ຈາກສັດຕູກາຍເປັນມິດ? ຫຼັງຈາກທີ່ເຄີຍຂັດແຍ່ງກັບວົງການຄຣິບໂຕມາເປັນເວລາດົນ, ຕອນນີ້ SEC ສະຫະລັດ ພາຍໃຕ້ຜູ້ນຳຄົນໃໝ່ Paul Atkins ໄດ້ຫັກມຸມຢ່າງເຕັມຕົວ! ປະກາດເປີດຕົວໂຄງການໃໝ່ສຸດອະລັງການ “Project Crypto” ທີ່ຈະປະຕິຮູບຕະຫຼາດການເງິນຂອງອາເມຣິກາໃຫ້ເຂົ້າສູ່ຍຸກ “on-chain” ຢ່າງເຕັມຮູບແບບ.
ຂ່າວນີ້ບໍ່ແມ່ນພຽງແຕ່ເປັນເລື່ອງດີເທົ່ານັ້ນ — ແຕ່ເປັນຈຸດປ່ຽນສຳລັບຄຣິບໂຕທັງວົງການ, ໂດຍສະເພາະຝັ່ງ RWA (Real-World Asset Tokenization) ທີ່ລາຄາໄດ້ໂດດທັນທີ +5.45% ເພາະນີ້ອາດຈະເປັນບາດກ້າວສຳຄັນໃນການປ່ຽນ Wall Street… ໃຫ້ກາຍເປັນບລັອກເຊນ!
🧠 Project Crypto ແມ່ນຫຍັງ?
SEC ພາຍໃຕ້ການນຳຂອງ Paul Atkins ປະກາດວ່າ:
“ຄຣິບໂຕສ່ວນໃຫຍ່ບໍ່ແມ່ນ securities ແລະ ສະຫະລັດຄວນເປັນປະເທດທີ່ດີທີ່ສຸດໃນໂລກສຳລັບການສ້າງສັນ, ການລະດົມທຶນ ແລະ ການພັດທະນາເຕັກໂນໂລຢີໃໝ່ໆ.”
📍 ພາຍໃນໂຄງການນີ້ SEC ຈະ:
🔹 ປັບປຸງ ກົດລະບຽບຫຼັກຊັບ ໃຫ້ເຂົ້າກັບໂລກ on-chain.
🔹 ເປີດທາງໃຫ້ມີ ຕະຫຼາດຊື້-ຂາຍຊັບສິນດິຈິຕອລ ທັງໃນຖານະ securities ແລະ commodities.
🔹 ເຮັດວຽກຮ່ວມກັບ Crypto Task Force ທີ່ນຳໂດຍ Hester Peirce.
🔹 ເຮັດ “ກົດລະບຽບທີ່ຊັດເຈນ ເຂົ້າໃຈງ່າຍ” ສຳລັບເລື່ອງສຳຄັນເຊັ່ນ:
🔹 ການຈົດທະບຽນ (registration)
🔹 ການເບິ່ງແຍງຊັບສິນ (custody)
🔹 ການຊື້-ຂາຍ (trading)
🔹 ການປ້ອງກັນການຟອກເງິນ (illicit finance)
🇺🇸 ປັດຝຸ່ນ SEC – ລຶບຄຳຕິສິນວ່າ “ສັດຕູຄຣິບໂຕ”
ນີ້ຄືສັນຍານການປ່ຽນແປງທີ່ສຳຄັນຈາກຍຸກທີ່ SEC ເຄີຍຖືກວິພາກວິຈານວ່າໃຊ້ວິທີ “regulation by enforcement” ໄລ່ຟ້ອງໂຄງການຄຣິບໂຕຢ່າງບໍ່ໄວ້ໜ້າໃຜ (ເຊັ່ນ: XRP, Coinbase, Uniswap, ແລະອື່ນໆ) ແລະ ເຄີຍມີ “Operation Chokepoint 2.0” ທີ່ບີບທະນາຄານບໍ່ໃຫ້ຫຍຸ້ງກ່ຽວກັບຄຣິບໂຕ.
ແຕ່ມື້ນີ້ Paul Atkins ໄດ້ປະກາດຢ່າງໜັກແໜ້ນວ່າ:
“ພວກເຮົາຈະດຶງບໍລິສັດຄຣິບໂຕທີ່ເຄີຍໜີໄປຕ່າງປະເທດ… ໃຫ້ກັບຄືນມາເຮັດທຸລະກິດໃນບ້ານເຮົາອີກຄັ້ງ!”
📊 ກ່ຽວຂ້ອງກັບກົດໝາຍໃຫຍ່: Crypto Market Structure Bill
Project Crypto ຍັງຖືກອອກແບບໃຫ້ ສອດຄ່ອງກັບຮ່າງກົດໝາຍຕະຫຼາດຄຣິບໂຕ ທີ່ເພິ່ງຖືກສະເໜີໂດຍ ຄະນະກຳມາທິການການທະນາຄານຂອງວຸດທິສະພາ (Senate Banking Committee) ເຊິ່ງຕ້ອງການໃຫ້ SEC:
🔸 ອອກກົດລະບຽບທີ່ ຊັດເຈນ ແລະ ງ່າຍຕໍ່ການປະຕິບັດ.
🔸 ຍົກລະດັບລະບົບການເບິ່ງແຍງ ແລະ ປ້ອງກັນຄວາມສ່ຽງໃນວົງການຄຣິບໂຕ.
🔸 ສົ່ງເສີມການເຕີບໂຕຂອງ RWA ແລະ ການນຳ real-world assets ມາສູ່ໂລກບລັອກເຊນ.
🔥 ບົດວິເຄາະຈາກ CryptoMate:
ບາງທີນີ້ອາດເປັນການພິກເກມທີ່ຫຼາຍຄົນລໍຄອຍ — ຈາກ “ຝ່າຍສັດຕູ” ກາຍມາເປັນ “ພັນທະມິດ”.
✅ ຖ້າ SEC ເດີນໜ້າ Project Crypto ແທ້:
▫️ ບໍລິສັດໃຫຍ່ທີ່ໜີໄປຕ່າງປະເທດ ເຊັ່ນ Binance.US ຫຼື Kraken ອາດພິຈາລະນາກັບຄືນມາ.
▫️ ນັກລົງທຶນສະຖາບັນໃນສະຫະລັດຈະເຂົ້າມາຫຼາຍຂຶ້ນ ເພາະມີກົດລະບຽບທີ່ຊັດເຈນ.
▫️ ຕະຫຼາດ RWA ແລະ tokenized securities ອາດເຕີບໂຕແບບກ້າວກະໂດດ.
⚠️ ແຕ່ກໍຕ້ອງລໍຖ້າເບິ່ງວ່າ:
▪️ ກົດລະບຽບ “ເຂົ້າໃຈງ່າຍ” ທີ່ເວົ້າມານັ້ນ… ຈະງ່າຍແທ້ບໍ່?
▪️ ສະພາ Congress ຈະຜ່ານກົດໝາຍນີ້ໄດ້ໄວສ່ຳໃດ?
▪️ ຝ່າຍການເມືອງຈະຫຼິ້ນເກມຫຍັງອີກ?
✍️ ສະຫຼຸບສັ້ນສຳລັບນັກລົງທຶນ
• SEC ເປີດເກມໃໝ່ທີ່ສົ່ງເສີມຄຣິບໂຕຢ່າງເຕັມຕົວ.
• ເປີດທາງໃຫ້ RWA ແລະ ຊັບສິນ tokenized ເຕີບໂຕ.
• ສັນຍາວ່າຈະອອກກົດລະບຽບທີ່ຊັດເຈນ ແລະ ດຶງບໍລິສັດທີ່ໜີອອກນອກປະເທດກັບຄືນມາ.
📚 ແຫຼ່ງຂ່າວ: Blockbeats, SEC.gov
#ProjectCryto #PaulAtkins