ເມື່ອເຮົາກ້າວເຂົ້າສູ່ປິ2025 ຕະຫຼາດຄຮິບໂຕຍັງຄົງຢູ່ໃນຊ່ວງທີ່ເຕັມໄປດ້ວຍຄວາມຜັນຜວນ ແຕ່ໃນຊ່ວງເວລາແບບນີ້ແຫຼະທີ່ຫຼາຍຄົນເລີ່ມຊອກຫາໂອກາດ ບໍ່ແມ່ນແຕ່ຫຼຽນໃຫມ່ໃຫມ່ເທົ່ານັ້ນທີ່ໜ້າສົນໃຈ ແຕ່ຫຼຽນເດີມຫຼຽນເກົ່າທີ່ເຮົາຮູ້ຈັກກັນດີ ບາງຫຼຽນກັບເຊື່ອງສັກກະລິຍະພາບບາງຢ່າງທີ່ອາດຈະຍັງບໍ່ທັນໄດ້ຮັບຄວາມສົນໃຈເຕັມທີ່
ບົດຄວາມນີ້ເຮົາຈະມາເບິ່ງ 5 ຫຼຽນຄຮິບໂຕທີ່ຕິດອັນດັບ Market Cap ສູງສຸດໃນເດືອນເມສານີ້ ເຊິ່ງວ່າຈະບໍ່ມີໂປເຈັກໃຫມ່ມາໃຫ້ທຸກຄົນ ແຕ່ເບື້ອງຫຼັງກັບມີການພັດທະນາຢ່າງຕໍ່ເນື່ອງ ແລະ ອາດຈະເປັນຈຸດປ່ຽນສຳລັບນັກລົງທຶນໃນໄລຍະກາງເຖິງຍາວ
1. Bitcoin (BTC)
Bitcoin $BTC ຍັງເປັນທອງຄຳດິຈິຕໍ ແລະ ໃນປີ 2025 ນີ້ຄວາມນິຍົມຈາກສະຖາບັນການເງິນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ມີ ETF ທີ່ຈົດທະບຽນໃນຫຼາຍປະເທດ ລວມທັງມູນຄ່າຕະຫຼາດ (Market Cap) ທີ່ຍັງສູງທີ່ສຸດໃນໂລກ
ເຖິງແມ້ວ່າບໍ່ມີ ຂ່າວໃຫມ່ທຸກມື້ ຄືກັບຫຼຽນອື່ນ ແຕ່ຄວາມສະຖຽນ ແລະ ການຍອມຮັບຂອງ BTC ຍັງຄົງເປັນຈຸດແຂງ ໂດຍສະເພາະໃນສະຖານະການທີ່ເສດຖະກິດໂລກຍັງຄົງບໍ່ແນ່ນອນ ນັກລົງທຶນຫຼາຍຄົນຍັງເບິ່ງ BTC ເປັນບ່ອນພັກເງິນທີ່ດີໃນໄລຍະຍາວ
2. Ethereum (ETH)
$ETH ເຖິງແມ້ວ່າ ETH ຈະເປັນຫຼຽນທີ່ເຮົາໄດ້ຍິນກັນເລື້ອຍໆ ແຕ່ການພັດທະນາເຄື່ອຂ່າຍ Ethereum ຍັງບໍ່ຫຍຸດນິ່ງ ມີການພັດທະນາ Layer2 ເຊັ່ນ Arbitrum ແລະ Optimism ຢ່າງຕໍ່ເນື່ອງ ເພື່ອອໃຫ້ເຄື່ອຂ່າຍໄວຂຶ້ນ ແລະ ຄ່າທຳນຽມຖືກລົງ ແລະ ເໝາະກັບການໃຊ້ງານຈິງໃນໂລກ DeFi ແລະ Web3
ນອກຈາກນີ້ ຍັງມີຂ່າວລືວ່າ Ethereum ກຳລັງຈະເຂົ້າສູ່ການອັບເກດຄັ້ງໃຫຍ່ໃນປາຍປີ ເຊິ່ງອາດຈະເປັນຕົວເລັ່ງໃຫ້ເກີດຄວາມເຄື່ອນໄຫວຂອງລາຄາໃນຊ່ວງເຄິ່ງປີຫຼັງນີ້
3. BNB (Binance Coin)
$BNB ຍັງຄົງເປັນຫົວໃຈຂອງລະບົບນິເວດ Binance ທີ່ໃຫຍ່ທີ່ສຸດໃນໂລກຊ່ວງຕົ້ນປິນີ້ Binance ໄດ້ເປີດຕົວກະເປົ່າຮູບແບບ Web3 Wallet ໃຫ້ຜູ້ໃຊ້ງານເຂົ້າເຖິງໂລກ DeFi ໄດ້ງ່າຍຂຶ້ນ ແລະ ຍັງເປັນຕົວກາງໃນການຈ່າຍຄ່າທຳນຽມທີ່ຖືກຫຼາຍເມື່ອທຽບກັບ Ethereum
ນອກຈາກນີ້ Binance ຍັງເດີນໜ້າເປີດຕົວໂຄງການ Launchpad ແລະ Airdrop ໃຫມ່ໃຫມ່ ຢ່າງຕໍ່ເນື່ອງ ເຊິ່ງລ້ວນແລ້ວແຕ່ຕ້ອງໃຊ້ BNB ເປັນຕົວກາງ ນີ້ຄືປັດໄຈທີ່ເຮັດໃຫ້ BNB ມີການໃຊ້ງານຈິງ ແລະ ຍັງຄົງມີຄວາມໜ້າສົນໃຈໃນມູມຂອງ Utility
4. XRP (Ripple)
XRP ຍັງຄົງຢູ່ໃນຂະບວນການທາງກົດໝາຍກັບ SEC ສະຫະລັດອາເມລິກາ ເຊິ່ງຄະດີນີ້ອາດໃກ້ໄດ້ຂໍ້ສະຫຼຸບໃນປີນີ້ ນັກລົງທຶນບາງກຸ່ມຈຶ່ງເລີ່ມສະສົມ
XRP ເພື່ອເຫດການພິດກັບ
XRPຖືກອອກແບບມາເພື່ອການໂອນເງິນຂ້າມປະເທດແບບໄວທັນທີ ແລະ ມີຕົ້ນທຶນຕໍ່າເຊິ່ງຫາກຄະດີ SEC ຜ່ານໄປດ້ວຍດີ ລາຄາຂອງ XRP ອາດຈະກັບມາພຸ່ງແຮງໄດ້ອີກຄັ້ງຄືຊ່ວງປີ 2017-2018
5. Solana (SOL)
Solana ຍັງຄົງເປັນຫຼຽນທີ່ເທັກໂນໂລຢີໄວທີ່ສຸດຕົວໜຶ່ງໃນຕະຫຼາດ ດ້ວຍຄວາມໄວສູງເຖິງ 60,000ທຸລະກຳຕໍ່ວິນາທີ ແລະ ຄ່າທຳນຽມຕໍ່າຫຼາຍ
ເຖິງແມ້ວ່າປີທີ່ຜ່ານມານັ້ນເຄື່ອຂ່າຍມີປັນຫາ ແລະ ລົ້ມໄປໃນຊ່ວງໜຶ່ງ ແຕ່ໃນປີ 2025 ທີມ Solana ໄດ້ປັບປຸງ ສະຖຽນຂອງລະບົບ ແລະ ເປີດຕົວຟີເຈີ້ ໃຫມ່ໃຫມ່ ລວມເຖິງໂຄງການ NFT, GameFi ແລະ SocialFi ທີ່ພັດທະນາຢູ່ເທິງ Solana ເພີ່ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ SOL ຍັງມີອານາຄົດທີ່ນ່າຈັບຕາເປັນທີ່ສຸດ
ເຖິງວ່າຫຼຽນເຫຼົ່ານີ້ຈະບໍ່ແມ່ນຫຼຽນໃຫມ່ ແຕ່ການເບິ່ງລຶກເຂົ້າໄປໃນພື້ນຖານ ແລະ ທິດທາງຂອງຕະຫຼາດກໍຈະເຮັດໃຫ້ເຮົາຮູ້ໄດ້ວ່າ "ຫຼຽນເດີມໆ" ທີ່ມີຄຸນນະພາບ ຍັງມີສັກກະລິຍະພາບຫຼາຍໃນປິ 2025 ນີ້ ການລົງທຶນໃນຫຼຽນທີ່ມີການຍອມຮັບ ມີການໃຊ້ງານຈິງ ແລະ ມີແຜນການພັດທະນາຢ່າງຕໍ່ເນື່ອງ ອາດຈະໃຫ້ຜົນຕອບແທນທີ່ໝັ້ນຄົງກວ່າຫຼຽນໃຫມ່ທີ່ວືວາພຽງຊ່ວງສັ້ນໆ
#WatchTheMarket #Top5Cryptos #SolanaSurge #CanadaSOLETFLaunch #BinanceAlphaAlert