ໃນໂລກຂອງຄຮິບໂຕທີ່ຜັນຜວນຕະຫຼອດເວລາ ຄວາມຮູ້ສຶກຂອງ “ຕະຫຼາດ” ຫຼື sentiment ມັກສົ່ງຜົນຕໍ່ການຂຶ້ນຂອງລາຄາຢ່າງຮຸນແຮງ ຫຼາຍຄັ້ງທີ່ເຮົາເຫັນຫຼຽນພຸ່ງແຮງເພາະຂ່າວດີ ຫຼື ຕົກໜັກເພາະ FUD (Fear, uncertainty, Doubt) ເຖິງວ່າຕົວໂປເຈັກຈະບໍ່ໄດ້ປ່ຽນແປງໃດໃດເລີຍ ຍັງດໍາເນີນໄປແບບປົກກະຕິ
ນີ້ຈຶ່ງເປັນເຫດຜົນທີ່ນັກລົງທຶນຄຮິບໂຕມືອາຊີບຈໍານວນຫຼາຍໃຫ້ຄວາມສໍາຄັນກັບສິ່ງທີ່ເອີ້ນວ່າ✅
‼️“Fear and Greed Index (ດັດສະນີຄວາມຢ້ານ ແລະ ຄວາມໂລບ) ດັດສະນີນີ້ຊີ້ວັດ “ອາລົມຂອງຕະຫຼາດ”ວ່າຕອນນີ້ຜູ້ຄົນກໍາລັງຮູ້ສຶກຢ້ານຢາກທີ່ຈະຂາຍ ຫຼື ໂລບຢາກທີ່ຈະຊື້ ເຊິ່ງຊ່ວຍໃຫ້ເຮົາຕັດສິນໃຈໄດ້ຢ່າງເປັນລະບົບຫຼາຍຂຶ້ນ”‼️
ດັດສະນີ Fear & Greed ຄືຫຍັງ?
ດັດສະນີນີ້ເປັນຄະແນນ 0 ➡️ 100 ທີ່ໃຊ້ປະເມີນ “ອາລົມຮ່ວມຂອງຕະຫຼາດຄຮິບໂຕ” ໂດຍມີ 2 ຂົ້ວຫຼັກ:
- 0-49 = Fear (ຄວາມຢ້ານ)
ຜູ້ຄົນກັງວົນ ບໍ່ກ້າລົງທຶນ -> ລາຄາມັກຖືກລົງ -> ອາດຈະເປັນໂອກາດຊື້
- 51-100 = Greed
ຜູ້ຄົນແຫ່ຊື້ເພາະຄວາມຢ້ານຈະຕົກລົດ -> ຕະຫຼາດອາດຈະຖືກເກີນຈິງ -> ມີຄວາມສ່ຽງສູງ
“ບາງຄັ້ງເຮົາຈະເຫັນການ “ກັບຕົວ” ຂອງລາຄາເມື່ອຄະແນນ Fear ຫຼື Greed ສູງເກີນໄປ”
ດັດສະນີວັດຈາກຫຍັງ?
Fear & Greed Index ວັດຈາກຫຼາຍປັດໄຈ ເຊັ່ນ:
ປັດໄຈທີ່ວັດ : ອະທິບາຍ
ຄວາມຜັນຜວນ (Volatility) : ຫາກລາຄາຂຶ້ນລົງແຮງ = ຕະຫຼາດກຳລັງຢ້ານ
ປະລິມານການຊື້-ຂາຍ (Volume) : ຖ້າເທຮດຫຼາຍ = ຕະຫຼາດເລີ່ມໂລບ
Social Media trends : ມີການເວົ້າເຖິງຫຼຽນນັ້ນຫຼາຍ = FOMO ເກີດ
Dominance (ເຊັ່ນ BTC Dominance) : ຖ້າ BTC ຄອງຫຼາຍ = ນັກລົງທຶນຢ້ານ altcoin
Google Trends : ຄໍາຄົ້ນຫາຄຮິບໂຕພຸ່ງ = ໂລບຫຼາຍ
ຜົນສໍາຫຼວດຄວາມເຊື່ອໝັ້ນ : ສໍາຫຼວດໂດຍເວັບ / ແອັບການລົງທຶນ
ເປັນຫຍັງດັດສະນີນີ້ຈຶ່ງມີປະໂຫຍດ?
1.ເຂົ້າໃຈຈັງຫວະຕະຫຼາດ
-ຕອນດັດສະນີຕໍ່າ = ຕະຫຼາດຕົກໃຈຢ້ານ -> ລາຄາອາດຈະຕໍ່າເກີນຈິງ
-ຕອນດັດສະນີສູງ = ຕະຫຼາດໂລບຈັດ -> ລາຄາອາດຈະຟອງສະບູ່
2.ໃຊ້ວາງແຜນຊື້/ຂາຍ
-ນັກເທຮດມັກ “ສວນກະແສ” -> ຊື້ເມື່ອຢ້ານ, ຂາຍເມື່ອໂລບ
3.ຫຼຸດຄວາມຕື່ນຕະໜົກ
-ເມື່ອເຫັນດັດສະນີ Fear ກໍຮູ້ວ່າ “ບໍ່ແມ່ນແຕ່ເຮົາທີ່ຢ້ານ” -> ຄິດຢ່າງມີສະຕິ
4.ປັບພ໋ອດໄດ້ແມ້ນຍໍາ
-ເໝາະກັບຄົນເຮັດ DCA ຫຼື Rebalance Portfolio
ຕົວຢ່າງການໃຊ້ງານ
ສົມມຸດວ່າ...
-ຕອນນີ້ Fear & Greed Index = 22 (Extreme Fear)
ຄົນສ່ວນໃຫຍ່ຢ້ານ , ຂາຍຂາດທຶນ , ຂ່າວລົບ
ເຮົາອາດຈະໃຊ້ຈັງຫວະນີ້ທະຍ່ອຍຊື້ BTC / Altcoin ແບບ DCA
-ອີກເດືອນຕໍ່ມາ Index = 83 (Extreme Greed)
ຄົນແຫ່ຊື້ທຸກຫຼຽນ, ຫຼຽນນ້ອຍໆພຸ່ງແຮງ, Meme Coin ມາເຕັມ
ອາດຈະເປັນສັນຍານໃຫ້ເຮົາ “ລະວັງ” ຫຼື Take Profit ບາງສ່ວນ
ສາມາດຕັ້ງໃຫ້ເຫັນຄ່າ Fear & Greed Index ແບບ Real-time ໄດ້ທີ່ໜ້າHome ຂອງ Binance ໂດຍປັບແຕ່ງ Widgets + Fear & Greed Index ໃສ່ ງ່າຍງ່າຍ
ຂໍ້ຄວນລະວັງ
-ດັດສະນີນີ້ບໍ່ແມ່ນ “ເຄື່ອງມືທໍານາຍອານາຄົດ”
-ເປັນພຽງ “ຕົວຊ່ວຍ” ເບິ່ງພາບລວມຂອງຕະຫຼາດ
-ບໍ່ຄວນໃຊ້ພຽງຢ່າງດຽວ ຄວນໃຊ້ຮ່ວມກັບ:
+ການວິເຄາະເທັກນິກ (TA)
+ການວິເຄາະພື້ນຖານ (FA)
+ຂ່າວສານເສດຖະກິດ / ເຫດການທົ່ວໂລກ
ສະຫຼຸບແບບກະສັບໃຫ້ນັກອ່ານທີ່ໜ້າຮັກທຸກຄົນໄດ້ວ່າ “Fear and Greed Index ເຄື່ອງມືງ່າຍໆ ແຕ່ມີພະລັງ ທີ່ຊ່ວຍໃຫ້ເຮົາເຂົ້າໃຈ “ອາລົມຕະຫຼາດ”ໄດ້ຢ່າງເປັນລະບົບ ຊ່ວຍຫຼຸດຄວາມຢ້ານ ຫຼຸດການຕັດສິນໃຈຈາກອາລົມ ແລະ ເພິ່ມໂອກາດໃນການລົງທຶນຢ່າງສະຫຼາດ”
ໃນໂລກຂອງຄຮິບໂຕທີ່ຜັນຜວນໄວ ແລະ ແຮງ ດັດສະນີອາດຈະເປັນ “ເຂັມທິດ” ທີ່ຊ່ວຍໃຫ້ເຈົ້າບໍ່ຫຼົງທິດໃນຊ່ວງພາຍຸຕະຫຼາດ
ຈື່ໄວ້ວ່າ..
ນັກລົງທຶນທີ່ດີບໍ່ແມ່ນຄົນໂລບເວລາຄົນອື່ນໂລບ ແຕ່ແມ່ນຄົນທີ່ ກ້າເຂົ້າໃຈ ແລະ ກ້າອົດທົນ ເມື່ອຄົນອື່ນຢ້ານ