Binance new listing in 2025 what every crypto investor should know

Binance ເລີ່ມຕົ້ນປີ 2025 ດ້ວຍການປັບປຸງຂະບວນການລິຣຫຼຽນໃຫ່ຍຢ່າງຈິງຈັງເພື່ອຍົກລະດັບຄວາມປອດໄພ,ຄວາມໂປຮງໃສ່ ແລະຄຸນນະພາບຂອງສິນຊັບເຂົ້າສູ່ຕະຫຼາດບົນແພນຟອມບໍ່ແມ່ນແຕ່ເລື່ອງຂອງການເລືອກຫຼຽນໃຫ້ຖືກໃຈຕະຫຼາດແຕ່ຄືການຍົກມາດຕະຖານຂອງທັງອຸດສະຫະກຳ.

​ຖ້າເຈົ້າເຄຍຄາດຫວັງວ່າ ຫຼຽນໃນ list binance = ລາຄາຂື້ນແນ່ນອນຕຽມຊື້ແລ້ວຮີບຂາຍ ຫຼື ຫຼຽນມາໃຫມ່ແມງເມົ່າເຂົ້າຕຽມ short 🔥🔥🔥 ແຕ່…..ໃນປີ 2025 ຈະບໍ່ແມ່ນແບບນັ້ນອີກຕໍ່ໄປເພາະ Binance ບໍ່ໄດ້ເບີ່ງແຕ່ສັກກະຍະພາບການເກັງກຳໄລແຕ່ລົງເລິກເຖິງຂອງແກ່ນຫຼັກຂອງໂຄງການນີ້ ໂຄງການນັ້ນ ໃຜຢູ່ເບື້ອງຫລັງ,ມີແຜນງານບໍຫຼືແຄ່ເຮັດຕາມກະແສ,ມີຂອງຈິງຫຼືເປັນແຕ່ຂອງລວງ

1. Binance ໃຫ້ຄວາມສຳຄັນກັບໂຄງການໄລຍະເລີ່ມຕົ້ນທີ່ມີຄຸນນະພາບ

Binance ໃຊ້ລະບົບໃຫມ່ທີ່ຊື່ວ່າ Binance Alpha ເຊິ່ງບໍ່ແມ່ນແຕ່ແພຣດຟອມວິເຄາະເທົ່ານັ້ນແຕ່ເປັນເຄື່ອງຄັດກອງ ແລະ ຕິດຕາມໂຄງການຕັ້ງແຕ່ໄລຍະເລີ່ມຕົ້ນປະເມີນຈາກຫຼາຍມິຕີເຊັ່ນ :

• ໂຄງສ້າງທີມ ( ມີຕົວຕົນມີປະສົບການຫຼືບໍ )

• ແນວທາງການພັດທະນາ ( ມີ GitHub ຫຼືຜົນງານທີ່ສະແດງຄວາມກ້າວໜ້າ )

• Tokenomics ( ແຈກຫຼຽນແບບໃດ ທີມຖືຈັກເປີເຊັນ ມີລ໋ອກຫຼຽນຫຼືບໍ່ )

• ການໃຊ້ງານຂອງຫຼຽນ ( ໃຊ້ເຮັດຫຍັງໃນລະບົບຫຼື ແຄ່ສ້າງໄວ້ເກັງກຳໄລ )

ໃຜທີ່ສ້າງໂຄງການມາເພື່ອລະດົມທຶນໄລຍະສັ້ນຫຼືບໍ່ມີແຜນພັດທະນາຈິງຈະຖືກຕັດອອກຕັ້ງແຕ່ຕົ້ນ

2. ຂະບວນການກວດສອບຫຼຽນເຂັ້ມງວດ

ກ່ອນຈະໄດ້ລົງລາຍຊື່ຂາຍຫຼຽນໃນ Binance ທຸກຫຼຽນຕ້ອງສະແດງເອກະສານໃຫ້ຄົບຖ້ວນເຊັ່ນ:

• Smart contract audit ໂດຍບຸກຄົນທີ່ສາມ

• Proof of reserve ສະແດງຫຼັກຖານວ່າບໍ່ໄດ້ຖືຫຼຽນແບບບໍ່ມີເປືອກ

• ແຜນການຈັດການ community ແລະການຕະຫຼາດໂປ່ງໃສ່

ນອກຈາກນີ້ Binance ຍັງກວດສອບວ່າໂຄງການມີການອັບເດດຢ່າງຕໍ່ເນື່ອງຫຼືບໍ່ ຫາກມີຄວາມເຄື່ອນໄຫວທີ່ສື່ໄປທາງລົບເຊັ່ນ : ທີມລາອອກ, ຢຸດການພັດທະນາ, ລາຄາຜັນຜວນຜິດປົກກະຕິ - ​Binance ຈະລະງັບຫຼືທອດຫຼຽນນັ້ນອອກທັນທີ.

3. ເປີດເທຣດແບບຄ່ອຍເປັນຄ່ອຍໄປ

ເພື່ອປ້ອງກັນ FOMO ແລະ ການປັ່ນລາຄາ Binance ຈະໃຊ້ມາດຕະຖານການຄວບຄຸມໃນຊ່ວງແລກເຊັ່ນ:

• ເປີດໃຫ້ຊື້-ຂາຍສະເພາະ limit oder ກ່ອນ

• ຈຳກັດຄູ່ຫຼຽນໃຫ້ເລີ່ມຈາກຄູ່ stablecion ເຊັ່ນ : USDT , BUSD ກ່ອນ

• ຍັງບໍ່ເປີດໃຫ້ເທຣດແບບ Margin ຫຼື Futures ຈົນກວ່າຕະຫຼາດຈະນີ່ງ

ບັນດາສີ່ງເຫຼົ່ານີ້ຊ່ວຍລົດຄວາມສ່ຽງສຳລັບນັກລົງທຶນທີ່ຍັງບໍ່ພ້ອມ ຫຼື ຍັງບໍ່ໄດ້ສຶກສາຂໍ້ມູນຂອງຫຼຽນນັ້ນໃຫ້ຮອບດ້ານ

4. Binance ໂປງໃສ່ຫຼາຍຂື້ນໃນການສື່ສານ

ປີ 2025 Binance ເລີ່ມເປີດເຜີຍຂໍ້ມູນເບື້ອງຫລັງການພິຈາລະນາຫຼຽນໃຫ່ຍຫຼາຍຂື້ນເຊັ່ນ:

• ເຫດຜົນທີ່ເລືອກໂຄງການ

• ການອັບເດດສະຖານະການປະເມີນ

• ແຈ້ງເຕືອນຊາວງເວລາທີ່ອາດເປີດໃຫ້ເທຣດລ່ວງໜ້າ

ສີ່ງເຫຼົ່ານີ້ຈະຊ່ວຍໃຫ້ນັກລົງທຶນວາງແຜນໄດ້ດີຂື້ນແລະບໍ່ຕ້ອງຊື້ແບບສຸ່ມສ່ຽງເພາະເຫັນຄົນອຶ່ນແຮ່ຊື້

ແລ້ວນັກລົງທຶນຄວນປັບຕົວແນວໃດ

• ຢ່າເບິ່ງວ່າລິສລົງຊື້ຂາຍຫຼຽນ = ລາຄາຈະຂື້ນທັນທີ

• ກວດສອບຂໍ້ມູນໃຫ້ເລິກເຊີງຈາກ Binance Alpha ແລະ Blog

• ຖ້າພາດມື້ທຳອິດຂອງການລົງລິສຊື້ຂາຍ ບໍ່ໄດ້ແປວ່າເສຍໂອກາດເພາະ Binance ຄວບຄຸມລາຄາໄວ້ໃຫ້ນີ່ງໃນຊ່ວງແລກ

ໃຜທີ່ມີນິໄສ “ຊື້ ກ່ອນສຶກສາທີ່ຫລັງ” ປີນີ້ອາດຈະຕ້ອງເຈັບເພາະລະບົບໃຫ່ມອອກມາເພື່ອປ້ອງກັນພຶດຕິກຳແບບນັ້ນໂດຍກົງ.

Binance ບໍ່ໄດ້ແຕ່ເປີດປະຕູໃຫ້ໃຜເຂົ້າມາລິສລົງຂາຍຫຼຽນແຕ່ຍັງສ້າງມາດຕະຖານທີ່ກະຕຸ້ນໃຫ້ໂຄງການຕ້ອງມີຂອງຈິງ ແລະ ຕ້ອງຮັກສາ community ຂອງຕົວເອງໃຫ້ດີໃນໄລຍະຍາວນັກລົງທຶນກໍ່ຕ້ອງຍົກລະດັບວິທີຄິດຂອງຕົວເອງໃຫ້ທັນກັບລະບົບໃຫ່ມນີ້ຄືກັນ.

 

#BinanceNewlisting #BinanceResearch #DYOR* #BinanceAlphaAlert #BinanceAlphaAlert