ໃນປີ 2025 ນັກລົງທຶນຫຼາຍຄົນຕ່າງກໍຕັ້ງຄຳຖາມຄືກັນວ່າ “ຈະຊື້ທອງຄຳ ຫຼື ຈະລົງທຶນໃນ
$BTC Bitcoin ອັນໃດດີກວ່າກັນ?” ຄໍາຖາມນີ້ບໍ່ແມ່ນຄຳຖາມໃໝ່....ແຕ່ສຳລັບສະຖານະການໂລກໃນຕອນນີ້ທີ່ກຳລັງພົບປັນຫາຄວາມບໍ່ແນ່ນອນສູງໃນເສດຖະກິດ ຄ່າເງິນດອນລ່າເລີ່ມອ່ອນຄ່າລົງ ລາຄາສິນຄ້າດິຈິຕອນຜັນຜວນ ແລະ ທອງຄຳກັບມາຮັບຄວາມສົນໃຈອີກຄັ້ງ ສະນັ້ນ, ຄຳຖາມນີ້ຈຶ່ງຖືກນຳມາຖົກຖຽງກັນ ແລະ ກຳລັງເກີດເປັນປະເດັນສຳຄັນໃນຕອນນີ້ອີກຄັ້ງໜຶ່ງ
ຖ້າເຈົ້າເປັນຄົນໜຶ່ງທີ່ກຳລັງລັງເລລະຫວ່າງສອງທາງເລືອກນີ້ ບົດຄວາມນີ້ຈະພາທຸກຄົນໄປວິເຄາະຢ່າງຊັດເຈນວ່າແມ່ນຫຍັງຄືຂໍ້ດີຂໍ້ເສຍຂອງແຕ່ລະທາງເລືອກ ແລະ ແມ່ນຫຍັງຄືຈຸດຕັດສິນໃຈທີ່ຄວນພິຈາລະນາໃຫ້ຖີ່ຖ້ວນ
1. Bitcoin
$BTC ກໍາລັງກາຍເປັນ “ທອງຄຳດິຈິຕອນ” ແທ້ ຫຼື ບໍ?
ຂໍ້ມູນລ່າສຸດລະບຸວ່າ Bitcoin ປັບຕົວຂຶ້໊ນເກືອບ 20% ຫຼັງແຕະລະດັບຕ່ຳໃນວັນທີ່ 7ເມສາທີ່ຜ່ານມາ ແລະ ແນວໂນ້ມລາຄາກໍເລີ່ມ “ເຄື່ອນໄຫວຄ້າຍທອງຄຳ” ຫຼາຍຂຶ້ນເລື້ອຍໆ
ສາເຫດຫຼັກມາຈາກ:
• ຄວາມຕ້ອງການສິນຊັບທີ່ປ້ອງກັນເງິນເຟີ້:ເມື່ອດອນລ່າສະຫະລັດອ່ອນຄ່າລົງ ນັກລົງທຶນເລີ່ມຫາສິນຊັບທີ່ສາມາດເກັບມູນຄ່າໄດ້ໃນໄລຍະຍາວ
• ສະພາວະເສດຖະກິດຖົດຖອຍຫຼືຄວາມບໍ່ແນ່ນອນທາງການເມືອງ: ນັກລົງທຶນທົ່ວໂລກເລີ່ມໃຫ້ມູມມອງວ່າ Bitcoin ກໍສາມາດເປັນແຫຼ່ງເກັບມູນຄ່າໄດ້ຄືທອງຄໍາ
• ການຍອມຮັບຈາກສະຖາບັນ ແລະ ກອງທຶນ: ຫຼາຍບໍລິສັດເລີ່ມຖື Bitcoin ເປັນສິນຊັບສໍາຮອງໃນງົບດຸນເຊັ່ນດຽວກັບທີ່ພວກເຂົາຖືທອງຄໍາ
2. ທອງຄໍາຍັງຄົງເປັນ “ຫຼຸມຫຼົບໄພທາງການເງິນ” ທີ່ໝັ້ນຄົງບໍ?
ທອງຄຳມີປະຫວັດຍາວນານເປັນພັນປີໃນຖານະສິນຊັບປອດໄພ ແລະ ເຖິງແມ້ວ່າໃນຍຸກດິຈິຕອນ ທອງຄຳກໍຍັງບໍ່ໄດ້ຕົກຍຸກຢ່າງທີ່ຫຼາຍຄົນເຂົ້າໃຈຜິດ
ຂໍ້ດີຂອງທອງຄຳ:
• ລາຄາຜັນຜວນນ້ອຍກວ່າ Bitcoin
• ມີມູນຄ່າທາງກາຍະພາບທີ່ຈັບຕ້ອງໄດ້
• ເປັນທີ່ຍອມຮັບໃນລະບົບການເງິນທົ່ວໂລກ
• ໃຊ້ໃນການກະຈາຍຄວາມສ່ຽງໃນພ໋ອດລົງທຶນໄລຍະຍາວ
ຂໍ້ເສຍຂອງທອງຄຳ:
• ຜົນຕອບແທນໃນໄລຍະສັ້ນຄ່ອນຂ້າງຕ່ຳ
• ຕ້ອງໃຊ້ຕົ້ນທຶນໃນການເກັບຮັກສາ (ຄ່າເຊົ່າເຊຟ, ຄ່າຂົນສົ່ງໆ)
• ບໍ່ສາມາດໂອນ/ແບ່ງໜ່ວຍຫຼືໃຊ້ໃນໂລກດິຈິຕອນໄດ້ທັນທີຄື Bitcoin
3. ປຽບທຽບໂດຍຕົງ Bitcoin vs Gold
4. ສະຖານະການປັດຈຸບັນໃນປີ 2025 ທີ່ຕ້ອງນໍາມາພິຈາລະນາ
• ດອນລ່າອ່ອນຄ່າ: ນັກລົງທຶນຕ່າງຫາທາງໜີຈາກສະກຸນເງິນທີ່ສ່ຽງຕໍ່ເງິນເຟີ້
• ອັດຕາດອກເບ້ຍບໍ່ແນ່ນອນ: ເຮັດໃຫ້ຊັບສິນທີ່ບໍ່ສ້າງລາຍໄດ້ເຊັ່ນທອງຄຳ ແລະ Bitcoin ກັບໜ້າສົນໃຈ
• ຕະຫຼາດຫຸ້ນຜັນຜວນ: ຫຼາຍຄົນຖອນເງິນອອກຈາກຫຸ້ນເທັກໂນໂລຢີມາເກັບໄວ້ໃນສິນຊັບທີ່ສະຖຽນກວ່າ
ນອກຈາກນີ້ໃນຫຼາຍປະເທດເລີ່ມມີຄວາມພະຍາຍາມໃນການອອກກົດໝາຍຄວບຄຸມຄຮິບໂຕຢ່າງຈິງຈັງ ເຊິ່ງອາດຈະສົ່ງຜົນທັງບວກແລະລົບຕໍ່ລາຄາ Bitcoin ແລະ ຄວາມໝັ້ນໃຈຂອງນັກລົງທຶນ
5. ແລ້ວເຮົາຄວນຊື້ຫຍັງໃດປີ 2025?
ຄຳຕອບຄື “ຂຶ້ນກັບເປົ້າໝາຍ ແລະ ລະດັບຄວາມສ່ຽງຂອງເຮົາ”
-ຖ້າເຮົາຕ້ອງການ “ເກັບມູນຄ່າໃນໄລຍະຍາວແບບບໍ່ສ່ຽງຫຼາຍ” ທອງຄໍາອາດເປັນທາງເລືອກທີ່ເໝາະກວ່າ
-ຖ້າເຮົາຕ້ອງການ “ການເຕີບໂຕຂອງມູນຄ່າ ແລະ ພ້ອມຮັບຄວາມຜັນຜວນ” Bitcoin ອາດຈະໃຫ້ຜົນຕອບແທນສູງກວ່າ
-ຖ້າຕ້ອງການກະຈາຍຄວາມສ່ຽງ ອາດຈະແບ່ງເງິນລົງທຶນທັງສອງຢ່າງຕາມສັດສ່ວນຄວາມສ່ຽງທີ່ຍອມຮັບໄດ້
ສະຫຼຸບ: Bitcoin ແລະ ທອງຄໍາບໍ່ແມ່ນສັດຕູກັນແຕ່ເປັນເພື່ອນຮ່ວມພ໋ອດການລົງທຶນທັງ Bitcoin ແລະ ທອງຄໍາຕ່າງກໍມີບົດບາດໃນໂລກການລົງທຶນທີ່ປ່ຽນແປງຢ່າງໄວ ແລະ ການປຽບທຽບວ່າ “ອັນໃດດີກວ່າກັນ” ອາດຈະບໍ່ສໍາຄັນເທົ່າກັບການເຂົ້າໃຈຈຸດແຂງ ຈຸດອ່ອນ ແລະ ການຈັດພ໋ອດໃຫ້ເໝາະສົມກັບຕົວເອງ
ແຫຼ່ງອ້າງອີງ BeinCrypto-Bitcoin vs Gold
#MarketPullback #bitcoin #GOLD #BTCVSGOLD