະກິດ.
ລະບົບ Credits
Holoworld ໃຊ້ລະບົບ ເຄຣດິດ (Holo Credits) ເພື່ອຈັດການຄ່າໃຊ້ຈ່າຍໃນການເຮັດວຽກຂອງ AI Agents. ຄ່າໃຊ້ຈ່າຍທີ່ກວມເອົາໄດ້ແກ່: ການປະມວນຜົນ ໂມເດວພາສາ (LLM inference), ການຮຽກໃຊ້ API, ແລະ ການ ເຣນເດີ 3D.
* ຜູ້ໃຊ້ຈະໄດ້ຮັບ Holo Credits ໂດຍການ burn ໂທເຄັນ AVA ຕາມມູນຄ່າເງິນໂດລາ, ເຊັ່ນ: ຖ້າ burn AVA ມູນຄ່າ 50 ໂດລາ ຈະໄດ້ຮັບ 50 Holo Credits.
ລະບົບນີ້ຊ່ວຍລວມຄ່າໃຊ້ຈ່າຍທຸກຢ່າງໃຫ້ຢູ່ໃນໜ່ວຍດຽວ ເຮັດໃຫ້ ກວດສອບແລະຈັດການໄດ້ງ່າຍ.
Key Features ຂອງ Holoworld AI
Ava Studio
* ແພລັດຟອມ ຜະລິດວິດີໂອດ້ວຍ AI Agents ທີ່ປ່ຽນ ຂໍ້ຄວາມ (text prompts) ໃຫ້ກາຍເປັນວິດີໂອ. ຜູ້ໃຊ້ສາມາດ ສ້າງຕົວລະຄອນ AI, ຂຽນ Script, ສ້າງຫຼາຍສາກ, ໃສ່ສຽງບັນຍາຍ, ເອັບເຟັກສຽງ ແລະ ດົນຕີປະກອບ ໄດ້.
* ທຸກອົງປະກອບໃນວິດີໂອສາມາດ ແກ້ໄຂໄດ້ ເຊັ່ນ: ພາບ, ຈັງຫວະເວລາ, ບົດສົນທະນາ ເພື່ອໃຫ້ກົງຕາມທີ່ຜູ້ໃຊ້ຕ້ອງການ, ມີ 2 ວິທີສ້າງ:
* ເລີ່ມຈາກສູນ ດ້ວຍ prompt ແບບ custom.
* ໃຊ້ template ທີ່ອອກແບບໄວ້ລ່ວງໜ້າ ສໍາລັບການເຮັດວຽກທີ່ວ່ອງໄວ.
Agent Market
* ຕະຫຼາດກາງ ສໍາລັບການ ສ້າງ, ເປີດໂຕ (deploy), ແລະ ຊື້ຂາຍ AI Agents. ເຮັດໜ້າທີ່ທັງເປັນ launchpad ແລະ marketplace.
* ແຕ່ລະ Agent ມາພ້ອມ ID Card ທີ່ສະແດງ ຊື່, bio, ສຽງ ແລະ ຮູບໂປຣຟາຍ ກໍານົດ ບຸກຄະລິກຮູບແບບການໂຕ້ຕອບ.
* ຜູ້ໃຊ້ສາມາດ ອັບໂຫຼດ ໄຟລ໌/ລິ້ງ ເພື່ອສ້າງ ຖານຄວາມຮູ້ ໃຫ້ Agent ແລະ ປັບບຸກຄະລິກດ້ວຍ templates ຫຼື custom prompts.
* ເມື່ອເປີດໂຕແລ້ວ Agent ສາມາດຖືກ ຊື້ຂາຍ. ຜູ້ໃຊ້ຄົນອື່ນສາມາດເບິ່ງໂປຣຟາຍ, ກວດສອບປະຫວັດ, ຫຼື ເຂົ້າຮ່ວມ ແຊັດສົດ ກັບ Agent ໄດ້.
* ນອກເໜືອຈາກ Marketplace, Agents ຍັງສາມາດເຮັດວຽກເທິງ X, YouTube, Twitch ໄດ້ ເຮັດໃຫ້ເປັນທັງ ເພື່ອນດິຈິຕອລແບບໂຕ້ຕອບ ແລະ ຊັບສິນດິຈິຕອລ ທີ່ຊື້ຂາຍໄດ້.
OpenMCP (Model Context Protocol)
* ເປັນ Framework Open source ທີ່ສ້າງ ມາດຕະຖານ ໃຫ້ AI Agents ໂຕ້ຕອບກັບລະບົບ Web3 ໄດ້. ຊ່ວຍໃຫ້ Agents ເຊື່ອມຕໍ່ກັບ blockchains, smart contracts, ແລະ DApps ຜ່ານ Interphase ດຽວ.
* ມີເຄື່ອງມືສໍາຄັນ ເຊັ່ນ EVM Agent Kit, EVM MCP ທີ່ມຸ່ງເນັ້ນການນຳໃຊ້ກັບເຄືອຂ່າຍທີ່ຮອງຮັບ EVM ເຊັ່ນ Arbitrum.
* ເຮັດໃຫ້ Agents ສາມາດ ອ່ານ/ຂຽນ smart contracts, ດຶງຂໍ້ມູນຈາກ Blockchain, ແລະ ເຮັດວຽກຂ້າມເຄືອຂ່າຍ ໄດ້ຢ່າງເປັນມາດຕະຖານ.
Developer Tools
* ຮອງຮັບທັງ ຜູ້ສ້າງທົ່ວໄປ ແລະ ນັກພັດທະນາ. ຮູບແບບ No-code tools ເຮັດໃຫ້ຜູ້ໃຊ້ທົ່ວໄປສ້າງຕົວລະຄອນອັດສະລິຍະໄດ້ງ່າຍໆ.
* Agent SDK ແລະ APIs ສຳລັບນັກພັດທະນາທີ່ຕ້ອງການ ບູລະນາການ (integrate) Agent ແບບ custom ລົງໃນແອັບ ຫຼື ແພລັດຟອມ Chat.
* Agents ສາມາດປັບໃຫ້ມີ ບຸກຄະລິກສະເພາະຕົວ ແລະ ຖືກໂຮສໄວ້ຢ່າງປອດໄພດ້ວຍເທັກໂນໂລຍີ Multi-Party Computation (MPC).
ໂທເຄັນ HOLO ເຮັດຫຍັງໄດ້ແດ່?
HOLO ຄື ໂທເຄັນຫຼັກ ຂອງລະບົບນິເວດ Holoworld ເຊິ່ງເຮັດໜ້າທີ່ເປັນ ສະກຸນເງິນພື້ນຖານ ຂອງ agentic app store.
* ຜູ້ຖືໂທເຄັນສາມາດນຳໄປ staking ເພື່ອຮັບ ລາງວັນ ແລະ ສິດເຂົ້າເຖິງໂຄງການໃໝ່ ຜ່ານ Hololaunch ກ່ອນໃຜ.
* ນອກນີ້ຍັງມີບົດບາດສໍາຄັນດ້ານ governance ເປີດໂອກາດໃຫ້ ຊຸມຊົນຜູ້ຖື HOLO ສາມາດ ສະເໜີແລະໂຫວດປະເດັນຕ່າງໆ ກ່ຽວກັບໂປຣແກຣມ ພັນທະມິດ ແລະ ການພັດທະນາຂອງ Protocol ເຊິ່ງສົ່ງຜົນໂດຍກົງຕໍ່ ທິດທາງໃນອະນາຄົດ ຂອງ Holoworld.
* ນອກຈາກນີ້ HOLO ຍັງຖືກຈັດສັນເພື່ອ ສະໜັບສະໜູນຜູ້ສ້າງ Content ແລະ ຜູ້ມີສ່ວນຮ່ວມ ໃນລະບົບນິເວດ ໂດຍແຈກຢາຍເປັນ ລາງວັນ ເພື່ອກະຕຸ້ນການເຕີບໂຕແລະການມີສ່ວນຮ່ວມຂອງຊຸມຊົນ.
* ນອກນັ້ນຍັງເຮັດໜ້າທີ່ເປັນ ສະກຸນເງິນຫຼັກຂອງເຄືອຂ່າຍ ໂດຍມີ Open MCP ເພື່ອອຳນວຍຄວາມສະດວກໃນການ ເຮັດທຸລະກຳ ລະຫວ່າງຜູ້ໃຊ້, AI Agents ແລະ Application ຕ່າງໆ ເທິງ Holoworld ໄດ້ຢ່າງສະດວກສະບາຍ.
ການກະຈາຍຕົວໂທເຄັນ
* Community Growth : 20.9%
* Foundation : 18.4%
* Team : 15.6%
* Investors : 13.5%
* Ecosystem & Marketing : 13.11%
* Airdrop : 10%
* Advisors : 3.5%
* Liquidity : 5%
ອຸປະທານສູງສຸດ 2.04 ຕື້ HOLO, ອຸປະທານໝູນວຽນ -347.37 HOLO.
ສະຫຼຸບ
Holoworld AI ຄືແພລັດຟອມທີ່ ປະສານ AI ແລະ ບລັອກເຊນ ເຂົ້າດ້ວຍກັນ ເປີດໂອກາດໃຫ້ຜູ້ໃຊ້ສາມາດ ອອກແບບ, ຊື້ຂາຍ ແລະ ໂຕ້ຕອບກັບ AI Agents ສະເໝືອນຈິງ ໄດ້. ໂດຍມີເຄື່ອງມືຢ່າງ Ava Studio ແລະ Agent Market ທີ່ຊ່ວຍໃຫ້ການສ້າງແລະແຊຣ໌ຄອນເທັນງ່າຍຂຶ້ນ, ພ້ອມທັງຮອງຮັບການເຊື່ອມຕໍ່ກັບ Blockchain ແລະ DApps ຜ່ານ OpenMCP ແລະ Developer APIs ເຮັດໃຫ້ Holoworld AI ກາຍເປັນພື້ນທີ່ສຳລັບ ການສ້າງສັນ ແລະ ການທົດລອງຮູບແບບໃໝ່ ຂອງຕົວຕົນແລະການມີສ່ວນຮ່ວມໃນໂລກ ດິຈິຕອລ.
#HoloworldAI $BNB
$HOLO
🔍 ທຳຄວາມຮູ້ຈັກລະບົບ “Listing” ຂອງ Binance — ວ່າແທ້ໆແລ້ວມັນເຮັດວຽກແນວໃດBinance ອອກມາອະທິບາຍຢ່າງລະອຽດກ່ຽວກັບແນວທາງ ແລະ ຫຼັກການໃນການ “ລິສຕ໌ຫຼຽນໃໝ່” ໃນແພລດຟອມ ໂດຍມີເປົ້າໝາຍເພື່ອ “ໃຫ້ຜົນປະໂຫຍດກັບຜູ້ໃຊ້” ຫຼາຍກວ່າການສ້າງລາຍໄດ້ໃຫ້ບໍລິສັດ. ມີໃຈຄວາມສຳຄັນດັ່ງນີ້ 👇 ⸻ 1️⃣ Binance ບໍ່ມີລາຍໄດ້ຈາກຄ່າລິສຕ໌ຫຼຽນ Binance ຢືນຢັນວ່າ ບໍ່ເກັບຄ່າທຳນຽມການລິສຕ໌ ແລະບໍ່ໄດ້ມີກຳໄລຈາກຂັ້ນຕອນນີ້. ໂທເຄນທັງໝົດທີ່ໄດ້ຮັບຈາກໂຄງການ ຈະຖືກນຳໄປແຈກໃຫ້ຜູ້ໃຊ້ 100% ຜ່ານກິດຈະກຳການຕະຫຼາດ ເຊັ່ນ: • Alpha Airdrops • Launchpool • HODLer Airdrops • Trading Events • Earn / APR Campaigns ແລະອື່ນໆອີກຫຼາຍ 👉 ຮູບແບບທຸລະກິດຂອງ Binance ແມ່ນການເກັບຄ່າທຳນຽມການເທຣດນ້ອຍໆ (trading fee) ບໍ່ແມ່ນການເກັບຄ່າລິສຕ໌ ⸻ 2️⃣ ມີ “ເງິນມັດຈຳຄວາມປອດໄພ” (Refundable Security Deposit) ເພື່ອປົກປ້ອງຜູ້ໃຊ້ ກ່ອນທີ່ໂຄງການຈະຖືກລິສຕ໌ຫຼຽນ Binance ຈະໃຫ້ໂຄງການວາງເງິນມັດຈຳຈຳນວນໜຶ່ງ ເພື່ອເຮັດໜ້າທີ່ເປັນ “ເກາະປ້ອງກັນ” ບໍ່ໃຫ້ທີມພັດທະນາຂາຍເຫຼຽນທິ້ງຫຼືປະຈາດຜູ້ໃຊ້ໃນໄລຍະສັ້ນ, ແລະເພື່ອໃຫ້ແນ່ໃຈວ່າທີມຍັງມີຄວາມຕັ້ງໃຈພັດທະນາຫຼັງຈາກລິສຕ໌ແລ້ວ. ເມື່ອໂຄງການປະຕິບັດຕາມຂໍ້ຕົກລົງຄົບຖ້ວນ Binance ຈະ ຄືນເງິນມັດຈຳໃຫ້ທັງໝົດ 👉 ຈຸດຢືນຂອງ Binance ຊັດເຈນ: “User Protection First” — ປົກປ້ອງຜູ້ໃຊ້ເປັນອັນດັບທຳອິດ ⸻ 3️⃣ ສຳລັບໂຄງການໃໝ່ → ເຂົ້າຮ່ວມໂຄງການ Binance Alpha Binance ແນະນຳວ່າ ສຳລັບໂຄງການທີ່ຢູ່ໃນຂັ້ນເລີ່ມຕົ້ນ (early stage) ຄວນເຂົ້າຮ່ວມໂຄງການ Binance Alpha ເຊິ່ງເປັນ “ເສັ້ນທາງສູ່ຕະຫຼາດ” ທີ່ໃຫ້ໂອກາດໃຫ້ໂຄງການເຕີບໂຕໂດຍ ບໍ່ມີຄ່າລິສຕ໌ພ້ອມສະໜັບສະໜູນດ້ານການມອງເຫັນ (visibility), ການສຶກສາ (education), ແລະ ການຂະຫຍາຍຖານຜູ້ໃຊ້ (growth) Alpha ເຊື່ອມໂຄງການກັບຜູ້ໃຊ້ຈິງຜ່ານກິດຈະກຳເຊັ່ນ • Airdrops • Booster Programs • Pre-TGE ແລະ TGE (Token Generation Events) ທັງໝົດນີ້ເພື່ອສ້າງ ຄວາມໂປ່ງໃສ ແລະ ຄວາມເຊື່ອມັ່ນ ກ່ອນທີ່ໂຄງການຈະຖືກລິສຕ໌ໃນຕະຫຼາດຈິງ 📊 ຈົນເຖິງເດືອນຕຸລາ 2025 ມີໂຄງການ 217 ໂຄງການ ເຂົ້າຮ່ວມ Binance Alpha ແລ້ວ. ໃນນັ້ນ 103 ໂຄງການ ໄດ້ຖືກລິສຕ໌ໃນຕະຫຼາດ Futures ແລະ 36 ໂຄງການ ຖືກລິສຕ໌ໃນ Spot ຫຼັງຈາກພິສູດຄວາມສາມາດ ແລະ ຜ່ານມາດຕະຖານທີ່ກຳນົດ ⸻ ✅ ສະຫຼຸບໃຈຄວາມສຳຄັນ: Binance ເນັ້ນຄວາມໂປ່ງໃສ ບໍ່ຄິດຄ່າລິສຕ໌ຫຼຽນ ເນັ້ນການປົກປ້ອງຜູ້ໃຊ້ ແລະສ້າງລະບົບຄັດກອງທີ່ໃຫ້ໂອກາດໂຄງການທີ່ມີຄຸນນະພາບເຕີບໂຕໄດ້ຈິງໃນລະຍະຍາວ [https://www.binance.com/en/support/announcement/detail/d378c2176ac841bb8eae68f63d4c4845](https://www.binance.com/en/support/announcement/detail/d378c2176ac841bb8eae68f63d4c4845) #Binance #Listingbinance

🔍 ທຳຄວາມຮູ້ຈັກລະບົບ “Listing” ຂອງ Binance — ວ່າແທ້ໆແລ້ວມັນເຮັດວຽກແນວໃດ

Binance ອອກມາອະທິບາຍຢ່າງລະອຽດກ່ຽວກັບແນວທາງ ແລະ ຫຼັກການໃນການ “ລິສຕ໌ຫຼຽນໃໝ່” ໃນແພລດຟອມ ໂດຍມີເປົ້າໝາຍເພື່ອ “ໃຫ້ຜົນປະໂຫຍດກັບຜູ້ໃຊ້” ຫຼາຍກວ່າການສ້າງລາຍໄດ້ໃຫ້ບໍລິສັດ. ມີໃຈຄວາມສຳຄັນດັ່ງນີ້ 👇

1️⃣ Binance ບໍ່ມີລາຍໄດ້ຈາກຄ່າລິສຕ໌ຫຼຽນ
Binance ຢືນຢັນວ່າ ບໍ່ເກັບຄ່າທຳນຽມການລິສຕ໌ ແລະບໍ່ໄດ້ມີກຳໄລຈາກຂັ້ນຕອນນີ້. ໂທເຄນທັງໝົດທີ່ໄດ້ຮັບຈາກໂຄງການ ຈະຖືກນຳໄປແຈກໃຫ້ຜູ້ໃຊ້ 100% ຜ່ານກິດຈະກຳການຕະຫຼາດ ເຊັ່ນ:
• Alpha Airdrops
• Launchpool
• HODLer Airdrops
• Trading Events
• Earn / APR Campaigns
ແລະອື່ນໆອີກຫຼາຍ
👉 ຮູບແບບທຸລະກິດຂອງ Binance ແມ່ນການເກັບຄ່າທຳນຽມການເທຣດນ້ອຍໆ (trading fee) ບໍ່ແມ່ນການເກັບຄ່າລິສຕ໌

2️⃣ ມີ “ເງິນມັດຈຳຄວາມປອດໄພ” (Refundable Security Deposit) ເພື່ອປົກປ້ອງຜູ້ໃຊ້
ກ່ອນທີ່ໂຄງການຈະຖືກລິສຕ໌ຫຼຽນ Binance ຈະໃຫ້ໂຄງການວາງເງິນມັດຈຳຈຳນວນໜຶ່ງ ເພື່ອເຮັດໜ້າທີ່ເປັນ “ເກາະປ້ອງກັນ” ບໍ່ໃຫ້ທີມພັດທະນາຂາຍເຫຼຽນທິ້ງຫຼືປະຈາດຜູ້ໃຊ້ໃນໄລຍະສັ້ນ, ແລະເພື່ອໃຫ້ແນ່ໃຈວ່າທີມຍັງມີຄວາມຕັ້ງໃຈພັດທະນາຫຼັງຈາກລິສຕ໌ແລ້ວ.
ເມື່ອໂຄງການປະຕິບັດຕາມຂໍ້ຕົກລົງຄົບຖ້ວນ Binance ຈະ ຄືນເງິນມັດຈຳໃຫ້ທັງໝົດ
👉 ຈຸດຢືນຂອງ Binance ຊັດເຈນ: “User Protection First” — ປົກປ້ອງຜູ້ໃຊ້ເປັນອັນດັບທຳອິດ

3️⃣ ສຳລັບໂຄງການໃໝ່ → ເຂົ້າຮ່ວມໂຄງການ Binance Alpha
Binance ແນະນຳວ່າ ສຳລັບໂຄງການທີ່ຢູ່ໃນຂັ້ນເລີ່ມຕົ້ນ (early stage) ຄວນເຂົ້າຮ່ວມໂຄງການ Binance Alpha ເຊິ່ງເປັນ “ເສັ້ນທາງສູ່ຕະຫຼາດ” ທີ່ໃຫ້ໂອກາດໃຫ້ໂຄງການເຕີບໂຕໂດຍ ບໍ່ມີຄ່າລິສຕ໌ພ້ອມສະໜັບສະໜູນດ້ານການມອງເຫັນ (visibility), ການສຶກສາ (education), ແລະ ການຂະຫຍາຍຖານຜູ້ໃຊ້ (growth)
Alpha ເຊື່ອມໂຄງການກັບຜູ້ໃຊ້ຈິງຜ່ານກິດຈະກຳເຊັ່ນ
• Airdrops
• Booster Programs
• Pre-TGE ແລະ TGE (Token Generation Events)
ທັງໝົດນີ້ເພື່ອສ້າງ ຄວາມໂປ່ງໃສ ແລະ ຄວາມເຊື່ອມັ່ນ ກ່ອນທີ່ໂຄງການຈະຖືກລິສຕ໌ໃນຕະຫຼາດຈິງ
📊 ຈົນເຖິງເດືອນຕຸລາ 2025
ມີໂຄງການ 217 ໂຄງການ ເຂົ້າຮ່ວມ Binance Alpha ແລ້ວ. ໃນນັ້ນ 103 ໂຄງການ ໄດ້ຖືກລິສຕ໌ໃນຕະຫຼາດ Futures ແລະ 36 ໂຄງການ ຖືກລິສຕ໌ໃນ Spot ຫຼັງຈາກພິສູດຄວາມສາມາດ ແລະ ຜ່ານມາດຕະຖານທີ່ກຳນົດ

✅ ສະຫຼຸບໃຈຄວາມສຳຄັນ:
Binance ເນັ້ນຄວາມໂປ່ງໃສ ບໍ່ຄິດຄ່າລິສຕ໌ຫຼຽນ
ເນັ້ນການປົກປ້ອງຜູ້ໃຊ້ ແລະສ້າງລະບົບຄັດກອງທີ່ໃຫ້ໂອກາດໂຄງການທີ່ມີຄຸນນະພາບເຕີບໂຕໄດ້ຈິງໃນລະຍະຍາວ
https://www.binance.com/en/support/announcement/detail/d378c2176ac841bb8eae68f63d4c4845

#Binance #Listingbinance
🚀 BNB Chain ຈັບມືກັບ Four Meme ແລະພັນທະມິດ ເປີດຕົວ “Reload Airdrop” ມູນຄ່າ $45 ລ້ານເຖິງວ່າຕະຫຼາດຄຣິບໂຕຈະຜັນຜວນຢ່າງຫນັກໃນຊ່ວງທີ່ຜ່ານມາ ແຕ່ຊຸມຊົນ BNB ຍັງຄົງຢືນຢັນ ສ້າງ ແລະ ມີສ່ວນຮ່ວມຢ່າງຕໍ່ເນື່ອງ — ນັ່ນແມ່ນພະລັງທີ່ເຮັດໃຫ້ລະບົບນິເວດຂອງ BNB ແຂງແຮງ. ເພື່ອຂອບໃຈຄວາມທຸ່ມເທຂອງຜູ້ໃຊ້, BNB Chain ຈຶ່ງປະກາດຈັບມືກັບ Four Meme ພ້ອມດ້ວຍການສະໜັບສະໜູນຈາກ PancakeSwap, Binance Wallet ແລະ Trust Wallet ເປີດຕົວແຄມເປນໃຫຍ່ “$45M Reload Airdrop” 🎉 📌 ລາຍລະອຽດສຳຄັນ: • ແຈກຈ່າຍ BNB ມູນຄ່າລວມ $45 ລ້ານ • ໃຫ້ຜູ້ໃຊ້ກວ່າ 160,000+ ກະເປົ໋າ (addresses) • ທີ່ມີການເທຣດ memecoins ໃນ BNB Chain ໃນຊ່ວງອາທິດທີ່ຜ່ານມາ • ຈຳນວນ BNB ທີ່ໄດ້ຮັບຈະແຈກແບບສຸ່ມ • ເລີ່ມແຈກລັອດທຳອິດໃນອາທິດນີ້ ແລະຈະສຳເລັດພາຍໃນ ຕົ້ນເດືອນພະຈິກ 2025 ⸻ 🌐 ແຄມເປນນີ້ເປັນການຮ່ວມມືຂອງທັງລະບົບນິເວດ BNB Chain ເພື່ອ “ຂອບໃຈ” ຊຸມຊົນ — ໂດຍສະເພາະກຸ່ມ memecoin community ທີ່ເປັນກຸ່ມທີ່ມີຄວາມຄິດສ້າງສັນ ແລະມີສ່ວນຮ່ວມຫຼາຍທີ່ສຸດ — ແຕ່ກໍ່ເປັນກຸ່ມທີ່ໄດ້ຮັບຜົນກະທົບຫນັກສຸດຈາກຄວາມຜັນຜວນຂອງຕະຫຼາດໃນອາທິດທີ່ຜ່ານມາ. BNB Chain ຢືນຢັນວ່າ: “ພະລັງຂອງຊຸມຊົນແມ່ນສິ່ງທີ່ເຮັດໃຫ້ພວກເຮົາຍັງຄົງເດີນໜ້າ ແລະພວກເຮົາຈະສືບຕໍ່ສະໜັບສະໜູນຜູ້ສ້າງ (builders), ຜູ້ໃຊ້, ແລະນະວັດຕະກຳໃໝ່ໆ ຕໍ່ໄປ.” #BNBChain. #fourmeme #PancakeSwap #TrustWallet

🚀 BNB Chain ຈັບມືກັບ Four Meme ແລະພັນທະມິດ ເປີດຕົວ “Reload Airdrop” ມູນຄ່າ $45 ລ້ານ

ເຖິງວ່າຕະຫຼາດຄຣິບໂຕຈະຜັນຜວນຢ່າງຫນັກໃນຊ່ວງທີ່ຜ່ານມາ
ແຕ່ຊຸມຊົນ BNB ຍັງຄົງຢືນຢັນ ສ້າງ ແລະ ມີສ່ວນຮ່ວມຢ່າງຕໍ່ເນື່ອງ — ນັ່ນແມ່ນພະລັງທີ່ເຮັດໃຫ້ລະບົບນິເວດຂອງ BNB ແຂງແຮງ.
ເພື່ອຂອບໃຈຄວາມທຸ່ມເທຂອງຜູ້ໃຊ້,
BNB Chain ຈຶ່ງປະກາດຈັບມືກັບ Four Meme ພ້ອມດ້ວຍການສະໜັບສະໜູນຈາກ PancakeSwap, Binance Wallet ແລະ Trust Wallet

ເປີດຕົວແຄມເປນໃຫຍ່ “$45M Reload Airdrop” 🎉
📌 ລາຍລະອຽດສຳຄັນ:
• ແຈກຈ່າຍ BNB ມູນຄ່າລວມ $45 ລ້ານ
• ໃຫ້ຜູ້ໃຊ້ກວ່າ 160,000+ ກະເປົ໋າ (addresses)
• ທີ່ມີການເທຣດ memecoins ໃນ BNB Chain ໃນຊ່ວງອາທິດທີ່ຜ່ານມາ
• ຈຳນວນ BNB ທີ່ໄດ້ຮັບຈະແຈກແບບສຸ່ມ
• ເລີ່ມແຈກລັອດທຳອິດໃນອາທິດນີ້ ແລະຈະສຳເລັດພາຍໃນ ຕົ້ນເດືອນພະຈິກ 2025

🌐 ແຄມເປນນີ້ເປັນການຮ່ວມມືຂອງທັງລະບົບນິເວດ BNB Chain
ເພື່ອ “ຂອບໃຈ” ຊຸມຊົນ — ໂດຍສະເພາະກຸ່ມ memecoin community
ທີ່ເປັນກຸ່ມທີ່ມີຄວາມຄິດສ້າງສັນ ແລະມີສ່ວນຮ່ວມຫຼາຍທີ່ສຸດ —
ແຕ່ກໍ່ເປັນກຸ່ມທີ່ໄດ້ຮັບຜົນກະທົບຫນັກສຸດຈາກຄວາມຜັນຜວນຂອງຕະຫຼາດໃນອາທິດທີ່ຜ່ານມາ.
BNB Chain ຢືນຢັນວ່າ:
“ພະລັງຂອງຊຸມຊົນແມ່ນສິ່ງທີ່ເຮັດໃຫ້ພວກເຮົາຍັງຄົງເດີນໜ້າ ແລະພວກເຮົາຈະສືບຕໍ່ສະໜັບສະໜູນຜູ້ສ້າງ (builders), ຜູ້ໃຊ້, ແລະນະວັດຕະກຳໃໝ່ໆ ຕໍ່ໄປ.”
#BNBChain. #fourmeme #PancakeSwap #TrustWallet
🚀 Tether ເປີດຕົວ “WDK – Wallet Development Kit” ໃຫ້ທຸກຄົນສາມາດສ້າງກະເປົາເງິນຄຣິບໂຕໄດ້ເອງTether ເປີດຕົວ “WDK – Wallet Development Kit” ໃຫ້ທຸກຄົນສາມາດສ້າງກະເປົາເງິນຄຣິບໂຕໄດ້ເອງແບບ Open Source! Tether ໄດ້ປະກາດເປີດຕົວ WDK (Wallet Development Kit) — ເຄື່ອງມື open source ຕົວໃໝ່ລ່າສຸດ ທີ່ເປີດໃຫ້ທຸກຄົນ — ບໍ່ວ່າຈະເປັນນັກພັດທະນາ ຫຼື ອົງກອນ — ສາມາດສ້າງກະເປົາເງິນດິຈິຕອນແບບ non-custodial (ຜູ້ໃຊ້ເປັນຜູ້ຖືກະແຈດ້ວຍຕົນເອງ) ໄດ້ຢ່າງງ່າຍແລະປອດໄພ ຮອງຮັບທັງ Bitcoin, USDT ແລະສິນຊັບດິຈິຕອນອື່ນໆ ພ້ອມກັນນັ້ນ ຍັງໄດ້ເປີດຕົວ Starter Wallet ສໍາລັບ iOS ແລະ Android ເພື່ອໃຫ້ເຫັນຕົວຢ່າງຈິງວ່າ ການສ້າງກະເປົາດ້ວຍ WDK ນັ້ນງ່າຍ ແລະໄວຂະໜາດໃດ ⸻ 💡 ຈຸດເດັ່ນສໍາຄັນຂອງ WDK • ✅ Open Source 100% — ພັດທະນາ, ປັບແຕ່ງ, ຫຼືເຊື່ອມຕໍ່ລະບົບອື່ນໄດ້ຢ່າງເສຣີ • 🔐 Non-Custodial — ຜູ້ໃຊ້ເປັນຜູ້ຖື private key ດ້ວຍຕົນເອງ, ບໍ່ມີສູນກາງຄວບຄຸມ • ⚡ Multichain Ready — ຮອງຮັບ Bitcoin, Ethereum, TON, ແລະ Spark ຜ່ານ API ດຽວ • 🧠 Gasless & Smart Logic — ຮອງຮັບການເຮັດທຸລະກໍາແບບບໍ່ໃຊ້ຄ່າ gas ດ້ວຍລະບົບ account abstraction • 🤖 ໃຊ້ງານໄດ້ທຸກແພລດຟອມ — ທັງມືຖື, ເວັບ, ຫຼືແມ້ແຕ່ AI / ຫຸ່ນຍົນ • 🏗️ ມີບໍລິສັດຫຼາຍຮ້ອຍແຫ່ງ ໃຫ້ຄວາມສົນໃຈນໍາ WDK ໄປພັດທະນາກະເປົາແບບ self-custody ⸻ 🔍 ຄວາມໝາຍຂອງການເປີດຕົວຄັ້ງນີ້ ນີ້ແມ່ນອີກກ້າວທີ່ສໍາຄັນຂອງ Tether ທີ່ກໍາລັງຂະຫຍາຍຈາກ “ຜູ້ອອກ stablecoin” ໄປສູ່ “ຜູ້ສ້າງໂຄງສ້າງພື້ນຖານທາງການເງິນແບບກະຈາຍສູນ” (Decentralized Infrastructure) ເພາະເມື່ອໃຜໆກໍສາມາດສ້າງກະເປົາເງິນໄດ້ງ່າຍ — ລະບົບນິເວດຂອງ Bitcoin, USDT ແລະສິນຊັບດິຈິຕອນທົ່ວໂລກຈະຍິ່ງເຕີບໂຕ — ໂດຍບໍ່ຕ້ອງພຶ່ງພາຄົນກາງ ⸻ Tether ກໍາລັງເປີດປະຕູໃໝ່ໃຫ້ໂລກ Web3 — ທີ່ທຸກຄົນສາມາດຖືຄອງ, ສ້າງ, ແລະຄວບຄຸມສິນຊັບຂອງຕົນເອງໄດ້ຈິງ 💥 #Tether #WalletDevelopmentKit $BTC {spot}(BTCUSDT) $ETH {spot}(ETHUSDT)

🚀 Tether ເປີດຕົວ “WDK – Wallet Development Kit” ໃຫ້ທຸກຄົນສາມາດສ້າງກະເປົາເງິນຄຣິບໂຕໄດ້ເອງ

Tether ເປີດຕົວ “WDK – Wallet Development Kit” ໃຫ້ທຸກຄົນສາມາດສ້າງກະເປົາເງິນຄຣິບໂຕໄດ້ເອງແບບ Open Source!

Tether ໄດ້ປະກາດເປີດຕົວ WDK (Wallet Development Kit) — ເຄື່ອງມື open source ຕົວໃໝ່ລ່າສຸດ ທີ່ເປີດໃຫ້ທຸກຄົນ — ບໍ່ວ່າຈະເປັນນັກພັດທະນາ ຫຼື ອົງກອນ — ສາມາດສ້າງກະເປົາເງິນດິຈິຕອນແບບ non-custodial (ຜູ້ໃຊ້ເປັນຜູ້ຖືກະແຈດ້ວຍຕົນເອງ) ໄດ້ຢ່າງງ່າຍແລະປອດໄພ ຮອງຮັບທັງ Bitcoin, USDT ແລະສິນຊັບດິຈິຕອນອື່ນໆ
ພ້ອມກັນນັ້ນ ຍັງໄດ້ເປີດຕົວ Starter Wallet ສໍາລັບ iOS ແລະ Android ເພື່ອໃຫ້ເຫັນຕົວຢ່າງຈິງວ່າ ການສ້າງກະເປົາດ້ວຍ WDK ນັ້ນງ່າຍ ແລະໄວຂະໜາດໃດ

💡 ຈຸດເດັ່ນສໍາຄັນຂອງ WDK
• ✅ Open Source 100% — ພັດທະນາ, ປັບແຕ່ງ, ຫຼືເຊື່ອມຕໍ່ລະບົບອື່ນໄດ້ຢ່າງເສຣີ
• 🔐 Non-Custodial — ຜູ້ໃຊ້ເປັນຜູ້ຖື private key ດ້ວຍຕົນເອງ, ບໍ່ມີສູນກາງຄວບຄຸມ
• ⚡ Multichain Ready — ຮອງຮັບ Bitcoin, Ethereum, TON, ແລະ Spark ຜ່ານ API ດຽວ
• 🧠 Gasless & Smart Logic — ຮອງຮັບການເຮັດທຸລະກໍາແບບບໍ່ໃຊ້ຄ່າ gas ດ້ວຍລະບົບ account abstraction
• 🤖 ໃຊ້ງານໄດ້ທຸກແພລດຟອມ — ທັງມືຖື, ເວັບ, ຫຼືແມ້ແຕ່ AI / ຫຸ່ນຍົນ
• 🏗️ ມີບໍລິສັດຫຼາຍຮ້ອຍແຫ່ງ ໃຫ້ຄວາມສົນໃຈນໍາ WDK ໄປພັດທະນາກະເປົາແບບ self-custody

🔍 ຄວາມໝາຍຂອງການເປີດຕົວຄັ້ງນີ້
ນີ້ແມ່ນອີກກ້າວທີ່ສໍາຄັນຂອງ Tether ທີ່ກໍາລັງຂະຫຍາຍຈາກ “ຜູ້ອອກ stablecoin” ໄປສູ່ “ຜູ້ສ້າງໂຄງສ້າງພື້ນຖານທາງການເງິນແບບກະຈາຍສູນ” (Decentralized Infrastructure)
ເພາະເມື່ອໃຜໆກໍສາມາດສ້າງກະເປົາເງິນໄດ້ງ່າຍ — ລະບົບນິເວດຂອງ Bitcoin, USDT ແລະສິນຊັບດິຈິຕອນທົ່ວໂລກຈະຍິ່ງເຕີບໂຕ — ໂດຍບໍ່ຕ້ອງພຶ່ງພາຄົນກາງ

Tether ກໍາລັງເປີດປະຕູໃໝ່ໃຫ້ໂລກ Web3 — ທີ່ທຸກຄົນສາມາດຖືຄອງ, ສ້າງ, ແລະຄວບຄຸມສິນຊັບຂອງຕົນເອງໄດ້ຈິງ 💥
#Tether #WalletDevelopmentKit $BTC
$ETH

🇨🇳 ທະນາຄານເພື່ອການລົງທຶນຈີນ “China Renaissance” ຈັບມື YZi Labs ລະດົມທຶນ 600 ລ້ານໂດລາເພື່ອຊື້ BNB ທະນາຄານເພື່ອການລົງທຶນຈີນ “China Renaissance” ຈັບມື YZi Labs ລະດົມທຶນ 600 ລ້ານໂດລາ, ກຽມເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດ ເພື່ອຊື້ BNB ເພີ່ມຕື່ມ! Bloomberg ລາຍງານວ່າ China Renaissance Holdings ກໍາລັງກະກຽມການລະດົມທຶນຄັ້ງໃຫຍ່ຫຼາຍກວ່າ 600 ລ້ານໂດລາສະຫະລັດ ໂດຍຮ່ວມມືກັບ YZi Labs — ບໍລິສັດດ້ານບລັອກເຊນທີ່ຢູ່ໃນເຄືອຂອງອະດີດຜູ້ບໍລິຫານ Binance — ເພື່ອນໍາໃຊ້ເປັນເງິນລົງທຶນຂະຫຍາຍພອດສິນຊັບດີຈີຕອລ, ໂດຍສະເພາະແມ່ນການຊື້ BNB ເພີ່ມຕື່ມ, ແລະກຽມຍື່ນເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດ. ກ່ອນໜ້ານີ້, China Renaissance ເຄີຍປະກາດລົງທຶນແລ້ວຫຼາຍກວ່າ 100 ລ້ານໂດລາ ໃນໂທເຄັນ BNB ພາຍໃຕ້ຂໍ້ຕົກລົງຍຸດທະສາດກັບ YZi Labs, ເຮັດໃຫ້ບໍລິສັດກາຍເປັນ ສະຖາບັນການເງິນລາຍທໍາອິດໃນຮ່ອງກົງ ທີ່ອອກມາລະບຸຢ່າງເປັນທາງການວ່າ “ຖືຄອງ BNB ເປັນສິນຊັບຫຼັກໃນພອດຂອງຕົນເອງ”. ດີລໃໝ່ນີ້ຈະເຮັດໃຫ້ທັງສອງຝ່າຍຮ່ວມລົງທຶນລວມກັນປະມານ 200 ລ້ານໂດລາ, ເຊິ່ງຖືເປັນການຢໍ້າເຖິງກະແສ “BNB Institutional Accumulation” ຫຼືການເກັບສະສົມໂທເຄັນ BNB ໃນລະດັບອົງກອນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຂະນະດຽວກັນ, ບໍລິສັດສະຫະລັດຢ່າງ CEA Industries ທີ່ຫາກໍ່ເປີດເຜີຍວ່າໄດ້ຖືຄອງ BNB ຈໍານວນກວ່າ 480,000 ຫຼຽນ ພ້ອມສິນຊັບດີຈີຕອລແລະເງິນສົດລວມມູນຄ່າກວ່າ 663 ລ້ານໂດລາ. ສະທ້ອນໃຫ້ເຫັນວ່າກະແສ BNB ກັບມາໄດ້ຮັບຄວາມສົນໃຈຈາກນັກລົງທຶນສະຖາບັນທົ່ວໂລກອີກຄັ້ງ. 💬 ທັດສະນະຕະຫຼາດ: ດີລນີ້ບໍ່ພຽງແຕ່ເປັນການລົງທຶນໃນສິນຊັບດີຈີຕອລ, ແຕ່ເປັນ “ສັນຍານຂອງການປ່ຽນຜ່ານ” ຈາກສະຖາບັນການເງິນດັ້ງເດີມໃນອາຊີທີ່ເລີ່ມເບິ່ງ BNB ເປັນສິນຊັບສໍາຮອງໄລຍະຍາວ, ຄ້າຍຄືກັບບົດບາດຂອງ Bitcoin ໃນຊ່ວງທໍາອິດ. ແລະຖ້າ China Renaissance ເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດສໍາເລັດ — ນີ້ອາດກາຍເປັນ “ຈຸດປ່ຽນສໍາຄັນ” ຂອງການເຊື່ອມໂຍງໂລກການເງິນດັ້ງເດີມກັບໂລກຄຣິບໂຕຢ່າງເປັນທາງການ. #ChinaRenaissance #YZiLabs #CryptoAdoption $BNB {spot}(BNBUSDT)

🇨🇳 ທະນາຄານເພື່ອການລົງທຶນຈີນ “China Renaissance” ຈັບມື YZi Labs ລະດົມທຶນ 600 ລ້ານໂດລາເພື່ອຊື້ BNB

ທະນາຄານເພື່ອການລົງທຶນຈີນ “China Renaissance” ຈັບມື YZi Labs ລະດົມທຶນ 600 ລ້ານໂດລາ, ກຽມເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດ ເພື່ອຊື້ BNB ເພີ່ມຕື່ມ!

Bloomberg ລາຍງານວ່າ China Renaissance Holdings ກໍາລັງກະກຽມການລະດົມທຶນຄັ້ງໃຫຍ່ຫຼາຍກວ່າ 600 ລ້ານໂດລາສະຫະລັດ ໂດຍຮ່ວມມືກັບ YZi Labs — ບໍລິສັດດ້ານບລັອກເຊນທີ່ຢູ່ໃນເຄືອຂອງອະດີດຜູ້ບໍລິຫານ Binance — ເພື່ອນໍາໃຊ້ເປັນເງິນລົງທຶນຂະຫຍາຍພອດສິນຊັບດີຈີຕອລ, ໂດຍສະເພາະແມ່ນການຊື້ BNB ເພີ່ມຕື່ມ, ແລະກຽມຍື່ນເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດ.
ກ່ອນໜ້ານີ້, China Renaissance ເຄີຍປະກາດລົງທຶນແລ້ວຫຼາຍກວ່າ 100 ລ້ານໂດລາ ໃນໂທເຄັນ BNB ພາຍໃຕ້ຂໍ້ຕົກລົງຍຸດທະສາດກັບ YZi Labs, ເຮັດໃຫ້ບໍລິສັດກາຍເປັນ ສະຖາບັນການເງິນລາຍທໍາອິດໃນຮ່ອງກົງ ທີ່ອອກມາລະບຸຢ່າງເປັນທາງການວ່າ “ຖືຄອງ BNB ເປັນສິນຊັບຫຼັກໃນພອດຂອງຕົນເອງ”.
ດີລໃໝ່ນີ້ຈະເຮັດໃຫ້ທັງສອງຝ່າຍຮ່ວມລົງທຶນລວມກັນປະມານ 200 ລ້ານໂດລາ, ເຊິ່ງຖືເປັນການຢໍ້າເຖິງກະແສ “BNB Institutional Accumulation” ຫຼືການເກັບສະສົມໂທເຄັນ BNB ໃນລະດັບອົງກອນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ຂະນະດຽວກັນ, ບໍລິສັດສະຫະລັດຢ່າງ CEA Industries ທີ່ຫາກໍ່ເປີດເຜີຍວ່າໄດ້ຖືຄອງ BNB ຈໍານວນກວ່າ 480,000 ຫຼຽນ ພ້ອມສິນຊັບດີຈີຕອລແລະເງິນສົດລວມມູນຄ່າກວ່າ 663 ລ້ານໂດລາ.
ສະທ້ອນໃຫ້ເຫັນວ່າກະແສ BNB ກັບມາໄດ້ຮັບຄວາມສົນໃຈຈາກນັກລົງທຶນສະຖາບັນທົ່ວໂລກອີກຄັ້ງ.
💬 ທັດສະນະຕະຫຼາດ:
ດີລນີ້ບໍ່ພຽງແຕ່ເປັນການລົງທຶນໃນສິນຊັບດີຈີຕອລ, ແຕ່ເປັນ “ສັນຍານຂອງການປ່ຽນຜ່ານ” ຈາກສະຖາບັນການເງິນດັ້ງເດີມໃນອາຊີທີ່ເລີ່ມເບິ່ງ BNB ເປັນສິນຊັບສໍາຮອງໄລຍະຍາວ, ຄ້າຍຄືກັບບົດບາດຂອງ Bitcoin ໃນຊ່ວງທໍາອິດ.
ແລະຖ້າ China Renaissance ເຂົ້າຈົດທະບຽນໃນຕະຫຼາດຫຸ້ນສະຫະລັດສໍາເລັດ — ນີ້ອາດກາຍເປັນ “ຈຸດປ່ຽນສໍາຄັນ” ຂອງການເຊື່ອມໂຍງໂລກການເງິນດັ້ງເດີມກັບໂລກຄຣິບໂຕຢ່າງເປັນທາງການ.
#ChinaRenaissance #YZiLabs #CryptoAdoption $BNB
Войдите, чтобы посмотреть больше материала
Последние новости криптовалют
⚡️ Участвуйте в последних обсуждениях в криптомире
💬 Общайтесь с любимыми авторами
👍 Изучайте темы, которые вам интересны
Эл. почта/номер телефона

Последние новости

--
Подробнее
Структура веб-страницы
Настройки cookie
Правила и условия платформы