(Updated April 2025)
ການກັບມາຂອງສົງຄາມພາສີ ຫຼື ໂອກາດຄັ້ງໃຫມ່ຂອງຄຮິບໂຕ?
ໃນຕົ້ນປີ 2025 ການກັບມາຂອງປະທານາທິບໍດີທຮັມ ພ້ອມແຜນນະໂຍບາຍກີດກັນການຄ້າເຮັດໃຫ້ຫຼາຍປະເທດທົ່ວໂລກ ໂດຍສະເພາະຈີນ ຫວຽດນາມ ລາວ ແລະ ສະຫະພາບຍູໂລບ ຕົກຢູ່ໃນຄວາມກັງວົນວ່າໂລກອາດຈະກຳລັງເຂົ້າສູ່ ສົງຄາມການຄ້າ Trade War ຮອບໃຫມ່
ເຖິງວ່າກ່ອນໜ້ານີ້ ອາເມລິກາຈະມີປະກາດ ຍືດເວລາການຂຶ້ນພາສີ ອອກໄປ 90ວັນ ເພື່ອເປີດໂອກາດໃຫ້ເກີດການເຈລະຈາທາງການຄ້າເພີ່ມເຕີມ ແຕ່ຕະຫຼາດກໍຍັງເຕັມໄປດ້ວຍຄວາມບໍ່ແນ່ນອນ ແລະ ນັກລົງທຶນຈຳນວນຫຼາຍຍັງຈັບຕາເບິ່ງສະຖານະການນີ້ຢ່າງໃກ້ຊິດ
ຜົນກະທົບຕໍ່ຕະຫຼາດຄຮິບໂຕ : Bitcoin ແລະ ຄວາມຜັນຜວນ
ຫຼັງຂ່າວທຳອິດຂອງມາດຕະການພາສີອອກມາໃນເດືອນມີນາ ລາຄາຂອງ Bitcoin BTC ຕົກລົງຊົ່ວຄາວ ແຕ່ຈາກນັ້ນກໍຟື້ນຕົວຢ່າງໄວໃນເດືອນເມສາ ເພາະຫຼາຍຄົນເລີ່ມເບິ່ງວ່າ Bitcoin ສາມາດເປັນເຄື່ອງມືປ້ອງກັນຄວາມສ່ຽງ hedge ທີ່ບໍ່ຂຶ້ນກັບລັດຖະບານໃດ
ເຖິງວ່າການຍືດເວລາ 90ວັນຈະເປັນການຄາຍຄວາມຕຶງຄຽດໃນຕະຫຼາດໄລຍະສັ້ນ ແຕ່ໃນສາຍຕານັກລົງທຶນມັນຄື “ຊ່ວງເວລາການນັບຖອຍຫຼັງ” ທີ່ມີຄວາມສ່ຽງຈະຍັງຄົງຢູ່
ຫາກເຈລະຈາລົ້ມເລວ ຫຼື ອາເມລິກາກັບມາໃຊ້ມາດຕະການພາສາອີກຄັ້ງ ຕະຫຼາດອາດຈະຜັນຜວນກວ່າເກົ່າ
3 ເຫດການທີ່ອາດຈະຕາມມາ ເຖິງແມ້ວ່າພາສີຍັງບໍ່ຂື້ນຕອນນີ້
ການປ່ຽນແປງທິດທາງການເງິນ (Capital Rotation) :
ນັກລົງທຶນລາຍໃຫຍ່ອາດຈະທະຍ່ອຍໂຍກພ໋ອດຈາກຕະຫຼາດຄຮິບໂຕສູ່ທອງຄຳໂດຍສະເພາະກຸ່ມທີ່ເບິ່ງວ່າເງິນດອນລ່າອາດຈະອ່ອນຄ່າຫາກຍັງຄົງນະໂຍບາຍກີດກັນການຄ້າ
ການກັບມາຂອງສື່ ແລະ FOMO
ທຸກຄັ້ງທີ່ມີຂ່າວພາສີ ຫຼື ໂຕ້ຕອບຈາກປະເທດຄູ່ຄ້າ ຈະມີໂອກາດເກີດຂ່າວລື , FUD , ຫຼື FOMO ເຊິ່ງຈະສົ່ງຜົນໃຫ້ເກີດການເກງກຳໄລໃນຫຼຽນໃຫຍ່ເຊັ່ນ $BTC $ETH $SOL
ການໃຊ້ Crypto ເປັນກົນລະຍຸດໄລຍະກາງ
ນັກລົງທຶນບາງກຸ່ມອາດເບິ່ງວ່າຊ່ວງຍືດເວລາ 90ວັນ ເປັນຊ່ວງເກັບສະສົມຄຮິບໂຕ ໂດຍໃຊ້ກົນລະຍຸດ DCA ເພາະເບິ່ງວ່າໃນໄລຍະຍາວຕະຫຼາດຄຮິບໂຕຍັງມີໂອກາດເຕີບໂຕຫາກເກີດເສດຖະກິດຖົດຖອຍ
ETF ແລະ Institutional Interest: ປັດໄຈເສີມທີ່ບໍ່ຄວນເບິ່ງຂ້າມ
ປີ2025 ຄືປີທີ່ ETF ເຊັ່ນ BNB ETF , XRP ETF ແລະ Solana ETF ເລີ່ມເຂົ້າສູ່ຂະບວນການຍື່ນຈົດທະບຽນໃນສະຫະລັດອາເມລິກາ ແລະ ແຄນນາດາ ການທີ່ນັກລົງທຶນສະຖາບັນສາມາດເຂົ້າເຖິງຫຼຽນເຫຼົ່ານີ້ຜ່ານຊ່ອງທາງທາງການໄດ້ເປັນແຮງເສີມສຳຄັນທີ່ເຮັດໃຫ້ລາຄາຄຮິບໂຕຍັງມີ Momentum ແມ້ວ່າຈະມີຂ່າວສົງຄາມການຄ້າ
ບົດຮຽນສຳຄັນຈາກຊ່ວງຕະຫຼາດຜັນຜວນ:
ລາຄາຄຮິບໂຕມີຄວາມໄວຕໍ່ຂ່າວລະດັບມະຫາພາກ ທັງເລື່ອງເງິນເຟີ້ ດອກເບ້ຍ ແລະ ການຂຶ້ນພາສີ
ຄວາມບໍ່ແນ່ນອນທາງການເມືອງ-ເສດຖະກິດ = ໂອກາດຂອງສິນຊັບບໍ່ມີສູນກາງ ຫຼຽນຢ່າງ BTC ແລະ ETH ມັກຈະໄດ້ຮັບຄວາມສົນໃຈໃນຊ່ວງວິກິດເພາະເປັນສິນຊັບທີ່ບໍ່ມີໃຜຄວບຄຸມ
ການລົງທຶນຢ່າງມີແຜນສຳຄັນ ຕະຫຼາດແບບນີ້ເໝາະກັບຄົນທີ່ວາງແຜນກົນລະຍຸດ ຕັ້ງ SL TP ວາງຈຸດເຂົ້າຊື້ຊັດເຈນ ແລະ ເຂົ້າໃຈຄວາມສ່ຽງ
ຖ້າໃນ 90 ວັນ ຍັງບໍ່ສຳເລັດເດ?
ຫາກການເຈລະຈາທາງການຄ້າລົ້ມເລວ ສິ່ງທີ່ອາດຈະເກີດຂຶ້ນ :
ແຮງຂາຍໃນຕະຫຼາດຫຸ້ນເພີ່ມ
ການໄຫຼເຂົ້າ Altcoins ຫຼື Stablecoins
ຄວາມຕ້ອງການຖື BTC ເພື່ອປ້ອງກັນເງິນເຟີ້
ການໃຊ້ DEX ແທນ CEX ໃນບາງພູມມີພາກທີ່ມີຂໍ້ຈຳກັດ
#CanadaSOLETFLaunch #BTCRebound #TariffPauseImpact #BitcoinWithTariffs #USElectronicsTariffs