ລອງຈິນຕະນາການເຖິງໂລກທີ່ ທ່ານ ເປັນຜູ້ຄວບຄຸມຂໍ້ມູນດີຈິຕອນຂອງໂຕເອງ ດ້ວຍໂຄງການ VANA ສິ່ງນີ້ບໍ່ແມ່ນຄວາມຝັນອີກຕໍ່ໄປ, ແຕ່ເປັນຄວາມຈິງທີ່ຈັບຕ້ອງໄດ້ແລ້ວ!
ທຳຄວາມເຂົ້າໃຈກັບໂຄງການ VANA
ໂຄງການ VANA ເປັນໂຄງການທີ່ສ້າງສັນແລະທັນສະໄໝ, ມີເປົ້າໝາຍເພື່ອຊ່ວຍບຸກຄົນທົ່ວໄປສາມາດຄວບຄຸມຂໍ້ມູນສ່ວນໂຕຂອງຕົນເອງໄດ້ ໃນຍຸກດີຈິຕອນປັດຈຸບັນ ບໍລິສັດໃຫຍ່ຫຼາຍແຫ່ງມັກໃຊ້ປະໂຫຍດຈາກຂໍ້ມູນຂອງູ້ໃຊ້ງານໂດຍບໍ່ໃຫ້ຄ່າຕອບແທນທີ່ເໝາະສົມໃຫ້ກັບເຈົ້າຂອງຂໍ້ມູນໂຄງການ VANA ມຸ່ງໝັ້ນທີ່ຈະປ່ຽນແປງສິ່ງນີ້ ໂດຍໃຫ້ຜູ້ໃຊ້ງານເປັນເຈົ້າຂອງຂໍ້ມູນຂອງຕົນເອງຈັດການໄດ້ດ້ວຍຕົນເອງ ແລະຍັງສາມາດສ້າງລາຍໄດ້ຈາກຂໍ້ມູນເຫຼົ່ານີ້ໄດ້ອີກດ້ວຍ.
ຄຸນສົມບັດເດັ່ນ:
- ການເປັນເຈົ້າຂອງຂໍ້ມູນ: ຜູ້ໃຊ້ງານຈະມີສິດຄວບຄຸມຂໍ້ມູນສ່ວນໂຕຂອງຕົນເອງຢ່າງເຕັມທີ່.
- ໂອກາດໃນການສ້າງລາຍໄດ້: ຜູ້ໃຊ້ງານສາມາດຮັບຜົນຕອບແທນຈາກການແຊຮ໌ຂໍ້ມູນຂອງຕົນເອງ ເຮັດໃຫ້ໄດ້ຮັບຜົນປະໂຫຍດໂດຍຕົງ.
- ຄວາມເປັນສ່ວນໂຕແລະຄວາມປອດໄພ: VANA ໃຊ້ເຕັກໂນໂລຢີຂັ້ນສູງເພື່ອປົກປ້ອງຂໍ້ມູນຂອງຜູ້ໃຊ້ງານໃຫ້ປອດໄພແລະເປັນຄວາມລັບ.
ວິທີການນີ້ບໍ່ພຽງແຕ່ສົ່ງເສີມຄວາມເປັນທຳ ແຕ່ຍັງສ້າງຄວາມໂປ່ງໃສໃຫ້ກັບໂລກດິຈິຕອນຫຼາຍຍິ່ງຂຶ້ນ.
ຮຽນຮູ້ເພີ່ມເຕີມ, ໃຫ້ເຂົ້າລີ້ງ: docs.vana.orgວິທີເຂົ້າຮ່ວມ Binance Launchpool ຂອງ ໂຄງການ VANA
ເຂົ້າເມນູ lauchpool : ເທິງແພລດຟອມ Binance ເພື່ອເບິ່ງໂຄງການທີ່ເປີດໃຫ້ເຂົ້າຮ່ວມ.
ເລືອກໂຄງການ: VANA Project ແລະຕັດສິນໃຈວ່າຕ້ອງການຝາກໂທເກັນຈຳນວນເທົ່າໃດ.
ຝາກໂທເກັນ: ຍືນຍັນຈຳນວນທີ່ຕ້ອງການຝາກແລະເລີ່ມການສເຕັກ (Stake)
ຮັບລາງວັນ: ໂທເກັນທີ່ຝາກໄວ້ຈະສ້າງໂທເກັນໃໝ່ຂຶ້ນມາເປັນລາງວັນ ຊື່ງທ່ານສາມາດເກັບສະສົມໄດ້ຕາມຊ່ວງເວລາທີ່ກຳໜົດ
ຮຽນຮູ້ກ່ຽວກັບ VANA Project Lauchpool
ສິ່ງທີ່ຄວນຮູ້:
ຄວາມຍືດຍຸ່ນ: ທ່ານສາມາດຖອນໂທເກັນທີ່ຝາກໄວ້ເມື່ອໃດກໍ່ໄດ້ ເຮັດໃຫ້ທ່ານສາມາດຄວບຄຸມສິນຊັບຂອງໂຕເອງໄດ້ເຕັມທີ່.
ສິດຂອງການເຂົ້າຮ່ວມ: ກວດສອບວ່າປະເທດຫຼືພູມິພາກຂອງທ່ານສາມາດເຂົ້າຮ່ວມໄດ້ ເນື່ອງຈາກບາງພື້ນທີ່ອາດມີຂໍ້ຈຳກັດ.
ການຝາກຂັ້ນຕ່ຳ: ຈຳນວນຂັ້ນຕ່ຳໃນການຝາກມັກຈະຢູ່ທີ່ 0,01 ໂທເກັນຂອງສິນຊັບທີ່ເລືອກ.
ເມື່ອເຮັດຕາມຂັ້ນຕອນເຫຼົ່ານີ້ ທ່ານຈະສາມາດເຂົ້າຮ່ວມໂຄງການສະກຸນເງິນດິຈິຕອນໃຫມ່ໆ ແລະຮັບລາງວັນຜ່ານ Binance Lauchpool ໄດ້ຢ່າງງ່າຍດາຍ.
#BinanceLaunchpoolVANA


