ໃນປີ2025 ຕະຫຼາດຄຮິບໂຕຈະບໍ່ໄດ້ຂັບເຄື່ອນໂດຍນັກລົງທຶນລາຍຍ່ອຍພຽງຢ່າງດຽວອີກຕໍ່ໄປ ແຕ່ເຮົາກໍາລັງເຫັນກະແສ “Institutional Adoption ” ຫຼືການທີ່ນັກລົງທຶນສະຖາບັນເລີ່ມເຂົ້າມາມີບົດບາດໃນໂລກຄຮິບໂຕຢ່າງຈິງຈັງຫຼາຍຂຶ້ນ ແລະ ໜຶ່ງໃນເຄື່ອງມືຊ່ວຍໃຫ້ກະແສນີ້ເຕີບໂຕຢ່າງໝັ້ນຄົງຄື Crypto ETFs ຫຼື ກອງທຶນຄຮິບໂຕແບບຊື້ຂາຍໃນຕະຫຼາດຫຼັກຊັບ
ໃນຊ່ວງໄຕມາດທຳອິດຂອງປີນີ້ ເຮົາໄດ້ເຫັນຂ່າວຄຮິບໂຕຫຼາຍຫຼຽນເລີ່ມເຂົ້າສູ່ຂະບວນການຕຽມເປັນ ETF ຫຼື ມີສັນຍານບົ່ງຊີ້ວ່າມີການພິຈາລະນາຢ່າງຈິງຈັງຈາກຜູ້ຈັດການກອງທຶນ ເຊັ່ນ BNB, XRP ແລະ Solana (SOL) ເຊິ່ງບໍ່ແມ່ນເຫດການທຳມະດາແຕ່ນີ້ຄື ສັນຍານ ວ່າຄຮິບໂຕກຸ່ມໃຫຍ່ກຳລັງໄດ້ຮັບການຍອມຮັບໃນລະດັບສະຖາບັນ
ETF ຄືຫຍັງ ແລະ ເປັນຫຍັງຈຶ່ງສຳຄັນຕໍ່ຄຮິບໂຕ
ETF = Exchange-Traded Fund ຄືກອງທຶນທີ່ຈົດທະບຽນໃນຕະຫຼາດຫຸ້ນ ແລະ ສາມາດຊື້ໄດ້ໃນຕະຫຼາດຫຸ້ນທົ່ວໄປ ແຕກຕ່າງຈາກການຊື້ໂດຍຕົງແບບ Spot trade ຜ່ານ exchange ຕ່າງອື່ນ ເພາະນັກລົງທອນບໍ່ຕ້ອງຈຳເປັນມີ Wallet , ບໍ່ຕ້ອງຮັກສາເປັນຫ່ວງ Private Key ແລະ ບໍ່ຕ້ອງເຂົ້າໄປຫຍຸ້ງກັບລະບົບ Blockchain ໂດຍຕົງ
ສິ່ງທີ່ ETH ເຮັດຄືການຫຼຸດອຸປະສັກໃນການເຂົ້າເຖິງຄຮິບໂຕສຳລັບນັກລົງທຶນສະຖາບັນ ເຊັ່ນ ກອງທຶນບໍາເນັດບໍານານ, ບໍລິສັດປະກັນໄພ ຫຼື ລວມທັງນັກລົງທຶນທີ່ມີເງິນຈຳນວນຫຼາຍແຕ່ບໍ່ຊ່ຽງຊານເທັກໂນໂລຢີ
ນັ້ນໝາຍຄວາມວ່າ ທຸກຄັ້ງທີ່ມີ ETF ໂຕໃຫມ່ເປີດຕົວໂດຍສະເພາະກັບຫຼຽນເຊັ່ນ XRP , BNB ຫຼື SOL ຈະເຮັດໃຫ້ເມັດເງິນຈາກໂລກ TradFi (Traditional Finance) ໄຫຼເຂົ້າສູ່ຕະຫຼາດຄຮິບໂຕໂດຍຕົງ ແລະ ນັ້ນຈະສົ່ງຜົນຕໍ່ລາຄາ ແລະ ສະພາບຄ່ອງຂອງຫຼຽນທັນທີ
BNB ETF : ການຂະຫາຍອິດທິພົນຂອງ Binance ສູ່ໂລກການເງິນສະຖາບັນ
BNB ຖືເປັນຫຼຽນຫຼັກໃນລະບົບນິເວດຂອງ Binance ເຊິ່ງເປັນແພັດຟອມແລກປ່ຽນສິນຊັບດິຈິຕໍທີ່ໃຫຍ່ທີ່ສຸດໃນໂລກ ດ້ວຍການໃຊ້ງານຈິງທີ່ຄອບຄຸມທັງຄ່າທຳນຽມ (trading fee), Launchpad , ການ Staking ແລະ ລ່າສຸດຄື Megadrop
ຫາກ BNB ໄດ້ຮັບການອະນຸມັດ ETF ໃນຕະຫຼາດຫຼັກຊັບຕ່າງປະເທດ ເຊັ່ນ ສະຫະລັດອາເມລິກາ , ຮ່ອງກົງ ຫຼື ຍູໂລບ ຈະເທົ່າກັບວ່າ ນັກລົງທຶນສະຖາບັນສາມາດເຂົ້າເຖິງລະບົບຂອງ Binance ໂດຍບໍ່ຕ້ອງເປີດບັນຊີ Binance ເລີຍ ເພາະວ່າເຂົາສາມາດລົງທຶນຜ່ານຕະຫຼາດຫຸ້ນທີ່ເຂົາຄຸ້ນເຄີຍໂດຍຕົງ
XRP ETF : ປົດລ໋ອກຫຼັງຊະນະ SEC ຈຸດປ່ຽນສຳຄັນ
ຫຼັງຈາກ Ripple ຊະນະຄະດີສຳຄັນກັບ SEC ໃນປີທີ່ຜ່ານມາເຮັດໃຫ້ XRP ຖືກເບິ່ງວ່າມີໂອກາດກັບມາເປັນຫຼຽນທີ່ຖືກກົດໝາຍຫຼາຍທີ່ສຸດໂຕໜຶ່ງໃນສະຫະລັດອາເມລິກາ
ບໍລິສັດທີ່ບໍລິຫານຈັດການສິນຊັບຫຼາຍແຫ່ງເລີ່ມສົນໃຈ XRP ETF ເພາະມັນຄືຫຼຽນທີ່ມີທັງ:
- ຖານຜູ້ໃຊ້ງານຈິງ (ສຳລັບໂອນເງິນລະຫວ່າງປະເທດ)
- ຄວາມໄວໃນການເຮັດທຸລະກຳ
- ຄ່າທຳນຽມຕ່ຳ
-ມີປະລິມານຫຼຽນໝູນວຽນຊັດເຈນ
ຫາກ XRP ໄດ້ຮັບການອະນຸມັດເປັນ ETF ໃນຕະຫຼາດເມກາຈະເປັນ ການເປີດປະຕູໃຫ້ສະຖາບັນໃນ Wall Street ສາມາດຖືຄອງ XRP ໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ນັ້ນຈະເປັນຈຸດປ່ຽນຄັ້ງໃຫຍ່ທັງລາຄາ ແລະ ພາບລັກ XRP
Solana ETF: ການຍອມຮັບຂອງລະບົບນິເວດທີ່ຂະຫຍາຍໄວທີ່ສຸດ
Solana (SOL) ຖືເປັນໜຶ່ງໃນ Altcoin ທີ່ເຕີບໂຕໄວທີ່ສຸດໃນປິ 2024-2025 ໂດຍສະເພາະກຸ່ມ Defi ແລະ NFT ເຊິ່ງດຶງດູດຜູ້ໃຊ້ງານຈຳນວນຫຼາຍຈາກ Ethereum ດ້ວຍເຫດຜົນເລື່ອງ “ຄວາມໄວ” ແລະ “ຄ່າທຳນຽມຕ່ຳ”
ຄວາມນິຍົມໃນ Solana ບໍ່ແມ່ນແຕ່ໃນໝູ່ນັກລົງທຶນລາຍຍ່ອຍ ແຕ່ເລີ່ມມີ ແອັບພິເຄຊັ່ນທາງການເງິນຈິງ ເຊັ່ນ DEX, Wallet, GameFi ທີ່ພັດທະນາຢູ່ເທິງ Solana ecosystem
ການມີ SOL ETF ຈະເຮັດໃຫ້ນັກລົງທຶນສະຖາບັນສາມາດເຂົ້າເຖິງລະບົບທີ່ມີຜູ້ໃຊ້ງານຈຳນວນຫຼາຍ ແລະນັ້ນໝາຍເຖິງໂອກາດໃນການກ້າວກະໂດດຂອງລາຄາ SOL ໂດຍສະເພາະ ETF ນີ້ເປີດຕົວໄດ້ໃນສະຫະລັດອາເມລິກາ ຫຼື ແຄນາດາກ່ອນ
ETF = ໂອກາດໃຫມ່ຂອງຕະຫຼາດຄຮິບໂຕ
ຫາກເບິ່ງພາບລວມ ການທີ່ຫຼຽນ $BNB $XRP $SOL ເລີ່ມເຂົ້າສູ່ຂະບວນການພິຈາລະນາເປັນ ETF ຄືສັນຍານທີ່ຊັດເຈນວ່າ ຕະຫຼາດຄຮິບຖຕກຳລັງຖືກຍົກລະດັບຂຶ້ນໄປອີກ ບໍ່ແມ່ນພຽງສິນຊັບເກງກຳໄລໃນໝູ່ນັກລົງທຶນຍ່ອຍ.