ໃນປີ 2025 ຕະຫຼາດຄຮິບໂຕຍັງເປັນສະໜາມແຫ່ງຄວາມສ່ຽງ ແລະ ໂອກາດ ພ້ອມທັງຂ່າວສານທັງຈິງ ແລະ ປອມ ຫຼື ສ້າງສະຖານະການຂຶ້ນມາເພື່ອປັ່ນຂ່າວ ຕີໄຂ່ ສຸ່ມໄຟໃສ່ນັກລົງທຶນໜ້າໃໝ່ທຸກໆມື້ ຫາກບໍ່ມີເງິນຫຼັກພັນ ຫຼັກໝື່ນດອນລ່າກໍບໍ່ຄວນເລີ່ມລົງທຶນໃນຄຮິບໂຕ???🤔 ຄວາມເຊື່ອນີ້ໂຄດປອມ ການທີ່ບໍ່ມີເງິນຫຼັກພັນ...ນັ້ນບໍ່ແມ່ນຂໍ້ຈໍາກັດຂອງການລົງທຶນ ແຕ່ການທີ່ບໍ່ມີແຜນ ບໍ່ມີວິໄນ ບໍ່ມີຄວາມເຂົ້າໃຈ ສິ່ງເຫຼົ່ານີ້ແລະທີ່ຈະເຮັດໃຫ້ພ໋ອດຂາດທຶນເສຍເງິນ ຫຼື ເອີ້ນກັນວ່າພ໋ອດແຕກ. ໃຜທີ່ບອກກັບເຈົ້າວ່າ “ຕ້ອງລວຍກ່ອນເຖິງຈະລົງທຶນໄດ້” ຄົນເຫຼົ່ານັ້ນເຂົາກໍາລັງບອກເຈົ້າວ່າ “ຄົນທໍາມະດາບໍ່ມີສິດໃຫຍ່ ແລະ ພັດທະນາໄປໄດ້ໄກກ່ອນນີ້” ເຊິ່ງນັ້ນໂຄດຈະບໍ່ຈິງ
ມີພຽງ 100$ ຫຼື ເງິນກີບບ້ານເຮົາກະ 2,170,000ກີບ ກໍສາມາດສ້າງພ໋ອດຄຮິບໂຕ..ຢ່າງປອດໄພໄດ້ ຖ້າທຸກຄົນເຂົ້າໃຈຫຼັກການຈັດພ໋ອດ ແລະ ເລືອກຫຼຽນຢ່າງມີເຫດຜົນ
ຫຼັກການຈັດພ໋ອດທີ່ປອດໄພພາຍໃຕ້ງົບ 100$
ເຄັດລັບຈາກນັກລົງທຶນສາຍລະວັງ
ແບ່ງຊື້ແບບ DCA (Dollar-Cost-Averaging) ທຸກອາທິດ ເພື່ອກະຈາຍຄວາມສ່ຽງໃຊ້ກະເປົ່າເກັບຫຼຽນທີ່ປອດໄພ (ເຊັ່ນ Hardware Wallet) ຫຼີກລ້ຽງກະເປົ່າໃນເວັບທີ່ບໍ່ນ່າເຊື່ອຖືຢ່າລົງເງິນທັງໝົດໃນ Altcoin ເພາະການທີ່ໃຊ້ພ໋ອດທຶນໜັກໃນຫຼຽນນ້ອຍມີໂອກາດຂາດທຶນສູງອ່ານຂ່າວຈາກແຫຼ່ງທີ່ໜ້າເຊື່ອຖື ເຊັ່ນ Binance Research, Messari, CoinGekoສຳຄັນທີ່ສຸດຄືລົງທຶນໃນສິ່ງທີ່ເຈົ້າເຂົ້າໃຈມັນດີ ບໍ່ແມ່ນຕາມກະແສ ແລະ ກູລູ
ເປັນຫຍັງພ໋ອດແບບທີ່ເວົ້າໄປຈຶ່ງປອດໄພ
ການລົງທຶນຄຮິບໂຕໃນປີ 2025 ມີປັດໄຈໃຫມ່ໆ ເຂົ້າມາ ເຊັ່ນ
ການມາຂອງ Crypto ETFການຄວບຄຸມຂອງລັດຖະບານໂປຣເຈັກໃຫມ່ໃຫມ່ຈາກໂລກ AI ແລະ RWA
ການຈັດພ໋ອດແບບມີ Stablecoin ສໍາຮອງ ແລະ ເລືອກຖື BTC/ETH ເປັນຫຼັກ ເຮັດໃຫ້ເຮົາມີ “ພະລັງລອດຕາຍ” ສູງກວ່າຄົນທີ່ເທໝົດໜ້າຕັກ All-in ໄປກັບ Meme coin ຫຼື ຫຼຽນໜ້າສົງໃສ
ສຸດທ້າຍນີ້: ເຕືອນໄພນັກລົງທຶນໜ້າໃຫມ່
“ຕະຫຼາດບໍ່ໄດ້ເຮັດໃຫ້ເຈົ້າຂາດທຶນ......ຄວາມໂລບຂອງເຈົ້າເອງທີ່ເຮັດໃຫ້ເຈົ້າເຈັບໜັກ”
ໃນຊ່ວງທີ່ຕະຫຼາດກັບມາຄຶກຄື້ນອີກຄັ້ງ ກົນໂກງກໍແຮງຫຼາຍຂຶ້ນພວກເຂົາຈະໃຊ້ຄໍາວ່າ “ໂອກາດ” ເພື່ອຫຼອກໃຫ້ເຈົ້າເປີດກະເປົ່າເອງດ້ວຍຄວາມເຕັມໃຈໃຫ້ຖືກຕົວະ ແລະ ເຈົ້າອາດຈະເຈິສິ່ງເຫຼົ່ານີ້:
ກຸ່ມ Telegram ທີ່ອ້າງວ່າມີສັນຍານຊື້ຂາຍໂຄດລັບທີ່ເຄມວ່າຄົນອື່ນກໍບໍ່ໂຊກດີຄືເຈົ້າທີ່ໄດ້ເຂົ້າກຸ່ມຄົນຊວນລົງທຶນແພັດຟອມຜົນຕອບແທນສູງ 1-3% ຕໍ່ວັນແພັດຟອມຝາກເງິນເຂົ້າໄປລົງທຶນແລ້ວຖອນບໍ່ໄດ້ເວລາຈະຖອນມີນັ້ນມີນີ້ສຸດທ້າຍຖອນບໍ່ໄດ້ກຸ່ມຄົນທີ່ເອົາ ກະດານໃຫຍ່ໃຫຍ່ມາອ້າງເຊັ່ນ Binance ແຕ່ຄວາມຈິງແຄ່ອ້າງແຕ່ບໍ່ໄດ້ກ່ຽວກັນການເທຮດຫຼາຍຢ່າງທີ່ມັກເຄມວ່າເປັນ ການເທຮດຄຮິບໂຕ ການລົງທຶນຄຮິບໂຕ ສິ່ງທີ່ຕ້ອງເຮັດຄືເຈົ້າຕ້ອງຮູ້ຈິງວ່າຂອງແຕ່ເທຮດແນວໃດ ການພະນັນເປັນແນວໃດ ແລະ ປອມເປັນແນວໃດ ເວັບໄຊ້ຮຽນແບບ Binance, OKX ຫຼື ກະເປົ່າ hardware wallet: Ledger ປອມ“ຫຼຽນໃຫມ່” ທີ່ຫຼອກວ່າມີ AirDrop ຫຼື Launch ແຕ່ຈິງໆມັນຄືສະແກມ ຕຽມ Rug Pull
ສະຫຼຸບສົ່ງທ້າຍ
ເຈົ້າບໍ່ຕ້ອງມີເງິນຫຼັກພັນເພື່ອເລີ່ມລົງທຶນ ແຕ່ເຈົ້າຕ້ອງມີຫຼັກຄິດ ແລະ ແຜນຮັບມືຄວາມສ່ຽງ
ລົງທຶນແບບເຂົ້າໃຈ ແລະ ຢູ່ລອດໃຫ້ໄດ້ໃນທຸກສະພາວະຕະຫຼາດ ແລ້ວພ໋ອດ 100$ ຂອງເຈົ້າ...ອາດຈະເປັນພ໋ອດ 10,000$ ໃນອານາຄົດກໍໄດ້
#PortfolioDiversification #SafeInvestingWithBinance #safeWallet #bitcoin #ETH🔥🔥🔥🔥🔥🔥