🌱ມາທຳຄວາມຮູ້ຈັກ RWUSD ວ່າແມ່ນມັນຫຍັງ?

RWUSD ເປັນຜະລິດຕະພັນແບບ Principal-Protected ຈາກ Binance Earn. ມັນຊ່ວຍໃຫ້ຜູ້ໃຊ້ສາມາດຝາກ Stablecoin (ເຊັ່ນ: USDT ຫຼື USDC) ເພື່ອຮັບຜົນຕອບແທນລາຍວັນສູງສຸດ 4.2% APR, ໂດຍລາຍໄດ້ຈະອີງໃສ່ Real-World Assets (RWA) ເຊັ່ນ: ພັນທະບັດລັດຖະບານສະຫະລັດທີ່ຖືກແປງເປັນໂທເຄັນ.

🔑 ຈຸດເດັ່ນຂອງ RWUSD

* ✅ ຜົນຕອບແທນຄົງທີ່ ແລະແຂ່ງຂັນໄດ້: ອີງລາຍໄດ້ຈາກ RWA ເຊັ່ນ US Treasury Bills.

* ✅ ຝາກໄດ້ສູງສຸດ $5 ລ້ານ: ເໝາະສົມທັງຜູ້ໃຊ້ທົ່ວໄປ ແລະນັກລົງທຶນລາຍໃຫຍ່.

* ✅ ໄດ້ຮັບຜົນຕອບແທນເທົ່າກັນທຸກຄົນ: ບໍ່ມີລະບົບແບ່ງ Tier ຫຼືຫຼຸດດອກເບ້ຍ.

* ✅ ໃຊ້ເປັນຫຼັກປະກັນ: RWUSD ໃນບັນຊີ Spot ສາມາດໃຊ້ກູ້ຢືມຜ່ານ VIP Loan ໄດ້.

* ✅ ຮັບລາງວັນລາຍວັນ: ດອກເບ້ຍຈະເຂົ້າບັນຊີທຸກວັນໃນຮູບແບບຂອງ RWUSD.

🧾 ວິທີການເຮັດວຽກ

* ຜູ້ໃຊ້ຝາກ USDT ຫຼື USDC → ຈະໄດ້ຮັບ RWUSD ໃນບັນຊີ Spot (1:1).

* RWUSD ຈະສະສົມດອກເບ້ຍລາຍວັນ (ໃນຮູບແບບ RWUSD).

* ເມື່ອຕ້ອງການຖອນ → ລະບົບຈະແລກກັບຄືນເປັນ USDC ໃນອັດຕາ 1:1.

🔁 ການຖອນ RWUSD

* Fast Redemption: ໄດ້ທັນທີ (ມີຄ່າທໍານຽມ 0.1%).

* Standard Redemption: ໄດ້ໃນວັນທໍາການທີ 3 (ຄ່າທໍານຽມ 0.05%).

* Binance ອາດຈະມີໂປຣໂມຊັນຖອນຟຣີແບບ Fast Redemption ເປັນບາງຄັ້ງຄາວ.

⚠️ ຂໍ້ຄວນສັງເກດທີ່ສໍາຄັນ

* RWUSD ບໍ່ແມ່ນຫຼຽນ Stablecoin / Token / RWA.

* ບໍ່ສາມາດເທຣດ, ໂອນ ຫຼືຖອນອອກໄປຍັງ Wallet ພາຍນອກໄດ້.

* ດອກເບ້ຍແມ່ນຂຶ້ນກັບການຕັດສິນໃຈຂອງ Binance ແລະອາດຈະມີການປ່ຽນແປງໄດ້.

* ໃຊ້ໄດ້ສະເພາະຜູ້ໃຊ້ທີ່ຢູ່ໃນປະເທດທີ່ຮອງຮັບເທົ່ານັ້ນ (ຜູ້ໃຊ້ໃນສະຫະລັດອາເມຣິກາ ບໍ່ສາມາດໃຊ້ໄດ້).

🟢 ວິທີເລີ່ມຕົ້ນໃຊ້ງານ

ຜ່ານເວັບໄຊຕ໌:

* ໄປທີ່ເມນູ [Earn] → ເລືອກ [Simple Earn] → ເລືອກ [RWUSD].

* ຄລິກ [Subscribe] → ໃສ່ຈໍານວນ → ຍອມຮັບເງື່ອນໄຂ → ກົດ [ຢືນຢັນ].

ຜ່ານແອັບ:

* ຄົ້ນຫາ [RWUSD] ຫຼືກົດ [ເພີ່ມເຕີມ] ແລ້ວເລືອກ RWUSD.

* ແຕະ [Subscribe] → ໃສ່ຈໍານວນ → ຍອມຮັບເງື່ອນໄຂ → ກົດ [ຢືນຢັນ].

📌 ເໝາະກັບຜູ້ໃຊ້ທີ່:

* ຕ້ອງການຜົນຕອບແທນແບບປອດໄພ.

* ຢາກຮັບລາຍໄດ້ຈາກຊັບສິນຈິງໂດຍບໍ່ຕ້ອງອອກຈາກ Binance.

* ມີ USDT / USDC ຢູ່ຊື່ໆ ແລ້ວຢາກໃຫ້ “ເກີດດອກເບ້ຍ” ລາຍວັນ.

#RWUSD #BinanceEarn