ການເທຮດຄຮິບໂຕ ຫຼື Cryptocurrency Trading ເປັນເລື່ອງທີ່ມີຄວາມສ່ຽງສູງ ເພາະລາຄາຂອງຫຼຽນຕ່າງໆ ມີຄວາມຜັນຜວນຫຼາຍ ການເຂົ້າໃຈພຶດຕິກຳຂອງລາຄາ ແລະ ວາງແຜນເທຮດຢ່າງມີລະບົບຈຶ່ງເປັນສິ່ງສຳຄັນ ໜຶ່ງໃນເຄື່ອງມືພື້ນຖານທີ່ເທຮດເດີ້ມືອາຊີບທຸກຄົນຕ້ອງຮູ້ຈັກ ຄື “ແນວຮັບ Support ” ແລະ “ແນວຕ້ານ Resistance”

ແນວຮັບແລະແນວຕ້ານບໍ່ໄດ້ເປັນພຽງເສັ້ນເທິງກລາຟ ແລະ ສາມາດໃຊ້ຊ່ວຍຕັດສິນໃຈຈຸດເຂົ້າ-ອອກໃນການເທຮດໄດ້ຢ່າງມີປະສິດທິພາບ

ແນວຮັບ Support ຄືຫຍັງ?

ແນວຮັບຄືລະດັບລາຄາຄາດວ່າລາຄາຈະ “ຫຍຸດລົງ” ຫຼື ມີແຮງຊື້ເຂົ້າມາຫຼາຍພໍທີ່ຈະດັນລາຄາກັບຂຶ້ນໄປ ປຽບໄດ້ກັບ “ພື້ນ” ຂອງລາຄາທີ່ລາຄາມັກບໍ່ຕົກຕ່ຳລົງໄປກວ່ານັ້ນງ່າຍໆ

ຕົວຢ່າງເຊັ່ນຖ້າ Bitcoin ຕົກລົງມາໃກ້ 30,000 ດອນລ່າຫຼາຍຄັ້ງ ແຕ່ທຸກຄັ້ງກໍມີແຮງຊື້ຈົນລາຄາດີດຕົວກັບຂຶ້ນໄປຈຸດ 30,000 ດອນລ່ານີ້ກໍຄືແນວຮັບທີ່ສຳຄັນ

ແນວຕ້ານ Resistance ຄືຫຍັງ?

ແນວຕ້ານຄືລະດັບລາຄາທີ່ຄາດວ່າລສາຄາຈະ “ຫຍຸດຂຶ້ນ” ຫຼື ມີແຮງຂາຍຫຼາຍພໍທີ່ຈະກົດໃຫ້ລາຄາລົງ ປຽບເໝືອນ “ເພດານ” ທີ່ລາຄາຕຳແລ້ວມັກຈະບໍ່ສາມາດຜ່ານໄປໄດ້ງ່າຍໆ

ເຊັ່ນຫາກ Ethereum ຂຶ້ນໄປແຕະ 2,500 ດອນລ່າ ຫຼາຍເທື່ອແລ້ວຖືກເທຂາຍລົງມາ ຈຸດ 2,500 ດອນລ່ານີ້ກໍຄືແນວຕ້ານທີ່ແຂງແກ່ງ

ເປັນຫຍັງແນວຮັບ ແລະ ແນວຕ້ານເຖິງສຳຄັນ?

ເພາະມັນສະທ້ອນ “ຈິດຕະວິທະຍາຕະຫຼາດ” ໃນຊ່ວງລາຄານັ້ນໆ:

  • ເມື່ອລາຄາລົງມາເຖິງແນວຮັບ ນັກລົງທຶນທີ່ເບິ່ງວ່າລາຄາຖືກຈະເລີ່ມເຂົ້າຊື້ ເຮັດໃຫ້ລາຄາດີດຂຶ້ນ

  • ເມື່ອລາຄາຂຶ້ນເຖິງວແນວຕ້ານ ນັກລົງທຶນທີ່ເບິ່ງວ່າລາຄາແພງຈະເລີ່ມຂາຍເຮັດກຳໄລ ເຮັດໃຫ້ລາຄາຫຍຸດຂຶ້ນຫຼືລົງ

ຫາກເຮົາຮູ້ຕັກແນວຮັບແນວຕ້ານ ເຮົາຈະສາມາດວາງແຜນເທຮດໄດ້ແມ້ນຂຶ້ນ ບໍ່ຕ້ອງພືງພາໂຊກຢ່າງດຽວ

ວິທີຫາ ແນວຮັບ-ແນວຕ້ານ

  1. ເບິ່ງປະຫວັດລາຄາ: ສັງເກດຈຸດທິ່ລາຄາກັບຕົວຫຼາຍຫຼາຍຄັ້ງໃນອາດີດ

  2. ໃຊ້ເລກກົມກົມ: ຕົວເລກເຊັ່ນ 10,000/20,000 ມັກເປັນຈຸດທີ່ຕະຫຼາດມີປະຕິກິລິຍາ

  3. ເສັ້ນສະເລ່ຍ Moving Averages ຄ່າສະເລ່ຍ 50ວັນ ຫຼື 200ວັນ ມັກເຮັດໜ້າທີ່ເປັນແນວຮັບ/ແນວຕ້ານໄດ້

  4. ເສັ້ນເທຮນໄລ Trendlines ການລາກເສັ້ນເຊື່ອມຈຸດຕ່ຳສຸດ ຫຼື ສູງສຸດຕໍ່ກັນເພື່ອຫາແນວໂນ້ມ

  5. ໃຊ້ເຄື່ອງມື Fibonacci Retracement ເພື່ອຊ່ວຍລະບຸຈຸດກັບຕົວທີ່ເປັນໄປໄດ້

ເທັກນິກເສີມເພື່ອຄວາມແມ້ນຍຳ

  • ໃຊ້ແນວຮັບແນວຕ້ານຮ່ວມກັບ ອິນດີເຄເຕີ້ ເຊັ່ນ RSI ຫຼື MACD ເພື່ອເບິ່ງໂມເມັ້ນຕ່ຳ

  • ເບິ່ງພຶດຕິກຳວໍລຸ່ມ Volume ປະກອບ ວໍລຸ່ມສູງຂະນະລາຄາທະລຸແນວຕ້ານ ຄື ສັນຍານທີ່ດີ

  • ຄວນຕັ້ງ Stop-loss ສະເໝີ ເພື່ອປ້ອງກັນຄວາມສ່ຽງຫາກຕະຫຼາດບໍ່ເປັນໄປຕາມຄາດ

ແນວຮັບແຮວຕ້ານບໍ່ແມ່ນສູດສຳເລັດແຕ່ເປັນເຄື່ອງມືສຳຄັນທີ່ຊ່ວຍໃຫ້ເຮົາວາງແຜນເທຮດໄດ້ຢ່າງມີລະບົບ ເຂົ້າໃຈພຶດຕິກຳຕະຫຼາດ ແລະ ບໍລິຫານຄວາມສ່ຽງໄດ້ຢ່າງມືອາຊີບ

#analysis #supportandresistance #BinanceHODLerSIGN