How to choose the best Crypto exchange in 2025 a beginner is guide ສຳລັບຄົນເລີ່ມຕົ້ນ

ການເລືອກແພ໋ດຟອມການຊື້-ຂາຍຄຣິບໂຕ ( crypto exchange ) ທີ່ເໝາະສົມເປັນຈຸດເລີ່ມຕົ້ນທີ່ດີທີ່ສຸດສຳລັບນັກລົງທຶນໃໝ່ໂດຍສະເພາະໃນປີ 2025 ທີ່ມີແພ໋ດຟອມໃຫ້ເລືອກຫຼາຍກວ່າເກົ່າແລະມີເພີ່ມມາຫຼາຍເທົ່າຕົວ, ມີທັງທີ່ນ່າເຊື່ອຖື ແລະ ທີ່ສ່ຽງຕໍ່ການຖືກຫຼອກຖືກຕົ້ມ ຫຼື ພາສາອັງກິດວ່າ Scam exchange , ການເລືອກຜິດອາດມີໂອກາດເກີດການສູນເສຍເງິນທັງໜົດພາຍໃນກະພິບຕາ ຫຼື ບໍ່ຮອດນາທີດ້ວຍຊ້ຳໄປ

ບົດຄວາມນີ້ຈະຊ່ວຍໃຫ້ເຈົ້າແຍກແຍະວ່າ “ແມ່ນຫຍັງຄືແພ໋ດຟອມ exchange ທີ່ດີແທ້ໆ ” ແລະ ຄວນຊອກຫາຫຍັງແດ່ ຕ້ອງສັງເກດຫຍັງແດ່ເມື່ອຕ້ອງການເປີດບັນຊີໃນຄັ້ງທຳອິດ!

1. ຄວາມປອດໄພຕ້ອງມີກ່ອນສະເໝີ

ແພ໋ດຟອມທີ່ດີລະບົບຕ້ອງດີ ແລະ ສະຖຽນ ສຳຄັນຄວນມີລະບົບຮັກສາຄວາມປອດໄພລະດັບສູງເຊັ່ນ:

• ການຍື່ນຍັນຕົວຕົນແບບສອງຂັ້ນຕອນ ( 2AF)

• ການເກັບຫຼຽນສ່ວນໃຫ່ຍໄວ້ໃນ cold wallet (offline)

• ມີການ audit ຈາກບໍລິສັດພາຍນອກ

• ມີປະຫວັດຄວາມໂປ່ງໃສບໍ່ເຄີຍຖືກແຮ໋ກຫຼືເຄີຍແຮ໋ກກໍຕ້ອງມີປະຫວັດມາໃຫ້ຄົນໃຊ້ງານຮັບຮູ້ ຖືກແຮ໋ກ ຫຼື ເຄີຍແຮ໋ກສາມາດສ້າງຄວາມເສຍຫາຍໃຫ້ກັບຄົນໃຊ້ງານຫຼືລູກຄ້າ ແລະ ສຸດທ້າຍຕ້ອງມີການຮັບຜິດຊອບເກີດມີການຊົດເຊີຍຜູ້ໃຊ້ຢ່າງເປັນທຳ ຫາກເປັນ exchange ແທ້ ຫຼື ຈົດທະບຽນຈິງ

ຫາກເຈົ້າພົບເຈິເວັບໄຊ້ website ທີ່ຫນ້າຕາດີແຕ່ບໍ່ມີຂໍ້ມູນດ້ານຄວາມປອດໄພເລີຍ ຫຼື ບໍ່ສາມາດເປີດເຜີຍຊື່ທີມຜູ້ພັດທະນາໄດ້ໃຫ້ຫຼີກລ່ຽງທັນທີເພາະອາດເປັນເວັບປອມ ເຊິ່ງເວັບປອມມີຫຼາຍໃນໂລກຄຮິບໂຕຕ້ອງລະວັງ

2. ມີສະພາບຄ່ອງສູງ high liquidity

ການມີສະພາບຄ່ອງສູງໜາຍເຖິງ:

• ເຈົ້າສາມາດຊື້-ຂາຍຄຣິບໂຕໄດ້ໃນລາຄາໃກ້ຄຽງກັບລາຄາຕະຫຼາດ

• ບໍ່ຕ້ອງຖ້າຈັບຄູ່ຄຳສັ່ງຊື້ຂາຍດົນ ການຊື້ຂາຍຕ້ອງຄ່ອງຕົວ

• ບໍ່ມີລາຄາຜັນຜວນໜັກຍ້ອນມີການຊື້ຂາຍຈຳນວນໜ້ອຍ

ແພ໋ດຟອມທີ່ມີສະພາບຄ່ອງຕ່ຳເຊັ່ນ : ເວ໊ບນ້ອຍໆທີ່ບໍ່ມີ volume ຫຼາຍພໍມັກຈະຖືກໃຊ້ເປັນເຄຶ່ອງມືປັ່ນລາຄາທີ່ເຈົ້າມືຊື້-ຂາຍແຕກຕ່າງຈາກລາຄາຈິງໃນຕະຫຼາດ.

3. ຄ່າທຳນຽມຕ້ອງໂປ່ງໃສ່

ຫຼາຍແພ໋ດຟອມມັກຫຼອກລວງຜູ້ໃຊ້ງານດ້ວຍການໂຄສະນາວ່າ “ຄ່າທຳນຽມ 0% ’’ຫຼື ເທຮດຟຣີ ແຕ່ແຝງຄ່າທຳນຽມໃນການຊື້-ຂາຍ spread ຫຼືຄ່າທຳນຽມແອບແຝງອຶ່ນໆ

ກ່ອນສະໜັກໃຊ້ງານຄວນກວດສອບ :

• ຄ່າທຳນຽມການຊື້-ຂາຍ ( spot , futures)

• ຄ່າທຳນຽມໃນການຝາກຖອນ

• ຄ່າທຳນຽມໃນການປ່ຽນສະກຸນເງິນ

4. ຮອງຮັບສະກຸນເງິນທ້ອງຖິ່ນ ຫຼື ຊ່ອງທາງການຊຳລະເງິນທີ່ເຂົ້າເຖິງໄດ້

ສຳລັບມືໃໝ່ການທີ່ແພ໊ດຟອມຮອງຮັບການຝາກເງິນດ້ວຍສະກຸນເງິນໃນປະເທດເຊັ່ນ: THB, VND, CNY ຫຼື LAK ແລະ ສາມາດໂອນຜ່ານທະນາຄານ ຫຼື QR code ໄດ້ຈະຊ່ວຍຫຼຸດຄວາມຊັບຊ້ອນໃນການເລີ່ມຕົ້ນ.

ແພ໊ດຟອມທີ່ດີຄວນມີຕົວເລືອກເຊັ່ນ:

• ການຝາກຜ່ານທະນາຄານທ້ອງຖີ່ນ ຫຼື P2P peer-to-peer ດ້ວຍ

• ບັດເຄຣດິດ- ເດບິດ

• ການເຊື່ອມຜ່ານ e- wallet ຫຼື ບໍລິການຊຳລະເງິນອຶ່ນໆ

5. ມີເຄື່ອງມື ແລະ ຟີເຈີສຳລັບມືໃໝ່

ບາງແພ໋ດຟອມເໝາະສຳລັບມືອາຊີບແຕ່ຊັບຊ້ອນເກີນໄປສຳລັບຜູ້ເລີ່ມຕົ້ນຄວນຊອກຫາແພ໋ດຟອມທີ່:

• ມີແອ໊ບໃຊ້ງານງ່າຍ

• ມີໜ້າເທຣດທີ່ຮຽບງ່າຍ ( convert ແບບງ່າຍບໍ່ຕ້ອງໄດ້ເບິ່ງກຣາຟ)

• ມີການສະແດງລາຄາ ແລະ ຄ່າທຳນຽມແບບໂປງໃສ່

• ມີຟີເຈີຫຼືຕົວເລືອກລົງທຶນ ໃຊ້ງານ ຢ່າງ ການ Staking , ຝາກອອມ flexible earn ຫຼື Dual investment ທີ່ໃຊ້ງານໄດ້ໃນການກົດ click ຄັ້ງດຽວ

6. ຫຼີກລ້ຽງແພ໋ດຟອມທີ່ບໍ່ຈົດທະບຽນ ຫຼື ບໍ່ມີໃບອະນຸຍາດ

ມີເວ໋ບ websites ຈຳນວນຫຼາຍທີ່ໜ້າຕາຄື Exchange ຈິງແຕ່….ບໍ່ໄດ້ຈົດທະບຽນ ຫຼື ຄວບຄຸມໂດຍໜ່ວຍງານທາງການເຊັ່ນ ກລຕ , ໜ່ວຍງານການເງິນ , ຝ່າຍກວດສອບ ຂອງປະເທດຕ່າງໆ

ຫາກເຈົ້າບໍ່ແນ່ໃຈວ່າແພ໋ດຟອມທີ່ເຈົ້າໃຊ້ນັ້ນຖືກຕ້ອງ ຫຼື ບໍ່ ໃຫ້ກວດສອບວ່າມີການເປີດເຜີຍຂໍ້ມູນຂອງບໍລິສັດ ແລະ ການຈົດທະບຽນ ຫຼື ບໍ່ ? ຖ້າບໍ່ມີຂໍ້ມູນຫຍັງເລີຍຖືວ່າສ່ຽງສູງ ຫາກເວັບໄຊ້ນັ້ນຫຼືແພັດຟອມນັ້ນມີຈິງ ແລະ ບໍ່ມີເຈດຕະນາໂກງລູກຄ້າ ທຸກຂໍ້ມູນຄວນກວດສອບໄດ້ແລະໂປ່ງໃສ

ແນະນຳສຳລັບປີ 2025

ໃນປີ 2025 ມີຫຼາຍແພັດຟອມທີ່ຍັງໄດ້ຮັບຄວາມນິຍົມ ແລະ ເຊື່ອຖືໄດ້ເຊັ່ນ:

• Binance ມີສະພາບຄ່ອງສູງສຸດທີ່ສຸດໃນໂລກ, ມີລະບົບຄວາມປອດໄພແລະຕົວເລືອກຟີເຈີຄົບ.

• Coinbase ເໝາະສຳລັບຜູ້ໃຊ້ງານໃນສະຫະລັດອາເມລິກາ

• Bybiy, OKX, Bitget ແພັດຟອມທີ່ເນັ້ນ future ແລະ ມີຟີເຈີຫຼາກຫຼາຍ

• Binance Lite ຫຼື Binance Convert ເໝາະສຳລັບມືໃໝ່ທີ່ບໍ່ຢາກເບິ່ງກຮາຟ

ຫາກເຈົ້າຕ້ອງການແພັດຟອມທີ່ເລີ່ມຕົ້ນໃຊ້ງານງ່າຍທີ່ສຸດແນະນຳໃຫ້ລອງBinance ແລະ ໃຊ້ຫນ້າຟີເຈີແບບ lite ກ່ອນຄ່ອຍເລື່ອນລະດັບໄປຮຽນຮູ້ futures ຫຼື ການເທຣດຂັ້ນສູງ pro

​ສະຫຼຸບສັ້ນໆສຳລັບມືໃໝ່

• ເລີ່ມຈາກຄວາມປອດໄພເປັນອັນດັນແລກ

• ເລືອກແພ໋ດຟອມທີ່ມີສະພາບຄ່ອງສູງ

• ກວດສອບຄ່າທຳນຽມໃຫ້ດີ

• ຫຼີກລ່ຽງເວັບໄຂ້ທີ່ບໍ່ເປີດເຜີຍຂໍ້ມູນ

• ຢ່າລົງທຶນເງິນກ້ອນໃຫ່ຍໃນແພັດຟອມທີ່ຍັງບໍ່ໄດ້ກວດສອບ

#exchange #NewsAboutCrypto #Binance