ປະເດັນສຳຄັນ

· ຢູ່ໃນສະຫະລັດ ຊັບສິນທາງເລືອກ ລວມທັງຄຣິບໂຕ ກຳລັງຈະເຂົ້າຮ່ວມເປັນໜຶ່ງໃນຕົວເລືອກການລົງທຶນຢ່າງເປັນທາງການໃນກອງທຶນກະສຽນອາຍຸ 401(k) ແລະ ປະເທດອື່ນໆ ກໍ່ອາດຈະຄ່ອຍໆ ຍ່າງຕາມຮອຍ.

· ເຖິງແມ່ນຈະຈັດສັນເງິນແຕ່ 1% ຂອງກອງທຶນບຳນານສະຫະລັດເຂົ້າສູ່ບິດຄອຍນ໌ ກໍ່ສາມາດດຶງເງິນກວ່າ 168 ພັນລ້ານໂດລາເຂົ້າສູ່ BTC ສ້າງແຮງຂັບເຄື່ອນລະຍະຍາວ ແລະ ຍົກລະດັບຄຣິບໂຕເປັນເຄື່ອງມືການເງິນຫຼັກ.

· ຢ່າງໃດກໍ່ຕາມ ໃນຫຼາຍປະເທດ ການລົງທຶນເພື່ອການກະສຽນຍັງຖືກຄວບຄຸມໂດຍຜູ້ດູແລກອງທຶນ ແລະ ເງິນຍັງຖືກລ໋ອກຈົນກະທັ່ງເຖິງໄວກະສຽນ ຂະນະທີ່ຢູ່ເທິງ Binance ທ່ານສາມາດລົງທຶນ, ອັດຕະໂນມັດ, ຫາກຳໄລ ແລະ ນຳໃຊ້ຄຣິບໂຕໄດ້ຢ່າງອິດສະຫຼະໄດ້ທຸກເວລາ.

ຄຣິບໂຕກຳລັງເຂົ້າສູ່ຊັບສິນເພື່ອການກະສຽນ

ໃນເວລາບໍ່ດົນມານີ້ ປະທານາທິບໍດີ ໂດນອລດ ທຣຳພ໌ ຂອງສະຫະລັດ ໄດ້ລົງເຊີນຄຳສັ່ງຝ່າຍບໍລິຫານ ເປີດທາງໃຫ້ຊັບສິນທາງເລືອກ ເຊັ່ນ: ບິດຄອຍນ໌ ຖືກບັນຈຸເປັນໜຶ່ງໃນຕົວເລືອກການລົງທຶນໃນກອງທຶນກະສຽນອາຍຸ 401(k).

ຢູ່ສະຫະລັດ ລະບົບ 401(k) ຖືເປັນພື້ນຖານທີ່ສຳຄັນຂອງການສ້າງຄວາມມັ່ງຄັ່ງ — ຄົນເຮັດວຽກຫຼາຍລ້ານຄົນຫັກເງິນຈາກລາຍໄດ້ປະຈຳເຂົ້າສູ່ການລົງທຶນໃນຫຸ້ນ, ພັນທະບັດ ຫຼື ກອງທຶນຮວມໂດຍອັດຕະໂນມັດ ແລະ ໃນອະນາຄົດ “ຄຣິບໂຕ” ກໍ່ຈະຖືກບັນຈຸໃນລາຍຊື່ຊັບສິນທີ່ເລືອກໄດ້ເຊັ່ນກັນ.

ເມື່ອລະບົບບຳນານທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກຍອມຮັບຄຣິບໂຕໃນຖານະເຄື່ອງມືການເງິນທີ່ຖືກຕ້ອງ ຄຳຖາມຈຶ່ງບໍ່ແມ່ນວ່າ “ຈະເກີດຂຶ້ນຫຼືບໍ່” ແຕ່ແມ່ນ “ຈະເກີດຂຶ້ນເມື່ອໃດ”

401(k) ແມ່ນຫຍັງ?

401(k) ແມ່ນແຜນການອອມເງິນເພື່ອການກະສຽນໃນສະຫະລັດ ທີ່ນາຍຈ້າງຈັດໃຫ້ ໂດຍພະນັກງານສາມາດກັນເງິນສ່ວນໜຶ່ງຂອງລາຍໄດ້ກ່ອນຫັກພາສີໄປລົງທຶນໃນກອງທຶນລວມ, ຫຸ້ນ ຫຼື ພັນທະບັດ ແລະ ບາງຄັ້ງນາຍຈ້າງກໍ່ຊ່ວຍສົມທົບດ້ວຍ ເງິນນີ້ຈະເຕີບໂຕແບບເລື່ອນການຈ່າຍພາສີ ຈົນກະທັ່ງຖອນອອກເມື່ອເຖິງໄວກະສຽນ.

ປັດຈຸບັນ ຕະຫຼາດ 401(k) ຂອງສະຫະລັດ ມີມູນຄ່າມະຫາສານ ກວ່າ 16.8 ລ້ານລ້ານໂດລາ ເຖິງແມ່ນພຽງ 1% ຂອງກອງທຶນນີ້ເຂົ້າສູ່ບິດຄອຍນ໌ ກໍ່ໝາຍຄວາມວ່າເງິນກວ່າ 168 ພັນລ້ານໂດລລ໌ ທີ່ອາດຜັນແຮງມູນຄ່າຕະຫຼາດ BTC ໃຫ້ເຕີບໂຕເພີ່ມເຂົ້າກວ່າ 7.4%.

ບົດຮຽນຈາກ ETF

ພວກເຮົາເຄີຍເຫັນຮູບແບບນີ້ມາແລ້ວຈາກ Bitcoin ETF — ພຽງ 4 ເດືອນຫຼັງຈາກເປີດຕົວ ETF ແບບ Spot ກໍ່ດຶງດູດເງິນລົງທຶນກວ່າ 200 ພັນລ້ານໂດລລ໌ ບິດຄອຍນ໌ໃນຖານະຄຣິບໂຕທຳອິດທີ່ຜ່ານການອະນຸມັດໄດ້ເປີດປະຕູໃຫ້ຊັບສິນດິຈິຕອນ “ບລູຊິພ” ອື່ນໆ ເຂົ້າຕະຫຼາດເຊັ່ນກັນ.

ການບັນຈຸຄຣິບໂຕໃນ 401(k) ອາດຍ່າງເສັ້ນທາງດຽວກັນ: ເລີ່ມຈາກບິດຄອຍນ໌ ແລະ ຕາມດ້ວຍໂທເຄັນຫຼັກອື່ນໆ ສ້າງຂົວເຊື່ອມທີ່ກວ້າງຂຶ້ນລະຫວ່າງການເງິນແບບດັ້ງເດີມກັບຄຣິບໂຕ ແລະ ຖ້າສຳເລັດໃນສະຫະລັດ ກໍ່ມີໂອກາດທີ່ຜູ້ກຳນົດນະໂຍບາຍໃນປະເທດອື່ນໆ ຈະນຳໄປໃຊ້ຕໍ່ ເຮັດໃຫ້ຄຣິບໂຕຖືກຍອມຮັບເປັນຊັບສິນອອກແຮງງານລະດັບໂລກ.

ຂ້າມຂັ້ນຕອນທີ່ຊັບຊ້ອນ: ອອມຄຣິບໂຕໃນແບບຂອງທ່ານ

ເຖິງຄຳສັ່ງຝ່າຍບໍລິຫານຂອງປະທານາທິບໍດີທຣຳພ໌ຈະມີຄວາມສຳຄັນ ແຕ່ການປ່ຽນແປງກົດໝາຍແລະການປະຕິບັດຈິງຍ່ອມໃຊ້ເວລາ ແລະ ໃນຫຼາຍປະເທດກໍ່ຈະຍິ່ງຊັກຊ້າໄປອີກ.

ເຖິງຄຣິບໂຕຈະຖືກລວມເປັນຕົວເລືອກການລົງທຶນ ແຕ່ຜູ້ດູແລກອງທຶນ (ນາຍຈ້າງ, ລັດຖະບານ ຫຼື ຜູ້ສນັບສະໜູນແຜນ) ອາດຍັງກຳນົດນະໂຍບາຍຈຳກັດ ບໍ່ແມ່ນທຸກຄົນຈະເລືອກຄຣິບໂຕໄດ້.

ຂ່າວດີຄື ທ່ານສາມາດລົງທຶນຄຣິບໂຕເອງໄດ້ ຄືກັນກັບຫຸ້ນ ແລະ ພັນທະບັດ ໂດຍບໍ່ຕ້ອງລໍຖ້າລະບົບການເງິນແບບດັ້ງເດີມ.

ໃຫ້ຄຣິບໂຕເຮັດວຽກສະຫຼາດຂຶ້ນກັບ Binance

ເທິງ Binance ທ່ານບໍ່ຕ້ອງລໍຖ້າການອະນຸມັດຈາກນາຍຈ້າງຫຼືລັດຖະບານ — ການອອມເງິນໃນຊັບສິນດິຈິຕອນເປີດໃຫ້ທ່ານນຳໃຊ້ງານໄດ້ທັນທີ, ທົ່ວໂລກ ແລະ ຕາມເງື່ອນໄຂຂອງທ່ານເອງ.

· ຊື້ຄຣິບໂຕໄດ້ງ່າຍ ໃຊ້ພຽງບັດເດບິດຫຼືເຄຣດິດ

· ຕັ້ງການຊື້ຊ້ຳໂອໂຕມັດ (DCA) ຜ່ານຟີຈເຈີ Convert ຄ້າຍຄືກັບບັນຊີອອມເພື່ອການອອກແຮງງານ

· ຕ່າງຈາກແຜນດັ້ງເດີມ ທ່ານບໍ່ຖືກລ໋ອກຍາວ ເລືອກຖອນເງິນໄດ້ທຸກເວລາ

· ໃຊ້ Binance Earn ເພື່ອສ້າງລາຍໄດ້ແບບ Passive

· ໃຊ້ Binance Pay ເພື່ອໃຊ້ຈ່າຍຄຣິບໂຕໃນຊີວິດປະຈຳວັນ

ບົດສະຫຼຸບ

ການທີ່ຄຣິບໂຕຖືກບັນຈຸໃນແຜນການລົງທຶນເພື່ອການກະສຽນຖືເປັນກ້າວປະຫວັດສາດ ຖ້າອີງຈາກປະສົບການ ETF ນີ້ອາດຈະເປັນພຽງ “ໂດມີໂນຕົວທຳອິດ” ທີ່ຈະນຳໄປສູ່ການຍອມຮັບຄຣິບໂຕໃນລະດັບໂລກ.

ແຕ່ທ່ານບໍ່ຈຳເປັນຕ້ອງລໍຖ້າການປ່ຽນແປງຈາກສະຖາບັນການເງິນຫຼືລັດຖະບານ ເພາະໂອກາດສ້າງອະນາຄົດການເງິນຂອງທ່ານດ້ວຍຄຣິບໂຕເລີ່ມໄດ້ແລ້ວມື້ນີ້ ເທິງ Binance — ຊື້, ອັດຕະໂນມັດ, ຫາກຳໄລ ແລະ ໃຊ້ຈ່າຍ ໄດ້ດ້ວຍຕົນເອງ ໂດຍບໍ່ມີຂັ້ນຕອນທີ່ຫຍຸ້ງຍາກ.

#401kfunds #BinanceEarn #DCA $BTC

$ETH