ເຖິງແມ່ນວ່າຕອນເຊົ້າ Ethereum ຈະມີມູນຄ່າຕະຫຼາດແລ່ນໄລ່ແຂ່ງກັບ Mastercard ແບບຫາຍໃຈຫົດຕົ້ນຄໍ ແລະ ສາມາດແຊງຂຶ້ນໄປໄດ້ເປັນຊັບສິນທີ່ມີມູນຄ່າໃຫຍ່ເປັນອັນດັບທີ 22 ຂອງໂລກໃນຊ່ວງເວລາສັ້ນໆ.

ລ່າສຸດ $ETH ມູນຄ່າຕະຫຼາດປະມານ 519,22 ລ້ານໂດລາ, ຂະນະທີ່ Mastercard ຂະຫຍັບຂຶ້ນເລັກນ້ອຍໄປຢູ່ທີ່ 519,19 ລ້ານໂດລາ.

ດ້ານລາຄາຂອງ Ethereum ຕອນນີ້ກໍຍັງຖືວ່າມີຄວາມຮ້ອນແຮງ, ມື້ວານນີ້ຫາກໍຂຶ້ນໄປທົດສອບເຂດ $4,000, ມື້ນີ້ກໍເລັ່ງຕໍ່ແຕະ $4,300 ກ່ອນຈະພັກຫາຍໃຈສັ້ນໆ, ເຊິ່ງຖ້າເບິ່ງພາບລວມ, ຮູບແບບການຊື້ຂາຍຍັງຢູ່ໃນຂາຂຶ້ນຢ່າງຊັດເຈນ.

🔍 ລອງປຽບທຽບໃຫ້ເຫັນພາບງ່າຍໆ

🔸 Mastercard → ເຮັດວຽກຢູ່ເທິງລະບົບການເງິນແບບປິດ, ຕ້ອງອາໄສທະນາຄານ ຫຼື ຜູ້ໃຫ້ບໍລິການຕົວກາງ. ທຸກຄັ້ງທີ່ເຮັດທຸລະກຳຈະມີຄ່າທຳນຽມ ແລະ ການເຂົ້າຮ່ວມເຄືອຂ່າຍຕ້ອງຜ່ານການອະນຸມັດ ຫຼື ເຮັດສັນຍາ.

🔹 Ethereum → ເປັນລະບົບການເງິນແບບເປີດ (Open Finance) ທີ່ໃຜກໍສາມາດເຂົ້າມາໃຊ້ງານໄດ້ໂດຍບໍ່ຕ້ອງຂໍອະນຸຍາດ. ເຮັດວຽກຜ່ານເຕັກໂນໂລຊີບລັອກເຊນ, ຮອງຮັບໄດ້ຫຼາກຫຼາຍຮູບແບບຕັ້ງແຕ່ DeFi, NFT, Stablecoin, RWA ໄປຈົນເຖິງເກມ ແລະ ລະບົບຢືນຢັນໂຕຕົນແບບດິຈິຕອລ.

📊 ຕົວເລກທີ່ໜ້າຄິດ

🔸Mastercard: ປີ 2024 ມີຍອດໃຊ້ຈ່າຍລວມກວ່າ 9.8 ລ້ານລ້ານໂດລາ ຈາກເຄືອຂ່າຍບັດເຄຣດິດ ແລະ ເດບິດທົ່ວໂລກ, ຄອບຄຸມທັງຜູ້ບໍລິໂພກ ແລະ ທຸລະກິດໃນຫຼາຍພາກພື້ນ.

🔹Ethereum + Layer 2: ມູນຄ່າການໂອນ Stablecoin ລວມກັນຢູ່ໃນລະດັບລ້ານລ້ານໂດລາຕໍ່ປີ ແລະ ແນວໂນ້ມຍັງຄົງຂະຫຍາຍໂຕຕໍ່ເນື່ອງຈາກການໃຊ້ງານຕົວຈິງທັງໃນ DeFi ແລະ ການຊຳລະເງິນ.

🔹ການເຕີບໂຕຂອງ L2 ເຄືອຂ່າຍຂອງ Ethereum ມີປະລິມານທຸລະກໍາເພີ່ມຂຶ້ນ 41% QoQ (Quarter-on-Quarter = ທຽບກັບໄຕມາດກ່ອນໜ້າ), ໝາຍຄວາມວ່າພຽງແຕ່ໃນ 3 ເດືອນຫຼ້າສຸດ, ກິດຈະກຳຢູ່ເທິງເຄືອຂ່າຍເພີ່ມຂຶ້ນເກືອບເຄິ່ງໜຶ່ງ ແລະ ມີຜູ້ໃຊ້ງານລວມແລ້ວຫຼາຍສິບລ້ານຄົນ.

🔥 ສິ່ງທີ່ແຕກຕ່າງກັນຢ່າງຊັດເຈນ

🔸 Mastercard → ລາຍໄດ້ຫຼັກແມ່ນມາຈາກ "ຄ່າທຳນຽມ" ທຸກຄັ້ງທີ່ມີການໃຊ້ບັດ, ບໍ່ວ່າທຸລະກຳຈະໃຫຍ່ ຫຼື ນ້ອຍ, ບໍລິສັດກໍໄດ້ສ່ວນແບ່ງສະເໝີ.

🔹 Ethereum → ທຸກທຸລະກໍາຈະມີກົນໄກ "ເຜົາ ETH" (EIP-1559), ເຮັດໃຫ້ປະລິມານຫຼຽນໃນລະບົບຫຼຸດລົງເລື້ອຍໆ. ຍິ່ງເຄືອຂ່າຍຖືກໃຊ້ງານຫຼາຍ, ຫຼຽນກໍຍິ່ງຫາຍາກ.

→ ມູນຄ່າຂອງ ETH ຈຶ່ງເຊື່ອມໂຍງໂດຍກົງກັບກິດຈະກຳເສດຖະກິດຢູ່ເທິງເຄືອຂ່າຍ, ບໍ່ແມ່ນພຽງແຕ່ຕົວລາຄາ, ແຕ່ສະທ້ອນເຖິງການເຕີບໂຕຂອງລະບົບນິເວດທັງໝົດ.

📈 ເປັນຫຍັງເລື່ອງນີ້ຈຶ່ງໜ້າສົນໃຈ?

🔸 Mastercard ເປັນໂຄງສ້າງການຊຳລະເງິນລະດັບໂລກທີ່ມີເຄືອຂ່າຍກວ້າງຂວາງ ແລະ ຖານລູກຄ້າທີ່ແຂງແຮງ, ເຕີບໂຕຢ່າງໝັ້ນຄົງຈາກທຸລະກຳບັດ ແລະ ການບໍລິການທາງການເງິນ. ແຕ່ເນື່ອງຈາກຕະຫຼາດບັດເຄຣດິດທົ່ວໂລກເລີ່ມເຂົ້າສູ່ຈຸດທີ່ມີຜູ້ໃຊ້ງານຄອບຄຸມຫຼາຍແລ້ວ, ອັດຕາການເຕີບໂຕອາດຈະບໍ່ໄວຄືເກົ່າ.

🔹Ethereum ເປັນແພລັດຟອມບລັອກເຊນທີ່ຍັງຢູ່ໃນຊ່ວງການຂະຫຍາຍຖານ, ມີສັກກະຍະພາບເຕີບໂຕຈາກການພັດທະນາ Layer 2, ການນຳໄປໃຊ້ໃນພາກທຸລະກິດ ແລະ ລັດຖະບານ, ແລະ ການ Tokenization ຊັບສິນຕົວຈິງ (RWA). ແຕ່ກໍຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍເຊັ່ນ: ຄວາມຜັນຜວນຂອງລາຄາ, ການກຳກັບດູແລ ແລະ ການແຂ່ງຂັນຈາກບລັອກເຊນອື່ນໆ.

ມື້ນີ້ Ethereum ເລີ່ມພິສູດໃຫ້ໂລກເຫັນແລ້ວວ່າສາມາດແຊງ Mastercard ທາງມູນຄ່າຕະຫຼາດຂຶ້ນມາໄດ້.

ໃນອະນາຄົດ, ທັງສອງມີເສັ້ນທາງການເຕີບໂຕຂອງໂຕເອງ. Mastercard ເນັ້ນຄວາມໝັ້ນຄົງ ແລະ ຂະຫຍາຍບໍລິການໃນຕະຫຼາດການເງິນແບບດັ້ງເດີມ, ສ່ວນ Ethereum ເນັ້ນການສ້າງໂຄງສ້າງພື້ນຖານທາງການເງິນຮູບແບບໃໝ່.

⚠️ ຄຳເຕືອນການລົງທຶນ

ຂໍ້ມູນ ແລະ ມຸມມອງທີ່ນຳສະເໜີໃນໂພສນີ້, ມີຈຸດປະສົງເພື່ອໃຊ້ເປັນຂໍ້ມູນປະກອບການສຶກສາເທົ່ານັ້ນ, ບໍ່ຖືເປັນຄໍາແນະນຳທາງການເງິນ. ການລົງທຶນໃນຊັບສິນດິຈິຕອລມີຄວາມສ່ຽງສູງ ທັງຄວາມຜັນຜວນຂອງລາຄາ ແລະ ຄວາມສ່ຽງດ້ານກົດລະບຽບ. ກະລຸນາສຶກສາຂໍ້ມູນໃຫ້ຮອບດ້ານ ແລະ ຕັດສິນໃຈລົງທຶນຕາມການພິຈາລະນາຂອງຕົນເອງ.

💬 ສຸດທ້າຍແລ້ວ, ໝູ່ເພື່ອນຄິດວ່າ Ethereum (ETH), ຫຼຽນຄຣິບໂຕທີ່ໃຫຍ່ເປັນອັນດັບ 2 ຂອງໂລກ, ຈະສາມາດຕິດ TOP10 ຊັບສິນທີ່ໃຫຍ່ທີ່ສຸດໃນໂລກໄດ້ຫຼືບໍ່?

#Ethereum #Mastercard $ETH